ມັດທາຍ 9

9
ພຣະເຢຊູເຈົ້າ​ຮັກສາ​ຄົນເປ້ຍ
(ມຣກ 2:3-12; ລກ 5:18-26)
1ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ, ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ພຣະອົງ​ເອງ. 2ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ​ຫາ​ພຣະອົງ. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ ຈົ່ງ​ຊື່ນໃຈ​ສາ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.
3ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ຍິນ​ດັ່ງນັ້ນ​ກໍ​ຄິດໃນໃຈ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ!”
4ພຣະເຢຊູເຈົ້າ​ຮູ້ຈັກ​ຄວາມຄິດ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຊົ່ວ​ຢູ່​ໃນ​ໃຈ? 5ອັນໃດ​ຈະ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ຈະ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’? 6ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ, ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ຈົ່ງ​ລຸກຂຶ້ນ ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ກັບ​ເມືອ​ເຮືອນ​ສາ”. 7ແລະ ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກຂຶ້ນ ແລະ ກັບ​ເມືອ​ເຮືອນ. 8ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.
ພຣະເຢຊູເຈົ້າ​ເອີ້ນ​ເອົາ​ມັດທາຍ
(ມຣກ 2:14-17; ລກ 5:27-32)
9ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.
10ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ທີ່​ເຮືອນ​ຂອງ​ມັດທາຍ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ. 11ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”
12ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ຈຶ່ງ​ກ່າວ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ. 13ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’.#9:13 ຮສອ 6:6 ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.
ຖາມ​ພຣະເຢຊູເຈົ້າ​ເລື່ອງ​ການ​ຖືສິນອົດອາຫານ
(ມຣກ 2:18-22; ລກ 5:33-39)
14ຝ່າຍ​ພວກລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ ແລະ ພວກ​ຟາຣີຊາຍ​ຖືສິນອົດອາຫານ​ຢູ່​ສະເໝີ, ແຕ່​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”
15ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າບ່າວ​ໂສກເສົ້າ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຖືສິນອົດອາຫານ.
16“ບໍ່​ມີ​ຜູ້ໃດ​ເອົາ​ຕ່ອນ​ຜ້າ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ ເພາະ​ເມື່ອ​ຕ່ອນ​ຜ້າ​ໃໝ່​ຫົດ​ກໍ​ຈະ​ດຶງ​ເສື້ອ​ເກົ່າ​ໃຫ້​ຂາດ​ຫລາຍ​ຂຶ້ນ​ອີກ. 17ແລະ ບໍ່​ມີ​ຜູ້ໃດ​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ພວກເຂົາ​ເຮັດ​ຢ່າງ​ນັ້ນ​ຖົງໜັງ​ກໍ​ຈະ​ແຕກ, ເຫລົ້າອະງຸ່ນ​ຈະ​ໄຫລ​ອອກ​ມາ​ໝົດ ແລະ ຖົງໜັງ​ກໍ​ຈະ​ເສຍຫາຍ. ບໍ່​ດອກ, ພວກເຂົາ​ຕ້ອງ​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ໃນ​ຖົງໜັງ​ໃໝ່ ແລະ ເກັບ​ຮັກສາ​ໄວ້​ໄດ້​ທັງ​ສອງ​ຢ່າງ”.
ພຣະເຢຊູເຈົ້າ​ເຮັດ​ໃຫ້​ເດັກ​ຍິງ​ທີ່​ຕາຍ​ແລ້ວ​ຄືນ​ມາ ແລະ ຮັກສາ​ຍິງ​ເລືອດຕົກ
(ມຣກ 5:22-43; ລກ 8:41-56)
18ໃນຂະນະ​ທີ່​ພຣະອົງ​ກ່າວ​ຢູ່​ນັ້ນ, ກໍ​ມີ​ຫົວໜ້າ​ທຳມະສາລາ​ຄົນ​ໜຶ່ງ​ມາ​ຄຸເຂົ່າ​ລົງ ແລະ ເວົ້າ​ຕໍ່​ພຣະອົງ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ຫາ​ກໍ​ຕາຍ​ໄປ. ແຕ່​ຂໍ​ພຣະອົງ​ໄປ​ວາງມື​ໃສ່​ນາງ, ແລ້ວ​ນາງ​ຈະ​ຄືນມາ​ມີຊີວິດ​ອີກ”. 19ພຣະເຢຊູເຈົ້າ​ລຸກຂຶ້ນ ແລະ ໄປ​ກັບ​ລາວ, ແລ້ວ​ພວກສາວົກ​ກໍ​ໄປ​ນຳ.
20ຂະນະ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ໄດ້​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ. 21ນາງ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຂ້ານ້ອຍ​ພຽງ​ແຕ່​ໄດ້​ບາຍ​ເສື້ອຄຸມ​ຂອງ​ພຣະອົງ​ເທົ່ານັ້ນ, ຂ້ານ້ອຍ​ກໍ​ຈະ​ດີ​ພະຍາດ”.
22ພຣະເຢຊູເຈົ້າ​ຫັນຫລັງ​ມາ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ, ຈົ່ງ​ຊື່ນໃຈ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນ​ເວລາ​ດຽວ​ກັນ​ນັ້ນ​ນາງ​ກໍ​ດີພະຍາດ.
23ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ​ໄດ້​ເຫັນ​ຄົນ​ເປົ່າ​ປີ່ ແລະ ຄົນ​ສົ່ງ​ສຽງ​ອຶກກະທຶກ​ຢູ່. 24ພຣະອົງ​ກ່າວ​ວ່າ, “ຈົ່ງ​ອອກ​ໄປ​ສາ, ເດັກ​ຍິງ​ຜູ້​ນີ້​ຍັງ​ບໍ່​ຕາຍ ນາງ​ພຽງ​ແຕ່​ນອນຫລັບ​ຢູ່”. ແຕ່​ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ. 25ເມື່ອ​ປະຊາຊົນ​ອອກ​ໄປ​ໝົດ​ແລ້ວ, ພຣະອົງ​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ, ນາງ​ນັ້ນ​ກໍ​ລຸກຂຶ້ນ. 26ຂ່າວ​ນີ້​ຈຶ່ງ​ແຜ່ກະຈາຍ​ໄປ​ທົ່ວ​ຂົງເຂດ​ນັ້ນ.
ພຣະເຢຊູເຈົ້າ​ຮັກສາ​ຄົນ​ຕາບອດ ແລະ ຄົນ​ປາກກືກ
27ຂະນະ​ທີ່​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ, ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຍ່າງ​ຕາມ​ພຣະອົງ​ໄປ ແລະ ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”
28ເມື່ອ​ພຣະອົງ​ໄດ້​ເຂົ້າໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ທັງ​ສອງ​ຄົນ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ພຣະອົງ. ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ສາມາດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍດີ​ໄດ້​ບໍ?”
ພວກເຂົາ​ຕອບ​ວ່າ, “ເຊື່ອ ອົງພຣະຜູ້ເປັນເຈົ້າ​ເອີຍ”.
29ພຣະອົງ​ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ ແລະ ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ສາ”. 30ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນຮຸ່ງ​ອີກ. ພຣະເຢຊູເຈົ້າ​ເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້”. 31ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ​ທົ່ວ​ຂົງເຂດ​ນັ້ນ.
32ໃນຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ, ກໍ​ມີ​ຄົນ​ນຳ​ຊາຍ​ຜູ້​ໜຶ່ງ​ທີ່​ຖືກ​ຜີມານຮ້າຍ​ເຂົ້າ​ສິງ ແລະ ເວົ້າ​ບໍ່​ໄດ້​ມາ​ຫາ​ພຣະເຢຊູເຈົ້າ. 33ແລະ ເມື່ອ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ແລ້ວ, ຊາຍ​ທີ່​ເຄີຍ​ປາກກືກ​ນັ້ນ​ກໍ​ເວົ້າ​ໄດ້. ປະຊາຊົນ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ບໍ່​ເຄີຍ​ເຫັນ​ເຫດການ​ຢ່າງນີ້​ຈັກເທື່ອ​ໃນ​ອິດສະຣາເອນ”.
34ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.
ຄົນງານ​ຍັງ​ໜ້ອຍ​ຢູ່
35ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ. 36ເມື່ອ​ພຣະອົງ​ແນມ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ເພາະ​ພວກເຂົາ​ຖືກ​ລົບກວນ ແລະ ຂາດ​ທີ່​ເພິ່ງພາ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. 37ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ການເກັບກ່ຽວ​ກໍ​ມີ​ຫລາຍ ແຕ່​ຄົນງານ​ກໍ​ຍັງ​ມີ​ໜ້ອຍ​ຢູ່ 38ເຫດສະນັ້ນ ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ເຈົ້າຂອງ​ການເກັບກ່ຽວ ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການເກັບກ່ຽວ​ຂອງ​ພຣະອົງ”.

ទើបបានជ្រើសរើសហើយ៖

ມັດທາຍ 9: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល