YouVersion Logo
Search Icon

ມັດທາຍ 28

28
ພຣະເຢຊູເຈົ້າ​ໄດ້​ເປັນຄືນມາ​ຈາກ​ຕາຍ
(ມຣກ 16:1-8; ລກ 24:1-10)
1ຫລັງຈາກ​ວັນຊະບາໂຕ, ເວລາ​ຮຸ່ງເຊົ້າ​ວັນ​ຕົ້ນ​ສັບປະດາ ມາຣີ​ຊາວ​ມັກດາລາ ແລະ ມາຣີ​ຄົນ​ໜຶ່ງ​ອີກ​ໄດ້​ໄປ​ເບິ່ງ​ທີ່​ອຸບມຸງ.
2ເກີດ​ແຜ່ນດິນໄຫວ​ຢ່າງ​ຮຸນແຮງ ເພາະ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ລົງມາ​ຈາກ​ສະຫວັນ ແລະ ໄປ​ທີ່​ອຸບມຸງ, ກຶ່ງ​ກ້ອນຫີນ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ. 3ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງຟ້າແມບ, ເຄື່ອງນຸ່ງ​ກໍ​ຂາວ​ເໝືອນ​ຫິມະ. 4ພວກຄົນຍາມ​ທີ່​ເຝົ້າ​ຢູ່​ກໍ​ຢ້ານ​ເທວະດາ​ຕົນ​ນັ້ນ​ຈົນ​ໂຕສັ່ນ ແລະ ກາຍເປັນ​ເໝືອນ​ຄົນຕາຍ.
5ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ພວກແມ່ຍິງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. 6ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນຄືນມາ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້. 7ແລ້ວ​ຈົ່ງ​ຟ້າວ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ແລະ ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ’. ບັດນີ້ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ”.
8ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ. 9ໃນ​ທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ທັກທາຍ​ພວກເຂົາ. ພວກເຂົາ​ກໍ​ເຂົ້າມາ​ຫາ​ພຣະອົງ ແລະ ຈັບ​ຕີນ​ຂອງ​ພຣະອົງ ແລະ ຂາບລົງ​ນະມັດສະການ​ພຣະອົງ. 10ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ໄປ​ບອກ​ບັນດາ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ, ພວກເຂົາ​ຈະ​ເຫັນ​ເຮົາ​ຢູ່​ທີ່​ນັ້ນ”.
ຄຳລາຍງານ​ຂອງ​ພວກຄົນຍາມ
11ໃນ​ຂະນະ​ທີ່​ແມ່ຍິງ​ເຫລົ່ານັ້ນ​ກຳລັງ​ເດີນທາງ​ໄປ, ຄົນຍາມ​ບາງຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ລາຍງານ​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຕໍ່​ພວກຫົວໜ້າ​ປະໂລຫິດ. 12ເມື່ອ​ພວກຫົວໜ້າ​ປະໂລຫິດ​ໄດ້​ປະຊຸມກັນ​ກັບ​ພວກ​ເຖົ້າແກ່ ແລະ ວາງແຜນການ​ແລ້ວ, ພວກເຂົາ​ກໍ​ເອົາ​ເງິນ​ຈໍານວນຫລາຍ​ໃຫ້​ພວກທະຫານ 13ພ້ອມ​ທັງ​ສັ່ງ​ວ່າ, “ພວກເຈົ້າ​ຈົ່ງ​ເວົ້າ​ວ່າ, ‘ພວກສາວົກ​ໄດ້​ມາ​ລັກເອົາ​ສົບ​ໄປ​ໃນ​ຕອນກາງຄືນ​ໃນ​ຂະນະ​ທີ່​ພວກເຮົາ​ນອນຫລັບ​ຢູ່’. 14ຖ້າ​ເລື່ອງ​ນີ້​ຮູ້​ໄປ​ເຖິງ​ຜູ້ປົກຄອງ ພວກເຮົາ​ຈະ​ເວົ້າ​ແກ້ໂຕ​ກັບ​ເພິ່ນ ແລະ ປ້ອງກັນ​ພວກເຈົ້າ​ບໍ່​ໃຫ້​ມີ​ບັນຫາ”. 15ດັ່ງນັ້ນ ພວກທະຫານ​ຈຶ່ງ​ຮັບເງິນ ແລະ ພາກັນ​ເຮັດ​ຕາມ​ຄຳແນະນໍາ​ນັ້ນ. ແລ້ວ​ເລື່ອງ​ນີ້​ໄດ້​ຖືກ​ເຜີຍແຜ່​ໄປ​ຢ່າງ​ກວ້າງຂວາງ​ໃນ​ທ່າມກາງ​ຊາວຢິວ​ຈົນ​ເຖິງ​ທຸກ​ວັນ​ນີ້.
ພຣະມະຫາບັນຊາ
16ແລ້ວ​ພວກສາວົກ​ທັງ​ສິບເອັດ​ຄົນ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ, ໄປ​ທີ່​ພູເຂົາ​ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. 17ເມື່ອ​ພວກເພິ່ນ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເພິ່ນ​ກໍ​ຂາບ​ລົງ​ນະມັດສະການ​ພຣະອົງ ແຕ່​ບາງຄົນ​ໃນ​ພວກເພິ່ນ​ຍັງ​ສົງໄສ​ຢູ່. 18ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ. 19ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ#28:19 ຫລື ເຂົ້າ​ໃນ ເບິ່ງ ກຈກ 8:16; 19:5; ຣມ 6:3; 1ກຣທ 1:13; 10:2 ແລະ ຄລຕ 3:27​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ, 20ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.

Currently Selected:

ມັດທາຍ 28: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in