ກິດຈະການ 21
21
ໂປໂລເດີນທາງເມືອນະຄອນເຢຣູຊາເລັມ
1ເມື່ອພວກເຮົາໄດ້ກ່າວຄຳອຳລາພວກເຂົາແລ້ວ ກໍຈາກໄປ, ຫລັງຈາກຂີ່ເຮືອກຳປັ່ນແລ່ນຕົງໄປເກາະໂກດ ແລະອີກວັນໜຶ່ງກໍມາເຖິງເກາະໂຣໂດ ຈາກທີ່ນັ້ນພວກເຮົາກໍໄປເຖິງເມືອງປາຕາຣາ. 2ໃນເມືອງນີ້ ພວກເຮົາໄດ້ພົບເຮືອລຳໜຶ່ງ ຊຶ່ງໃກ້ຈະຂ້າມໄປແຂວງໂຟນີເຊຍ. ດັ່ງນັ້ນ ພວກເຮົາຈຶ່ງລົງເຮືອລຳນີ້ ແລະເດີນທາງຕໍ່ໄປ. 3ຫລັງຈາກແນມເຫັນເກາະໄຊປຣັດແລ້ວ ພວກເຮົາກໍເວັ້ນເກາະນັ້ນໄປທາງຊ້າຍ ແລ້ວມຸ່ງໜ້າໄປແຂວງຊີເຣຍ ແລະຈອດເຮືອທີ່ທ່າເມືອງຕີເຣ ເພາະໃນເມືອງນີ້ ເຮືອຈະຕ້ອງເອົາຂອງບັນທຸກຂຶ້ນທ່າ. 4ໃນເມືອງຕີເຣນີ້ ພວກເຮົາໄດ້ພົບຄົນທີ່ເຊື່ອ ແລະໄດ້ພັກຢູ່ກັບພວກເຂົາເປັນເວລາເຈັດວັນ, ໂດຍການຊົງນຳພາຂອງພຣະວິນຍານບໍຣິສຸດເຈົ້າ ສິດເຫຼົ່ານັ້ນໄດ້ບອກໂປໂລບໍ່ໃຫ້ໄປທີ່ນະຄອນເຢຣູຊາເລັມ. 5ແຕ່ເມື່ອອາທິດໜຶ່ງສິ້ນສຸດລົງແລ້ວພວກເຮົາກໍອອກເດີນທາງໄປຕໍ່, ຄົນທີ່ເຊື່ອທຸກຄົນພ້ອມທັງເມຍ ແລະລູກໆຂອງພວກເຂົາກໍໄດ້ອອກເມືອງໄປສົ່ງພວກເຮົາທີ່ນອກເມືອງ ແລ້ວໃນທີ່ນັ້ນ ທຸກຄົນໄດ້ຄຸເຂົ່າລົງພາວັນນາອະທິຖານຮ່ວມກັນທີ່ຫາດຊາຍ. 6ແລ້ວກໍກ່າວອຳລາຕໍ່ກັນແລະກັນ ພວກເຮົາຈຶ່ງຂຶ້ນເຮືອຂະນະທີ່ພວກເຂົາກຳລັງກັບຄືນເມືອນັ້ນ.
7ພວກເຮົາໄດ້ສືບຕໍ່ເດີນທາງໂດຍລົງເຮືອຈາກເມືອງຕີເຣ ໄປເຖິງເມືອງປະໂຕເລມາຍ, ໃນເມືອງນີ້ ພວກເຮົາໄດ້ໄປຄຳນັບທັກທາຍຄົນທີ່ເຊື່ອ ແລະ ພັກຢູ່ນຳພວກເຂົາໜຶ່ງວັນ. 8ຕົກວັນໜ້າມາ ພວກເຮົາໄດ້ຈາກທີ່ນັ້ນ ແລະໄປເຖິງເມືອງກາຍຊາເຣຍ, ໃນເມືອງນີ້ ພວກເຮົາໄດ້ພັກຢູ່ທີ່ເຮືອນຂອງຟີລິບຜູ້ປະກາດຂ່າວປະເສີດ ທີ່ເປັນຜູ້ໜຶ່ງໃນພວກເຈັດຄົນ ທີ່ໄດ້ຖືກເລືອກໃຫ້ເປັນຜູ້ຊ່ວຍໃນນະຄອນເຢຣູຊາເລັມ. 9ຟີລິບມີລູກສາວສີ່ຄົນທີ່ບໍ່ທັນແຕ່ງງານເທື່ອ ແລະຕ່າງກໍເປັນຜູ້ປະກາດພຣະທຳ. 10ພວກເຮົາໄດ້ພັກຢູ່ທີ່ນີ້ເປັນເວລາຫລາຍວັນ ມີຜູ້ທຳນວາຍຄົນໜຶ່ງ ທີ່ລົງມາຈາກແຂວງຢູດາຍຊື່ວ່າ ອາຄະໂບ. 11ລາວມາຫາພວກເຮົາ ແລະເອົາສາຍຮັດແອວຂອງໂປໂລມັດຕີນມັດມືຂອງຕົນເອງ ແລະກ່າວວ່າ, “ພຣະວິນຍານບໍຣິສຸດເຈົ້າກ່າວດັ່ງນີ້: ເຈົ້າຂອງສາຍຮັດແອວນີ້ ຈະຖືກມັດຢ່າງດຽວກັນນີ້ ໂດຍພວກຢິວໃນນະຄອນເຢຣູຊາເລັມ ແລະພວກເຂົາຈະມອບເພິ່ນໃຫ້ແກ່ຄົນຕ່າງຊາດ.”
12ເມື່ອໄດ້ຍິນເຊັ່ນນີ້ແລ້ວ ພວກເຮົາກັບຄົນອື່ນໆຢູ່ໃນທີ່ນັ້ນ ຕ່າງກໍວອນຂໍໂປໂລ ບໍ່ໃຫ້ໄປທີ່ນະຄອນເຢຣູຊາເລັມ. 13ແຕ່ໂປໂລຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ ແລະເຮັດໃຫ້ເຮົາເສຍກຳລັງໃຈເຊັ່ນນີ້? ເຮົາຕຽມພ້ອມບໍ່ແມ່ນແຕ່ໃຫ້ພວກເຂົາມັດເຮົາໃນນະຄອນເຢຣູຊາເລັມເທົ່ານັ້ນ ແຕ່ພ້ອມທີ່ຈະຕາຍຢູ່ໃນທີ່ນັ້ນອີກດ້ວຍ ເພື່ອເຫັນແກ່ພຣະນາມຂອງອົງພຣະເຢຊູເຈົ້າ.”
14ເມື່ອພວກເຮົາບໍ່ສາມາດຊັກຊວນໃຫ້ເພິ່ນປ່ຽນໃຈໄດ້ ພວກເຮົາຈຶ່ງຢຸດວອນຂໍເພິ່ນ ແລະເວົ້າວ່າ, “ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງອົງພຣະຜູ້ເປັນເຈົ້າເທີ້ນ.”
15ຫລັງຈາກພັກເຊົາຢູ່ທີ່ນັ້ນ ພວກເຮົາກໍຈັດແຈງເອົາສິ່ງຂອງ ແລ້ວກໍຂຶ້ນເມືອນະຄອນເຢຣູຊາເລັມ. 16ມີລູກສິດບາງຄົນທີ່ມາຈາກເມືອງກາຍຊາເຣຍໄດ້ເດີນທາງໄປກັບພວກເຮົາເໝືອນກັນ ພວກເຂົາໄດ້ພາພວກເຮົາໄປຫາຜູ້ໜຶ່ງຊື່ ມະນາໂຊນຊາວເກາະໄຊປຣັດ ເປັນລູກສິດເກົ່າແກ່ ຊຶ່ງພວກເຮົາຈະພັກອາໄສຢູ່ກັບຜູ້ນັ້ນ.
ໂປໂລຈັດແຈງຢາມຢາໂກໂບ
17ເມື່ອພວກເຮົາມາເຖິງນະຄອນເຢຣູຊາເລັມ ພວກຄົນທີ່ເຊື່ອກໍຕ້ອນຮັບພວກເຮົາດ້ວຍຄວາມຍິນດີ. 18ວັນຕໍ່ມາ ໂປໂລກັບພວກເຮົາໄດ້ໄປຢ້ຽມຢາມຢາໂກໂບ ແລະເຖົ້າແກ່ທຸກຄົນໃນຄຣິສຕະຈັກກໍມີໜ້າຢູ່ທີ່ນັ້ນດ້ວຍ. 19ເມື່ອໂປໂລທັກທາຍກັບເຂົາເຫຼົ່ານັ້ນທຸກຄົນແລ້ວ, ເພິ່ນຈຶ່ງລາຍງານຢ່າງລະອຽດເຖິງທຸກສິ່ງ ຊຶ່ງພຣະເຈົ້າໄດ້ກະທຳໃນທ່າມກາງຄົນຕ່າງຊາດ ໂດຍຜ່ານທາງພາລະກິດຂອງຕົນ. 20ຫລັງຈາກຮັບຟັງແລ້ວ ທ່ານເຫຼົ່ານີ້ຕ່າງກໍສັນລະເສີນພຣະເຈົ້າ, ແລ້ວພວກເຂົາກໍກ່າວແກ່ໂປໂລວ່າ, “ອ້າຍເອີຍ ເຈົ້າກໍເຫັນຊາວຢິວຫລາຍໝື່ນຄົນໄດ້ວາງໃຈເຊື່ອ ແລະຄົນພວກນີ້ກໍຮ້ອນຮົນໃຈໃນການທີ່ເຊື່ອຖືກົດບັນຍັດຢ່າງເຄັ່ງຄັດ. 21ພວກເຂົາໄດ້ຍິນຂ່າວວ່າ ທ່ານສັ່ງສອນພວກຢິວທຸກຄົນທີ່ຢູ່ທ່າມກາງຄົນຕ່າງຊາດນັ້ນ ໃຫ້ປະຖິ້ມກົດບັນຍັດຂອງໂມເຊ ໂດຍບອກພວກເຂົາບໍ່ໃຫ້ເຮັດພິທີຕັດແກ່ລູກໆ ແລະບໍ່ໃຫ້ຢຶດຖືຮີດເກົ່າຄອງຫລັງຂອງຢິວຕໍ່ໄປ. 22ພວກເຂົາຄົງໄດ້ຍິນວ່າ ທ່ານມາທີ່ນີ້ແລ້ວຢ່າງແນ່ນອນ. ດັ່ງນັ້ນ ຄວນຈະເຮັດຢ່າງໃດ? 23ເພາະສະນັ້ນ ຈົ່ງເຮັດຕາມສິ່ງທີ່ເຮົາບອກທ່ານ, ສິ່ງທີ່ພວກເຮົາຢາກໃຫ້ທ່ານເຮັດ ຄືເຮົາມີຊາຍສີ່ຄົນທີ່ໄດ້ບະບົນຕົວໄວ້. 24ຈົ່ງນຳພວກເຂົາໄປ ແລະໃຫ້ທ່ານເຂົ້າຮ່ວມພິທີຊຳລະຕົວກັບພວກເຂົາ ແລະຈ່າຍຄ່າທຳນຽມຊຳລະຕົວໃຫ້ແກ່ພວກເຂົາດ້ວຍ, ແລ້ວພວກເຂົາຈຶ່ງສາມາດແຖຫົວຂອງພວກຕົນໄດ້. ແລ້ວຄົນທັງຫລາຍຈະໄດ້ຮູ້ວ່າ ເລື່ອງທີ່ພວກເຂົາໄດ້ຍິນເຖິງທ່ານນັ້ນ ບໍ່ເປັນຄວາມຈິງຈັກຂໍ້, ແຕ່ທ່ານເອງເປັນຜູ້ຢຶດຖື ແລະປະຕິບັດຕາມກົດບັນຍັດຢູ່. 25ສ່ວນຄົນຕ່າງຊາດທີ່ຮັບເຊື່ອແລ້ວນັ້ນ ພວກເຮົາໄດ້ສົ່ງຈົດໝາຍແຈ້ງໃຫ້ພວກເຂົາຊາບເຖິງສິ່ງທີ່ພວກເຮົາໄດ້ຕົກລົງກັນ ຄືໃຫ້ງົດຈາກການກິນອາຫານທີ່ໄດ້ຖວາຍແກ່ຮູບເຄົາຣົບແລ້ວ ໃຫ້ງົດຈາກການກິນເລືອດໃດໆທັງສິ້ນ ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້.”
26ໂປໂລຈຶ່ງພາສີ່ຄົນນັ້ນໄປ ແລະວັນຕໍ່ມາ ກໍໄດ້ຊຳລະຕົວດ້ວຍກັນກັບພວກເຂົາ, ແລ້ວເພິ່ນກໍເຂົ້າໄປໃນບໍລິເວນພຣະວິຫານ ແລະປະກາດວັນທີ່ການຊຳລະຕົວນັ້ນຈະສຳເລັດ ຄືວັນທີ່ຈະນຳເຄື່ອງບູຊາມາຖວາຍສຳລັບພວກເຂົາແຕ່ລະຄົນ.
ໂປໂລຖືກຈັບໃນບໍລິເວນພຣະວິຫານ
27ແຕ່ພໍເມື່ອເຈັດວັນນັ້ນໃກ້ຈະສິ້ນສຸດລົງ ພວກຢິວບາງຄົນທີ່ມາຈາກແຂວງເອເຊຍ ໄດ້ເຫັນໂປໂລໃນບໍລິເວນພຣະວິຫານ, ພວກເຂົາຈຶ່ງປຸກລະດົມປະຊາຊົນທັງໝົດໃຫ້ຈັບໂປໂລ. 28ພວກເຂົາຮ້ອງຂຶ້ນວ່າ, “ຊ່ວຍແດ່ ຊາວອິດສະຣາເອນເອີຍ ຄົນນີ້ແຫຼະ ໄປທຸກທີ່ທຸກບ່ອນໄດ້ສັ່ງສອນທຸກຄົນໃຫ້ຕໍ່ສູ້ປະຊາຊົນອິດສະຣາເອນ, ກົດບັນຍັດຂອງໂມເຊ ແລະພຣະວິຫານນີ້ ແລະບັດນີ້ ລາວຍັງບັງອາດນຳເອົາຄົນຕ່າງຊາດເຂົ້າມາໃນບໍລິເວນພຣະວິຫານ ແລະເຮັດໃຫ້ບ່ອນສັກສິດນີ້ເສື່ອມເສຍ.” ( 29ພວກເຂົາເວົ້າເຊັ່ນນີ້ ກໍເພາະພວກເຂົາໄດ້ເຫັນໂທຟີໂມ ຊາວເມືອງເອເຟໂຊຢູ່ກັບໂປໂລຢູ່ໃນເມືອງ ແລະພວກເຂົາຄິດວ່າໂປໂລໄດ້ນຳເອົາຄົນນີ້ເຂົ້າໄປໃນບໍລິເວນພຣະວິຫານດ້ວຍ.)
30ແລ້ວຄົນທັງນະຄອນກໍເກີດອົນລະວົນ ແລະທຸກຄົນຕ່າງກໍແລ່ນໄປທຸກຈອກທຸກແຈ ກຸ່ມຄົນເຫຼົ່ານີ້ໄດ້ຈັບໂປໂລ ແລະລາກເພິ່ນອອກຈາກບໍລິເວນພຣະວິຫານ ແລະປະຕູພຣະວິຫານກໍອັດລົງໃນທັນທີ. 31ຂະນະທີ່ພວກເຂົາກຳລັງພະຍາຍາມຈະຂ້າໂປໂລຢູ່ນັ້ນ ນາຍພັນຜູ້ບັນຊາການທະຫານໂຣມກໍໄດ້ຮັບແຈ້ງວ່າ ທົ່ວທັງນະຄອນເຢຣູຊາເລັມເກີດອົນລະຫົນວຸ້ນວາຍຂຶ້ນ. 32ນາຍພັນຈຶ່ງນຳເອົານາຍຮ້ອຍ ແລະພົນທະຫານແລ່ນລົງໄປຫາປະຊາຊົນທັນທີ, ເມື່ອປະຊາຊົນເຫັນນາຍພັນກັບທະຫານ ພວກເຂົາກໍຢຸດຕົບຕີໂປໂລ. 33ດັ່ງນັ້ນ ນາຍພັນຈຶ່ງຍ່າງເຂົ້າໄປຫາໂປໂລ ແລະຈັບເພິ່ນ ໂດຍສັ່ງໃຫ້ທະຫານເອົາໂສ້ສອງເສັ້ນລ່າມເພິ່ນໄວ້ ແລ້ວນາຍພັນກໍຖາມວ່າ, “ເຈົ້າແມ່ນຜູ້ໃດ? ແລະໄດ້ເຮັດຫຍັງແດ່?” 34ຄົນໃນປະຊາຊົນນັ້ນ ຕ່າງກຸ່ມຕ່າງກໍຮ້ອງຂຶ້ນຄົນລະຢ່າງຄົນລະແນວ, ເມື່ອນາຍພັນເອົາຄວາມແນ່ນອນອັນໃດບໍ່ໄດ້ ໃນທ່າມກາງຄວາມສັບສົນວຸ້ນວາຍເຊັ່ນນີ້. ດັ່ງນັ້ນ ເພິ່ນຈຶ່ງສັ່ງໃຫ້ຄຸມຕົວໂປໂລເຂົ້າໄປໃນຄ້າຍທະຫານ. 35ຂະນະທີ່ໂປໂລມາກັບພວກເຂົາເຖິງຂັ້ນໄດ ພວກທະຫານຈຳຕ້ອງຍົກໂປໂລຂຶ້ນ ເພາະປະຊາຊົນສະແດງພຶດຕິການຮຸນແຮງຫລາຍ. 36ປະຊາຊົນເຫຼົ່ານັ້ນຕິດຕາມໂປໂລໄປ ແລະຮ້ອງຂຶ້ນວ່າ, “ຈົ່ງເອົາມັນໄປຂ້າຖິ້ມເສຍ.”
ໂປໂລແກ້ຄະດີ
37ຂະນະທີ່ພວກທະຫານກຳລັງຈະນຳໂປໂລເຂົ້າໄປໃນຄ້າຍ ເພິ່ນກໍກ່າວແກ່ນາຍພັນວ່າ, “ຂ້ານ້ອຍຂໍເວົ້າບາງສິ່ງກັບທ່ານແດ່ໄດ້ບໍ່?”
ນາຍພັນຖາມວ່າ, “ເຈົ້າຮູ້ຈັກພາສາກຣີກບໍ? 38ຖ້າດັ່ງນັ້ນ ເຈົ້າກໍບໍ່ແມ່ນຄົນເອຢິບຜູ້ນັ້ນ ທີ່ໃນມໍ່ໆມານີ້ໄດ້ກໍ່ການວຸ້ນວາຍຂຶ້ນ ແລະນຳເອົານັກກໍ່ການຮ້າຍສີ່ພັນຄົນ ໜີເຂົ້າໄປຖິ່ນແຫ້ງແລ້ງກັນດານແມ່ນບໍ?” 39ໂປໂລຕອບວ່າ, “ຂ້ານ້ອຍເປັນຄົນຢິວເກີດທີ່ເມືອງຕາໂຊ ໃນແຂວງກີລີເກຍ ແລະເປັນປະຊາຊົນຂອງເມືອງໜຶ່ງທີ່ສຳຄັນ, ຂໍທ່ານອະນຸຍາດໃຫ້ຂ້ານ້ອຍກ່າວແກ່ປະຊາຊົນແດ່ທ້ອນ.”
40ເມື່ອນາຍພັນອະນຸຍາດແລ້ວ ໂປໂລກໍຢືນຂຶ້ນທີ່ຂັ້ນໄດ ແລະໃຊ້ມືເຮັດສັນຍານໃຫ້ປະຊາຊົນງຽບ ເມື່ອພວກເຂົາງຽບແລ້ວໂປໂລກໍກ່າວແກ່ພວກເຂົາເປັນພາສາເຮັບເຣີວ່າ,
Dewis Presennol:
ກິດຈະການ 21: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.