ມັດທາຍ 2
2
ໂຫລາຈານມາພົບພຣະເຢຊູເຈົ້າ
1ຫລັງຈາກທີ່ພຣະເຢຊູເຈົ້າໄດ້ເກີດທີ່ເບັດເລເຮັມໃນແຂວງຢູດາຍ, ໃນສະໄໝຂອງກະສັດເຮໂຣດ, ມີພວກໂຫລາຈານ#2:1 ໂດຍປົກກະຕິແປວ່າ ນັກປາດຈາກທິດຕາເວັນອອກໄດ້ມາທີ່ນະຄອນເຢຣູຊາເລັມ 2ແລະ ໄດ້ຖາມວ່າ, “ຜູ້ທີ່ມາເກີດເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະ ພວກເຮົາຈຶ່ງມາເພື່ອຈະນະມັດສະການເພິ່ນ”.
3ເມື່ອກະສັດເຮໂຣດໄດ້ຍິນດັ່ງນັ້ນແລ້ວກໍກັງວົນໃຈຫລາຍ ແລະ ຊາວເຢຣູຊາເລັມທຸກຄົນກໍພາກັນກັງວົນໃຈນໍາດ້ວຍ. 4ເມື່ອເຮໂຣດໄດ້ເອີ້ນພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຂອງປະຊາຊົນທັງໝົດມາເຕົ້າໂຮມກັນແລ້ວ, ເພິ່ນກໍໄດ້ຖາມພວກເຂົາວ່າພຣະຄຣິດເຈົ້າ#2:4 ຫລື ພຣະເມຊີອາຈະມາບັງເກີດຢູ່ທີ່ໃດ. 5ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ:
6“‘ສ່ວນເຈົ້າ ເບັດເລເຮັມໃນດິນແດນຢູດາຍເອີຍ,
ເຈົ້າບໍ່ແມ່ນຜູ້ເລັກນ້ອຍທີ່ສຸດໃນທ່າມກາງບັນດາຜູ້ປົກຄອງຂອງຢູດາຍ,
ເພາະຈະມີຜູ້ປົກຄອງຜູ້ໜຶ່ງອອກມາຈາກເຈົ້າ
ຜູ້ທີ່ຈະເປັນຜູ້ລ້ຽງປະຊາຊົນຊາວອິດສະຣາເອນຂອງເຮົາ’#2:6 ມກ 5:2,4”.
7ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫລາຈານເຂົ້າມາພົບຢ່າງລັບໆ ແລະ ສືບຖາມພວກເຂົາເຖິງເວລາທີ່ແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ. 8ແລ້ວເພິ່ນກໍໃຊ້ພວກໂຫລາຈານໄປຍັງເບັດເລເຮັມ ແລະ ສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່. ເມື່ອພວກເຈົ້າພົບເພິ່ນແລ້ວຈົ່ງບອກໃຫ້ເຮົາຮູ້ທັນທີ, ເພື່ອເຮົາຈະໄດ້ໄປນະມັດສະການເພິ່ນເໝືອນກັນ”.
9ຫລັງຈາກພວກໂຫລາຈານໄດ້ຍິນຄຳສັ່ງຂອງກະສັດແລ້ວ, ພວກເຂົາກໍພາກັນເດີນທາງອອກໄປ ແລະ ດາວທີ່ພວກເຂົາໄດ້ເຫັນເມື່ອເວລາທີ່ດາວປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປຈົນໄດ້ມາຢຸດຢູ່ຊື່ບ່ອນທີ່ກຸມມານຢູ່. 10ເມື່ອພວກເຂົາໄດ້ເຫັນດາວນັ້ນແລ້ວ, ພວກເຂົາກໍຊື່ນຊົມຍິນດີຫລາຍ. 11ເມື່ອເຂົ້າໄປໃນເຮືອນ, ພວກເຂົາກໍໄດ້ເຫັນພຣະກຸມມານພ້ອມກັບມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບ ແລະ ນະມັດສະການເພິ່ນ. ແລ້ວພວກເຂົາກໍໄຂຫີບສົມບັດຂອງພວກເຂົາອອກມາ ແລະ ມອບຂອງຖວາຍແກ່ພຣະອົງຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ. 12ແລະ ພວກເຂົາໄດ້ຮັບຄຳເຕືອນທາງຄວາມຝັນວ່າບໍ່ໃຫ້ກັບໄປຫາເຮໂຣດ, ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປປະເທດຂອງຕົນໂດຍໃຊ້ທາງເສັ້ນອື່ນ.
ການໜີໄປເອຢິບ
13ເມື່ອພວກໂຫລາຈານໄດ້ຈາກໄປແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບໃນຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເດັກໜີໄປຍັງປະເທດເອຢິບ. ຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ”.
14ໂຢເຊັບຈຶ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເພິ່ນເດີນທາງໄປຍັງປະເທດເອຢິບໃນເວລາກາງຄືນ 15ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍ. ເຫດການທີ່ເກີດຂຶ້ນທັງໝົດນີ້ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນເອົາບຸດຂອງເຮົາອອກຈາກປະເທດເອຢິບ”.#2:15 ຮສອ 11:1
16ເມື່ອເຮໂຣດໄດ້ຮູ້ວ່າພວກໂຫລາຈານຫລອກລວງຕົນ, ເພິ່ນກໍໃຈຮ້າຍຫລາຍ ແລະ ເພິ່ນຈຶ່ງສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທັງໝົດໃນເບັດເລເຮັມ ແລະ ບໍລິເວນໃກ້ຄຽງທີ່ມີອາຍຸສອງປີລົງມາ, ເຊິ່ງສອດຄ່ອງກັບເວລາທີ່ເພິ່ນໄດ້ຮູ້ຈາກພວກໂຫລາຈານ. 17ເຫດການທີ່ໄດ້ເກີດຂຶ້ນນີ້ກໍໄດ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ:
18“ໄດ້ຍິນສຽງໜຶ່ງໃນບ້ານຣາມາ,
ເປັນສຽງຮ້ອງໄຫ້ ແລະ ສຽງຄ່ຳຄວນ,
ນາງຣາເຊັນກຳລັງຮ້ອງໄຫ້ນໍາບັນດາລູກຂອງຕົນ
ແລະ ບໍ່ຍອມຮັບຄຳປອບໃຈໃດໆ,
ເພາະລູກທັງຫລາຍນັ້ນຕາຍແລ້ວ”.#2:18 ຢມຢ 31:15
ການກັບມາຍັງນາຊາເຣັດ
19ຫລັງຈາກເຮໂຣດໄດ້ຕາຍແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ 20ແລະ ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນກັບຄືນໄປຍັງດິນແດນອິດສະຣາເອນ, ເພາະບັນດາຜູ້ທີ່ພະຍາຍາມເອົາຊີວິດກຸມມານນັ້ນໄດ້ຕາຍແລ້ວ”.
21ດັ່ງນັ້ນ, ໂຢເຊັບຈຶ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນມາຍັງດິນແດນອິດສະຣາເອນ 22ແຕ່ເມື່ອລາວໄດ້ຍິນວ່າອາກເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນພໍ່, ໂຢເຊັບກໍຢ້ານທີ່ຈະໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນໃນຄວາມຝັນ, ໂຢເຊັບຈຶ່ງໄປຍັງແຂວງຄາລີເລ, 23ແລະ ໄປອາໄສຢູ່ທີ່ເມືອງໜຶ່ງຊື່ວ່ານາຊາເຣັດ. ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງບັນດາຜູ້ທຳນວາຍວ່າ, “ທ່ານຈະຖືກເອີ້ນວ່າ: ໄທນາຊາເຣັດ”.
اکنون انتخاب شده:
ມັດທາຍ 2: LCV
هایلایت
به اشتراک گذاشتن
کپی

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.