ໂຢຮັນ 14
14
ພຣະເຢຊູເຈົ້າເລົ້າໂລມໃຈພວກສາວົກຂອງພຣະອົງ
1“ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍວຸ້ນວາຍໄປ, ພວກເຈົ້າຈົ່ງເຊື່ອໃນພຣະເຈົ້າ#14:1 ຫລື ຈົ່ງເຊື່ອໃນພຣະເຈົ້າ ແລະ ຈົ່ງເຊື່ອໃນເຮົາເໝືອນກັນ. 2ໃນຜາສາດຂອງພຣະບິດາເຈົ້າຂອງເຮົາມີຫ້ອງຢູ່ຫລວງຫລາຍ; ຖ້າບໍ່ມີເຮົາຄົງໄດ້ບອກພວກເຈົ້າແລ້ວ ເຮົາກຳລັງໄປບ່ອນນັ້ນ ເພື່ອຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, 3ແລະ ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາເພື່ອວ່າເຮົາຢູ່ທີ່ໃດພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ. 4ພວກເຈົ້າຮູ້ຈັກທາງໄປສູ່ບ່ອນທີ່ເຮົາກຳລັງຈະໄປນັ້ນ”.
ພຣະເຢຊູເຈົ້າເປັນທາງໄປສູ່ພຣະບິດາເຈົ້າ
5ໂທມາເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ຈັກວ່າທ່ານກຳລັງຈະໄປໃສ, ດັ່ງນັ້ນພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”
6ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ. 7ຖ້າພວກເຈົ້າຮູ້ຈັກເຮົາແທ້ໆ ພວກເຈົ້າກໍຈະຮູ້ຈັກ#14:7 ເອກະສານທີ່ຂຽນດ້ວຍມືບາງສະບັບວ່າ ຖ້າພວກເຈົ້າໄດ້ຮູ້ຈັກເຮົາແທ້ໆແລ້ວ ພວກເຈົ້າກໍຈະຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ. ຕັ້ງແຕ່ນີ້ໄປ, ພວກເຈົ້າກໍຮູ້ຈັກພຣະອົງ ແລະ ໄດ້ເຫັນພຣະອົງແລ້ວ”.
8ຟີລິບໄດ້ເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍສະແດງພຣະບິດາເຈົ້າໃຫ້ພວກຂ້ານ້ອຍໄດ້ເຫັນກໍພຽງພໍແລ້ວສຳລັບພວກຂ້ານ້ອຍ”.
9ພຣະເຢຊູເຈົ້າຕອບວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານແລ້ວເຈົ້າຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາເຈົ້າ. ດ້ວຍເຫດໃດເຈົ້າຈຶ່ງບອກວ່າ, ‘ຂໍສະແດງພຣະບິດາເຈົ້າໃຫ້ພວກຂ້ານ້ອຍໄດ້ເຫັນ’? 10ພວກເຈົ້າບໍ່ເຊື່ອບໍວ່າເຮົາຢູ່ໃນພຣະບິດາເຈົ້າ ແລະ ພຣະບິດາເຈົ້າຢູ່ໃນເຮົາ? ຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານັ້ນເຮົາບໍ່ໄດ້ກ່າວໂດຍສິດອຳນາດຂອງເຮົາເອງ. ແຕ່ແມ່ນພຣະບິດາເຈົ້າຜູ້ຢູ່ໃນເຮົາເປັນຜູ້ກະທຳກິດຈະການຂອງພຣະອົງ. 11ຈົ່ງເຊື່ອໃນເຮົາເມື່ອເຮົາກ່າວວ່າເຮົາຢູ່ໃນພຣະບິດາເຈົ້າ ແລະ ພຣະບິດາເຈົ້າຢູ່ໃນເຮົາ, ຫລື ຢ່າງນ້ອຍກໍໃຫ້ເຊື່ອໃນຫລັກຖານຂອງກິດຈະການນັ້ນ. 12ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະ ພວກເຂົາຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານີ້ອີກ, ເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ. 13ສິ່ງໃດທີ່ພວກເຈົ້າຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນ ເພື່ອວ່າພຣະບິດາເຈົ້າຈະໄດ້ຮັບກຽດໂດຍທາງພຣະບຸດ. 14ຖ້າພວກເຈົ້າຂໍສິ່ງໃດໃນນາມຂອງເຮົາ ແລະ ເຮົາກໍຈະເຮັດສິ່ງນັ້ນ.
ພຣະເຢຊູເຈົ້າສັນຍາຈະສົ່ງພຣະວິນຍານບໍລິສຸດເຈົ້າມາ
15“ຖ້າພວກເຈົ້າຮັກເຮົາ ຈົ່ງຖືຮັກສາບັນດາຄຳສັ່ງຂອງເຮົາ. 16ແລະ ເຮົາຈະຂໍຕໍ່ພຣະບິດາເຈົ້າ ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງເພື່ອຊ່ວຍ ແລະ ຢູ່ກັບພວກເຈົ້າຕະຫລອດໄປເປັນນິດ 17ຄືອົງພຣະວິນຍານແຫ່ງຄວາມຈິງ. ໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ. ແຕ່ພວກເຈົ້າຮູ້ຈັກພຣະອົງເພາະພຣະອົງຢູ່ກັບພວກເຈົ້າ ແລະ ຈະຢູ່#14:17 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ແລະ ຢູ່ໃນພວກເຈົ້າ. 18ເຮົາຈະບໍ່ປະຖິ້ມພວກເຈົ້າໃຫ້ເປັນລູກກຳພ້າ, ເຮົາຈະມາຫາພວກເຈົ້າ. 19ອີກບໍ່ດົນ ໂລກກໍຈະບໍ່ເຫັນເຮົາອີກ ແຕ່ພວກເຈົ້າຈະເຫັນເຮົາ ເພາະເຮົາມີຊີວິດຢູ່ ພວກເຈົ້າກໍຈະມີຊີວິດຢູ່ເໝືອນກັນ. 20ໃນວັນນັ້ນ ພວກເຈົ້າຈະຮູ້ວ່າເຮົາຢູ່ໃນພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າຢູ່ໃນເຮົາ ແລະ ເຮົາຢູ່ໃນພວກເຈົ້າ. 21ຜູ້ໃດກໍຕາມທີ່ຖືຮັກສາຄຳສັ່ງຂອງເຮົາ ແລະ ເຊື່ອຟັງຄຳສັ່ງນັ້ນ ແມ່ນຜູ້ນັ້ນແຫລະທີ່ຮັກເຮົາ. ພຣະບິດາເຈົ້າຂອງເຮົາຈະຮັກຜູ້ທີ່ຮັກເຮົາ ແລະ ເຮົາກໍຈະຮັກພວກເຂົາ ແລະ ຈະສະແດງໂຕເຮົາເອງແກ່ພວກເຂົາດ້ວຍ”.
22ແລ້ວຢູດາ (ບໍ່ແມ່ນຢູດາອິດສະກາຣີອົດ) ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ດ້ວຍເຫດໃດ ພຣະອົງຈຶ່ງເຈດຕະນາທີ່ຈະສະແດງພຣະອົງເອງໃຫ້ແກ່ພວກຂ້ານ້ອຍແຕ່ບໍ່ສະແດງໃຫ້ແກ່ໂລກ?”
23ພຣະເຢຊູເຈົ້າຕອບວ່າ, “ຜູ້ໃດກໍຕາມທີ່ຮັກເຮົາ ກໍຈະເຊື່ອຟັງຄຳສອນຂອງເຮົາ. ພຣະບິດາເຈົ້າຂອງເຮົາຈະຮັກພວກເຂົາ, ພຣະບິດາເຈົ້າກັບເຮົາຈະມາຫາພວກເຂົາ ແລະ ຈະຢູ່ກັບພວກເຂົາ. 24ຜູ້ທີ່ບໍ່ຮັກເຮົາກໍຈະບໍ່ເຊື່ອຟັງຄຳສອນຂອງເຮົາ. ຖ້ອຍຄຳເຫລົ່ານີ້ທີ່ພວກເຈົ້າໄດ້ຍິນນັ້ນບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ.
25“ຂໍ້ຄວາມທັງໝົດນີ້ເຮົາໄດ້ກ່າວໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າ. 26ແຕ່ພຣະຜູ້ຊ່ວຍຄືອົງພຣະວິນຍານບໍລິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນທຸກສິ່ງແກ່ພວກເຈົ້າ ແລະ ຈະເຕືອນພວກເຈົ້າໃຫ້ລະນຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້າ. 27ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ສັນຕິສຸກທີ່ເຮົາມອບໃຫ້ນັ້ນບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າໃຫ້ໃຈຂອງພວກເຈົ້າວຸ້ນວາຍໄປ ແລະ ຢ່າຢ້ານເລີຍ.
28“ພວກເຈົ້າໄດ້ຍິນເຮົາບອກພວກເຈົ້າແລ້ວວ່າ, ‘ເຮົາກຳລັງຈະຈາກໄປ ແລະ ເຮົາກຳລັງຈະກັບມາຫາພວກເຈົ້າອີກ’. ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະດີໃຈທີ່ເຮົາກຳລັງໄປຫາພຣະບິດາເຈົ້າ ເພາະພຣະບິດາເຈົ້າຍິ່ງໃຫຍ່ກວ່າເຮົາ. 29ເຮົາໄດ້ບອກພວກເຈົ້າເວລານີ້ກ່ອນສິ່ງນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອສິ່ງນັ້ນເກີດຂຶ້ນແລ້ວ ພວກເຈົ້າຈະໄດ້ເຊື່ອ. 30ເຮົາຈະເວົ້າກັບພວກເຈົ້າໄດ້ອີກບໍ່ດົນ ເພາະຜູ້ປົກຄອງໂລກນີ້ກຳລັງຈະມາ. ຜູ້ນັ້ນບໍ່ມີສິດອຳນາດເໜືອເຮົາ. 31ແຕ່ລາວມາເພື່ອໂລກນີ້ຈະໄດ້ຮູ້ຈັກວ່າເຮົາຮັກພຣະບິດາເຈົ້າ ແລະ ໄດ້ເຮັດຕາມທີ່ພຣະບິດາເຈົ້າໄດ້ສັ່ງເຮົາໄວ້.
“ຈົ່ງລຸກຂຶ້ນ, ໃຫ້ພວກເຮົາພາກັນໄປເທາະ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.