ລູກາ 12
12
ພຣະເຢຊູເຈົ້າເຕືອນໃຫ້ລະວັງຄົນໜ້າຊື່ໃຈຄົດ
(ມທ 10:26-27)
1ໃນຂະນະນັ້ນ ປະຊາຊົນໄດ້ມາເຕົ້າໂຮມກັນເປັນໝື່ນໆ ຈົນຍ່າງບຽດກັນ ພຣະເຢຊູເຈົ້າຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍໃຫ້ດີ ຄືຄວາມໜ້າຊື່ໃຈຄົດຂອງພວກເຂົາ. 2ສິ່ງໃດທີ່ປິດບັງໄວ້ ຈະຖືກເປີດເຜີຍ ແລະສິ່ງໃດກໍຕາມທີ່ເປັນຄວາມລັບ ຈະຖືກເປີດເຜີຍອອກໃຫ້ຮູ້. 3ດັ່ງນັ້ນ ສິ່ງໃດທີ່ພວກເຈົ້າໄດ້ເວົ້າໃນບ່ອນມືດ ຈະມີຄົນໄດ້ຍິນທົ່ວໄປໃນບ່ອນແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຊິ່ມໃສ່ຫູຄົນຢູ່ໃນຫ້ອງທີ່ປິດໄວ້ ຈະມີຄົນຮ້ອງປະກາດຢູ່ເທິງຫລັງຄາເຮືອນ.”
ຜູ້ທີ່ມະນຸດຄວນຢ້ານ
(ມທ 10:28-31)
4“ມິດສະຫາຍເອີຍ ເຮົາບອກພວກເຈົ້າວ່າ ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ພຽງແຕ່ຮ່າງກາຍ, ແຕ່ຕໍ່ມາຈະເຮັດສິ່ງໃດບໍ່ໄດ້ອີກ. 5ເຮົາຈະເຕືອນໃຫ້ພວກເຈົ້າຮູ້ວ່າ ຜູ້ໃດທີ່ພວກເຈົ້າຄວນຢ້ານ ຈົ່ງຢ້ານພຣະເຈົ້າຜູ້ທີ່ມີສິດອຳນາດ ທີ່ຈະຂ້າແລະຖິ້ມລົງໃນນະຣົກໄດ້ ແມ່ນແທ້ເຮົາບອກພວກເຈົ້າວ່າ ຈົ່ງຢ້ານພຣະອົງນັ້ນແຫຼະ.”
6“ນົກຈອກຫ້າໂຕເຂົາຂາຍພຽງແຕ່ສອງອັດບໍ່ແມ່ນບໍ? ແລະໃນຝູງນົກເຫຼົ່ານັ້ນ ພຣະເຈົ້າກໍບໍ່ໄດ້ຫລົງລືມແມ່ນແຕ່ໂຕດຽວ. 7ແມ່ນແຕ່ຜົມທຸກເສັ້ນທີ່ຫົວຂອງພວກເຈົ້າ ກໍຖືກນັບໄວ້ໝົດແລ້ວ. ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດກວ່ານົກຈອກຕັ້ງຫລາຍໂຕ.”
ການຮັບພຣະຄຣິດຕໍ່ໜ້າມະນຸດ
(ມທ 10:32-33; 12:32; 10:19-20)
8“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ທຸກຄົນທີ່ຈະຮັບເຮົາຕໍ່ໜ້າມະນຸດ ບຸດມະນຸດກໍຈະຮັບຜູ້ນັ້ນ ຕໍ່ໜ້າຝູງເທວະດາຂອງພຣະເຈົ້າເໝືອນກັນ, 9ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ ຜູ້ນັ້ນກໍຈະຖືກປະຕິເສດ ຕໍ່ໜ້າຝູງເທວະດາຂອງພຣະເຈົ້າເໝືອນກັນ.”
10“ຜູ້ໃດກໍຕາມ ທີ່ເວົ້າຄຳໜຶ່ງຄຳໃດຕໍ່ສູ້ບຸດມະນຸດ ຈະໄດ້ຮັບການອະໄພ, ແຕ່ຜູ້ທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ.”
11“ເມື່ອພວກເຂົານຳພວກເຈົ້າໄປສອບສວນໃນທຳມະສາລາ ຫລືຕໍ່ໜ້າບັນດາຜູ້ປົກຄອງ ຫລືຜູ້ມີສິດອຳນາດ ຢ່າສູ່ຄິດກະວົນກະວາຍວ່າ ຈະປ້ອງກັນຕົວເອງຢ່າງໃດ ຫລືຈະເວົ້າຢ່າງໃດ. 12ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າ ຈະໂຜດສອນພວກເຈົ້າໃນເວລານັ້ນວ່າ ຄວນຈະເວົ້າຢ່າງໃດ.”
ຄຳອຸປະມາເລື່ອງເສດຖີໂງ່
13ມີຄົນໜຶ່ງໃນປະຊາຊົນ ໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານເອີຍ ໂຜດບອກອ້າຍຂອງຂ້ານ້ອຍ ແບ່ງມໍຣະດົກທີ່ພໍ່ປະໄວ້ໃຫ້ພວກຂ້ານ້ອຍແດ່ທ້ອນ.”
14ພຣະເຢຊູເຈົ້າຕອບລາວວ່າ, “ຊາຍເອີຍ ຜູ້ໃດໄດ້ຕັ້ງເຮົາໃຫ້ເປັນຜູ້ຕັດສິນຄວາມ ຫລືເປັນຜູ້ແບ່ງປັນມໍຣະດົກລະຫວ່າງພວກເຈົ້າ?” 15ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຈົ່ງລະວັງແລະເຝົ້າຮັກສາຕົນໄວ້ ໃຫ້ເວັ້ນຈາກຄວາມໂລບທຸກຢ່າງ ເພາະຊີວິດແທ້ຂອງມະນຸດ ບໍ່ຂຶ້ນຢູ່ກັບຊັບສິ່ງຂອງອັນບໍຣິບູນທີ່ຕົນມີຢູ່.”
16ແລ້ວພຣະເຢຊູເຈົ້າ ກໍໃຊ້ຄຳອຸປະມາຂໍ້ນີ້ໃຫ້ພວກເຂົາຟັງວ່າ, “ເສດຖີຄົນໜຶ່ງ ມີທີ່ດິນ ຊຶ່ງເກີດຜົນລະປູກໄດ້ດີ. 17ເສດຖີຄົນນີ້ຈຶ່ງຄິດໃນໃຈວ່າ, ‘ເຮົາຈະເຮັດແນວໃດດີ ເພາະເຮົາບໍ່ມີບ່ອນພຽງພໍ ເພື່ອຈະເກັບຜົນລະປູກທັງໝົດນີ້ໄວ້?’ 18ແລ້ວເສດຖີກໍເວົ້າວ່າ, ‘ເຮົາຈະເຮັດດັ່ງນີ້ ຄືເຮົາຈະມ້າງເລົ້າທັງຫລາຍທີ່ເຮົາມີຢູ່ ແລະສ້າງເລົ້າໃໝ່ໃຫ້ໃຫຍ່ກວ່າເກົ່າຂຶ້ນແທນ ແລະເອົາຜົນລະປູກ ກັບສິ່ງຂອງທັງໝົດທີ່ເຮົາມີ ເກັບໄວ້ຢູ່ໃນບ່ອນນັ້ນ.’ 19ແລ້ວເຮົາກໍຈະເວົ້າກັບຕົວເອງວ່າ, ‘ຈິດໃຈເອີຍ ເຮົາມີເຂົ້າຂອງດີ ເພື່ອໄວ້ກິນຫລາຍໆປີຕາມຄວາມຕ້ອງການ ຈົ່ງໃຊ້ຊີວິດຢ່າງສຸກສະບາຍ ຈົ່ງກິນ ຈົ່ງດື່ມ ແລະຈົ່ງເຮັດໃຫ້ຕົນເອງມ່ວນຊື່ນເທາະ.’
20ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່ເອີຍ ໃນຄືນນີ້ແຫຼະ ຊີວິດຂອງເຈົ້າຈະດັບໄປຈາກເຈົ້າ, ສ່ວນສິ່ງຂອງທີ່ເຈົ້າໄດ້ຫາມາໄວ້ນັ້ນ ຈະຕົກເປັນຂອງຜູ້ໃດ?’
21ຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແລະບໍ່ຮັ່ງມີຕໍ່ພຣະເຈົ້າກໍເປັນດັ່ງນີ້ແຫລະ.”
ເລື່ອງຄວາມກະວົນກະວາຍ
(ມທ 6:25-34)
22ແລ້ວພຣະອົງຊົງກ່າວກັບພວກສາວົກວ່າ, “ດ້ວຍເຫດນັ້ນ ເຮົາບອກເຈົ້າທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ ແລະເຖິງຮ່າງກາຍຂອງຕົນວ່າ ຈະນຸ່ງຫົ່ມຫຍັງ. 23ເພາະວ່າຊີວິດກໍສຳຄັນລື່ນກວ່າອາຫານ ແລະຮ່າງກາຍກໍສຳຄັນລື່ນກວ່າເຄື່ອງນຸ່ງຫົ່ມ. 24ຈົ່ງພິຈາລະນາເບິ່ງຝູງກາ ພວກມັນບໍ່ໄດ້ຫວ່ານເມັດພືດ ຫລືເກັບກ່ຽວຜົນລະປູກ ພວກມັນບໍ່ມີເລົ້າເຂົ້າ ຫລືບ່ອນເກັບເຄື່ອງຂອງ ແຕ່ພຣະເຈົ້າກໍຍັງຊົງລ້ຽງພວກມັນໄວ້, ພວກເຈົ້າຍິ່ງມີຄ່າລື່ນກວ່າຝູງນົກເຫຼົ່ານັ້ນ 25ມີຜູ້ໃດແດ່ໃນພວກເຈົ້າໂດຍຄວາມກະວົນກະວາຍນີ້ ອາດຕໍ່ຊີວິດໃຫ້ຍືນຍາວໄປອີກໄດ້ບໍ່? 26ດັ່ງນັ້ນ ຖ້າພວກເຈົ້າຈັດການກັບສິ່ງເລັກນ້ອຍເຊັ່ນນີ້ບໍ່ໄດ້ ເປັນຫຍັງຈຶ່ງກະວົນກະວາຍເຖິງສິ່ງອື່ນ? 27ຈົ່ງສັງເກດເບິ່ງດອກໄມ້ປ່າເຫຼົ່ານັ້ນວ່າ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ຫລືຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ, ແຕ່ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະຫງ່າຣາສີ ກໍຍັງບໍ່ມີເຄື່ອງນຸ່ງງາມເທົ່າກັບດອກໄມ້ເຫຼົ່ານີ້ດອກໜຶ່ງ. 28ຖ້າພຣະເຈົ້າເປັນຜູ້ຕົບແຕ່ງດອກໄມ້ປ່າ ຢູ່ຕາມທົ່ງຫຍ້າທີ່ມີຢູ່ໃນວັນນີ້ ແລະວັນໜ້າກໍຈະຖືກຕັດເຜົາໄຟເສຍ. ໂອ ຄົນມີຄວາມເຊື່ອໜ້ອຍເອີຍ ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່າດອກໄມ້ນັ້ນບໍ?”
29“ດັ່ງນັ້ນ ຢ່າກະວົນກະວາຍວ່າ ຈະກິນຫຍັງ ຫລືຈະດື່ມຫຍັງ. ( 30ດ້ວຍວ່າ, ຄົນທົ່ວໄປຢູ່ໃນໂລກນີ້ກະວົນກະວາຍຢູ່ສະເໝີ ກັບເລື່ອງທັງໝົດເຫຼົ່ານີ້.) ພຣະບິດາເຈົ້າຂອງພວກເຈົ້າຮູ້ວ່າ ພວກເຈົ້າຕ້ອງການສິ່ງເຫຼົ່ານີ້. 31ແຕ່ຈົ່ງຊອກສະແຫວງຫາອານາຈັກຂອງພຣະເຈົ້າ ແລະພຣະອົງຈະເພີ່ມສິ່ງເຫຼົ່ານີ້ໃຫ້ແກ່ພວກເຈົ້າ.”
ເລື່ອງຊັບສົມບັດໃນສະຫວັນ
(ມທ 6:19-21)
32“ແກະຝູງນ້ອຍເອີຍ ຢ່າສູ່ຢ້ານ ເພາະພຣະບິດາເຈົ້າຂອງພວກເຈົ້າ ຊົງພໍພຣະໄທຈະປະທານຣາຊອານາຈັກໃຫ້ແກ່ພວກເຈົ້າ. 33ຈົ່ງຂາຍສິ່ງຂອງທັງໝົດທີ່ພວກເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ແລະສະສົມຊັບສົມບັດຂອງພວກເຈົ້າໄວ້ໃນສະຫວັນ ຊຶ່ງໝົດບໍ່ເປັນ ບ່ອນທີ່ຂະໂມຍເຂົ້າໄປບໍ່ໄດ້ ແລະບ່ອນທີ່ມອດກັດກິນບໍ່ໄດ້. 34ເພາະຊັບສົມບັດຂອງພວກເຈົ້າຢູ່ທີ່ໃດ ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນ.”
ຄົນຮັບໃຊ້ທີ່ເຝົ້າລະວັງຢູ່
35“ເຈົ້າທັງຫລາຍ ຈົ່ງຮັດແອວໄວ້ ແລະໄຕ້ໂຄມຂອງເຈົ້າຢູ່. 36ດັ່ງຄົນຮັບໃຊ້ທີ່ກຳລັງລໍຄອຍຖ້າຮັບນາຍຂອງຕົນ ກັບມາແຕ່ການກິນລ້ຽງໃນພິທີແຕ່ງງານ ເມື່ອເພິ່ນມາເອີ້ນແລະເຄາະປະຕູ ເຂົາກໍຈະໄຂໃຫ້ເພິ່ນທັນທີ. 37ເມື່ອພວກຄົນຮັບໃຊ້ທີ່ນາຍຂອງຕົນມາພົບ ພວກເຂົາຕຽມພ້ອມຢູ່ກໍເປັນສຸກ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະໃຊ້ຜ້າຮັດແອວຂອງຕົນ ແລະບອກພວກຄົນຮັບໃຊ້ນັ່ງລົງ ເພື່ອຮັບປະທານອາຫານແລ້ວເພິ່ນກໍຈະຮັບໃຊ້ພວກເຂົາ. 38ຖ້ານາຍມາໃນເວລາທ່ຽງຄືນ ຫລືຂ້ອນແຈ້ງ ແລະພົບພວກເຂົາຕຽມພ້ອມຢູ່ ພວກເຂົາກໍຈະເປັນສຸກ 39ແຕ່ຈົ່ງເຂົ້າໃຈດັ່ງນີ້ວ່າ, ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າ ຂະໂມຍຈະມາ ລາວຄົງຈະບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້. 40ພວກເຈົ້າກໍເໝືອນກັນຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະວ່າ ບຸດມະນຸດຈະມາໃນໂມງທີ່ພວກເຈົ້າບໍ່ໄດ້ຄາດຄິດມາກ່ອນ.”
ຄົນຮັບໃຊ້ສັດຊື່ ແລະ ຄົນຮັບໃຊ້ຊົ່ວ
(ມທ 24:45-51)
41ແລ້ວເປໂຕກໍຖາມວ່າ, “ພຣະອົງເຈົ້າເອີຍ ທ່ານຍົກຄຳອຸປະມານີ້ຂຶ້ນມາ ເພື່ອໝາຍເຖິງພວກຂ້ານ້ອຍ ຫລືວ່າໝາຍເຖິງທຸກໆຄົນ?”
42ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດທີ່ເປັນຜູ້ຈັດການທີ່ສັດຊື່ ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບເບິ່ງແຍງ ຄົນຮັບໃຊ້ຜູ້ອື່ນຂອງເພິ່ນ ແລະແຈກຈ່າຍອາຫານໃຫ້ຄົນຮັບໃຊ້ເຫຼົ່ານັ້ນຕາມເວລາ. 43ເມື່ອນາຍມາພົບຂ້າໃຊ້ຜູ້ກຳລັງເຮັດຢ່າງນັ້ນຢູ່ ມັນກໍເປັນສຸກ. 44ແນ່ນອນທີ່ສຸດ ເຮົາບອກພວກເຈົ້າວ່າ ຜູ້ເປັນນາຍຈະໃຫ້ຄົນຮັບໃຊ້ຜູ້ນັ້ນຮັບຜິດຊອບສົມບັດທັງໝົດຂອງຕົນ. 45ແຕ່ຖ້າຄົນໃຊ້ຜູ້ນັ້ນຄິດວ່າ ຍັງອີກດົນນາຍຂອງຕົນຈະກັບມາ ແລະຖ້າລາວລົງມືຂ້ຽນຕີຄົນຮັບໃຊ້ຜູ້ອື່ນໆ ທັງຊາຍແລະຍິງ ທັງກິນແລະດື່ມຈົນມືນເມົາດ້ວຍ, 46ແລ້ວວັນໜຶ່ງ ນາຍຂອງຄົນຮັບໃຊ້ຜູ້ນັ້ນກໍຈະກັບມາ ເມື່ອລາວບໍ່ຄາດຄິດ ແລະໃນເວລາທີ່ລາວບໍ່ຮູ້ ຜູ້ເປັນນາຍຈະຕັດລາວເປັນຕ່ອນໆ ແລະປ່ອຍໃຫ້ລາວຮ່ວມຮັບເຄາະກຳກັບບັນດາຄົນບໍ່ເຊື່ອຟັງ.”
47“ຂ້ອຍໃຊ້ທີ່ຮູ້ຈັກໃຈນາຍ, ແຕ່ບໍ່ໄດ້ຈັດຕຽມຕົວໄວ້ ແລະບໍ່ໄດ້ເຮັດຕາມໃຈນາຍ ກໍຈະຕ້ອງຖືກຂ້ຽນຫລາຍບາດ. 48ແຕ່ຜູ້ທີ່ບໍ່ຮູ້ຈັກ ແລ້ວໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນ ກໍຈະຕ້ອງຖືກຂ້ຽນໜ້ອຍ ຜູ້ໃດໄດ້ຮັບຫລາຍ ກໍຈະທວງເອົາກັບຜູ້ນັ້ນຫລາຍ ແລະຜູ້ທີ່ຮັບຝາກໄວ້ຫລາຍ ເພິ່ນກໍຈະທວງເອົາຈາກຜູ້ນັ້ນຫລາຍ.”
ພຣະເຢຊູເຈົ້າຊົງເປັນເຫດແຫ່ງການແຕກແຍກ
(ມທ 10:34-36)
49“ເຮົາໄດ້ເອົາໄຟມາຄວ່າງໃສ່ແຜ່ນດິນໂລກ ແລະຖ້າໄຟນີ້ລຸກແລ້ວ ກໍສົມຄວາມປາຖະໜາ. 50ເຮົາຈະຕ້ອງຮັບບັບຕິສະມາຢາງໜຶ່ງທີ່ທໍລະມານ ແລະເຮົາກໍເປັນທຸກໃຈຫລາຍຈົນກວ່າການນີ້ຈະສຳເລັດ. 51ພວກເຈົ້າຄິດວ່າ ເຮົາມາເພື່ອໃຫ້ເກີດຄວາມສະຫງົບສຸກໃນໂລກບໍ? ເຮົາບອກພວກເຈົ້າວ່າ ບໍ່ແມ່ນດອກ, ແຕ່ຈະເຮັດໃຫ້ແຕກແຍກກັນ. 52ຕັ້ງແຕ່ບັດນີ້ໄປ ຫ້າຄົນໃນຄອບຄົວດຽວຈະແຕກແຍກກັນ ຄືສາມຕໍ່ສູ້ສອງ ແລະສອງຕໍ່ສູ້ສາມ. 53ພໍ່ຈະຕໍ່ສູ້ລູກຊາຍຂອງຕົນ ແລະລູກຊາຍຈະຕໍ່ສູ້ພໍ່ຂອງຕົນ, ແມ່ຈະຕໍ່ສູ້ລູກສາວຂອງຕົນ ແລະລູກສາວຈະຕໍ່ສູ້ແມ່ຂອງຕົນ, ແມ່ຍ່າຈະຕໍ່ສູ້ລູກໃພ້ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ.”
ສັງເກດຄວາມເປັນໄປຂອງສະໄໝ
(ມທ 16:2-3)
54ແລ້ວພຣະເຢຊູເຈົ້າກໍກ່າວແກ່ປະຊາຊົນເໝືອນກັນວ່າ, “ເມື່ອເຈົ້າທັງຫລາຍເຫັນເມກກຳລັງລອຍຂຶ້ນມາ ທາງທິດຕາເວັນຕົກ ພວກເຈົ້າກໍເວົ້າທັນທີວ່າ ຝົນກຳລັງຈະຕົກ ແລະກໍເປັນດັ່ງນັ້ນແທ້. 55ເມື່ອລົມພັດມາທາງທິດໃຕ້ ພວກເຈົ້າກໍເວົ້າວ່າ ອາກາດຈະຮ້ອນ ແລະກໍເປັນດັ່ງນັ້ນແທ້. 56ພວກຄົນໜ້າຊື່ໃຈຄົດເອີຍ ເຈົ້າທັງຫລາຍຮູ້ຈັກສັງເກດຄວາມເປັນໄປຂອງແຜ່ນດິນໂລກ ແລະທ້ອງຟ້າ ແຕ່ເຫດໃດພວກເຈົ້າຈຶ່ງສັງເກດຄວາມເປັນໄປຂອງສະໄໝນີ້ບໍ່ໄດ້?”
ການປອງດອງກັບຄູ່ຄວາມຂອງຕົນ
(ມທ 5:25-26)
57“ດ້ວຍເຫດໃດ ເຈົ້າທັງຫລາຍຈຶ່ງບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນເລື່ອງທີ່ຖືກຕ້ອງ? 58ເພາະເມື່ອເຈົ້າກັບໂຈດໄປຫາຜູ້ປົກຄອງ ຈົ່ງພະຍາຍາມຫາຊ່ອງທາງປອງດອງກັນ ເມື່ອຍັງຢູ່ກາງທາງ ຢ້ານວ່າ ໂຈດຈະລາກເຈົ້າເຂົ້າໄປຫາຕຸລາການ ແລະຕຸລາການຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່ ແລ້ວເຈົ້າໜ້າທີ່ຈະຂັງເຈົ້າໄວ້ໃນຄຸກ. 59ເຮົາບອກເຈົ້າວ່າ, ເຈົ້າຈະອອກຈາກຄຸກບໍ່ໄດ້ ຈົນກວ່າເຈົ້າຈະຈ່າຍໃຊ້ໜີ້ຈົນຄົບ.”
હાલમાં પસંદ કરેલ:
ລູກາ 12: ພຄພ
Highlight
શેર કરો
નકલ કરો
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.