ໂຢຮັນ 5
5
ພຣະເຢຊູເຈົ້າຊົງໂຜດຄົນເຈັບປ່ວຍທີ່ແຄມສະນໍ້າ
1ຫລັງຈາກນັ້ນ ກໍເຖິງເທດສະການຂອງຊາດຢິວ ແລະພຣະເຢຊູເຈົ້າກໍໄດ້ຂຶ້ນເມືອນະຄອນເຢຣູຊາເລັມ. 2ໃນນະຄອນເຢຣູຊາເລັມໃກ້ແຄມປະຕູແກະມີສະນໍ້າໜ່ວຍໜຶ່ງ ຕາມພາສາເຮັບເຣີເອີ້ນສະນັ້ນວ່າ, ເບັດຊະທາ ທີ່ມີສາລາຫ້າຫລັງອ້ອມຢູ່. 3ຕາມສາລາເຫຼົ່ານັ້ນມີຄົນປ່ວຍນອນຄອຍຖ້າຢູ່ຢ່າງຫລວງຫລາຍເຊັ່ນ: ຄົນຕາບອດ, ຄົນຂາເສັ້ງ ແລະຄົນເປັນອົງຄະລີບ. 4ພວກເຂົາລໍຖ້ານໍ້າເຟືອນ. ດ້ວຍວ່າ, ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ລົງມາກວນນໍ້າໃນສະນັ້ນເປັນຍາມ ແລະເມື່ອນໍ້າເຟືອນ ຜູ້ໃດລົງໄປໃນນໍ້າກ່ອນ ຜູ້ນັ້ນກໍຫາຍດີຈາກພະຍາດທີ່ຕົນເປັນຢູ່. 5ໃນທີ່ນັ້ນ ມີຊາຍຄົນໜຶ່ງປ່ວຍໄດ້ສາມສິບແປດປີມາແລ້ວ, 6ເມື່ອພຣະເຢຊູເຈົ້າເຫັນລາວນອນຢູ່ໃນບ່ອນນັ້ນ ພຣະອົງກໍຮູ້ວ່າ ລາວປ່ວຍເປັນເວລາດົນນານແລ້ວ. ດັ່ງນັ້ນ ພຣະອົງຈຶ່ງຖາມວ່າ, “ເຈົ້າຢາກຫາຍດີບໍ?”
7ຄົນປ່ວຍນັ້ນຈຶ່ງຕອບວ່າ, “ທ່ານເອີຍ ບໍ່ມີຜູ້ໃດເອົາຂ້ານ້ອຍລົງໄປໃນສະນໍ້າຕອນທີ່ນໍ້າເຟືອນ ແລະເມື່ອຂ້ານ້ອຍກຳລັງຈະລົງໄປ ຄົນອື່ນກໍລົງໄປກ່ອນຂ້ານ້ອຍແລ້ວ.”
8ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງລຸກຂຶ້ນ ແລະຍົກເອົາບ່ອນນອນຂອງເຈົ້າ ແລະຍ່າງໄປ.” 9ໃນທັນໃດ ຊາຍຄົນນັ້ນກໍຫາຍດີພະຍາດ ລາວຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ.
ວັນນັ້ນເປັນວັນຊະບາໂຕ 10ດັ່ງນັ້ນ ເຈົ້າໜ້າທີ່ຢິວຈຶ່ງເວົ້າກັບຊາຍທີ່ດີພະຍາດນັ້ນວ່າ, “ວັນນີ້ເປັນວັນຊະບາໂຕ ການທີ່ເຈົ້າຍົກເອົາບ່ອນນອນຂອງເຈົ້າອອກໄປນັ້ນ ເປັນການຜິດກົດບັນຍັດ.” 11ຊາຍນັ້ນຈຶ່ງຕອບວ່າ, “ຄົນທີ່ເຮັດໃຫ້ຂ້ານ້ອຍດີພະຍາດໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າແລ້ວຍ່າງໄປ.”’ 12ພວກເຂົາຈຶ່ງຖາມຊາຍຄົນນັ້ນວ່າ, “ແມ່ນຜູ້ໃດທີ່ບອກເຈົ້າວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າແລ້ວຍ່າງໄປ?”’ 13ແຕ່ຊາຍທີ່ດີພະຍາດບໍ່ຮູ້ວ່າແມ່ນຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າໄດ້ໜີໄປແລ້ວເພາະວ່າບ່ອນນັ້ນມີຄົນຫລາຍ. 14ພາຍຫລັງມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນພຣະວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ຢ້ານວ່າຈະມີເຫດຮ້າຍຫລາຍກວ່ານັ້ນເກີດຂຶ້ນກັບເຈົ້າ.”
15ແລ້ວຊາຍຄົນນັ້ນກໍໄປບອກພວກຢິວວ່າ ແມ່ນພຣະເຢຊູເຈົ້າທີ່ເຮັດໃຫ້ຕົນດີພະຍາດ. 16ເຫດສະນັ້ນ ພວກຢິວຈຶ່ງໄດ້ຂົ່ມເຫັງພຣະເຢຊູເຈົ້າ ເພາະພຣະອົງໄດ້ຊົງກະທຳໃນວັນຊະບາໂຕ. 17ແຕ່ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ພຣະບິດາເຈົ້າຂອງເຮົາຍັງກະທຳກິດຈະການຈົນເຖິງດຽວນີ້ ແລະເຮົາກໍເຮັດການນັ້ນເໝືອນກັນ.”
18ຍ້ອນຖ້ອຍຄຳນັ້ນ ຈຶ່ງເຮັດໃຫ້ພວກຢິວຊອກຫາໂອກາດທີ່ຈະຂ້າພຣະອົງເສຍ ບໍ່ແມ່ນແຕ່ພຣະອົງລະເມີດກົດຂອງວັນຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ເອີ້ນພຣະເຈົ້າວ່າ ເປັນພຣະບິດາເຈົ້າຂອງຕົນ ຊຶ່ງເປັນການເຮັດໃຫ້ພຣະອົງເອງສະເໝີກັນກັບພຣະເຈົ້າ.
ສິດອຳນາດຂອງພຣະບຸດ
19ພຣະເຢຊູເຈົ້າໄດ້ຕອບ ແລະກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຈົ້າເຮັດ ສິ່ງທີ່ພຣະບິດາເຈົ້າເຮັດພຣະບຸດກໍເຮັດເໝືອນກັນ. 20ດ້ວຍວ່າ, ພຣະບິດາຮັກພຣະບຸດ ແລະສຳແດງໃຫ້ພຣະບຸດເຫັນທຸກສິ່ງ ທີ່ພຣະອົງເອງກະທຳຢູ່ ພຣະອົງຈະສຳແດງໃຫ້ພຣະບຸດເຮັດສິ່ງຍິ່ງໃຫຍ່ກວ່ານັ້ນອີກ ຊຶ່ງພວກເຈົ້າຈະອັດສະຈັນໃຈໃນສິ່ງເຫຼົ່ານັ້ນ. 21ພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວ ເປັນຄືນມາສູ່ຊີວິດສັນໃດ ຖ້າພຣະບຸດຢາກໃຫ້ຊີວິດແກ່ຜູ້ໃດ ກໍຈະເຮັດສັນນັ້ນເໝືອນກັນ. 22ເພາະວ່າ ພຣະບິດາເຈົ້າເອງບໍ່ຕັດສິນຜູ້ໃດຜູ້ໜຶ່ງ, ແຕ່ພຣະອົງໄດ້ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ 23ເພື່ອຄົນທັງປວງຈະຖວາຍກຽດແດ່ພຣະບຸດ ເໝືອນດັ່ງທີ່ພວກເຂົາໄດ້ຖວາຍກຽດແດ່ພຣະບິດາເຈົ້າ ຜູ້ທີ່ບໍ່ຖວາຍກຽດແດ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາເຈົ້າ ຜູ້ທີ່ໄດ້ໃຊ້ພຣະບຸດມາ.
24ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ທີ່ຟັງຄຳເວົ້າຂອງເຮົາ ແລະວາງໃຈເຊື່ອໃນພຣະອົງຜູ້ທີ່ໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດນິຣັນດອນ ແລະຈະບໍ່ເຂົ້າໃນການພິພາກສາ ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ. 25ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເວລານັ້ນໃກ້ເຂົ້າມາ ແລະກໍມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວ ຈະໄດ້ຍິນສຽງພຣະບຸດຂອງພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນກໍຈະມີຊີວິດ. 26ພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໄດ້ໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ. 27ຝ່າຍພຣະບິດາເຈົ້າໃຫ້ພຣະບຸດມີສິດອຳນາດພິພາກສາ ກໍເພາະພຣະອົງເປັນບຸດມະນຸດ. 28ຢ່າປະຫລາດໃຈໃນເລື່ອງນີ້ເລີຍ ເພາະຈະເຖິງເວລາທີ່ບັນດາຄົນທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນສຽງຂອງພຣະອົງ 29ແລະຈະໄດ້ອອກມາ ບັນດາຜູ້ທີ່ເຮັດການດີ ກໍຄືນມາສູ່ຊີວິດ, ແຕ່ບັນດາຜູ້ທີ່ເຮັດການຊົ່ວ ກໍຄືນມາສູ່ການພິພາກສາ.”
ຂໍ້ພິສູດແຫ່ງສິດອຳນາດຂອງພຣະເຢຊູເຈົ້າ
30“ເຮົາເຮັດສິ່ງໜຶ່ງສິ່ງໃດຕາມລຳພັງໃຈຂອງເຮົາເອງບໍ່ໄດ້ ເຮົາຕັດສິນຕາມທີ່ພຣະເຈົ້າບອກເຮົາເທົ່ານັ້ນ ແລະການຕັດສິນຂອງເຮົາກໍຍຸດຕິທຳ ເພາະເຮົາບໍ່ໄດ້ພະຍາຍາມເຮັດຕາມໃຈຂອງເຮົາເອງ ແຕ່ເຮັດຕາມໃຈຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.”
31“ຖ້າເຮົາເປັນພະຍານໃຫ້ຕົວເຮົາເອງ ຄຳພະຍານຂອງເຮົາກໍບໍ່ເປັນຄວາມຈິງ. 32ມີຜູ້ໜຶ່ງອີກທີ່ເປັນພະຍານໃຫ້ແກ່ເຮົາ ແລະເຮົາກໍຮູ້ວ່າຄຳພະຍານຂອງຜູ້ນັ້ນກ່ຽວກັບເຮົາກໍເປັນຄວາມຈິງ. 33ເຈົ້າທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ ແລະໂຢຮັນໄດ້ເປັນພະຍານໃນເລື່ອງຂອງຄວາມຈິງ. 34ແຕ່ຝ່າຍເຮົາ, ເຮົາບໍ່ໄດ້ຮັບຄຳພະຍານຈາກມະນຸດ ເຮົາເວົ້າສິ່ງເຫຼົ່ານີ້ກໍເພື່ອວ່າພວກເຈົ້າຈະໄດ້ລອດພົ້ນ. 35ໂຢຮັນເປັນດັ່ງໂຄມໄຟທີ່ໃຕ້ສ່ອງແສງສະຫວ່າງຢູ່ ເຈົ້າທັງຫລາຍໄດ້ຊື່ນຊົມຍິນດີກັບແສງສະຫວ່າງຂອງລາວນັ້ນພຽງຊົ່ວຄາວ. 36ແຕ່ເຮົາມີຄຳພະຍານທີ່ສຳຄັນກວ່າຄຳພະຍານຂອງໂຢຮັນອີກຄື: ວຽກງານທີ່ພຣະບິດາເຈົ້າໄດ້ມອບແກ່ເຮົາເພື່ອເຮັດໃຫ້ສຳເລັດ ແມ່ນງານທີ່ເຮົາເຮັດຢູ່ດຽວນີ້ແຫຼະ ທີ່ເປັນພະຍານໃຫ້ແກ່ເຮົາວ່າພຣະບິດາເຈົ້າໄດ້ໃຊ້ເຮົາມາ. 37ຝ່າຍພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ ກໍເປັນພະຍານໃຫ້ເຮົາ ເຈົ້າທັງຫລາຍບໍ່ເຄີຍໄດ້ຍິນສຽງຂອງພຣະອົງ ແລະບໍ່ເຄີຍເຫັນຮູບຮ່າງຂອງພຣະອົງຈັກເທື່ອ. 38ເຈົ້າທັງຫລາຍບໍ່ມີຖ້ອຍຄຳຂອງພຣະອົງໄວ້ໃນໃຈ. ດ້ວຍວ່າ, ເຈົ້າທັງຫລາຍບໍ່ເຊື່ອໃນຜູ້ທີ່ພຣະອົງໄດ້ໃຊ້ມານັ້ນ. 39ເຈົ້າທັງຫລາຍຄົ້ນຫາໃນພຣະຄຳພີ ເພາະຄິດວ່າຈະພົບຊີວິດນິຣັນດອນ ແມ່ນພຣະຄຳພີນີ້ແຫຼະ ທີ່ເປັນພະຍານໃຫ້ເຮົາ, 40ແຕ່ເຖິງປານນັ້ນ ເຈົ້າທັງຫລາຍກໍຍັງບໍ່ຢາກມາຫາເຮົາເພື່ອຈະໄດ້ຊີວິດ.”
41“ເຮົາບໍ່ຕ້ອງການຮັບເອົາກຽດຕິຍົດ ຄຳຊົມເຊີຍຈາກມະນຸດ. 42ແຕ່ເຮົາຮູ້ວ່າ ເຈົ້າທັງຫລາຍບໍ່ມີຄວາມຮັກຂອງພຣະເຈົ້າໃນໃຈເລີຍ. 43ເຮົາໄດ້ມາໃນພຣະນາມພຣະບິດາເຈົ້າຂອງເຮົາ ແລະເຈົ້າທັງຫລາຍກໍບໍ່ຕ້ອນຮັບເຮົາ, ແຕ່ເມື່ອຄົນອື່ນມາໃນນາມຊື່ຂອງຕົນເອງ ພວກເຈົ້າກໍຕ້ອນຮັບຜູ້ນັ້ນ 44ແລ້ວເຈົ້າທັງຫລາຍຈະເຊື່ອໄດ້ຢ່າງໃດ? ເຈົ້າທັງຫລາຍມັກຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ, ແຕ່ບໍ່ຊອກຫາກຽດຕິຍົດຈາກຜູ້ທີ່ເປັນພຣະເຈົ້າແຕ່ອົງດຽວ, 45ຢ່າຄິດວ່າ ເຮົາຟ້ອງເຈົ້າທັງຫລາຍຕໍ່ພຣະບິດາເຈົ້າ ມີຜູ້ຟ້ອງພວກເຈົ້າແລ້ວ ຄືໂມເຊ ຜູ້ຊຶ່ງພວກເຈົ້າມອບຄວາມຫວັງນຳນັ້ນ. 46ຖ້າເຈົ້າທັງຫລາຍເຊື່ອໃນໂມເຊຢ່າງແທ້ຈິງ ພວກເຈົ້າກໍຄົງຈະເຊື່ອໃນເຮົາແລ້ວເໝືອນກັນ ເພາະໂມເຊໄດ້ຂຽນໄວ້ກ່ຽວກັບເລື່ອງເຮົາ. 47ໃນເມື່ອເຈົ້າທັງຫລາຍບໍ່ເຊື່ອເລື່ອງທີ່ໂມເຊຂຽນແລ້ວ ພວກເຈົ້າຈະເຊື່ອຄຳເວົ້າຂອງເຮົາໄດ້ຢ່າງໃດ?”
Nu markerat:
ໂຢຮັນ 5: ພຄພ
Märk
Dela
Kopiera
Vill du ha dina höjdpunkter sparade på alla dina enheter? Registrera dig eller logga in
@ 2012 United Bible Societies. All Rights Reserved.