ໂຢຮັນ 6

6
ພຣະເຢຊູເຈົ້າ​ຊົງ​ລ້ຽງ​ຫ້າພັນ​ຄົນ
(ມທ 14:13-21; ມຣກ 6:30-44; ລກ 9:10-17)
1ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ). 2ປະຊາຊົນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ. 3ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ນັ່ງ​ລົງ​ກັບ​ພວກ​ສາວົກ​ຂອງ​ພຣະອົງ. 4ຂະນະ​ນັ້ນ ເທດສະການ​ປັດສະຄາ​ຂອງ​ຊາວ​ຢິວ​ໃກ້​ຈະ​ມາ​ເຖິງ​ແລ້ວ. 5ພຣະເຢຊູເຈົ້າ​ຫລຽວ​ໄປ​ເຫັນ​ປະຊາຊົນ​ໝູ່ໃຫຍ່​ກຳລັງ​ມາ​ຫາ​ພຣະອົງ ພຣະອົງ​ເວົ້າ​ຕໍ່​ຟີລິບ​ວ່າ, “ພວກເຮົາ​ຈະ​ຊື້​ອາຫານ​ຢູ່​ໃສ​ໃຫ້​ຄົນ​ເຫຼົ່ານີ້​ກິນ?” ( 6ພຣະເຢຊູເຈົ້າ​ເວົ້າ​ເຊັ່ນນັ້ນ ກໍ​ເພື່ອ​ຢາກ​ຈະ​ລອງໃຈ​ຟີລິບ ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ ຈະ​ເຮັດ​ຢ່າງ​ໃດ).
7ຟີລິບ​ຕອບ​ພຣະອົງ​ວ່າ, “ແມ່ນແຕ່​ເງິນ​ສອງຮ້ອຍ​ຫລຽນ ຊື້​ອາຫານ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ຜູ້​ລະ​ໜ້ອຍ​ກໍ​ຍັງ​ບໍ່​ພໍ.”
8ສາວົກ​ຄົນ​ໜຶ່ງ​ຊື່​ວ່າ ອັນເດອາ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ​ເວົ້າ​ວ່າ, 9“ຢູ່​ທີ່​ນີ້​ມີ​ເດັກນ້ອຍ​ຄົນ​ໜຶ່ງ ທີ່​ມີ​ເຂົ້າຈີ່​ຫ້າ​ກ້ອນ​ເຮັດ​ດ້ວຍ​ແປ້ງເຂົ້າ​ຝ້າງ ແລະ ປາ​ສອງ​ໂຕ, ແຕ່​ຈະ​ບໍ່​ພໍ​ສຳລັບ​ຄົນ​ເຫຼົ່ານີ້​ທັງໝົດ​ດອກ.”
10ພຣະເຢຊູເຈົ້າ​ສັ່ງ​ວ່າ, “ຈົ່ງ​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ.” (ໃນ​ບ່ອນ​ນີ້​ມີ​ຫຍ້າ​ຫລາຍ) ສະນັ້ນ ປະຊາຊົນ​ທັງໝົດ​ຈຶ່ງ​ນັ່ງ​ລົງ ນັບ​ແຕ່​ຜູ້ຊາຍ​ມີ​ຢູ່​ປະມານ​ຫ້າພັນ​ຄົນ. 11ພຣະເຢຊູເຈົ້າ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ເມື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ໃຫ້​ສາວົກ​ແຈກຢາຍ​ແກ່​ຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ສ່ວນ​ປາ ພຣະອົງ​ໄດ້​ເຮັດ​ຢ່າງ​ດຽວກັນ ໄດ້​ແຈກ​ຕາມ​ທີ່​ພວກເຂົາ​ຕ້ອງການ. 12ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພຣະອົງ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເກັບ​ເອົາ​ຈຳນວນ​ທີ່​ເຫຼືອ​ນັ້ນ ຢ່າ​ໃຫ້​ມີ​ອັນ​ໃດ​ເສຍ​ໄປ.” 13ພວກເຂົາ​ໄດ້​ເກັບ​ເອົາ​ຈຳນວນ​ເຂົ້າຈີ່​ເຮັດ​ຈາກ​ແປ້ງເຂົ້າ​ຝ້າງ ທີ່​ເຫຼືອ​ຈາກ​ປະຊາຊົນ​ໄດ້​ກິນ​ແລ້ວ​ນັ້ນ ທັງໝົດ​ໄດ້​ສິບສອງ​ກະບຸງ.
14ເມື່ອ​ຄົນ​ທັງຫລາຍ​ໄດ້​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ ທີ່​ພຣະອົງ​ເຮັດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ ທີ່​ຕ້ອງ​ກຳນົດ​ວ່າ​ຈະ​ມາ​ໃນ​ໂລກນີ້.” 15ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ.
ພຣະເຢຊູເຈົ້າ​ຊົງ​ຍ່າງ​ເທິງ​ໜ້າ​ນໍ້າ
(ມທ 14:22-33; ມຣກ 6:45-52)
16ເມື່ອ​ຄໍ່າມາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ລົງ​ໄປ​ທີ່​ທະເລສາບ 17ແລະ ຂີ່​ເຮືອ​ຂ້າມ​ຟາກ​ສູ່​ເມືອງ​ກາເປນາອູມ. 18ເມື່ອ​ມືດ​ແລ້ວ ພຣະເຢຊູເຈົ້າ​ກໍ​ຍັງ​ບໍ່ທັນ​ໄປ​ຫາ​ພວກເພິ່ນ​ເທື່ອ ໃນ​ເວລາ​ນັ້ນ​ລົມ​ພັດ​ມາ​ຢ່າງ​ແຮງ​ຈົນ​ເຮັດ​ໃຫ້​ນໍ້າ​ທະເລ​ປັ່ນປ່ວນ. 19ພວກ​ສາວົກ​ພາຍ​ເຮືອ​ໄປ​ປະມານ​ຫ້າ​ຫລື​ຫົກ​ກິໂລແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ເຮືອ​ຂອງ​ພວກ​ຕົນ ແລະ​ພວກເພິ່ນ​ມີ​ຄວາມ​ສະທ້ານ​ຢ້ານກົວ​ທີ່ສຸດ. 20ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ ແມ່ນ​ເຮົາ​ເອງ.” 21ສະນັ້ນ ພວກເພິ່ນ​ຈຶ່ງ​ເຊີນ​ພຣະອົງ​ຂຶ້ນ​ໄປ​ໃນ​ເຮືອ ແລ້ວ​ທັນໃດນັ້ນ ເຮືອ​ກໍ​ເຖິງ​ຝັ່ງ​ບ່ອນ​ທີ່​ພວກເພິ່ນ​ມຸ່ງໜ້າ​ໄປ​ນັ້ນ.
ປະຊາຊົນ​ຊອກ​ຫາ​ພຣະເຢຊູເຈົ້າ
22ມື້​ຕໍ່ມາ ປະຊາຊົນ​ທີ່​ຍັງ​ຢູ່​ຟາກ​ທະເລສາບ​ເບື້ອງ​ນັ້ນ ເຫັນ​ວ່າ​ວັນ​ກ່ອນ​ມີ​ເຮືອ​ຢູ່​ໃນ​ບ່ອນ​ນັ້ນ​ພຽງແຕ່​ລຳ​ດຽວ ພວກເຂົາ​ຮູ້​ວ່າ​ພຣະເຢຊູເຈົ້າ​ບໍ່ໄດ້​ຂີ່​ເຮືອ​ລຳ​ນັ້ນ ມີ​ແຕ່​ພວກ​ສາວົກ​ຂີ່​ຂ້າມ​ໄປ​ເທົ່ານັ້ນ. 23ແຕ່​ມີ​ເຮືອ​ລຳ​ອື່ນ ຊຶ່ງ​ມາ​ຈາກ​ຕີເບເຣຍ​ມາ​ຈອດ​ຢູ່​ໃກ້​ກັບ​ບ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ນັ້ນ. 24ເມື່ອ​ປະຊາຊົນ​ເຫັນ​ວ່າ ພຣະເຢຊູເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ທີ່​ນັ້ນ​ເໝືອນກັນ ພວກເຂົາ​ຈຶ່ງ​ຂີ່​ເຮືອ​ໄປ​ທີ່​ເມືອງ​ກາເປນາອູມ ເພື່ອ​ຊອກ​ຫາ​ພຣະເຢຊູເຈົ້າ.
ພຣະເຢຊູເຈົ້າ​ຄື​ອາຫານ​ແຫ່ງ​ຊີວິດ
25ເມື່ອ​ປະຊາຊົນ​ພົບ​ພຣະເຢຊູເຈົ້າ​ຢູ່​ທາງ​ຟາກ​ທະເລສາບ​ເບື້ອງ​ນັ້ນ​ແລ້ວ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະອາຈານ ທ່ານ​ມາ​ຮອດ​ພີ້​ຕັ້ງແຕ່​ເວລາ​ໃດ?”
26ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ການ​ອັດສະຈັນ ແຕ່​ຍ້ອນ​ໄດ້​ກິນ​ເຂົ້າຈີ່​ອີ່ມ. 27ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”
28ພວກເຂົາ​ຖາມ​ພຣະອົງ​ວ່າ, “ພວກ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ເຮັດ​ການງານ​ຂອງ​ພຣະເຈົ້າ​ໄດ້?”
29ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ງານ​ຂອງ​ພຣະເຈົ້າ ຄື​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ເຊື່ອ​ໃນ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ.”
30ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ມີ​ໝາຍສຳຄັນ​ການ​ອັດສະຈັນ​ອັນ​ໃດ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ​ຈະ​ໄດ້​ເຊື່ອ​ໃນ​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່? 31ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໄດ້​ກິນ​ມານາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ໄດ້​ໃຫ້​ອາຫານ​ຈາກ​ສະຫວັນ​ແກ່​ພວກເພິ່ນ​ກິນ.”’
32ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເຂົ້າ​ຈີ່​ທີ່​ມາ​ຈາກ​ສະຫວັນ​ນັ້ນ ບໍ່ແມ່ນ​ໂມເຊ​ເອົາ​ໃຫ້​ພວກເຈົ້າ ແມ່ນ​ພຣະບິດາເຈົ້າ​ຂອງເຮົາ ທີ່​ເອົາ​ເຂົ້າ​ຈີ່​ອັນ​ແທ້ ຈາກ​ສະຫວັນ​ໃຫ້​ແກ່​ພວກເຈົ້າ. 33ດ້ວຍວ່າ, ເຂົ້າ​ຈີ່​ທີ່​ພຣະເຈົ້າ​ໃຫ້​ນັ້ນ ຄື​ທ່ານ​ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ​ປະທານ​ຊີວິດ​ໃຫ້​ແກ່​ໂລກ.”
34ພວກເຂົາ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ຈົ່ງ​ໂຜດ​ໃຫ້​ເຂົ້າ​ຈີ່​ນັ້ນ​ແກ່​ພວກ​ຂ້ານ້ອຍ​ຢູ່​ເລື້ອຍໆ​ແດ່ທ້ອນ.”
35ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ​ຈັກເທື່ອ ແລະ​ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນໍ້າ​ຈັກເທື່ອ. 36ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ພວກເຈົ້າ​ໄດ້​ເຫັນ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ເຊື່ອ. 37ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ 38ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ. 39ອັນນີ້ ແມ່ນ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ຊົງ​ໃຊ້​ເຮົາ​ມາ ຄື​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ເຮົາ​ນັ້ນ ເຮົາ​ຈະ​ບໍ່​ໃຫ້​ເສຍ​ຈັກ​ຄົນ ແຕ່​ເພື່ອ​ໃຫ້​ເຂົາ​ທຸກຄົນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ. 40ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.”
41ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ພາກັນ​ຈົ່ມ​ໃຫ້​ພຣະອົງ​ຍ້ອນ​ພຣະອົງ​ໄດ້​ກ່າວ​ວ່າ ເຮົາ​ເປັນ​ເຂົ້າ​ຈີ່​ທີ່​ລົງ​ມາ​ຈາກ​ສະຫວັນ. 42ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’
43ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຢ່າ​ພາກັນ​ຈົ່ມ​ເທາະ 44ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ຊັກນຳ​ຜູ້ນັ້ນ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ. 45ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ. 46ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ເຫັນ​ພຣະບິດາເຈົ້າ. 47ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິຣັນດອນ. 48ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ. 49ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ກິນ​ມານາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພວກເຂົາ​ໄດ້​ຕາຍໄປ. 50ນີ້​ແຫຼະ ເປັນ​ເຂົ້າ​ຈີ່​ທີ່​ລົງ​ມາ​ຈາກ​ສະຫວັນ ເພື່ອ​ຜູ້​ທີ່​ກິນ​ແລ້ວ​ຈະ​ບໍ່​ຕາຍ. 51ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”
52ຄຳ​ເວົ້າ​ຂອງ​ພຣະເຢຊູເຈົ້າ​ເຮັດ​ໃຫ້​ຊາວ​ຢິວ​ເກີດ​ຜິດຖຽງ​ກັນ ພວກເຂົາ​ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ຈະ​ເອົາ​ເນື້ອກາຍ​ຂອງຕົນ​ໃຫ້​ພວກເຮົາ​ກິນ​ໄດ້​ຢ່າງ​ໃດ?”
53ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າທັງຫຼາຍ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະນຸດ​ແລ້ວ ເຈົ້າ​ກໍ​ຈະ​ບໍ່ມີ​ຊີວິດ​ໃນ​ຕົວເຈົ້າ​ເອງ. 54ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ. 55ດ້ວຍວ່າ, ເນື້ອກາຍ​ຂອງເຮົາ​ເປັນ​ອາຫານ​ອັນ​ແທ້ ແລະ​ເລືອດ​ຂອງເຮົາ​ກໍ​ເປັນ​ເຄື່ອງ​ດື່ມ​ອັນ​ແທ້. 56ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ. 57ພຣະບິດາເຈົ້າ​ຜູ້​ຊົງ​ຊີວິດ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີວິດ​ຢູ່​ເພາະ​ພຣະບິດາເຈົ້າ​ສັນໃດ ຜູ້​ທີ່​ກິນ​ເຮົາ​ກໍ​ມີ​ຊີວິດ​ຢູ່​ເພາະ​ເຮົາ​ສັນນັ້ນ​ເໝືອນກັນ. 58ນີ້ແຫລະ ເປັນ​ເຂົ້າ​ຈີ່​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່​ເໝືອນ​ກັບ​ທີ່​ປູ່ຍ່າຕາຍາຍ​ຂອງ​ເຈົ້າ​ທັງຫລາຍ​ໄດ້​ກິນ​ແລ້ວ​ໄດ້​ຕາຍໄປ ແຕ່​ຜູ້​ທີ່​ກິນ​ເຂົ້າ​ຈີ່​ນີ້​ຈະ​ມີ​ຊີວິດ​ນິຣັນດອນ.”
59ພຣະເຢຊູເຈົ້າ​ໄດ້​ກ່າວ​ຂໍ້ຄວາມ​ທັງຫລາຍ​ເຫຼົ່ານີ້​ໃນ​ທຳມະສາລາ ຂະນະທີ່​ພຣະອົງ​ໄດ້​ສັ່ງສອນ​ຢູ່​ໃນ​ເມືອງ​ກາເປນາອູມ.
ຖ້ອຍຄຳ​ແຫ່ງ​ຊີວິດ​ນິຣັນດອນ
60ເມື່ອ​ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ໄດ້ຍິນ​ເລື່ອງ​ນີ້ ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ຮຸນແຮງ​ໂພດ ຜູ້ໃດ​ຈະ​ເຂົ້າໃຈ​ໄດ້.”
61ແຕ່​ພຣະເຢຊູເຈົ້າ​ຊົງ​ຮູ້​ໂດຍ​ພຣະອົງ​ເອງ​ວ່າ, ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ຈົ່ມ​ໃນ​ເລື່ອງ​ນີ້ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຫຍຸ້ງໃຈ​ຊັ້ນບໍ? 62ຖ້າ​ເຈົ້າ​ທັງຫລາຍ​ເຫັນ​ບຸດ​ມະນຸດ​ຂຶ້ນ​ເມືອ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່​ກ່ອນ​ນັ້ນ ພວກເຈົ້າ​ຈະ​ວ່າ​ຢ່າງ​ໃດ? 63ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ. 64ແຕ່​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ,” (ພຣະເຢຊູເຈົ້າ​ຊົງ​ຮູ້​ແຕ່ຕົ້ນ​ມາ​ແລ້ວ​ວ່າ ແມ່ນ​ຜູ້ໃດ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ). 65ແລະ ພຣະອົງ​ໄດ້​ກ່າວ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ແກ່​ເຈົ້າ​ທັງຫລາຍ​ວ່າ ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ມາ.”
66ດ້ວຍເຫດນີ້ ພວກ​ທີ່​ຕິດຕາມ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ທໍ້ຖອຍ ແລະ​ບໍ່​ໄປ​ກັບ​ພຣະອົງ​ອີກ. 67ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ສາວົກ​ສິບສອງ​ຄົນ​ວ່າ, “ພວກເຈົ້າ​ເດ ກໍ​ຢາກ​ໜີໄປ​ຄື​ກັນ​ບໍ?”
68ຝ່າຍ​ຊີໂມນ​ເປໂຕ​ໄດ້​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຈະ​ໜີໄປ​ຫາ​ຜູ້ໃດ? ພຣະອົງ​ເປັນ​ຜູ້​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິຣັນດອນ. 69ບັດນີ້​ຂ້ານ້ອຍ​ເຊື່ອ ແລະ​ຮູ້​ແລ້ວ​ວ່າ, ພຣະອົງ​ເປັນ​ຜູ້​ບໍຣິສຸດ​ທີ່​ມາ​ຈາກ​ພຣະເຈົ້າ.”
70ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເພິ່ນ​ຄືນ​ວ່າ, “ເຮົາ​ນີ້​ແຫຼະ ໄດ້​ເລືອກ​ເອົາ​ພວກເຈົ້າ​ສິບສອງ​ຄົນ​ໄວ້​ບໍ່ແມ່ນ​ບໍ? ແລະ ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ.” 71ພຣະອົງ​ໝາຍ​ເຖິງ​ຢູດາ ລູກຊາຍ​ຂອງ​ຊີໂມນ​ອິດສະກາຣີອົດ ເພາະ​ລາວ​ເປັນ​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ ເຖິງ​ແມ່ນ​ລາວ​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ຈຳນວນ​ສິບສອງ​ຄົນ​ກໍຕາມ.

Märk

Dela

Kopiera

None

Vill du ha dina höjdpunkter sparade på alla dina enheter? Registrera dig eller logga in