Logo YouVersion
Eicon Chwilio

ກິດຈະການ 22

22
1“ພີ່ນ້ອງ ແລະ​ທ່ານ​ຜູ້​ອາວຸໂສ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ທັງຫລາຍ​ໃນ​ບັດນີ້​ດ້ວຍ​ເຖີດ.” 2ເມື່ອ​ປະຊາຊົນ​ໄດ້ຍິນ​ໂປໂລ​ກ່າວ​ກັບ​ພວກເຂົາ​ເປັນ​ພາສາ​ເຮັບເຣີ ພວກເຂົາ​ທຸກຄົນ​ກໍ​ມິດງຽບ​ລົງ​ກວ່າ​ເກົ່າ ຈາກ​ນັ້ນ​ໂປໂລ​ຈຶ່ງ​ກ່າວ​ຕໍ່ໄປ​ວ່າ,
3“ຂ້າພະເຈົ້າ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ, ແຕ່​ຂ້າພະເຈົ້າ​ໄດ້​ໃຫຍ່​ຂຶ້ນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ເອງ ແລະ​ເຄີຍ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ຜູ້​ທີ່​ໄດ້​ສັ່ງສອນ​ຂ້າພະເຈົ້າ ໃຫ້​ຮູ້​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ຢ່າງ​ເຄັ່ງຄັດ, ເຄີຍ​ຮ້ອນຮົນ​ໃນ​ການ​ອຸທິດ​ຕົວ​ແກ່​ພຣະເຈົ້າ ເໝືອນ​ທ່ານ​ທຸກຄົນ​ໃນວັນນີ້. 4ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ຄົນ​ທັງຫລາຍ ທີ່​ຖື​ໃນ​ທາງ​ນັ້ນ​ຈົນ​ພວກເຂົາ​ເສຍ​ຊີວິດ, ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ຊາຍ​ຍິງ ແລະ​ນຳ​ພວກເຂົາ​ໄປ​ຂັງ​ຄຸກ. 5ເລື່ອງ​ນີ້​ມະຫາ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ສູງສຸດ​ທຸກຄົນ ຄົງ​ຢືນຢັນ​ໄດ້​ວ່າ​ຂ້າພະເຈົ້າ​ເວົ້າ​ຄວາມຈິງ, ຂ້າພະເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ພວກເພິ່ນ ແລະ​ຖື​ໄປ​ຫາ​ບັນດາ​ພີ່ນ້ອງ​ຊາວ​ຢິວ​ທີ່​ເມືອງ​ດາມັສກັດ ເພື່ອ​ຈະ​ຈັບ​ເອົາ​ພວກ​ຄົນ​ທີ່​ເຊື່ອ​ຢູ່​ໃນ​ທີ່ນັ້ນ ແລະ​ນຳ​ພວກເຂົາ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ລົງໂທດ.”
ໂປໂລ​ເລົ່າ​ເຖິງ​ການ​ກັບໃຈ​ຂອງຕົນ
(ກຈກ 9:1-19; 26:12-18)
6“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ແລະ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ ໃນ​ເວລາ​ປະມານ​ທ່ຽງ​ວັນ ກໍ​ມີ​ແສງ​ສະຫວ່າງ​ກ້າ​ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມຕົວ​ຂ້າພະເຈົ້າ. 7ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’ 8ຂ້າພະເຈົ້າ​ຖາມ​ອອກ​ໄປ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ແລ້ວ​ພຣະອົງ​ຕອບ​ຂ້າພະເຈົ້າ​ວ່າ ‘ເຮົາ​ແມ່ນ​ເຢຊູ​ໄທ​ນາຊາເຣັດ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ.’ 9ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່ໄດ້ຍິນ​ສຽງ​ຂອງ​ຜູ້​ທີ່​ກຳລັງ​ກ່າວ​ກັບ​ຂ້າພະເຈົ້າ. 10ຂ້າພະເຈົ້າ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ ເຖິງ​ສິ່ງ​ທັງໝົດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ.’ 11ຂ້າພະເຈົ້າ​ຕາບອດ​ຍ້ອນ​ແສງ​ສະຫວ່າງ​ກ້າ​ນັ້ນ. ດັ່ງນັ້ນ ເພື່ອນ​ຮ່ວມ​ເດີນທາງ​ກັບ​ຂ້າພະເຈົ້າ​ຈຶ່ງ​ຈູງ​ມື​ຂ້າພະເຈົ້າ ແລ້ວ​ພາເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ.
12ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ເພິ່ນ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ ແລະ​ຢຶດຖື​ຕາມ​ກົດບັນຍັດ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມນັບຖື​ຢ່າງ​ສູງ ຈາກ​ຊາວ​ຢິວ​ທຸກຄົນ​ຢູ່​ໃນ​ເມືອງ​ນີ້, 13ເພິ່ນ​ໄດ້​ມາ​ຢືນ​ຢູ່​ໃກ້​ຂ້າພະເຈົ້າ ແລະ​ກ່າວ​ວ່າ, ‘ອ້າຍ​ໂຊໂລ​ເອີຍ, ຈົ່ງ​ເຫັນ​ຮຸ່ງ​ອີກ​ສາ’ ໃນ​ທັນໃດນັ້ນ ຂ້າພະເຈົ້າ​ກໍໄດ້​ເຫັນ​ຮຸ່ງ​ອີກ ຈຶ່ງ​ແນມ​ເຫັນ​ເພິ່ນ. 14ຈາກ​ນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເອົາ​ເຈົ້າ ເພື່ອ​ໃຫ້​ຮູ້​ຄວາມປະສົງ​ຂອງ​ພຣະອົງ ເພື່ອ​ໃຫ້​ເຫັນ​ພຣະອົງ​ຜູ້​ຊອບທຳ ແລະ​ເພື່ອ​ໃຫ້​ເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ຂອງ​ພຣະອົງ​ເອງ. 15ດ້ວຍວ່າ, ເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ພຣະອົງ ໃຫ້​ຄົນ​ທັງປວງ​ຮູ້​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ. 16ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’
ໂປໂລ​ຖືກ​ໃຊ້​ໃຫ້​ໄປ​ຫາ​ຄົນຕ່າງຊາດ
17“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ. 18ແລະ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ຮີບ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ເພາະວ່າ​ປະຊາຊົນ​ໃນ​ທີ່​ນີ້​ຈະ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ເຈົ້າ​ທີ່​ກ່າວ​ເຖິງ​ເຮົາ.’ 19ຂ້າພະເຈົ້າ​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ຄົນ​ເຫຼົ່ານັ້ນ​ຮູ້​ດີ​ວ່າ ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ ຈັບ​ເອົາ​ບັນດາ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ ແລະ​ຂ້ຽນຕີ​ພວກເຂົາ. 20ເມື່ອ​ພວກເຂົາ​ຂ້າ​ຊະເຕຟາໂນ ຜູ້​ທີ່​ເປັນ​ພະຍານ​ໃຫ້​ພຣະອົງ ຂ້ານ້ອຍ​ເອງ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ, ຂ້ານ້ອຍ​ເຫັນພ້ອມ​ນຳ​ພວກ​ຄາດຕະກອນ​ເຫຼົ່ານັ້ນ ໂດຍ​ເປັນ​ຜູ້​ຮັກສາ​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ.’ 21ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ອອກໄປ ເພາະ​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ໄກ ຫາ​ຄົນຕ່າງຊາດ.”’
ນາຍພັນ​ຄຸມ​ຕົວ​ໂປໂລ​ໄວ້
22ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ ຈົນເຖິງ​ເວລາ​ທີ່​ເພິ່ນ​ເວົ້າ​ຄຳ​ນີ້ ແລ້ວ​ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຈັດ​ການ​ກັບ​ຄົນ​ນີ້​ເສຍ ເອົາ​ໄປ​ຂ້າ​ຖິ້ມ, ບໍ່ຄວນ​ໃຫ້​ມີ​ຊີວິດ​ຢູ່.” 23ແລ້ວ​ພວກເຂົາ​ຮ້ອງ​ໂວຍວາຍ​ທັງ​ແກ້​ເສື້ອ​ໂຍນ​ໄປມາ ແລະ​ກຳ​ຂີ້ຝຸ່ນ​ຊັດ​ຂຶ້ນ​ໃນ​ອາກາດ. 24ນາຍພັນ​ຈຶ່ງ​ສັ່ງ​ໃຫ້​ເອົາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ​ສັ່ງ​ໃຫ້​ສອບສວນ​ດ້ວຍ​ການ​ຂ້ຽນຕີ​ເພື່ອ​ຢາກ​ຮູ້​ວ່າ ດ້ວຍເຫດໃດ​ປະຊາຊົນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ສູ້​ເພິ່ນ​ຢ່າງ​ນີ້. 25ແຕ່​ເມື່ອ​ທະຫານ​ມັດ​ເພິ່ນ​ໄວ້​ດ້ວຍ​ເຊືອກ​ໜັງ, ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ​ວ່າ, “ການ​ທີ່​ຈະ​ຂ້ຽນຕີ​ຄົນ​ສັນຊາດ​ໂຣມ ກ່ອນ​ຖືກ​ພິພາກສາ​ລົງໂທດ​ນັ້ນ ເປັນ​ການ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”
26ເມື່ອ​ນາຍຮ້ອຍ​ໄດ້ຍິນ​ເຊັ່ນນີ້ ລາວ​ຈຶ່ງ​ໄປ​ຫາ​ນາຍພັນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ກຳລັງ​ຈະ​ເຮັດ​ຫຍັງ​ລົງ​ໄປ? ຊາຍ​ຜູ້​ນັ້ນ​ເປັນ​ຄົນ​ສັນຊາດ​ໂຣມ.”
27ດັ່ງນັ້ນ ນາຍພັນ​ຈຶ່ງ​ໄປ​ຫາ​ໂປໂລ ແລະ​ຖາມ​ວ່າ, “ບອກ​ມາ​ເບິ່ງດຸ​ວ່າ, ເຈົ້າ​ເປັນ​ຄົນ​ສັນຊາດ​ໂຣມ​ບໍ?”
ໂປໂລ​ຕອບ​ວ່າ, “ແມ່ນແລ້ວ.”
28ນາຍພັນ​ເວົ້າ​ວ່າ, “ຂ້ອຍ​ໄດ້​ຈ່າຍ​ເງິນ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ໄດ້​ສັນຊາດ​ໂຣມ.”
ໂປໂລ​ຕອບ​ວ່າ, “ແຕ່​ຂ້ານ້ອຍ​ເປັນ​ຄົນ​ສັນຊາດ​ໂຣມ​ໂດຍ​ກຳເນີດ.”
29ແລ້ວ​ພວກ​ທີ່​ກຳລັງ​ຈະ​ສອບຖາມ​ໂປໂລ​ນັ້ນ ກໍ​ຖອຍ​ອອກ​ຈາກ​ເພິ່ນ​ທັນທີ, ສ່ວນ​ນາຍພັນ​ເອງ​ເມື່ອ​ຮູ້​ວ່າ​ໂປໂລ​ເປັນ​ຄົນ​ສັນຊາດ​ໂຣມ​ກໍ​ຢ້ານ ເພາະ​ຕົນ​ໄດ້​ສັ່ງ​ໃຫ້​ລ່າມໂສ້​ເພິ່ນ.
ໂປໂລ​ຕໍ່ໜ້າ​ສະພາ​ສູງສຸດ
30ຍ້ອນ​ນາຍພັນ​ຢາກ​ຮູ້​ພວກ​ຢິວ​ກ່າວຫາ​ໂປໂລ​ດ້ວຍ​ເຫດ​ອັນ​ໃດ​ແທ້, ສະນັ້ນ ຕົກ​ວັນ​ໜ້າ​ມາ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ທະຫານ​ແກ້​ໂສ້​ທີ່​ລ່າມ​ໂປໂລ​ອອກ ແລະ​ທັງ​ສັ່ງ​ໃຫ້​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ມາ​ປະຊຸມ​ກັນ ແລ້ວ​ນາຍພັນ​ກໍ​ພາ​ໂປໂລ​ໄປ ແລະ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda