ມັດທາຍ ຄຳນຳ

ຄຳນຳ
ຈຸດປະສົງ​ຂອງ​ມັດທາຍ​ແມ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພຣະເຈົ້າ​ໄດ້​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອິດສະຣາເອນ​ຈາກ​ສະໄໝ​ບູຮານ​ໂດຍ​ຜ່ານ​ທາງ​ຊີວິດ, ຄວາມຕາຍ ແລະ ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະເມຊີອາ. ການ​ຄອບຄອງ​ຂອງ​ສະຫວັນ​ທີ່​ຄາດຫວັງ​ໄວ້​ຢ່າງ​ດົນນານ ບັດນີ້​ກໍ​ມາ​ເຖິງ​ໂລກ​ແລ້ວ, ພ້ອມ​ທັງ​ນຳ​ເອົາ​ເລື່ອງລາວ​ຂອງ​ຄົນຢິວ​ມາ​ເຖິງ​ຕອນ​ສຳຄັນ. ມັດທາຍ​ໄດ້​ເລີ່ມຕົ້ນ​ໂດຍ​ການ​ເນັ້ນ​ເຖິງ​ພຣະເຢຊູເຈົ້າ​ໃນ​ຖານະ​ບຸດ​ຂອງ​ດາວິດ, ຜູ້​ເປັນ​ກະສັດ​ທີ່​ມີ​ຊື່ສຽງ​ຫລາຍ​ທີ່​ສຸດ​ຂອງ​ອິດສະຣາເອນ ແລະ ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ, ຜູ້​ເປັນ​ຕົ້ນ​ຕະກຸນ​ຂອງ​ອິດສະຣາເອນ. ພຣະເຢຊູເຈົ້າ​ເປັນ​ຄົນ​ອິດສະຣາເອນ​ໂດຍ​ແທ້ ແລະ ເປັນ​ພຣະເມຊີອາ​ຕາມ​ຄຳ​ສັນຍາ​ຂອງ​ພຣະເຈົ້າ.
ການ​ນຳ​ສະເໜີ​ເລື່ອງລາວ​ຂອງ​ພຣະເມຊີອາ​ເຮັດ​ໃຫ້​ຄິດ​ເຖິງ​ເລື່ອງລາວ​ຂອງ​ອິດສະຣາເອນ ຄື​ການ​ລົງ​ໄປ​ທີ່​ແມ່ນ້ຳ​ຈໍແດນ, ການ​ປະເຊີນ​ກັບ​ການ​ທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ, ການ​ຮວບຮວມ​ເອົາ​ສາວົກ​ສິບສອງ​ຄົນ​ໃຫ້​ເປັນ​ເໝືອນ​ສິບສອງ​ເຜົ່າ​ໃໝ່, ການ​ຂຶ້ນ​ໄປ​ເທິງ​ພູເຂົາ​ເພື່ອ​ມອບ​ໂຕຣາ​ໃໝ່ ແລະ ອື່ນໆ. ຜູ້ຂຽນ​ໄດ້​ເນັ້ນ​ແນວ​ຄວາມຄິດ​ກ່ຽວກັບ​ພຣະເຢຊູເຈົ້າ​ໃນ​ຖານະ​ໂມເຊ​ຄົນ​ໃໝ່ ໂດຍ​ການ​ຮວບຮວມ​ເອົາ​ຄຳສອນ​ເຫລົ່ານັ້ນ​ຂອງ​ພຣະອົງ​ໄວ້​ໃນ​ເລື່ອງລາວ​ທີ່​ມີ​ເນື້ອໃນ​ຍາວ​ຫ້າ​ຕອນ. ຄຳ​ສອນ​ແຕ່​ລະ​ຕອນ​ໃຊ້​ປະໂຫຍກ ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ຈົບ​ແລ້ວ. ມັດທາຍ​ກໍ​ໄດ້​ນຳ​ສະເໜີ​ຫ້າ​ຕອນ​ສຳຄັນ ເໝືອນ​ກັບ​ໂຕຣາ​ກໍ​ມີ​ຫ້າ​ເຫລັ້ມ.
ໜັງສື​ນີ້​ໄດ້​ສະຫລຸບ​ວິທີ​ທີ່​ພຣະເຢຊູເຈົ້າ​ໄດ້​ນຳ​ເອົາ​ພາລະກິດ​ແຫ່ງ​ການ​ໄຖ່​ບາບ​ຮູບແບບ​ໃໝ່​ທີ່​ຍິ່ງໃຫຍ່​ມາ​ໃຫ້​ກັບ​ບັນດາ​ຄົນ​ຂອງ​ພຣະອົງ. ເໝືອນ​ກັບ​ເລື່ອງລາວ​ຂອງ​ການ​ອົບພະຍົບ​ຂອງ​ອິດສະຣາເອນ ທີ່​ມີ​ການ​ກິນອາຫານ​ສະເຫລີມ​ສະຫລອງ​ວັນ​ປັດສະຄາ ແລະ ຫລັງຈາກ​ນັ້ນ​ການ​ກອບກູ້​ຈຶ່ງ​ມາ. ພຣະເຢຊູເຈົ້າ​ໄດ້​ມອບ​ຊີວິດ​ຂອງ​ພຣະອົງ​ເພື່ອ​ໂລກ​ນີ້ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖືກ​ເຮັດ​ໃຫ້​ເປັນຄືນມາ​ຈາກ​ຄວາມ​ຕາຍ. ໃນ​ຕອນ​ເລີ່ມຕົ້ນ​ຂອງ​ໜັງສື​ນີ້, ພຣະເຢຊູເຈົ້າ​ໄດ້​ຮັບ​ຊື່​ວ່າ: “ເອມານູເອນ” ເຊິ່ງ​ມີ​ຄວາມໝາຍ​ວ່າ: “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”. ໃນ​ຕອນ​ທ້າຍ ພຣະເຢຊູເຈົ້າ​ໄດ້​ສົ່ງ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ເຂົ້າ​ໄປ​ໃນ​ໂລກ​ນີ້​ພ້ອມ​ກັບ​ຄຳ​ສັນຍາ​ວ່າ: ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕະລອດ​ໄປ​ຢ່າງ​ແນ່ນອນ.

اکنون انتخاب شده:

ມັດທາຍ ຄຳນຳ: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید