YouVersion Logo
Search Icon

Popular Bible Verses from ກິດຈະການ 5

ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້? ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.” ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.

Free Reading Plans and Devotionals related to ກິດຈະການ 5