ປະຖົມມະການ 3

3
ມະນຸດ​ບໍ່​ເຊື່ອຟັງ​ພຣະເຈົ້າ
1ງູ​ເປັນ​ສັດ​ທີ່​ສະຫລາດ​ກວ່າ​ສັດ​ທັງປວງ ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ. ມັນ​ຖາມ​ຜູ້ຍິງ​ວ່າ, “ແມ່ນ​ແທ້​ບໍ ທີ່​ພຣະເຈົ້າ​ຫ້າມ​ເຈົ້າ ບໍ່​ໃຫ້​ກິນ​ໝາກໄມ້​ໃດໆ​ໃນ​ສວນ​ນີ້?”
2ຜູ້ຍິງ​ຈຶ່ງ​ຕອບ​ງູ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ຢູ່​ໃນ​ສວນ​ນີ້ ພວກເຮົາ​ກິນ​ໄດ້​ໝົດ ເວັ້ນໄວ້​ແຕ່​ໝາກໄມ້​ໃນ​ຕົ້ນ​ທີ່​ຢູ່​ກາງ​ສວນ. 3ພຣະເຈົ້າ​ບອກ​ພວກເຮົາ​ບໍ່​ໃຫ້​ກິນ ຫລື​ແມ່ນແຕ່​ແຕະຕ້ອງ​ມັນ​ເປັນ​ເດັດຂາດ. ຖ້າ​ພວກເຮົາ​ຂືນ​ກິນ​ເມື່ອໃດ ພວກເຮົາ​ກໍຈະ​ຕາຍ​ເມື່ອນັ້ນ.”
4ແຕ່​ງູ​ໄດ້​ກ່າວ​ຕໍ່​ຜູ້ຍິງ​ວ່າ, “ບໍ່​ເປັນ​ຄວາມຈິງ​ດອກ ເຈົ້າ​ຈະ​ບໍ່​ຕາຍ. 5ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”
6ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ. 7ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.
8ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ. 9ແຕ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ເອີ້ນ​ຫາ​ຊາຍ​ຜູ້ນັ້ນ​ວ່າ, “ເຈົ້າ​ຢູ່​ໃສ?”
10ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ; ຂ້ານ້ອຍ​ຢ້ານ​ຫລາຍ ຈຶ່ງ​ຫລົບລີ້​ຊ່ອນຕົວ​ຢູ່ ເພາະ​ຂ້ານ້ອຍ​ປະເປືອຍ​ຢູ່.”
11ພຣະອົງ​ຖາມ​ວ່າ, “ໃຜ​ບອກ​ວ່າ​ເຈົ້າ​ປະເປືອຍ​ຢູ່? ບໍ່ແມ່ນ​ເຈົ້າ​ກິນ​ໝາກໄມ້ ທີ່​ເຮົາ​ໄດ້​ຫ້າມ​ເຈົ້າ​ບໍ່​ໃຫ້​ກິນ​ນັ້ນ​ບໍ?”
12ຜູ້ຊາຍ​ຕອບ​ວ່າ, “ຜູ້ຍິງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ຍື່ນ​ໝາກໄມ້​ໃຫ້​ຂ້ານ້ອຍ​ກິນ ແລະ​ຂ້ານ້ອຍ​ກໍໄດ້​ກິນ.”
13ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?”
ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”
ພຣະເຈົ້າ​ລົງໂທດ​ມະນຸດ
14ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍໄດ້​ກ່າວ​ແກ່​ງູ​ນັ້ນ​ວ່າ,
“ດ້ວຍວ່າ ມຶງ​ໄດ້​ເຮັດ​ສິ່ງ​ນີ້ ມຶງ​ຈຶ່ງ​ຖືກ​ສາບແຊ່ງ,
ໃນ​ຈຳພວກ​ສັດ​ແຫ່ງ​ໂລກ​ນີ້​ທັງໝົດ.
ແຕ່​ນີ້​ຕໍ່ໄປ​ມຶງ​ຈະ​ເລືອ​ດ້ວຍ​ທ້ອງ​ຂອງ​ມຶງ
ແລະ​ຈະ​ໄດ້​ກິນ​ຂີ້ຝຸ່ນ​ດິນ​ເປັນ​ອາຫານ​ໄປ​ເລື້ອຍໆ.
15ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ,
ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ.
ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ;
ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”
16ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ,
“ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ,
ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ.
ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ,
ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”
17ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຊາຍ​ນັ້ນ​ວ່າ,
“ເພາະ​ເຈົ້າ​ໄດ້ຍິນ​ຍອມ​ຟັງ​ຄວາມ​ເມຍ;
ເຈົ້າ​ຈຶ່ງ​ກິນ​ໝາກໄມ້​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ກິນ​ນັ້ນ.
ແຜ່ນດິນ​ຈະ​ຖືກ​ສາບແຊ່ງ ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ມາ;
ຊົ່ວຊີວິດ​ຂອງ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ ເພື່ອ​ຫາ​ລ້ຽງ​ທ້ອງ.
18ແຜ່ນດິນ​ຈະ​ເກີດ​ຫຍ້າ ແລະ​ມີ​ໜາມ​ເຕັມ​ທົ່ວ​ໄປ;
ແລະ​ຕົວ​ເຈົ້າ​ຈະ​ໄດ້​ກິນ​ພືດ​ໃນ​ປ່າ​ເປັນ​ອາຫານ.
19ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ;
ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ.
ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ;
ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”
20ອາດາມ ໃສ່​ຊື່​ໃຫ້​ເມຍ​ຂອງຕົນ​ວ່າ​ເອວາ ເພາະ​ນາງ​ເປັນ​ແມ່​ຂອງ​ມະນຸດ​ທັງປວງ. 21ຕໍ່ມາ ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ໃຫ້​ເສື້ອ ທີ່​ເຮັດ​ດ້ວຍ​ໜັງ​ສັດ​ແກ່​ອາດາມ ແລະ​ເມຍ​ຂອງ​ລາວ​ນຸ່ງ.
ອາດາມ​ແລະ​ເອວາ​ຖືກ​ໄລ່​ອອກ​ຈາກ​ສວນ
22ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ໄດ້​ກາຍເປັນ​ເໝືອນ​ຜູ້ໜຶ່ງ​ຢູ່​ໃນ​ພວກເຮົາ ແລະ​ທັງ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຢື້​ມື​ໄປ​ປິດ​ເອົາ​ໝາກໄມ້​ຈາກ​ຕົ້ນ​ທີ່​ໃຫ້​ຊີວິດ​ມາ​ກິນ ແລະ​ມີ​ຊີວິດ​ນິຣັນດອນ.” 23ສະນັ້ນ ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສວນ​ເອເດນ ແລະ​ໃຫ້​ຂຸດ​ດິນ​ຟັນ​ໄມ້​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. 24ເມື່ອ​ພຣະເຈົ້າ​ຂັບໄລ່​ມະນຸດ​ອອກ​ຈາກ​ສວນ​ແລ້ວ ພຣະອົງ​ກໍ​ເອົາ​ເທວະດາ​ເຄຣຸບ ມາ​ເຝົ້າ​ສວນ​ຢູ່​ທາງທິດ​ຕາເວັນອອກ; ແລະ​ມີ​ດາບ​ທີ່​ລຸກ​ເປັນ​ແສງ​ໄຟ​ແກວ່ງ​ໄປມາ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.

Àwon tá yàn lọ́wọ́lọ́wọ́ báyìí:

ປະຖົມມະການ 3: ພຄພ

Ìsàmì-sí

Pín

Daako

None

Ṣé o fẹ́ fi àwọn ohun pàtàkì pamọ́ sórí gbogbo àwọn ẹ̀rọ rẹ? Wọlé pẹ̀lú àkántì tuntun tàbí wọlé pẹ̀lú àkántì tí tẹ́lẹ̀