ກິດຈະການ 7
7
ຊະເຕຟາໂນກ່າວປ້ອງກັນຕົວ
1ແລ້ວມະຫາປະໂຣຫິດກໍຖາມຊະເຕຟາໂນວ່າ, “ເລື່ອງນີ້ເປັນຄວາມຈິງແທ້ບໍ?”
2ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນທີ່ເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ 3ໂດຍກ່າວແກ່ເພິ່ນວ່າ, ‘ເຈົ້າຈົ່ງອອກຈາກບ້ານເກີດເມືອງນອນ ແລະຍາດຕິພີ່ນ້ອງຂອງເຈົ້າ ແລ້ວໄປສູ່ດິນແດນທີ່ເຮົາຈະສະແດງໃຫ້ເຈົ້າໄດ້ເຫັນ.’ 4ດັ່ງນັ້ນ ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ ແລະໄດ້ໄປອາໄສຢູ່ໃນເມືອງຮາຣານ ຫລັງຈາກທີ່ພໍ່ຂອງອັບຣາຮາມຕາຍແລ້ວ ພຣະເຈົ້າກໍໄດ້ໃຫ້ເພິ່ນຍົກຍ້າຍອອກຈາກທີ່ນັ້ນມາສູ່ເມືອງນີ້ ຄືບ່ອນທີ່ພວກເຈົ້າອາໄສຢູ່ໃນທຸກວັນນີ້. 5ພຣະເຈົ້າບໍ່ໄດ້ໃຫ້ອັບຣາຮາມຮັບສ່ວນໃດໆຂອງດິນແດນນີ້ ເປັນກຳມະສິດຂອງຕົນ ແມ່ນແຕ່ທໍ່ຮອຍຕີນ ແຕ່ໃນຂະນະທີ່ເພິ່ນຍັງບໍ່ມີລູກ ພຣະເຈົ້າໄດ້ສັນຍາວ່າ ພຣະອົງຈະມອບດິນແດນໃຫ້ເພິ່ນເປັນກຳມະສິດ ແລະໃຫ້ແກ່ເຊື້ອສາຍພາຍຫລັງເພິ່ນດ້ວຍ. 6ພຣະເຈົ້າໄດ້ຊົງກ່າວໄວ້ດັ່ງນີ້ວ່າ, ‘ເຊື້ອສາຍຂອງເຈົ້າຈະໄປອາໄສເປັນແຂກຢູ່ໃນຕ່າງປະເທດ ແລະຊາວປະເທດນັ້ນຈະເອົາພວກເຂົາເປັນທາດ ແລະພວກເຂົາຈະຖືກກົດຂີ່ຂົ່ມເຫັງຢ່າງຮ້າຍແຮງເປັນເວລາສີ່ຮ້ອຍປີ.’ 7ແລ້ວພຣະອົງຊົງກ່າວອີກວ່າ, ‘ຝ່າຍເຮົາຈະພິພາກສາລົງໂທດ ປະເທດທີ່ພວກເຂົາຮັບໃຊ້ເປັນຂ້ອຍຂ້າຢູ່ນັ້ນ ຫລັງຈາກນັ້ນແລ້ວ ພວກເຂົາຈະອອກມາບົວລະບັດຂາບໄຫວ້ເຮົາໃນທີ່ນີ້.’ 8ແລ້ວພຣະເຈົ້າກໍໃຫ້ອັບຣາຮາມເຮັດພິທີຕັດ ເພື່ອເປັນເຄື່ອງໝາຍແຫ່ງພັນທະສັນຍາ. ດັ່ງນັ້ນ ອັບຣາຮາມຜູ້ເປັນພໍ່ ຈຶ່ງເຮັດພິທີຕັດໃຫ້ອີຊາກໃນວັນທີແປດ ຫລັງຈາກທີ່ລາວໄດ້ເກີດມາ ອີຊາກໄດ້ເຮັດພິທີຕັດໃຫ້ຢາໂຄບ ແລະຢາໂຄບໄດ້ເຮັດພິທີຕັດໃຫ້ລູກຊາຍສິບສອງຄົນຂອງຕົນ ຄືບັນພະບຸລຸດແຫ່ງເຊື້ອຊາດຂອງພວກເຮົາ.
9ຍ້ອນບັນພະບຸລຸດເຫຼົ່ານັ້ນ ໄດ້ອິດສາໂຢເຊັບນ້ອງຊາຍຂອງພວກຕົນ ພວກເຂົາຈຶ່ງຂາຍເພິ່ນໄປເປັນທາດທີ່ປະເທດເອຢິບ, ແຕ່ພຣະເຈົ້າໄດ້ສະຖິດຢູ່ກັບໂຢເຊັບ 10ແລະຊ່ວຍເພິ່ນໃຫ້ຜ່ານພົ້ນຄວາມຍາກລຳບາກທັງສິ້ນ, ພຣະເຈົ້າກໍໂຜດໃຫ້ເພິ່ນເປັນທີ່ພໍໃຈ ແລະມີສະຕິປັນຍາ ເມື່ອໂຢເຊັບໄດ້ປາກົດຕົວຕໍ່ໜ້າກະສັດຟາໂຣແຫ່ງເອຢິບ ແລະກະສັດໄດ້ແຕ່ງຕັ້ງໂຢເຊັບ ໃຫ້ເປັນຜູ້ປົກຄອງເອຢິບຕະຫລອດທັງວັງຂອງເພິ່ນດ້ວຍ. 11ຕໍ່ມາ ໄດ້ເກີດມີການອຶດຢາກທົ່ວເອຢິບ ແລະ ການາອານ ຊຶ່ງເປັນເຫດໃຫ້ມີຄວາມທົນທຸກລຳບາກຢ່າງໃຫຍ່ຫລວງ ບັນພະບຸລຸດຂອງພວກເຮົາບໍ່ສາມາດຫາອາຫານມາລ້ຽງຊີບໄດ້. 12ແລະເມື່ອຢາໂຄບໄດ້ຍິນຂ່າວວ່າ ມີເຂົ້າຢູ່ໃນປະເທດເອຢິບ ເພິ່ນຈຶ່ງໃຊ້ລູກຊາຍຂອງເພິ່ນ ຄືບັນພະບຸລຸດຂອງພວກເຮົາໄປທີ່ນັ້ນເປັນເທື່ອທຳອິດ. 13ໃນເທື່ອທີສອງ ໂຢເຊັບໄດ້ສະແດງຕົວໃຫ້ພວກອ້າຍນ້ອງຮູ້ຈັກ ແລະໄດ້ແຈ້ງໃຫ້ກະສັດຟາໂຣຮັບຮູ້ ເຖິງຍາດຕິພີ່ນ້ອງຂອງເພິ່ນເໝືອນກັນ. 14ດັ່ງນັ້ນ ໂຢເຊັບຈຶ່ງໃຊ້ຄົນໄປເຊີນຢາໂຄບພໍ່ຂອງຕົນກັບທຸກຄົນໃນຄອບຄົວໃຫ້ມາຫາ ລວມທັງໝົດມີເຈັດສິບຫ້າຄົນ. 15ແລ້ວຢາໂຄບກໍໄດ້ລົງໄປທີ່ປະເທດເອຢິບ ແລະເພິ່ນກັບພວກລູກຊາຍຂອງເພິ່ນກໍໄດ້ຕາຍຢູ່ທີ່ນັ້ນ. 16ແລະພວກເຂົາໄດ້ນຳເອົາຊາກສົບຂອງພວກເພິ່ນກັບຄືນມາທີ່ຊີເຄມ ແລະໄດ້ວາງໄວ້ໃນອຸບມຸງ ທີ່ອັບຣາຮາມໄດ້ຊື້ຈາກຕະກຸນຮາໂມ ດ້ວຍເງິນຈຳນວນໜຶ່ງໃນເມືອງຊີເຄມ.
17ແຕ່ເມື່ອກຳນົດແຫ່ງພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບອັບຣາຮາມໃກ້ຈະເຖິງແລ້ວ ຊົນຊາດອິດສະຣາເອນໃນປະເທດເອຢິບໄດ້ເພີ່ມທະວີຫລາຍຂຶ້ນ. 18ຈົນເຖິງກະສັດອີກອົງໜຶ່ງ ຊຶ່ງບໍ່ຮູ້ຈັກໂຢເຊັບໄດ້ຂຶ້ນປົກຄອງປະເທດເອຢິບ. 19ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຫລອກລວງບັນພະບຸລຸດຂອງພວກເຮົາ ເຮັດໂຫດຮ້າຍຕໍ່ພວກເພິ່ນ ໂດຍບັງຄັບໃຫ້ເອົາລູກນ້ອຍອ່ອນຂອງພວກເພິ່ນອອກໄປຖິ້ມເສຍ ເພື່ອບໍ່ໃຫ້ມີຊີວິດເຫຼືອຢູ່ໄດ້. 20ໃນຄາວນັ້ນ ໂມເຊໄດ້ເກີດມາເປັນລູກນ້ອຍທີ່ມີຮູບຮ່າງງົດງາມຕໍ່ໜ້າພຣະເຈົ້າ ໂມເຊໄດ້ຮັບການລ້ຽງດູທີ່ເຮືອນເປັນເວລາສາມເດືອນ 21ແລະເມື່ອເຂົາເອົາໂມເຊອອກໄປຈາກເຮືອນ ລູກສາວຂອງກະສັດຟາໂຣ ກໍຮັບເອົາໄປລ້ຽງໄວ້ເປັນລູກຊາຍຂອງຕົນ. 22ໂມເຊໄດ້ຮັບການສິດສອນຮຽນຮູ້ ໃນວິຊາການທຸກຢ່າງຂອງຊາວເອຢິບ ແລະກາຍເປັນຜູ້ມີຄວາມສາມາດໃນຄຳເວົ້າຈາ ແລະການກະທຳ.
23ເມື່ອໂມເຊມີອາຍຸໄດ້ສີ່ສິບປີ ເພິ່ນກໍໄດ້ຕັດສິນໃຈໄປຊອກເບິ່ງຄວາມເປັນຢູ່ຂອງຊາວອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງຕົນ. 24ເພິ່ນໄດ້ເຫັນຄົນໜຶ່ງໃນພວກອິດສະຣາເອນຖືກຄົນເອຢິບຂົ່ມເຫັງ. ສະນັ້ນ ເພິ່ນຈຶ່ງເຂົ້າໄປຊ່ວຍຄົນອິດສະຣາເອນ ແລະຂ້າຄົນເອຢິບຜູ້ນັ້ນເສຍ ເພື່ອເປັນການແກ້ແຄ້ນ. ( 25ເພິ່ນຄິດວ່າ ປະຊາຊົນຂອງຕົນຄົງເຂົ້າໃຈ ທີ່ພຣະເຈົ້າກຳລັງໃຊ້ຕົນມາຊ່ວຍກອບກູ້ເອົາພວກເຂົາ, ແຕ່ພວກເຂົາບໍ່ເຂົ້າໃຈ.) 26ໃນວັນຕໍ່ມາ ເພິ່ນໄດ້ເຫັນຄົນອິດສະຣາເອນສອງຄົນກຳລັງຕີກັນ ແລະເພິ່ນກໍພະຍາຍາມໃຫ້ພວກເຂົາຄືນດີກັນ ເພິ່ນກ່າວວ່າ, ‘ຊາຍເອີຍ ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງຕີກັນເຊັ່ນນີ້?’ 27ແຕ່ຜູ້ທີ່ກຳລັງເຮັດຮ້າຍຕໍ່ເພື່ອນຂອງຕົນນັ້ນ ຊຸກໂມເຊອອກ ແລະຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ? 28ບໍ່ແມ່ນເຈົ້າຢາກຂ້າເຮົາ ຄືເຈົ້າໄດ້ຂ້າຄົນເອຢິບມື້ວານນີ້ບໍ?’ 29ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ.
30ຫລັງຈາກສີ່ສິບປີໄດ້ຜ່ານໄປ ມີເທວະດາຕົນໜຶ່ງ ໄດ້ປາກົດແກ່ໂມເຊໃນແປວໄຟທີ່ພຸ່ມໜາມ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. 31ໂມເຊງຶດປະຫລາດໃຈໃນສິ່ງທີ່ຕົນໄດ້ເຫັນ ຈຶ່ງຫຍັບເຂົ້າໄປໃກ້ພຸ່ມໄມ້ນັ້ນເພື່ອເບິ່ງຄັກໆ ແລະເພິ່ນໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ, 32‘ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ ຄືພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊຈຶ່ງຢ້ານຫລາຍຈົນສັ່ນເຊັນ ແລະບໍ່ກ້າຫລຽວເບິ່ງ. 33ອົງພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, ‘ຈົ່ງຖອດເກີບເຈົ້າອອກ ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ. 34ເຮົາໄດ້ເຫັນຄວາມທົນທຸກລຳບາກອັນຮ້າຍແຮງ ທີ່ປະຊາຊົນຂອງເຮົາໄດ້ຮັບໃນປະເທດເອຢິບ ເຮົາໄດ້ຍິນສຽງໂອ່ຍຄາງຂອງພວກເຂົາແລ້ວ ເຮົາຈຶ່ງລົງມາເພື່ອຊ່ວຍກອບກູ້ເອົາພວກເຂົາ. ບັດນີ້ມາແມ ເຮົາຈະໃຊ້ເຈົ້າໄປທີ່ປະເທດເອຢິບ.’
35ໂມເຊຜູ້ນີ້ແຫຼະ ທີ່ປະຊາຊົນອິດສະຣາເອນປະຕິເສດໂດຍຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ?’ ເພິ່ນແມ່ນຜູ້ທີ່ພຣະເຈົ້າໄດ້ໃຊ້ໄປເປັນຜູ້ປົກຄອງແລະຊ່ວຍກອບກູ້ເອົາພວກເຂົາ ໂດຍມີເທວະດາຕົນທີ່ໄດ້ປາກົດແກ່ເພິ່ນ ທີ່ພຸ່ມໄມ້ມີແປວໄຟລຸກນັ້ນເປັນຜູ້ຊ່ວຍເຫລືອ. 36ເພິ່ນໄດ້ນຳພາປະຊາຊົນອອກມາຈາກປະເທດເອຢິບໂດຍເຮັດການອັດສະຈັນ ແລະໝາຍສຳຄັນທີ່ໜ້າງຶດປະຫລາດໃຈຫລາຍປະການໃນປະເທດເອຢິບ ແລະທີ່ທະເລແດງ ແລະໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ. 37ແມ່ນໂມເຊຜູ້ນີ້ແຫຼະ ທີ່ໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, ‘ພຣະເຈົ້າຈະໃຊ້ຜູ້ທຳນວາຍຄົນໜຶ່ງໃຫ້ເກີດມາເພື່ອພວກເຈົ້າ ດັ່ງທີ່ພຣະອົງໄດ້ໃຊ້ຂ້າພະເຈົ້າ ແລະເພິ່ນຈະເປັນຄົນໜຶ່ງໃນປະຊາຊົນຂອງພວກເຈົ້າເອງ.’ 38ໂມເຊຜູ້ນີ້ແຫຼະ ທີ່ຮ່ວມຊຸມນຸມກັບປະຊາຊົນອິດສະຣາເອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເພິ່ນໄດ້ຢູ່ໃນທີ່ນັ້ນກັບບັນພະບຸລຸດຂອງພວກເຮົາ ແລະກັບເທວະດາຕົນທີ່ໄດ້ກ່າວແກ່ເພິ່ນທີ່ເທິງພູເຂົາຊີນາຍ ບ່ອນທີ່ເພິ່ນໄດ້ຮັບພຣະທຳອັນມີຊີວິດຖາວອນມາໃຫ້ພວກເຮົາ.
39ແຕ່ບັນພະບຸລຸດຂອງພວກເຮົາໄດ້ປະຕິເສດທີ່ຈະເຊື່ອຟັງເພິ່ນ ພວກເຂົາໄດ້ຊຸກເພິ່ນອອກໜີ ແລະຫວັງວ່າພວກຕົນຄົງຈະກັບຄືນສູ່ປະເທດເອຢິບໄດ້. 40ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັບອາໂຣນວ່າ, ‘ຈົ່ງສ້າງພຣະໃຫ້ພວກເຮົາ ຊຶ່ງຈະນຳພາພວກເຮົາໄປ ສ່ວນໂມເຊຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບນັ້ນ ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບເພິ່ນແລ້ວ.’ 41ໃນເວລານັ້ນ ພວກເຂົາໄດ້ສ້າງຮູບເຄົາຣົບເປັນຮູບງົວນ້ອຍໂຕໜຶ່ງຂຶ້ນ ແລ້ວກໍເອົາເຄື່ອງບູຊາມາຖວາຍແກ່ຮູບນັ້ນ ແລະຈັດງານຄຶກຄື້ນມ່ວນຊື່ນສະຫລອງສິ່ງທີ່ພວກເຂົາໄດ້ສ້າງຂຶ້ນດ້ວຍມືຂອງຕົນເອງນັ້ນ. 42ສະນັ້ນ ພຣະເຈົ້າຈຶ່ງໄດ້ຫັນໜ້າໜີຈາກພວກເຂົາ ແລະປະໃຫ້ພວກເຂົາຂາບໄຫວ້ບັນດາດວງດາວໃນທ້ອງຟ້າ ຕາມທີ່ມີຂຽນໄວ້ໃນພຣະຄຳພີຂອງບັນດາຜູ້ທຳນວາຍວ່າ,
‘ໂອ ປະຊາຊົນອິດສະຣາເອນເອີຍ
ສັດທີ່ໄດ້ຂ້າຖວາຍ ແລະເຄື່ອງບູຊານັ້ນ
ພວກເຈົ້າບໍ່ໄດ້ເອົາມາຖວາຍແກ່ເຮົາ
ໃນຖິ່ນແຫ້ງແລ້ງກັນດານລະຫວ່າງສີ່ສິບປີດອກຕີ້.
43 ສຳນັກຜ້າທີ່ພວກເຈົ້າຫາມນັ້ນ
ແມ່ນຂອງພະໂມເລັກ
ແລະຮູບພະເຣຟານກໍເປັນພະ
ແຫ່ງດວງດາວຂອງພວກເຈົ້າ
ລ້ວນແຕ່ເປັນຮູບເຄົາຣົບ
ທີ່ພວກເຈົ້າໄດ້ສ້າງຂຶ້ນເພື່ອຂາບໄຫວ້ບູຊາ
ສະນັ້ນ ເຮົາຈຶ່ງຈະເນລະເທດພວກເຈົ້າ
ໄປໃຫ້ກາຍນະຄອນບາບີໂລນພຸ້ນ.’
44ເມື່ອຢູ່ໃນຖິ່ນແຫ້ງແລ້ງກັນດານນັ້ນ ບັນພະບຸລຸດຂອງພວກເຮົາໄດ້ມີຜ້າເຕັນແຫ່ງຄຳພະຍານ ບ່ອນທີ່ພຣະເຈົ້າສະຖິດຢູ່ນຳພວກເຂົາ ພວກເຂົາໄດ້ເຮັດຫໍເຕັນ ຕາມທີ່ພຣະເຈົ້າໄດ້ບອກໂມເຊໃຫ້ເຮັດຕາມແບບແຜນທີ່ພຣະເຈົ້າໄດ້ສຳແດງໃຫ້ໂມເຊຮູ້. 45ຕໍ່ມາ ບັນພະບຸລຸດຂອງພວກເຮົາ ຜູ້ທີ່ໄດ້ຮັບຫໍເຕັນຈາກປູ່ຍ່າຕາຍາຍຂອງພວກຕົນ ກໍຫາມຫໍເຕັນໄປນຳ ເມື່ອພວກເຂົາໄປກັບໂຢຊວຍ. ເມື່ອຢຶດຄອງເອົາດິນແດນຈາກຊົນຊາດຕ່າງໆ ຊຶ່ງພຣະເຈົ້າໄດ້ຂັບໄລ່ອອກໃນຂະນະທີ່ພວກເຂົາບຸກໜ້າເຂົ້າໄປ ຫໍເຕັນນີ້ກໍມີສືບມາຈົນເຖິງສະໄໝຂອງກະສັດດາວິດ. 46ເພິ່ນເປັນທີ່ພໍພຣະໄທພຣະເຈົ້າ. ສະນັ້ນ ເພິ່ນຈຶ່ງຂໍຮ້ອງພຣະອົງໄດ້ອະນຸຍາດໃຫ້ເພິ່ນຫາບ່ອນຢູ່ໃຫ້ພຣະເຈົ້າຂອງຢາໂຄບ. 47ແຕ່ວ່າແມ່ນກະສັດໂຊໂລໂມນ ທີ່ເປັນຜູ້ສ້າງພຣະວິຫານສຳລັບພຣະອົງ.
48ເຖິງປານນັ້ນ ພຣະເຈົ້າອົງສູງສຸດກໍບໍ່ໄດ້ສະຖິດຢູ່ໃນບ່ອນທີ່ມືມະນຸດສ້າງ ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ,
49 ອົງພຣະຜູ້ເປັນເຈົ້າກ່າວວ່າ
‘ສະຫວັນເປັນພຣະທີ່ນັ່ງຂອງເຮົາ
ແຜ່ນດິນໂລກກໍເປັນທີ່ຮອງຕີນຂອງເຮົາ.
ພວກເຈົ້າຈະສ້າງບ່ອນຢູ່ຊະນິດໃດ
ສຳລັບເຮົາ?
ສະຖານທີ່ໃດໜໍທີ່ພໍຈະເປັນ
ບ່ອນໃຫ້ເຮົາອາໄສຢູ່?
50 ສັບພະທຸກສິ່ງທັງໝົດເຫຼົ່ານີ້
ມືຂອງເຮົາໄດ້ສ້າງໄວ້ທັງສິ້ນບໍ່ແມ່ນບໍ?’
51ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ. 52ມີຜູ້ທຳນວາຍຄົນໃດແດ່ ທີ່ບັນພະບຸລຸດຂອງພວກເຈົ້າບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຄົນທີ່ນຳຖ້ອຍຄຳຂອງພຣະເຈົ້າມາໃຫ້ ຄືຄົນທີ່ໄດ້ປະກາດລ່ວງໜ້າວ່າ ພຣະຜູ້ຮັບໃຊ້ອົງຊອບທຳຈະມາ, ບັດນີ້ ເຈົ້າທັງຫລາຍໄດ້ເປັນຜູ້ມອບພຣະອົງໄວ້ ແລະສັງຫານພຣະອົງເສຍ. 53ເຈົ້າທັງຫລາຍເປັນຜູ້ທີ່ໄດ້ຮັບກົດບັນຍັດຂອງພຣະເຈົ້າ ຈາກເທວະດາ, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງຕາມກົດບັນຍັດນັ້ນເລີຍ.”
ຊະເຕຟາໂນຖືກຄວ່າງກ້ອນຫີນໃສ່ໃຫ້ຕາຍ
54ເມື່ອສະມາຊິກສະພາສູງສຸດໄດ້ຍິນຊະເຕຟາໂນກ່າວຖ້ອຍຄຳເຫຼົ່ານີ້ ພວກເຂົາກໍໂມໂຫເຕັມທີ ແລະຂົບແຂ້ວຄ້ຽວຟັນໃສ່ຊະເຕຟາໂນດ້ວຍຄວາມເຈັບແຄ້ນແໜ້ນໃຈ. 55ແຕ່ຊະເຕຟາໂນຜູ້ທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ກໍເງີຍໜ້າແນມຂຶ້ນສູ່ສະຫວັນ ແລະເຫັນສະຫງ່າຣາສີຂອງພຣະເຈົ້າ ແລະເຫັນພຣະເຢຊູເຈົ້າກຳລັງຢືນຢູ່ທີ່ກໍ້າຂວາຂອງພຣະເຈົ້າ. 56ຊະເຕຟາໂນກ່າວວ່າ, “ເບິ່ງແມ! ຂ້າພະເຈົ້າເຫັນຟ້າສະຫວັນໄຂອອກ ແລະເຫັນບຸດມະນຸດກຳລັງຢືນຢູ່ທີ່ກໍ້າຂວາມືຂອງພຣະເຈົ້າ.”
57ໃນຂະນະນັ້ນ ບັນດາສະມາຊິກສະພາສູງສຸດໄດ້ຮ້ອງຂຶ້ນພ້ອມທັງເອົາມືອັດຫູຂອງຕົນໄວ້ ແລ້ວຕ່າງກໍຫລູບໃສ່ຊະເຕຟາໂນທັນທີ. 58ພວກເຂົາຊຸກຊະເຕຟາໂນອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ ຄົນທັງຫລາຍທີ່ເປັນພະຍານ ໄດ້ແກ້ເສື້ອຊັ້ນນອກຂອງຕົນອອກ ໄວ້ໃກ້ຕີນຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ. 59ພວກເຂົາພາກັນສືບຕໍ່ແກວ່ງກ້ອນຫີນໃສ່ຊະເຕຟາໂນ ຂະນະທີ່ເພິ່ນກຳລັງພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະເຢຊູເຈົ້າ ຂໍໂຜດຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍເຖີດ.” 60ຊະເຕຟາໂນຄຸເຂົ່າລົງ ແລະຮ້ອງຂຶ້ນດ້ວຍສຽງດັງວ່າ, “ຂ້າແດ່ພຣະອົງເຈົ້າ ຂໍຊົງໂຜດຍົກບາບຍົກກຳນີ້ໃຫ້ພວກເຂົາດ້ວຍເທີ້ນ.” ເມື່ອກ່າວຄຳນີ້ແລ້ວ ເພິ່ນກໍສິ້ນໃຈຕາຍ.
Currently Selected:
ກິດຈະການ 7: ພຄພ
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapi.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.