YouVersion Logo
Search Icon

ມາຣະໂກ ຄຳນໍາ

ຄຳນໍາ
ພຣະຄຳ​ມາຣະໂກ​ປາກົດ​ວ່າ​ຖືກ​ຂຽນ​ຂຶ້ນ​ເພື່ອ​ຜູ້ອ່ານ​ທີ່​ຢູ່​ໃນ​ນະຄອນ​ໂຣມ. ຄຳ​ປະກາດ​ຂອງ​ນາຍຮ້ອຍ​ຊາວ​ໂຣມ​ຄົນ​ໜຶ່ງ​ໃນ​ຕອນ​ທ້າຍ​ຂອງ​ໜັງສື​ໄດ້​ກ່າວ​ວ່າ: ຊາຍ​ຜູ້​ນີ້​ເປັນ​ບຸດ​ຂອງ​ພຣະເຈົ້າ​ຢ່າງ​ແນ່ນອນ! ນີ້​ເປັນ​ແບບຢ່າງ​ຂອງ​ການ​ເປັນ​ພະຍານ​ເຖິງ​ພຣະເຢຊູເຈົ້າ​ທີ່​ໜັງສື​ຂ່າວປະເສີດ​ເຫລັ້ມ​ນີ້​ຮຽກຮ້ອງ​ໃຫ້​ເກີດຂຶ້ນ.
ເລື່ອງລາວ​ທີ່​ດຳເນີນ​ໄປ​ຢ່າງ​ວ່ອງໄວ​ນີ້ ໃນ​ຊ່ວງ​ຕົ້ນ​ຂອງ​ເຄິ່ງ​ທຳອິດ​ໄປ​ທີ່​ຄຳຖາມ​ວ່າ: ພວກເຈົ້າ​ເວົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ? ເປັນ​ຕອນ​ໜຶ່ງ​ທີ່​ຢູ່​ໃນ​ຕອນ​ທ້າຍ​ຂອງ​ເຄິ່ງ​ທຳອິດ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຕາບອດ​ໃນ​ສອງ​ຂັ້ນຕອນ, ເພື່ອ​ຊາຍ​ຄົນ​ນັ້ນ​ຈະ​ຄ່ອຍໆ​ເບິ່ງ​ເຫັນ. ໃນ​ທຳນອງ​ດຽວ​ກັນ ບັນດາ​ສາວົກ​ກໍ​ຄ່ອຍໆ​ຮູ້ຈັກ​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ໃດ. ຫລັງຈາກ​ນັ້ນ​ກໍ​ເປັນ​ຊ່ວງ​ເວລາ​ທີ່​ສຳຄັນ​ຂອງ​ເລື່ອງລາວ, ເຊິ່ງ​ຢູ່​ທີ່​ກາງ​ເລື່ອງ, ຄື​ເປໂຕ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.
ບັດນີ້ ຈະ​ເຫັນ​ວ່າ​ຄວາມ​ຂັດແຍ້ງ​ໄດ້​ເປີດເຜີຍ​ອອກ​ມາ​ຢ່າງຊັດເຈນ. ພຣະເຢຊູເຈົ້າ​ໄດ້​ມາ​ເພື່ອ​ແນະນຳ​ວິຖີ​ຊີວິດ​ແບບ​ໃໝ່​ທີ່​ຈະ​ທຳລາຍ​ຄວາມສຳພັນ​ທາງ​ອຳນາດ​ທີ່​ມີ​ຢູ່​ໃນ​ເວລາ​ນັ້ນ. ເຄິ່ງ​ທີ​ສອງ​ຂອງ​ເລື່ອງລາວ​ນີ້​ແບ່ງ​ເປັນ​ສາມ​ຕອນ​ຄື:
ຕອນ​ທຳອິດ: ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ເດີນທາງ​ໄປ​ເຢຣູຊາເລັມ.
ຕໍ່ມາ: ພຣະເຢຊູເຈົ້າ​ສັ່ງສອນ​ໃນ​ວິຫານ ແລະ ມີ​ການ​ປະທະ​ກັບ​ກຸ່ມ​ຜູ້ນຳ​ທີ່​ຈັດ​ຕັ້ງ​ໄວ້.
ໃນ​ຕອນ​ສຸດທ້າຍ, ຜູ້ນຳ​ກຸ່ມ​ນີ້​ໄດ້​ດຳເນີນ​ການ​ຕາມ​ແຜນ ແລະ ເຮັດ​ໃຫ້​ພຣະເຢຊູເຈົ້າ​ຖືກ​ຈັບ ແລະ ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ, ເຊິ່ງ​ເບິ່ງ​ຄື​ວ່າ​ພວກເຂົາ​ໄດ້​ທຳລາຍ​ສິ່ງ​ທັງໝົດ​ທີ່​ພຣະອົງ​ໄດ້​ກະທຳ. ແຕ່​ຕໍ່ມາ​ພຣະເຈົ້າ​ໄດ້​ທຳລາຍ​ສິ່ງ​ທີ່​ພວກເຂົາ​ກະທຳ ແລະ ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາ​ສູ່​ຊີວິດ. ດັ່ງນັ້ນ ບັນດາ​ຜູ້ອ່ານ​ຂອງ​ມາຣະໂກ​ຈຶ່ງ​ຖືກ​ຮຽກຮ້ອງ​ໃຫ້​ສັດຊື່​ຕໍ່​ພຣະເຢຊູເຈົ້າ, ແມ່ນແຕ່​ຢູ່​ໃນ​ຍາມ​ທົນທຸກທໍລະມານ, ເພາະ​ວ່າ​ນີ້​ຄື​ວິທີ​ທີ່​ພຣະເຈົ້າ​ຍັງ​ສືບຕໍ່​ທຳລາຍ​ແບບ​ແຜນ​ເດີມ ແລະ ຕັ້ງ​ວິຖີ​ຊີວິດ​ທີ່​ພຣະເຢຊູເຈົ້າ​ໄດ້​ສອນ​ໄວ້​ຕໍ່ໄປ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in