ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າທີ່ມີຊື່ສຽງດີ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະສະຕິປັນຍາ ພວກເຮົາຈະຕັ້ງໃຫ້ພວກເຂົາຮັບຜິດຊອບດູແລໃນການງານນີ້. ສ່ວນພວກເຮົາ ກໍຈະອຸທິດເວລາທັງໝົດໃສ່ໃນການພາວັນນາອະທິຖານ ແລະການສັ່ງສອນພຣະທຳ.”