Logo YouVersion
Eicon Chwilio

ກິດຈະການ 20

20
ໂປໂລ​ໄປ​ແຂວງ​ມາເກໂດເນຍ ແລະ ປະເທດ​ກຣີກ
1ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ. 2ເມື່ອ​ຜ່ານ​ຂົງເຂດ​ຕ່າງໆ​ໃນ​ແຂວງ​ນີ້​ໄປ ເພິ່ນ​ກໍ​ກ່າວ​ຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ບັນດາ​ຄົນ​ທີ່​ເຊື່ອ ແລ້ວ​ເພິ່ນ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ 3ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ. 4ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ. 5ຄົນ​ເຫຼົ່ານີ້​ໄດ້​ໄປ​ລ່ວງໜ້າ​ກ່ອນ ແລະ​ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ. 6ເມື່ອ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ສິ້ນສຸດ​ລົງ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ທີ່​ເມືອງ​ຟີລິບປອຍ ແລະ​ເດີນທາງ​ໄປ, ຫລັງຈາກ​ຫ້າ​ວັນ ກໍ​ມາ​ພົບ​ຄົນ​ເຫຼົ່ານັ້ນ​ທີ່​ເມືອງ​ໂທອາດ ແລະ​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ໜຶ່ງ​ອາທິດ.
ໂປໂລ​ຢ້ຽມຢາມ​ໂທອາດ​ຄັ້ງ​ສຸດທ້າຍ
7ໃນ​ວັນ​ຕົ້ນ​ສັບປະດາ ພວກເຮົາ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ທຳ​ພິທີ​ຫັກ​ເຂົ້າຈີ່. ໂປໂລ​ໄດ້​ໂອ້ລົມ​ກັບ​ພວກ​ຄົນ​ທີ່ເຊື່ອ, ເພິ່ນ​ສືບຕໍ່​ກ່າວ​ພຣະທຳ​ນັ້ນ​ຈົນເຖິງ​ທ່ຽງຄືນ ເພາະວ່າ​ວັນ​ຕໍ່ມາ​ເພິ່ນ​ກໍ​ຈະ​ຈາກ​ພວກເຂົາ​ໄປ. 8ໃນ​ຫ້ອງ​ຊັ້ນ​ເທິງ ເຮືອນ​ບ່ອນ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ ມີ​ໂຄມໄຟ​ຫລາຍ​ໜ່ວຍ. 9ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນັ່ງ​ທີ່​ປ່ອງຢ້ຽມ​ຊື່​ວ່າ ຢູຕີໂຂ, ເມື່ອ​ໂປໂລ​ສືບຕໍ່​ກ່າວ​ພຣະທຳ​ຢູ່​ນັ້ນ ຢູຕີໂຂ​ກໍ​ເຫງົານອນ ຈົນ​ໃນ​ທີ່ສຸດ​ຫລັບ​ໄປ ແລະ​ຕົກລົງ​ຈາກ​ຊັ້ນ​ສາມ, ເມື່ອ​ພວກເຂົາ​ໂຊມ​ລາວ​ລຸກ​ຂຶ້ນ ກໍ​ເຫັນ​ວ່າ​ລາວ​ຕາຍ​ແລ້ວ. 10ໂປໂລ​ຈຶ່ງ​ລົງ​ໄປ ແລະ​ກົ້ມ​ກອດ​ລາວ​ໄວ້ ເພິ່ນ​ກ່າວ​ວ່າ, “ຢ່າ​ສູ່​ວິຕົກ​ເລີຍ ລາວ​ຍັງ​ມີ​ຊີວິດ​ຢູ່.” 11ແລ້ວ​ເພິ່ນ​ກໍ​ກັບ​ຂຶ້ນ​ໄປ​ເທິງ​ເຮືອນ ຫັກ​ແລະ​ກິນ​ເຂົ້າຈີ່​ກັບ​ຄົນ​ທີ່ເຊື່ອ, ຫລັງຈາກ​ໂອ້ລົມ​ສົນທະນາ​ກັບ​ພວກເຂົາ​ເປັນ​ເວລາ​ຍືດຍາວ ຈົນເຖິງ​ຕາເວັນ​ຂຶ້ນ​ແລ້ວ ໂປໂລ​ກໍ​ຈາກ​ໄປ. 12ແລ້ວ​ພວກເຂົາ​ໄດ້​ນຳ​ເອົາ​ຊາຍ​ໜຸ່ມ ທີ່​ຍັງ​ມີ​ຊີວິດ​ຢູ່​ກັບ​ເມືອ​ເຮືອນ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ໃຫຍ່.
ການ​ເດີນທາງ​ຈາກ​ເມືອງ​ໂທອາດ ເຖິງ​ມີເລໂຕ
13ພວກເຮົາ​ໄດ້​ອອກ​ໄປ​ກ່ອນ ເພື່ອ​ລົງ​ເຮືອ​ເດີນທາງ​ສູ່​ເມືອງ​ອາໂຊ ແລະ​ໃນ​ເມືອງ​ນີ້ ໂປໂລ​ຈະ​ຂີ່​ເຮືອ​ໄປ​ຕໍ່​ກັບ​ພວກເຮົາ, ເພິ່ນ​ໄດ້​ບອກ​ໃຫ້​ເຮັດ​ເຊັ່ນນີ້ ເພາະ​ເພິ່ນ​ຕັ້ງໃຈ​ວ່າ​ຈະ​ເດີນທາງ​ໄປ​ທີ່​ນັ້ນ​ທາງ​ບົກ. 14ເມື່ອ​ເພິ່ນ​ພົບ​ພວກເຮົາ​ທີ່​ເມືອງ​ອາໂຊ​ແລ້ວ ກໍ​ລົງ​ເຮືອ​ໄປ​ເຖິງ​ເມືອງ​ມີຕີເລເນ. 15ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ລົງ​ເຮືອ ແລະ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊື່​ກັບ​ເກາະ​ຂີໂອ ວັນ​ຕໍ່ມາ ພວກເຮົາ​ກໍ​ມາ​ຮອດ​ທ່າ​ເຮືອ​ເກາະ​ຊາໂມ ແລະ​ວັນ​ຕໍ່ມາ​ອີກ ພວກເຮົາ​ກໍ​ເດີນທາງ​ມາ​ເຖິງ​ເມືອງ​ມີເລໂຕ. 16ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.
ໂປໂລ​ກ່າວ​ຕໍ່​ພວກ​ເຖົ້າແກ່​ທີ່​ເມືອງ​ເອເຟໂຊ​ເປັນ​ເທື່ອ​ສຸດທ້າຍ
17ແລ້ວ​ໂປໂລ​ກໍ​ໃຊ້​ຄົນນຳຂ່າວ​ຈາກ​ເມືອງ​ມີເລໂຕ ໄປ​ທີ່​ເມືອງ​ເອເຟໂຊ ເພື່ອ​ຂໍຮ້ອງ​ໃຫ້​ພວກ​ເຖົ້າແກ່​ໃນ​ຄຣິສຕະຈັກ​ມາ​ພົບ. 18ເມື່ອ​ພວກເຂົາ​ມາ​ແລ້ວ ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ,
“ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ ຂ້າພະເຈົ້າ​ໄດ້​ປະພຶດ​ຢ່າງ​ໃດ ຕັ້ງແຕ່​ວັນ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ. 19ຂ້າພະເຈົ້າ​ໄດ້​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍ​ຄວາມ​ຖ່ອມຕົວ​ທຸກຢ່າງ ດ້ວຍ​ນໍ້າຕາ​ໄຫລ ແລະ​ໂດຍ​ຜ່ານ​ຜ່າ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຂ້າພະເຈົ້າ​ໄດ້​ຮັບ ເພາະ​ການ​ປອງຮ້າຍ​ຂອງ​ພວກ​ຢິວ. 20ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ. 21ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ. 22ມາບັດນີ້ ຂ້າພະເຈົ້າ​ຈະ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ພຣະວິນຍານ​ບໍຣິສຸດເຈົ້າ​ຊີ້ນຳ ແລະ​ບໍ່​ຮູ້​ວ່າ​ເຫດການ​ຢ່າງ​ໃດ ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຢູ່​ໃນ​ທີ່ນັ້ນ. 23ຂ້າພະເຈົ້າ​ຮູ້​ແຕ່​ວ່າ​ຢູ່​ໃນ​ທຸກ​ເມືອງ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ ຄົນ​ຈະ​ຈັບ​ຂ້າພະເຈົ້າ​ໃສ່​ຄຸກ ແລະ​ຈະ​ສ້າງ​ຄວາມ​ລຳບາກ​ອັນ​ໃຫຍ່ຫລວງ​ໃຫ້​ແກ່​ຂ້າພະເຈົ້າ. 24ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.
25ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກທ່ານ​ທຸກຄົນ, ແຕ່​ບັດນີ້​ຂ້າພະເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຈະ​ເຫັນ​ໜ້າ​ຂ້າພະເຈົ້າ​ອີກ​ຕໍ່ໄປ. 26ດ້ວຍເຫດນັ້ນ ໃນວັນນີ້ ຂ້າພະເຈົ້າ​ຈຶ່ງ​ກ່າວ​ເລື່ອງ​ນີ້​ແກ່​ພວກທ່ານ​ຢ່າງ​ໜັກແໜ້ນ​ວ່າ ຂ້າພະເຈົ້າ​ບໍ່ມີ​ໂທດ​ໃນ​ຊາຕາກຳ​ຂອງ​ພວກທ່ານ​ທຸກຄົນ. 27ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້. 28ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ. 29ຂ້າພະເຈົ້າ​ຮູ້​ວ່າ ຫລັງຈາກ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ຝູງ​ໝາໄນ​ທີ່​ຮ້າຍກາດ​ເຂົ້າ​ມາ​ໃນ​ທ່າມກາງ​ພວກທ່ານ ແລະ​ມັນ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ຝູງແກະ​ນັ້ນ​ເລີຍ. 30ໃນ​ທ່າມກາງ​ພວກທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມຈິງ ແລະ​ຊັກຊວນ​ເອົາ​ຄົນ​ທີ່ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກເຂົາ. 31ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”
32“ມາບັດນີ້ ຂ້າພະເຈົ້າ​ຂໍ​ຝາກ​ພວກທ່ານ​ໄວ້​ກັບ​ພຣະເຈົ້າ ແລະ​ໄວ້​ກັບ​ພຣະທຳ​ອັນ​ປະກອບ​ດ້ວຍ​ພຣະຄຸນ, ພຣະທຳ​ນັ້ນ​ມີ​ຣິດອຳນາດ​ທີ່​ຈະ​ສ້າງ​ພວກທ່ານ​ຂຶ້ນ​ໄດ້ ແລະ​ຈະ​ໃຫ້​ພວກທ່ານ​ໄດ້​ຮັບ​ມໍຣະດົກ ຊຶ່ງ​ພຣະເຈົ້າ​ມີ​ໄວ້​ສຳລັບ​ຜູ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ຂອງ​ພຣະອົງ​ທຸກຄົນ. 33ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ, ເອົາ​ຄຳ ຫລື​ເອົາ​ເສື້ອຜ້າ​ຂອງ​ຜູ້ໃດ​ຜູ້ໜຶ່ງ. 34ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຂ້າພະເຈົ້າ​ໃຊ້​ມື​ທັງສອງ​ຂອງ​ຂ້າພະເຈົ້າ​ນີ້​ແຫຼະ​ເຮັດ​ວຽກ ເພື່ອ​ຈັດຫາ​ທຸກສິ່ງ​ທີ່​ເພື່ອນ​ຮ່ວມງານ​ກັບ​ຂ້າພະເຈົ້າ​ຕ້ອງການ. 35ຂ້າພະເຈົ້າ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ພວກທ່ານ​ເຫັນ​ໃນ​ທຸກສິ່ງ​ວ່າ ດ້ວຍ​ການ​ເຮັດ​ວຽກ​ອັນ​ໜັກໜ່ວງ​ແບບ​ນີ້ ຈຶ່ງ​ຈະ​ຊ່ວຍເຫລືອ​ຄົນ​ຍາກຈົນ​ໄດ້, ໂດຍ​ໃຫ້​ຄິດເຖິງ​ຖ້ອຍຄຳ​ທີ່​ອົງ​ພຣະເຢຊູເຈົ້າ​ເອງ​ໄດ້​ກ່າວ​ໄວ້​ວ່າ, ‘ການ​ໃຫ້ ເປັນ​ເຫດ​ໃຫ້​ມີ​ຄວາມສຸກ ຫລາຍກວ່າ​ການ​ຮັບ.”’
36ເມື່ອ​ໂປໂລ​ກ່າວ​ເຊັ່ນນີ້​ຈົບ​ລົງ​ແລ້ວ ເພິ່ນ​ກໍ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມ​ກັບ​ຄົນ​ເຫຼົ່ານັ້ນ. 37ທຸກຄົນ​ຈຶ່ງ​ຮ້ອງໄຫ້ ແລະ​ກອດ​ສັ່ງລາ​ເພິ່ນ​ດ້ວຍ​ຄວາມ​ຮັກແພງ. 38ພວກເຂົາ​ໂສກເສົ້າ​ຫລາຍ ໂດຍ​ສະເພາະ​ຍ້ອນ​ເພິ່ນ​ໄດ້​ກ່າວ​ວ່າ ພວກເຂົາ​ຈະ​ບໍ່​ເຫັນ​ໜ້າ​ເພິ່ນ​ອີກ​ເລີຍ ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ເພິ່ນ​ເຖິງ​ເຮືອ.

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda