ມັດທາຍ 8
8
ພຣະເຢຊູເຈົ້າຮັກສາຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ
(ມຣກ 1:40-44; ລກ 5:12-14)
1ເມື່ອພຣະເຢຊູເຈົ້າລົງມາຈາກພູແລ້ວ, ຄົນເປັນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງມາ. 2ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ#8:2 ພາສາກຣີກອາດໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນໄດ້ມາຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງພໍໃຈ, ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”.
3ພຣະເຢຊູເຈົ້າເດ່ມືອອກໄປແຕະຕ້ອງລາວ ແລະ ກ່າວວ່າ, “ເຮົາພໍໃຈຈະຮັກສາ, ຈົ່ງດີສະອາດສາ!” ໃນທັນໃດນັ້ນ ຊາຍຜູ້ນັ້ນກໍດີຈາກພະຍາດຂີ້ທູດ. 4ແລ້ວພຣະເຢຊູເຈົ້າໄດ້ກ່າວກັບລາວວ່າ, “ຈົ່ງລະວັງ ຢ່າບອກເລື່ອງນີ້ແກ່ຜູ້ໃດ. ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານແກ່ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”.
ຄວາມເຊື່ອຂອງນາຍຮ້ອຍ
(ລກ 7:1-10)
5ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງກາເປນາອູມແລ້ວ, ມີນາຍຮ້ອຍຜູ້ໜຶ່ງມາຫາພຣະອົງເພື່ອຂໍຄວາມຊ່ວຍເຫລືອ. 6ລາວກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນຮັບໃຊ້ຂອງຂ້ານ້ອຍນອນປ່ວຍເປັນອຳມະພາດຢູ່ທີ່ເຮືອນ ທົນທຸກທໍລະມານຫລາຍ”.
7ພຣະເຢຊູເຈົ້າກ່າວແກ່ນາຍຮ້ອຍນັ້ນວ່າ, “ຈະໃຫ້ເຮົາໄປຮັກສາລາວບໍ?”
8ແຕ່ນາຍຮ້ອຍຜູ້ນັ້ນຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນລຸ່ມຫລັງຄາເຮືອນຂອງຂ້ານ້ອຍ. ຂໍພຽງແຕ່ພຣະອົງກ່າວເທົ່ານັ້ນ, ແລ້ວຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 9ເພາະວ່າຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາ, ມີທະຫານທີ່ຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ. ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ແລ້ວລາວກໍໄປ, ສັ່ງຄົນນັ້ນວ່າ, ‘ມາ’ ແລ້ວລາວກໍມາ. ຂ້ານ້ອຍສັ່ງຄົນຮັບໃຊ້ວ່າ, ‘ຈົ່ງເຮັດສິ່ງນີ້’ ແລ້ວລາວກໍເຮັດຕາມ”.
10ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ. ພຣະອົງກໍປະຫລາດໃຈ ແລະ ກ່າວກັບບັນດາຜູ້ທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົາບໍ່ເຄີຍພົບຜູ້ໃດໃນອິດສະຣາເອນທີ່ມີຄວາມເຊື່ອໃຫຍ່ເທົ່ານີ້. 11ເຮົາບອກພວກເຈົ້າທັງຫລາຍວ່າ, ຄົນເປັນຈຳນວນຫລາຍຈາກທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະເຂົ້າມານັ່ງປະຈຳທີ່ຂອງຕົນໃນງານລ້ຽງຮ່ວມກັບອັບຣາຮາມ, ອີຊາກ ແລະ ຢາໂຄບໃນອານາຈັກສະຫວັນ. 12ແຕ່ພົນລະເມືອງຂອງອານາຈັກນັ້ນຈະຖືກໂຍນຖິ້ມອອກໄປຂ້າງນອກຢູ່ໃນຄວາມມືດ ບ່ອນທີ່ຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.
13ແລ້ວພຣະເຢຊູເຈົ້າກໍກ່າວກັບນາຍຮ້ອຍນັ້ນວ່າ, “ຈົ່ງໄປສາ, ໃຫ້ເປັນໄປຕາມທີ່ເຈົ້າໄດ້ເຊື່ອ”. ແລະ ຄົນຮັບໃຊ້ຂອງລາວກໍຫາຍດີໃນຊົ່ວໂມງນັ້ນ.
ພຣະເຢຊູເຈົ້າຮັກສາຄົນເປັນຈຳນວນຫລວງຫລາຍ
(ມຣກ 1:29-34; ລກ 4:38-41)
14ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນຂອງເປໂຕ, ພຣະອົງໄດ້ເຫັນແມ່ເມຍຂອງເປໂຕນອນເປັນໄຂ້ຢູ່ເທິງຕຽງ. 15ພຣະອົງຈັບມືຂອງນາງ ແລະ ໄຂ້ກໍຫາຍດີ, ແລ້ວນາງຈຶ່ງລຸກຂຶ້ນ ແລະ ເຝົ້າຮັບໃຊ້ພຣະອົງ.
16ເມື່ອເວລາຄ່ຳມາ, ພວກເຂົາກໍໄດ້ພາບັນດາຄົນທີ່ມີຜີມານຮ້າຍເຂົ້າສິງມາຫາພຣະອົງ ແລະ ພຣະອົງໄດ້ຂັບໄລ່ຜີມານຮ້າຍເຫລົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະ ໄດ້ຮັກສາຄົນເຈັບໄຂ້ທັງໝົດ. 17ນີ້ແມ່ນເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເອຊາຢາວ່າ:
“ພຣະອົງໄດ້ຮັບຄວາມເຈັບປ່ວຍທັງຫລາຍຂອງພວກເຮົາ
ແລະ ແບກຮັບພະຍາດຕ່າງໆຂອງພວກເຮົາໄວ້”.#8:17 ອຊຢ 53:4ເບິ່ງເຊັບຕູອາຈິນ
ຄຸນຄ່າຂອງການຕິດຕາມພຣະເຢຊູເຈົ້າ
(ລກ 9:57-60)
18ເມື່ອພຣະເຢຊູເຈົ້າເຫັນວ່າປະຊາຊົນມາອ້ອມຮອບພຣະອົງຢູ່, ພຣະອົງຈຶ່ງສັ່ງໃຫ້ຂ້າມທະເລສາບໄປອີກຟາກໜຶ່ງ. 19ແລ້ວມີຄູສອນກົດບັນຍັດຄົນໜຶ່ງມາຫາພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ຂ້ານ້ອຍຈະຕິດຕາມພຣະອົງບໍ່ວ່າພຣະອົງຈະໄປບ່ອນໃດ”.
20ພຣະເຢຊູເຈົ້າຕອບວ່າ, “ໝາຈິ້ງຈອກຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ”.
21ສາວົກອີກຄົນໜຶ່ງເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍກ່ອນ”.
22ແຕ່ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງຕາມເຮົາມາ ແລະ ປ່ອຍໃຫ້ຄົນຕາຍຝັງກັນເອງສາ”.
ພຣະເຢຊູເຈົ້າຫ້າມລົມພະຍຸ
(ມຣກ 4:36-41; ລກ 8:22-25)
23ແລ້ວພຣະອົງກໍລົງໄປທີ່ເຮືອ ແລະ ພວກສາວົກຂອງພຣະອົງກໍຕິດຕາມພຣະອົງໄປ. 24ທັນໃດນັ້ນ ກໍເກີດມີລົມພະຍຸຮຸນແຮງພັດລົງມາກາງທະເລສາບ, ຈົນຄື້ນນ້ຳຊັດຖ້ວມເຮືອ. ແຕ່ພຣະເຢຊູເຈົ້ານອນຫລັບຢູ່. 25ພວກສາວົກໄດ້ມາປຸກພຣະອົງພ້ອມທັງກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ! ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ!”
26ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນຜູ້ມີຄວາມເຊື່ອນ້ອຍເອີຍ ເປັນຫຍັງພວກເຈົ້າຈຶ່ງຢ້ານ?” ແລ້ວພຣະອົງລຸກຂຶ້ນສັ່ງຫ້າມລົມ ແລະ ຄື້ນທະເລ, ແລ້ວລົມພະຍຸ ແລະ ຄື້ນທະເລກໍສະຫງົບລົງ.
27ຄົນເຫລົ່ານັ້ນກໍພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງເຊື່ອຟັງເພິ່ນ!”
ພຣະເຢຊູເຈົ້າຮັກສາຊາຍທີ່ຖືກຜີມານຮ້າຍສິງສອງຄົນໃຫ້ຫາຍດີ
(ມຣກ 5:1-17; ລກ 8:26-37)
28ເມື່ອພຣະອົງຂ້າມຟາກມາເຖິງເຂດແດນກາດາຣາ,#8:28 ບາງສະບັບທີ່ຂຽນດ້ວຍມືວ່າ ເຄຣະຊາ ຊາຍສອງຄົນທີ່ມີຜີມານຮ້າຍສິງຢູ່ອອກຈາກອຸບມຸງຝັງສົບມາຫາພຣະອົງ. ພວກເຂົາຮຸນແຮງຫລາຍຈົນບໍ່ມີຜູ້ໃດກ້າຜ່ານເຂົ້າໄປທາງນັ້ນ. 29ພວກເຂົາຮ້ອງຂຶ້ນວ່າ, “ພຣະບຸດຂອງພຣະເຈົ້າເອີຍ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາບ່ອນນີ້ເພື່ອຈະທໍລະມານພວກຂ້ານ້ອຍກ່ອນເຖິງເວລາກຳນົດບໍ?”
30ບໍ່ໄກຈາກທີ່ນັ້ນ ມີໝູຝູງໃຫຍ່ກຳລັງຫາກິນຢູ່. 31ຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າວ່າ, “ຖ້າທ່ານຈະຂັບໄລ່ພວກຂ້ານ້ອຍອອກໄປ ຂໍໃຫ້ພວກຂ້ານ້ອຍໄປສິງຢູ່ໃນໝູຝູງນັ້ນ”.
32ພຣະອົງໄດ້ກ່າວຕໍ່ພວກມັນວ່າ, “ໄປ!” ດັ່ງນັ້ນ ພວກມັນຈຶ່ງອອກໄປ ແລະ ເຂົ້າໄປສິງຢູ່ໃນໝູ, ແລ້ວໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ. 33ບັນດາຄົນລ້ຽງໝູຕ່າງກໍແລ່ນໜີ ແລະ ເຂົ້າໄປໃນເມືອງ ແລະ ໄດ້ເລົ່າເລື່ອງທັງໝົດກັບທັງເຫດການທີ່ໄດ້ເກີດຂຶ້ນແກ່ຄົນທີ່ມີຜີມານຮ້າຍສິງທັງສອງຄົນນັ້ນ. 34ດັ່ງນັ້ນ ຄົນທົ່ວທັງເມືອງກໍພາກັນອອກມາພົບພຣະເຢຊູເຈົ້າ ແລະ ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາໄດ້ຂໍຮ້ອງໃຫ້ພຣະອົງໄປຈາກເຂດແດນຂອງພວກເຂົາ.
ទើបបានជ្រើសរើសហើយ៖
ມັດທາຍ 8: LCV
គំនូសចំណាំ
ចែករំលែក
ចម្លង
ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.