ກິດຈະການ 19
19
ໂປໂລໃນເມືອງເອເຟໂຊ
1ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທນັ້ນ ໂປໂລກຳລັງຜ່ານໄປທົ່ວເຂດພາກເໜືອໃນແຂວງນີ້ ແລະເດີນທາງມາຮອດເມືອງເອເຟໂຊ, ໃນທີ່ນີ້ໂປໂລໄດ້ພົບສິດບາງຄົນ 2ເພິ່ນຖາມພວກເຂົາວ່າ, “ເມື່ອພວກເຈົ້າຮັບເຊື່ອນັ້ນ ພວກເຈົ້າໄດ້ຮັບພຣະວິນຍານບໍຣິສຸດເຈົ້າຫລືບໍ່?”
ພວກເຂົາຕອບວ່າ, “ພວກເຮົາບໍ່ເຄີຍໄດ້ຍິນຜູ້ໃດເວົ້າວ່າມີພຣະວິນຍານບໍຣິສຸດເຈົ້າ.”
3ແລ້ວໂປໂລຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກເຈົ້າໄດ້ຮັບບັບຕິສະມາແນວໃດ?”
ພວກເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ.”
4ໂປໂລຈຶ່ງບອກວ່າ, “ບັບຕິສະມາຂອງໂຢຮັນແມ່ນສຳລັບຄົນທີ່ຖິ້ມໃຈເກົ່າເອົາໃຈໃໝ່ ແລະເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ເຊື່ອໃນຜູ້ທີ່ມາພາຍຫລັງຕົນ ຄືເຊື່ອໃນພຣະເຢຊູເຈົ້າ.”
5ເມື່ອໄດ້ຍິນດັ່ງນີ້ ພວກເຂົາກໍຮັບບັບຕິສະມາໃນນາມຂອງອົງພຣະເຢຊູເຈົ້າ. 6ໂປໂລໄດ້ວາງມືໃສ່ພວກເຂົາ ແລະພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງພວກເຂົາ ພວກເຂົາຈຶ່ງຕັ້ງຕົ້ນປາກພາສາແປກໆ ແລະທຳນວາຍ. 7ຊາຍເຫຼົ່ານີ້ມີດ້ວຍກັນທັງໝົດປະມານສິບສອງຄົນ.
8ເປັນເວລາສາມເດືອນ ທີ່ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະກ່າວກັບປະຊາຊົນດ້ວຍໃຈກ້າຫານ ເພິ່ນປະກາດເຖິງອານາຈັກຂອງພຣະເຈົ້າ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອ. 9ແຕ່ມີບາງຄົນໃຈແຂງ ແລະບໍ່ຍອມເຊື່ອ ຊໍ້າຍັງເວົ້າຄຳຫຍາບຊ້າຕໍ່ໜ້າຄົນທັງຫລາຍ ເຖິງທາງຂອງອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ໂປໂລຈຶ່ງໜີຈາກພວກເຂົາ ແລະນຳຄົນທີ່ເຊື່ອໄປກັບຕົນ ແລະທຸກໆວັນເພິ່ນໄດ້ໂຕ້ຖຽງ ຢູ່ໃນຫ້ອງປະຊຸມຂອງທ່ານຕີລາໂນ. 10ການນີ້ໄດ້ດຳເນີນໄປເປັນເວລາສອງປີ ຈົນວ່າປະຊາຊົນທັງໝົດທີ່ຢູ່ໃນແຂວງເອເຊຍ ໄດ້ຍິນພຣະຄຳຂອງອົງພຣະຜູ້ເປັນເຈົ້າຕະຫລອດທັງຄົນຢິວ ແລະຄົນກຣີກດ້ວຍ.
ພວກລູກຊາຍຂອງຊະເກວາ
11ພຣະເຈົ້າໄດ້ເຮັດການອັດສະຈັນອັນແປກປະຫລາດຜ່ານໂປໂລ. 12ແມ່ນແຕ່ຜ້າເຊັດເຫື່ອກັບຜ້າກັນເປື້ອນທີ່ເພິ່ນໃຊ້ ຊຶ່ງຖືກນຳໄປວາງໃສ່ຄົນເຈັບປ່ວຍ ແລະໂຣກໄພໄຂ້ເຈັບຕ່າງໆຂອງພວກເຂົາກໍຫາຍດີ ແລະບັນດາຜີຊົ່ວຮ້າຍທີ່ສິງກໍອອກໄປຈາກພວກເຂົາດ້ວຍ. 13ພວກຢິວບາງຄົນທີ່ທ່ຽວໄປມາເປັນໝໍຂັບໄລ່ຜີຊົ່ວຮ້າຍ ກໍພະຍາຍາມໃຊ້ນາມຊື່ຂອງອົງພຣະເຢຊູເຈົ້າກະທຳການນີ້ເໝືອນກັນ, ພວກເຂົາສັ່ງຜີຊົ່ວຮ້າຍທີ່ສິງວ່າ, “ກູສັ່ງພວກສູໃນນາມຂອງພຣະເຢຊູເຈົ້າທີ່ໂປໂລປະກາດນັ້ນ.” 14ຍັງມີຢິວຜູ້ໜຶ່ງຊື່ຊະເກວາ ເປັນມະຫາປະໂຣຫິດມີລູກຊາຍເຈັດຄົນໄດ້ກະທຳການນີ້.
15ແຕ່ຜີຊົ່ວຮ້າຍທີ່ເຂົ້າສິງໄດ້ຕອບຄົນເຫຼົ່ານັ້ນວ່າ, “ພຣະເຢຊູເຈົ້າ ເຮົາກໍລຶ້ງເຄີຍ ແລະໂປໂລ ເຮົາກໍຮູ້ຈັກເໝືອນກັນ, ແຕ່ພວກສູແມ່ນຜູ້ໃດ?”
16ຄົນທີ່ຜີຊົ່ວຮ້າຍເຂົ້າສິງນັ້ນໄດ້ໂດດໃສ່ຄົນເຫຼົ່ານີ້ ຕີຕ່ອຍພວກເຂົາຈົນເປັນບາດຕາມຕົນຕົວ ແລະຈີກເສື້ອຜ້າຂອງພວກເຂົາ ຈົນພວກເຂົາແລ່ນປົບໜີໄປແຕ່ຕົວເປົ່າ.
17ເລື່ອງນີ້ໄດ້ຊ່າລືໄປເຖິງຫູຄົນທັງຫລາຍທີ່ຢູ່ໃນເມືອງເອເຟໂຊ ຕະຫລອດທັງຄົນຢິວ ແລະຄົນກຣີກດ້ວຍ, ປະຊາຊົນທຸກຄົນຕ່າງກໍຢ້ານກົວຫລາຍທີ່ສຸດ ແລະພຣະນາມຂອງອົງພຣະເຢຊູເຈົ້າ ກໍເປັນທີ່ຍ້ອງຍໍສັນລະເສີນຢ່າງສູງສຸດ. 18ຄົນທີ່ເຊື່ອຫລາຍຄົນໄດ້ມາສາລະພາບບາບກຳ ແລະເວົ້າຢ່າງເປີດເຜີຍເຖິງການທີ່ຕົນໄດ້ເຄີຍກະທຳ. 19ຄົນທີ່ເຄີຍໃຊ້ເວດມົນຄາຖາໄດ້ເອົາຕຳລາຂອງຕົນມາ ແລະຈູດໄຟເຜົາຖິ້ມຕໍ່ໜ້າຄົນທັງຫລາຍ, ຕຳລາເຫຼົ່ານີ້ ເມື່ອຕີລາຄາລວມກັນແລ້ວ ທັງໝົດຕົກເປັນເງິນຫ້າໝື່ນຫລຽນ. 20ຍ້ອນເຫດນັ້ນ ພຣະທຳຂອງອົງພຣະຜູ້ເປັນເຈົ້າຈຶ່ງເກີດຜົນຈະເລີນຂຶ້ນ ມີໄຊຊະນະຢູ່ດ້ວຍຣິດເດດ.
ຄວາມບໍ່ສະຫງົບເກີດຂຶ້ນທີ່ເມືອງເອເຟໂຊ
21ຫລັງຈາກເຫດການເຫຼົ່ານີ້ແລ້ວ ໂປໂລກໍຕັດສິນໃຈ ຜ່ານແຂວງມາເກໂດເນຍ ແລະ ອະຂາຢາ ແລະເດີນທາງຕໍ່ໄປສູ່ນະຄອນເຢຣູຊາເລັມ, ເພິ່ນກ່າວວ່າ, “ຫລັງຈາກໄປທີ່ນັ້ນແລ້ວ ເຮົາຕ້ອງໄປເຫັນນະຄອນໂຣມເໝືອນກັນ.” 22ດັ່ງນັ້ນ ໂປໂລຈຶ່ງໃຊ້ຜູ້ຊ່ວຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣາຊະໂຕ ໄປທີ່ແຂວງມາເກໂດເນຍ, ສ່ວນເພິ່ນເອງຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງເອເຊຍ.
23ໃນຄາວນັ້ນ ໄດ້ເກີດມີການວຸ້ນວາຍອັນໃຫຍ່ຂຶ້ນໃນເມືອງເອເຟໂຊ ເພາະທາງຂອງອົງພຣະຜູ້ເປັນເຈົ້າ. 24ມີຊ່າງເງິນຜູ້ໜຶ່ງຊື່ວ່າ ເດເມທິໂອ ລາວໄດ້ໃຊ້ເງິນແທ່ງເຮັດຮູບວິຫານຂອງພະອາເຕມາ ແລະທຸລະກິດຂອງລາວໄດ້ເຮັດໃຫ້ບັນດາຊ່າງມີລາຍໄດ້ດີ. 25ດັ່ງນັ້ນ ລາວຈຶ່ງເອີ້ນບັນດານາຍຊ່າງຂອງຕົນ ແລະນາຍຊ່າງອື່ນໆ ທີ່ເຮັດທຸລະກິດເໝືອນກັບຕົນເອງມາປະຊຸມ ແລະເວົ້າກັບພວກເຂົາວ່າ, “ສະຫາຍທັງຫລາຍເອີຍ ພວກເຈົ້າກໍຮູ້ຢູ່ວ່າ ພວກເຮົາໄດ້ຊັບສິນເງິນຄຳມາ ກໍເພາະທຸລະກິດນີ້. 26ບັດນີ້ ພວກເຈົ້າກໍຮູ້ເຫັນໄດ້ໂດຍຕົນເອງແລ້ວວ່າ ສິ່ງທີ່ໂປໂລ ຊາຍຄົນນີ້ກຳລັງເຮັດນັ້ນເປັນແນວໃດ ລາວເວົ້າວ່າ ບັນດາຮູບພະທີ່ມືມະນຸດສ້າງຂຶ້ນນັ້ນ ບໍ່ແມ່ນພຣະເຈົ້າ ແລະລາວກໍຊັກຊວນຫລາຍຄົນໃຫ້ເຊື່ອເປັນຜົນສຳເລັດ ທັງໃນເມືອງເອເຟໂຊນີ້ ແລະໃກ້ແຂວງເອເຊຍທັງໝົດດ້ວຍ. 27ເລື່ອງນີ້ເປັນອັນຕະລາຍແກ່ທຸລະກິດຂອງພວກເຮົາ ທີ່ຈະໃຫ້ເກີດມີຊື່ສຽງບໍ່ດີ ບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນຍັງຈະຄິດຕໍ່ໄປອີກວ່າ, ວິຫານຂອງພະອາເຕມາເທບທິດາ ຜູ້ຍິ່ງໃຫຍ່ບໍ່ມີຄວາມສຳຄັນຫຍັງ ແລະຄວາມຍິ່ງໃຫຍ່ຂອງພະນາງກໍຈະຖືກທຳລາຍ ຊຶ່ງພະນາງເຄີຍເປັນທີ່ນັບຖືຂອງບັນດາຊາວເອເຊຍ ແລະຂອງຊາວໂລກທັງໝົດ.”
28ເມື່ອປະຊາຊົນໄດ້ຍິນຖ້ອຍຄຳເຫຼົ່ານີ້ ຕ່າງກໍຄຽດແຄ້ນ ແລະຮ້ອງຂຶ້ນວ່າ, “ພະອາເຕມາຂອງຊາວເອເຟໂຊ ຍິ່ງໃຫຍ່.” 29ແລ້ວຄວາມວຸ້ນວາຍກໍໄດ້ລາມໄປທົ່ວທັງເມືອງ ປະຊາຊົນເຫຼົ່ານັ້ນໄດ້ຈັບເອົາຊາວມາເກໂດເນຍສອງຄົນ ທີ່ເປັນເພື່ອນເດີນທາງຮ່ວມກັບໂປໂລ ຄືໄຄໂຢ ແລະ ອາຣິດຕາໂຂ ແລະລາກພວກເພິ່ນເຂົ້າໄປໃນສະໜາມລະຄອນ. 30ຝ່າຍໂປໂລເອງນັ້ນຢາກເຂົ້າໄປຢູ່ຕໍ່ໜ້າປະຊາຊົນເພື່ອເວົ້າກັບພວກເຂົາ, ແຕ່ພວກຄົນທີ່ເຊື່ອໄດ້ຫ້າມບໍ່ໃຫ້ເພິ່ນໄປ. 31ມີບາງຄົນໃນພວກເຈົ້າໜ້າທີ່ ຊຶ່ງເປັນເພື່ອນຂອງໂປໂລກໍໃຊ້ຄົນໄປວອນຂໍ ບໍ່ໃຫ້ໂປໂລເຂົ້າໄປກ່າວກັບປະຊາຊົນໃນສະໜາມລະຄອນເຊັ່ນກັນ. 32ໃນເວລານັ້ນປະຊາຊົນທີ່ເຕົ້າໂຮມກັນຢູ່ນັ້ນ ກໍເກີດສັບສົນວຸ້ນວາຍຄືບາງພວກກໍຮ້ອງຂຶ້ນແນວໜຶ່ງ ແລະອີກບາງພວກກໍຮ້ອງຂຶ້ນແນວອື່ນ ເພາະຄົນສ່ວນຫລາຍບໍ່ໄດ້ຮູ້ວ່າ ພວກເຂົາມາປະຊຸມກັນຍ້ອນເລື່ອງໃດ. 33ບາງຄົນໃນປະຊາຊົນໄດ້ອະທິບາຍເລື່ອງສູ່ອາເລັກຊັນເດີ ຜູ້ທີ່ພວກຢິວຊຸກໃຫ້ອອກໄປຂ້າງໜ້າ ແລ້ວອາເລັກຊັນເດີກໍໃຊ້ມືເປັນສັນຍານໃຫ້ປະຊາຊົນງຽບ ແລະພະຍາຍາມທີ່ຈະກ່າວແກ້ແທນເປັນການປ້ອງກັນ. 34ແຕ່ເມື່ອປະຊາຊົນຮູ້ວ່າ ລາວເປັນຄົນຢິວພວກເຂົາຕ່າງກໍຮ້ອງຂຶ້ນພ້ອມກັນ ເປັນສຽງດຽວຢູ່ປະມານສອງຊົ່ວໂມງວ່າ, “ພະອາເຕມາຂອງຊາວເອເຟໂຊຍິ່ງໃຫຍ່.”
35ເມື່ອເຈົ້າໜ້າທີ່ຂອງອຳນາດການປົກຄອງເມືອງລະງັບປະຊາຊົນໄດ້ແລ້ວ ເພິ່ນຈຶ່ງເວົ້າວ່າ, “ຊາວເມືອງເອເຟໂຊເອີຍ ຜູ້ໃດກໍຮູ້ວ່າຊາວເມືອງເອເຟໂຊ ເປັນຜູ້ຮັກສາດູແລວິຫານຂອງພະອາເຕມາ ແລະຫີນສັກສິດທີ່ຕົກມາຈາກຟ້າ. 36ບໍ່ມີຜູ້ໃດດອກທີ່ຈະປະຕິເສດໄດ້. ເພາະສະນັ້ນ ພວກເຈົ້າຄວນສະຫງົບລົງສາ ແລະຢ່າເຮັດສິ່ງໃດໂດຍທີ່ບໍ່ຢັ່ງຄິດ. 37ພວກເຈົ້າໄດ້ນຳເອົາຄົນເຫຼົ່ານີ້ມາ ໂດຍທີ່ພວກເຂົາບໍ່ໄດ້ເປັນຄົນປຸ້ນວິຫານ ຫລືເວົ້າໝິ່ນປະໝາດເທບທິດາຂອງພວກເຮົາ. 38ເພາະສະນັ້ນ ຖ້າເດເມທິໂອກັບບັນດາຄົນງານຂອງລາວ ເປັນຄວາມກັບຜູ້ໃດ ວັນກຳນົດທີ່ຈະວ່າຄວາມກໍມີ ແລະເຈົ້າໜ້າທີ່ປົກຄອງບ້ານເມືອງກໍມີ ໃຫ້ພວກເຂົານຳຄວາມໄປຟ້ອງກັນຢູ່ທີ່ນັ້ນສາ. 39ແຕ່ຖ້າ ພວກເຈົ້າມີຂໍ້ກ່າວຫາອັນໃດອີກ ກໍຈົ່ງໃຫ້ໄປຊຳລະຄວາມກັນໄດ້ທີ່ກອງປະຊຸມສານ. 40ນອກຈາກນັ້ນ ພວກເຮົາອາດຈະຖືກກ່າວຫາວ່າເປັນຜູ້ກໍ່ຄວາມວຸ້ນວາຍ ຍ້ອນເຫດການທີ່ໄດ້ເກີດຂຶ້ນໃນວັນນີ້ກໍໄດ້ ແລະຂໍ້ອ້າງທີ່ຈະຍົກຂຶ້ນມາເປັນເຫດຜົນໃນການເຕົ້າໂຮມຢ່າງນີ້ກໍບໍ່ມີ ແລະພວກເຮົາກໍບໍ່ອາດອະທິບາຍເລື່ອງນີ້ ໃຫ້ເປັນທີ່ຈະແຈ້ງໄດ້ດ້ວຍ.” 41ຫລັງຈາກກ່າວເຊັ່ນນີ້ແລ້ວ ເພິ່ນກໍສັ່ງໃຫ້ເລີກປະຊຸມ.
Dewis Presennol:
ກິດຈະການ 19: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.