1
ໂຢຮັນ 14:27
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ສັນຕິສຸກທີ່ເຮົາມອບໃຫ້ນັ້ນບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າໃຫ້ໃຈຂອງພວກເຈົ້າວຸ້ນວາຍໄປ ແລະ ຢ່າຢ້ານເລີຍ.
對照
ໂຢຮັນ 14:27 探索
2
ໂຢຮັນ 14:6
ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ.
ໂຢຮັນ 14:6 探索
3
ໂຢຮັນ 14:1
“ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍວຸ້ນວາຍໄປ, ພວກເຈົ້າຈົ່ງເຊື່ອໃນພຣະເຈົ້າ ແລະ ຈົ່ງເຊື່ອໃນເຮົາເໝືອນກັນ.
ໂຢຮັນ 14:1 探索
4
ໂຢຮັນ 14:26
ແຕ່ພຣະຜູ້ຊ່ວຍຄືອົງພຣະວິນຍານບໍລິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນທຸກສິ່ງແກ່ພວກເຈົ້າ ແລະ ຈະເຕືອນພວກເຈົ້າໃຫ້ລະນຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້າ.
ໂຢຮັນ 14:26 探索
5
ໂຢຮັນ 14:21
ຜູ້ໃດກໍຕາມທີ່ຖືຮັກສາຄຳສັ່ງຂອງເຮົາ ແລະ ເຊື່ອຟັງຄຳສັ່ງນັ້ນ ແມ່ນຜູ້ນັ້ນແຫລະທີ່ຮັກເຮົາ. ພຣະບິດາເຈົ້າຂອງເຮົາຈະຮັກຜູ້ທີ່ຮັກເຮົາ ແລະ ເຮົາກໍຈະຮັກພວກເຂົາ ແລະ ຈະສະແດງໂຕເຮົາເອງແກ່ພວກເຂົາດ້ວຍ”.
ໂຢຮັນ 14:21 探索
6
ໂຢຮັນ 14:16-17
ແລະ ເຮົາຈະຂໍຕໍ່ພຣະບິດາເຈົ້າ ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງເພື່ອຊ່ວຍ ແລະ ຢູ່ກັບພວກເຈົ້າຕະຫລອດໄປເປັນນິດ ຄືອົງພຣະວິນຍານແຫ່ງຄວາມຈິງ. ໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ. ແຕ່ພວກເຈົ້າຮູ້ຈັກພຣະອົງເພາະພຣະອົງຢູ່ກັບພວກເຈົ້າ ແລະ ຈະຢູ່ໃນພວກເຈົ້າ.
ໂຢຮັນ 14:16-17 探索
7
ໂຢຮັນ 14:13-14
ສິ່ງໃດທີ່ພວກເຈົ້າຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນ ເພື່ອວ່າພຣະບິດາເຈົ້າຈະໄດ້ຮັບກຽດໂດຍທາງພຣະບຸດ. ຖ້າພວກເຈົ້າຂໍສິ່ງໃດໃນນາມຂອງເຮົາ ແລະ ເຮົາກໍຈະເຮັດສິ່ງນັ້ນ.
ໂຢຮັນ 14:13-14 探索
8
ໂຢຮັນ 14:15
“ຖ້າພວກເຈົ້າຮັກເຮົາ ຈົ່ງຖືຮັກສາບັນດາຄຳສັ່ງຂອງເຮົາ.
ໂຢຮັນ 14:15 探索
9
ໂຢຮັນ 14:2
ໃນຜາສາດຂອງພຣະບິດາເຈົ້າຂອງເຮົາມີຫ້ອງຢູ່ຫລວງຫລາຍ; ຖ້າບໍ່ມີເຮົາຄົງໄດ້ບອກພວກເຈົ້າແລ້ວ ເຮົາກຳລັງໄປບ່ອນນັ້ນ ເພື່ອຈັດຕຽມບ່ອນໄວ້ສຳລັບພວກເຈົ້າ
ໂຢຮັນ 14:2 探索
10
ໂຢຮັນ 14:3
ແລະ ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາເພື່ອວ່າເຮົາຢູ່ທີ່ໃດພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ.
ໂຢຮັນ 14:3 探索
11
ໂຢຮັນ 14:5
ໂທມາເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ຈັກວ່າທ່ານກຳລັງຈະໄປໃສ, ດັ່ງນັ້ນພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”
ໂຢຮັນ 14:5 探索
主頁
聖經
計劃
影片