ລູກາ 12

12
ພຣະເຢຊູເຈົ້າ​ເຕືອນ​ໃຫ້​ລະວັງ​ຄົນ​ໜ້າຊື່​ໃຈຄົດ
(ມທ 10:26-27)
1ໃນ​ຂະນະ​ນັ້ນ ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ໝື່ນໆ ຈົນ​ຍ່າງ​ບຽດ​ກັນ ພຣະເຢຊູເຈົ້າ​ຕັ້ງຕົ້ນ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ໃຫ້​ດີ ຄື​ຄວາມ​ໜ້າຊື່​ໃຈຄົດ​ຂອງ​ພວກເຂົາ. 2ສິ່ງໃດ​ທີ່​ປິດບັງ​ໄວ້ ຈະ​ຖືກ​ເປີດເຜີຍ ແລະ​ສິ່ງໃດ​ກໍຕາມ​ທີ່​ເປັນ​ຄວາມ​ລັບ ຈະ​ຖືກ​ເປີດເຜີຍ​ອອກ​ໃຫ້​ຮູ້. 3ດັ່ງນັ້ນ ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ເວົ້າ​ໃນ​ບ່ອນ​ມືດ ຈະ​ມີ​ຄົນ​ໄດ້ຍິນ​ທົ່ວ​ໄປ​ໃນ​ບ່ອນ​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຊິ່ມ​ໃສ່​ຫູ​ຄົນ​ຢູ່​ໃນ​ຫ້ອງ​ທີ່​ປິດ​ໄວ້ ຈະ​ມີ​ຄົນ​ຮ້ອງ​ປະກາດ​ຢູ່​ເທິງ​ຫລັງຄາ​ເຮືອນ.”
ຜູ້​ທີ່​ມະນຸດ​ຄວນ​ຢ້ານ
(ມທ 10:28-31)
4“ມິດ​ສະຫາຍ​ເອີຍ ເຮົາ​ບອກ​ພວກເຈົ້າ​ວ່າ ຢ່າ​ສູ່​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ພຽງແຕ່​ຮ່າງກາຍ, ແຕ່​ຕໍ່ມາ​ຈະ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ. 5ເຮົາ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ໃດ​ທີ່​ພວກເຈົ້າ​ຄວນ​ຢ້ານ ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ມີ​ສິດ​ອຳນາດ ທີ່​ຈະ​ຂ້າ​ແລະ​ຖິ້ມ​ລົງ​ໃນ​ນະຣົກ​ໄດ້ ແມ່ນ​ແທ້​ເຮົາ​ບອກ​ພວກເຈົ້າ​ວ່າ ຈົ່ງ​ຢ້ານ​ພຣະອົງ​ນັ້ນ​ແຫຼະ.”
6“ນົກ​ຈອກ​ຫ້າ​ໂຕ​ເຂົາ​ຂາຍ​ພຽງແຕ່​ສອງ​ອັດ​ບໍ່ແມ່ນ​ບໍ? ແລະ​ໃນ​ຝູງ​ນົກ​ເຫຼົ່ານັ້ນ ພຣະເຈົ້າ​ກໍ​ບໍ່ໄດ້​ຫລົງ​ລືມ​ແມ່ນແຕ່​ໂຕ​ດຽວ. 7ແມ່ນແຕ່​ຜົມ​ທຸກ​ເສັ້ນ​ທີ່​ຫົວ​ຂອງ​ພວກເຈົ້າ ກໍ​ຖືກ​ນັບ​ໄວ້​ໝົດ​ແລ້ວ. ດັ່ງນັ້ນ ຢ່າ​ສູ່​ຢ້ານ ພວກເຈົ້າ​ກໍ​ປະເສີດ​ກວ່າ​ນົກຈອກ​ຕັ້ງ​ຫລາຍ​ໂຕ.”
ການ​ຮັບ​ພຣະຄຣິດ​ຕໍ່ໜ້າ​ມະນຸດ
(ມທ 10:32-33; 12:32; 10:19-20)
8“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທຸກຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ບຸດ​ມະນຸດ​ກໍ​ຈະ​ຮັບ​ຜູ້​ນັ້ນ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ, 9ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້ນັ້ນ​ກໍ​ຈະ​ຖືກ​ປະຕິເສດ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.”
10“ຜູ້ໃດ​ກໍຕາມ ທີ່​ເວົ້າ​ຄຳໜຶ່ງ​ຄຳໃດ​ຕໍ່ສູ້​ບຸດ​ມະນຸດ ຈະ​ໄດ້​ຮັບ​ການອະໄພ, ແຕ່​ຜູ້​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້ນັ້ນ​ຈະ​ບໍ່ໄດ້​ຮັບ​ການອະໄພ.”
11“ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ. 12ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ໂຜດ​ສອນ​ພວກເຈົ້າ​ໃນ​ເວລາ​ນັ້ນ​ວ່າ ຄວນ​ຈະ​ເວົ້າ​ຢ່າງ​ໃດ.”
ຄຳອຸປະມາ​ເລື່ອງ​ເສດຖີ​ໂງ່
13ມີ​ຄົນ​ໜຶ່ງ​ໃນ​ປະຊາຊົນ ໄດ້​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ໂຜດ​ບອກ​ອ້າຍ​ຂອງ​ຂ້ານ້ອຍ ແບ່ງ​ມໍຣະດົກ​ທີ່​ພໍ່​ປະ​ໄວ້​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.”
14ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?” 15ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”
16ແລ້ວ​ພຣະເຢຊູເຈົ້າ ກໍ​ໃຊ້​ຄຳອຸປະມາ​ຂໍ້​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ, “ເສດຖີ​ຄົນ​ໜຶ່ງ ມີ​ທີ່ດິນ ຊຶ່ງ​ເກີດຜົນລະປູກ​ໄດ້​ດີ. 17ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’ 18ແລ້ວ​ເສດຖີ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້ ຄື​ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ທີ່​ເຮົາ​ມີ​ຢູ່ ແລະ​ສ້າງ​ເລົ້າ​ໃໝ່​ໃຫ້​ໃຫຍ່​ກວ່າ​ເກົ່າ​ຂຶ້ນ​ແທນ ແລະ​ເອົາ​ຜົນລະປູກ ກັບ​ສິ່ງຂອງ​ທັງໝົດ​ທີ່​ເຮົາ​ມີ ເກັບ​ໄວ້​ຢູ່​ໃນ​ບ່ອນ​ນັ້ນ.’ 19ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’
20ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’
21ຄົນ​ທີ່​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ ແລະ​ບໍ່​ຮັ່ງມີ​ຕໍ່​ພຣະເຈົ້າ​ກໍ​ເປັນ​ດັ່ງນີ້ແຫລະ.”
ເລື່ອງ​ຄວາມ​ກະວົນ​ກະວາຍ
(ມທ 6:25-34)
22ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ກະວົນ​ກະວາຍ​ເຖິງ​ຊີວິດ​ຂອງຕົນ​ວ່າ ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງກາຍ​ຂອງຕົນ​ວ່າ ຈະ​ນຸ່ງຫົ່ມ​ຫຍັງ. 23ເພາະວ່າ​ຊີວິດ​ກໍ​ສຳຄັນ​ລື່ນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ລື່ນ​ກວ່າ​ເຄື່ອງນຸ່ງຫົ່ມ. 24ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ ພວກ​ມັນ​ບໍ່ໄດ້​ຫວ່ານ​ເມັດ​ພືດ ຫລື​ເກັບກ່ຽວ​ຜົນລະປູກ ພວກ​ມັນ​ບໍ່ມີ​ເລົ້າເຂົ້າ ຫລື​ບ່ອນ​ເກັບ​ເຄື່ອງຂອງ ແຕ່​ພຣະເຈົ້າ​ກໍ​ຍັງ​ຊົງ​ລ້ຽງ​ພວກມັນ​ໄວ້, ພວກເຈົ້າ​ຍິ່ງ​ມີ​ຄ່າ​ລື່ນ​ກວ່າ​ຝູງ​ນົກ​ເຫຼົ່ານັ້ນ 25ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ໂດຍ​ຄວາມ​ກະວົນ​ກະວາຍ​ນີ້ ອາດ​ຕໍ່​ຊີວິດ​ໃຫ້​ຍືນຍາວ​ໄປ​ອີກ​ໄດ້​ບໍ່? 26ດັ່ງນັ້ນ ຖ້າ​ພວກເຈົ້າ​ຈັດ​ການ​ກັບ​ສິ່ງ​ເລັກນ້ອຍ​ເຊັ່ນນີ້​ບໍ່ໄດ້ ເປັນຫຍັງ​ຈຶ່ງ​ກະວົນ​ກະວາຍ​ເຖິງ​ສິ່ງ​ອື່ນ? 27ຈົ່ງ​ສັງເກດ​ເບິ່ງ​ດອກໄມ້​ປ່າ​ເຫຼົ່ານັ້ນ​ວ່າ ມັນ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ມັນ​ບໍ່ໄດ້​ເຮັດ​ວຽກ ຫລື​ຕໍ່າ​ຜ້າ​ເຮັດ​ເຄື່ອງ​ນຸ່ງ​ສຳລັບ​ມັນເອງ, ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ແມ່ນແຕ່​ກະສັດ​ໂຊໂລໂມນ​ເມື່ອ​ບໍຣິບູນ​ດ້ວຍ​ສະຫງ່າຣາສີ ກໍ​ຍັງ​ບໍ່ມີ​ເຄື່ອງ​ນຸ່ງ​ງາມ​ເທົ່າ​ກັບ​ດອກໄມ້​ເຫຼົ່ານີ້​ດອກ​ໜຶ່ງ. 28ຖ້າ​ພຣະເຈົ້າ​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ ຢູ່​ຕາມ​ທົ່ງຫຍ້າ​ທີ່​ມີ​ຢູ່​ໃນວັນນີ້ ແລະ​ວັນ​ໜ້າ​ກໍ​ຈະ​ຖືກ​ຕັດ​ເຜົາ​ໄຟ​ເສຍ. ໂອ ຄົນ​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ?”
29“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ວ່າ ຈະ​ກິນ​ຫຍັງ ຫລື​ຈະ​ດື່ມ​ຫຍັງ. ( 30ດ້ວຍວ່າ, ຄົນ​ທົ່ວ​ໄປ​ຢູ່​ໃນ​ໂລກນີ້​ກະວົນ​ກະວາຍ​ຢູ່​ສະເໝີ ກັບ​ເລື່ອງ​ທັງໝົດ​ເຫຼົ່ານີ້.) ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້. 31ແຕ່​ຈົ່ງ​ຊອກ​ສະແຫວງ​ຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ພຣະອົງ​ຈະ​ເພີ່ມ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.”
ເລື່ອງ​ຊັບສົມບັດ​ໃນ​ສະຫວັນ
(ມທ 6:19-21)
32“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ. 33ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້. 34ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່​ໃດ ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ.”
ຄົນ​ຮັບໃຊ້​ທີ່​ເຝົ້າ​ລະວັງ​ຢູ່
35“ເຈົ້າ​ທັງຫລາຍ ຈົ່ງ​ຮັດ​ແອວ​ໄວ້ ແລະ​ໄຕ້​ໂຄມ​ຂອງ​ເຈົ້າ​ຢູ່. 36ດັ່ງ​ຄົນ​ຮັບໃຊ້​ທີ່​ກຳລັງ​ລໍຄອຍ​ຖ້າ​ຮັບ​ນາຍ​ຂອງຕົນ ກັບ​ມາ​ແຕ່​ການ​ກິນ​ລ້ຽງ​ໃນ​ພິທີ​ແຕ່ງງານ ເມື່ອ​ເພິ່ນ​ມາ​ເອີ້ນ​ແລະ​ເຄາະ​ປະຕູ ເຂົາ​ກໍ​ຈະ​ໄຂ​ໃຫ້​ເພິ່ນ​ທັນທີ. 37ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ. 38ຖ້າ​ນາຍ​ມາ​ໃນ​ເວລາ​ທ່ຽງ​ຄືນ ຫລື​ຂ້ອນ​ແຈ້ງ ແລະ​ພົບ​ພວກເຂົາ​ຕຽມພ້ອມ​ຢູ່ ພວກເຂົາ​ກໍ​ຈະ​ເປັນ​ສຸກ 39ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ວ່າ, ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ຂະໂມຍ​ຈະ​ມາ ລາວ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ​ໄດ້. 40ພວກເຈົ້າ​ກໍ​ເໝືອນກັນ​ຈົ່ງ​ຕຽມຕົວ​ໄວ້​ໃຫ້​ພ້ອມ ເພາະວ່າ ບຸດ​ມະນຸດ​ຈະ​ມາ​ໃນ​ໂມງ​ທີ່​ພວກເຈົ້າ​ບໍ່ໄດ້​ຄາດ​ຄິດ​ມາ​ກ່ອນ.”
ຄົນ​ຮັບໃຊ້​ສັດຊື່ ແລະ ຄົນ​ຮັບໃຊ້​ຊົ່ວ
(ມທ 24:45-51)
41ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ຍົກ​ຄຳອຸປະມາ​ນີ້​ຂຶ້ນ​ມາ ເພື່ອ​ໝາຍເຖິງ​ພວກ​ຂ້ານ້ອຍ ຫລື​ວ່າ​ໝາຍເຖິງ​ທຸກໆ​ຄົນ?”
42ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ທີ່​ເປັນ​ຜູ້​ຈັດ​ການ​ທີ່​ສັດຊື່ ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ເບິ່ງແຍງ ຄົນ​ຮັບໃຊ້​ຜູ້​ອື່ນ​ຂອງ​ເພິ່ນ ແລະ​ແຈກຈ່າຍ​ອາຫານ​ໃຫ້​ຄົນ​ຮັບໃຊ້​ເຫຼົ່ານັ້ນ​ຕາມ​ເວລາ. 43ເມື່ອ​ນາຍ​ມາ​ພົບ​ຂ້າໃຊ້​ຜູ້​ກຳລັງ​ເຮັດ​ຢ່າງ​ນັ້ນ​ຢູ່ ມັນ​ກໍ​ເປັນ​ສຸກ. 44ແນ່ນອນ​ທີ່ສຸດ ເຮົາ​ບອກ​ພວກເຈົ້າ​ວ່າ ຜູ້​ເປັນ​ນາຍ​ຈະ​ໃຫ້​ຄົນ​ຮັບໃຊ້​ຜູ້​ນັ້ນ​ຮັບຜິດຊອບ​ສົມບັດ​ທັງໝົດ​ຂອງຕົນ. 45ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ, 46ແລ້ວ​ວັນ​ໜຶ່ງ ນາຍ​ຂອງ​ຄົນ​ຮັບໃຊ້​ຜູ້​ນັ້ນ​ກໍ​ຈະ​ກັບ​ມາ ເມື່ອ​ລາວ​ບໍ່​ຄາດ​ຄິດ ແລະ​ໃນ​ເວລາ​ທີ່​ລາວ​ບໍ່​ຮູ້ ຜູ້​ເປັນ​ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ​ປ່ອຍ​ໃຫ້​ລາວ​ຮ່ວມ​ຮັບ​ເຄາະກຳ​ກັບ​ບັນດາ​ຄົນ​ບໍ່​ເຊື່ອຟັງ.”
47“ຂ້ອຍໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ, ແຕ່​ບໍ່ໄດ້​ຈັດ​ຕຽມຕົວ​ໄວ້ ແລະ​ບໍ່ໄດ້​ເຮັດ​ຕາມ​ໃຈ​ນາຍ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ. 48ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”
ພຣະເຢຊູເຈົ້າ​ຊົງ​ເປັນ​ເຫດ​ແຫ່ງ​ການ​ແຕກແຍກ
(ມທ 10:34-36)
49“ເຮົາ​ໄດ້​ເອົາ​ໄຟ​ມາ​ຄວ່າງ​ໃສ່​ແຜ່ນດິນ​ໂລກ ແລະ​ຖ້າ​ໄຟ​ນີ້​ລຸກ​ແລ້ວ ກໍ​ສົມ​ຄວາມ​ປາຖະໜາ. 50ເຮົາ​ຈະ​ຕ້ອງ​ຮັບ​ບັບຕິສະມາ​ຢາງ​ໜຶ່ງ​ທີ່​ທໍລະມານ ແລະ​ເຮົາ​ກໍ​ເປັນທຸກໃຈ​ຫລາຍ​ຈົນກວ່າ​ການ​ນີ້​ຈະ​ສຳເລັດ. 51ພວກເຈົ້າ​ຄິດ​ວ່າ ເຮົາ​ມາ​ເພື່ອ​ໃຫ້​ເກີດ​ຄວາມ​ສະຫງົບສຸກ​ໃນ​ໂລກ​ບໍ? ເຮົາ​ບອກ​ພວກເຈົ້າ​ວ່າ ບໍ່ແມ່ນ​ດອກ, ແຕ່​ຈະ​ເຮັດ​ໃຫ້​ແຕກແຍກ​ກັນ. 52ຕັ້ງແຕ່​ບັດນີ້​ໄປ ຫ້າ​ຄົນ​ໃນ​ຄອບຄົວ​ດຽວ​ຈະ​ແຕກແຍກ​ກັນ ຄື​ສາມ​ຕໍ່ສູ້​ສອງ ແລະ​ສອງ​ຕໍ່ສູ້​ສາມ. 53ພໍ່​ຈະ​ຕໍ່ສູ້​ລູກຊາຍ​ຂອງຕົນ ແລະ​ລູກຊາຍ​ຈະ​ຕໍ່ສູ້​ພໍ່​ຂອງຕົນ, ແມ່​ຈະ​ຕໍ່ສູ້​ລູກສາວ​ຂອງຕົນ ແລະ​ລູກສາວ​ຈະ​ຕໍ່ສູ້​ແມ່​ຂອງຕົນ, ແມ່ຍ່າ​ຈະ​ຕໍ່ສູ້​ລູກໃພ້​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ.”
ສັງເກດ​ຄວາມ​ເປັນ​ໄປ​ຂອງ​ສະໄໝ
(ມທ 16:2-3)
54ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ​ເໝືອນກັນ​ວ່າ, “ເມື່ອ​ເຈົ້າ​ທັງຫລາຍ​ເຫັນ​ເມກ​ກຳລັງ​ລອຍ​ຂຶ້ນ​ມາ ທາງ​ທິດ​ຕາເວັນຕົກ ພວກເຈົ້າ​ກໍ​ເວົ້າ​ທັນທີ​ວ່າ ຝົນ​ກຳລັງ​ຈະ​ຕົກ ແລະ​ກໍ​ເປັນ​ດັ່ງນັ້ນ​ແທ້. 55ເມື່ອ​ລົມ​ພັດ​ມາ​ທາງ​ທິດ​ໃຕ້ ພວກເຈົ້າ​ກໍ​ເວົ້າ​ວ່າ ອາກາດ​ຈະ​ຮ້ອນ ແລະ​ກໍ​ເປັນ​ດັ່ງນັ້ນ​ແທ້. 56ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເຈົ້າ​ທັງຫລາຍ​ຮູ້ຈັກ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ ແຕ່​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ສະໄໝ​ນີ້​ບໍ່ໄດ້?”
ການ​ປອງ​ດອງ​ກັບ​ຄູ່​ຄວາມ​ຂອງຕົນ
(ມທ 5:25-26)
57“ດ້ວຍເຫດໃດ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ຕັດສິນ​ເອົາ​ເອງ​ວ່າ ສິ່ງໃດ​ເປັນ​ເລື່ອງ​ທີ່​ຖືກຕ້ອງ? 58ເພາະ​ເມື່ອ​ເຈົ້າ​ກັບ​ໂຈດ​ໄປ​ຫາ​ຜູ້ປົກຄອງ ຈົ່ງ​ພະຍາຍາມ​ຫາ​ຊ່ອງທາງ​ປອງດອງ​ກັນ ເມື່ອ​ຍັງ​ຢູ່​ກາງ​ທາງ ຢ້ານ​ວ່າ ໂຈດ​ຈະ​ລາກ​ເຈົ້າ​ເຂົ້າ​ໄປ​ຫາ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລ້ວ​ເຈົ້າໜ້າທີ່​ຈະ​ຂັງ​ເຈົ້າ​ໄວ້​ໃນ​ຄຸກ. 59ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈະ​ອອກ​ຈາກ​ຄຸກ​ບໍ່ໄດ້ ຈົນກວ່າ​ເຈົ້າ​ຈະ​ຈ່າຍ​ໃຊ້​ໜີ້​ຈົນຄົບ.”

હાલમાં પસંદ કરેલ:

ລູກາ 12: ພຄພ

Highlight

શેર કરો

નકલ કરો

None

Want to have your highlights saved across all your devices? Sign up or sign in