Logo YouVersion
Eicon Chwilio

ກິດຈະການ 19

19
ໂປໂລ​ໃນ​ເມືອງ​ເອເຟໂຊ
1ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ 2ເພິ່ນ​ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ຮັບ​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຫລື​ບໍ່?”
ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ເຄີຍ​ໄດ້ຍິນ​ຜູ້ໃດ​ເວົ້າ​ວ່າ​ມີ​ພຣະວິນຍານ​ບໍຣິສຸດເຈົ້າ.”
3ແລ້ວ​ໂປໂລ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ແນວ​ໃດ?”
ພວກເຂົາ​ຕອບ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ.”
4ໂປໂລ​ຈຶ່ງ​ບອກ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ແມ່ນ​ສຳລັບ​ຄົນ​ທີ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ເຊື່ອ​ໃນ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະເຢຊູເຈົ້າ.”
5ເມື່ອ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ອົງ​ພຣະເຢຊູເຈົ້າ. 6ໂປໂລ​ໄດ້​ວາງ​ມື​ໃສ່​ພວກເຂົາ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ພວກເຂົາ​ຈຶ່ງ​ຕັ້ງຕົ້ນ​ປາກ​ພາສາ​ແປກໆ ແລະ​ທຳນວາຍ. 7ຊາຍ​ເຫຼົ່ານີ້​ມີ​ດ້ວຍກັນ​ທັງໝົດ​ປະມານ​ສິບສອງ​ຄົນ.
8ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ. 9ແຕ່​ມີ​ບາງຄົນ​ໃຈແຂງ ແລະ​ບໍ່​ຍອມ​ເຊື່ອ ຊໍ້າ​ຍັງ​ເວົ້າ​ຄຳ​ຫຍາບຊ້າ​ຕໍ່ໜ້າ​ຄົນ​ທັງຫລາຍ ເຖິງ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ດັ່ງນັ້ນ ໂປໂລ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ນຳ​ຄົນ​ທີ່​ເຊື່ອ​ໄປ​ກັບ​ຕົນ ແລະ​ທຸກໆ​ວັນ​ເພິ່ນ​ໄດ້​ໂຕ້ຖຽງ ຢູ່​ໃນ​ຫ້ອງ​ປະຊຸມ​ຂອງທ່ານ​ຕີລາໂນ. 10ການ​ນີ້​ໄດ້​ດຳເນີນ​ໄປ​ເປັນ​ເວລາ​ສອງ​ປີ ຈົນ​ວ່າ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ ໄດ້ຍິນ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ.
ພວກ​ລູກຊາຍ​ຂອງ​ຊະເກວາ
11ພຣະເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ແປກ​ປະຫລາດ​ຜ່ານ​ໂປໂລ. 12ແມ່ນແຕ່​ຜ້າ​ເຊັດເຫື່ອ​ກັບ​ຜ້າ​ກັນເປື້ອນ​ທີ່​ເພິ່ນ​ໃຊ້ ຊຶ່ງ​ຖືກ​ນຳ​ໄປ​ວາງ​ໃສ່​ຄົນ​ເຈັບປ່ວຍ ແລະ​ໂຣກໄພໄຂ້ເຈັບ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຫາຍ​ດີ ແລະ​ບັນດາ​ຜີຊົ່ວຮ້າຍ​ທີ່​ສິງ​ກໍ​ອອກ​ໄປ​ຈາກ​ພວກເຂົາ​ດ້ວຍ. 13ພວກ​ຢິວ​ບາງຄົນ​ທີ່​ທ່ຽວ​ໄປມາ​ເປັນ​ໝໍ​ຂັບໄລ່​ຜີຊົ່ວຮ້າຍ ກໍ​ພະຍາຍາມ​ໃຊ້​ນາມຊື່​ຂອງ​ອົງ​ພຣະເຢຊູເຈົ້າ​ກະທຳ​ການ​ນີ້​ເໝືອນກັນ, ພວກເຂົາ​ສັ່ງ​ຜີຊົ່ວຮ້າຍ​ທີ່​ສິງ​ວ່າ, “ກູ​ສັ່ງ​ພວກສູ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ໂປໂລ​ປະກາດ​ນັ້ນ.” 14ຍັງ​ມີ​ຢິວ​ຜູ້ໜຶ່ງ​ຊື່​ຊະເກວາ ເປັນ​ມະຫາ​ປະໂຣຫິດ​ມີ​ລູກຊາຍ​ເຈັດ​ຄົນ​ໄດ້​ກະທຳ​ການ​ນີ້.
15ແຕ່​ຜີຊົ່ວຮ້າຍ​ທີ່​ເຂົ້າ​ສິງ​ໄດ້​ຕອບ​ຄົນ​ເຫຼົ່ານັ້ນ​ວ່າ, “ພຣະເຢຊູເຈົ້າ ເຮົາ​ກໍ​ລຶ້ງເຄີຍ ແລະ​ໂປໂລ ເຮົາ​ກໍ​ຮູ້ຈັກ​ເໝືອນກັນ, ແຕ່​ພວກສູ​ແມ່ນ​ຜູ້ໃດ?”
16ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ໂດດ​ໃສ່​ຄົນ​ເຫຼົ່ານີ້ ຕີຕ່ອຍ​ພວກເຂົາ​ຈົນ​ເປັນ​ບາດ​ຕາມ​ຕົນຕົວ ແລະ​ຈີກ​ເສື້ອຜ້າ​ຂອງ​ພວກເຂົາ ຈົນ​ພວກເຂົາ​ແລ່ນ​ປົບໜີໄປ​ແຕ່​ຕົວເປົ່າ.
17ເລື່ອງ​ນີ້​ໄດ້​ຊ່າລື​ໄປ​ເຖິງ​ຫູ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ, ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ ແລະ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ກໍ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສຸດ. 18ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ​ບາບກຳ ແລະ​ເວົ້າ​ຢ່າງ​ເປີດເຜີຍ​ເຖິງ​ການ​ທີ່​ຕົນ​ໄດ້​ເຄີຍ​ກະທຳ. 19ຄົນ​ທີ່​ເຄີຍ​ໃຊ້​ເວດມົນ​ຄາຖາ​ໄດ້​ເອົາ​ຕຳລາ​ຂອງຕົນ​ມາ ແລະ​ຈູດ​ໄຟ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ, ຕຳລາ​ເຫຼົ່ານີ້ ເມື່ອ​ຕີ​ລາຄາ​ລວມ​ກັນ​ແລ້ວ ທັງໝົດ​ຕົກ​ເປັນ​ເງິນ​ຫ້າໝື່ນ​ຫລຽນ. 20ຍ້ອນ​ເຫດ​ນັ້ນ ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ເກີດຜົນ​ຈະເລີນ​ຂຶ້ນ ມີ​ໄຊຊະນະ​ຢູ່​ດ້ວຍ​ຣິດເດດ.
ຄວາມ​ບໍ່​ສະຫງົບ​ເກີດຂຶ້ນ​ທີ່​ເມືອງ​ເອເຟໂຊ
21ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.” 22ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້​ຊ່ວຍ​ຂອງຕົນ​ສອງ​ຄົນ ຄື​ຕີໂມທຽວ​ກັບ​ເອຣາຊະໂຕ ໄປ​ທີ່​ແຂວງ​ມາເກໂດເນຍ, ສ່ວນ​ເພິ່ນ​ເອງ​ຍັງ​ພັກ​ຢູ່​ຊົ່ວ​ໄລຍະ​ໜຶ່ງ​ທີ່​ແຂວງ​ເອເຊຍ.
23ໃນ​ຄາວ​ນັ້ນ ໄດ້​ເກີດ​ມີ​ການ​ວຸ້ນວາຍ​ອັນ​ໃຫຍ່​ຂຶ້ນ​ໃນ​ເມືອງ​ເອເຟໂຊ ເພາະ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ. 24ມີ​ຊ່າງ​ເງິນ​ຜູ້ໜຶ່ງ​ຊື່​ວ່າ ເດເມທິໂອ ລາວ​ໄດ້​ໃຊ້​ເງິນ​ແທ່ງ​ເຮັດ​ຮູບ​ວິຫານ​ຂອງ​ພະ​ອາເຕມາ ແລະ​ທຸລະກິດ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ບັນດາ​ຊ່າງ​ມີ​ລາຍໄດ້​ດີ. 25ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ບັນດາ​ນາຍຊ່າງ​ຂອງຕົນ ແລະ​ນາຍຊ່າງ​ອື່ນໆ ທີ່​ເຮັດ​ທຸລະກິດ​ເໝືອນ​ກັບ​ຕົນເອງ​ມາ​ປະຊຸມ ແລະ​ເວົ້າ​ກັບ​ພວກເຂົາ​ວ່າ, “ສະຫາຍ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ພວກເຮົາ​ໄດ້​ຊັບສິນ​ເງິນຄຳ​ມາ ກໍ​ເພາະ​ທຸລະກິດ​ນີ້. 26ບັດນີ້ ພວກເຈົ້າ​ກໍ​ຮູ້​ເຫັນ​ໄດ້​ໂດຍ​ຕົນເອງ​ແລ້ວ​ວ່າ ສິ່ງ​ທີ່​ໂປໂລ ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ນັ້ນ​ເປັນ​ແນວ​ໃດ ລາວ​ເວົ້າ​ວ່າ ບັນດາ​ຮູບ​ພະ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ ບໍ່ແມ່ນ​ພຣະເຈົ້າ ແລະ​ລາວ​ກໍ​ຊັກຊວນ​ຫລາຍ​ຄົນ​ໃຫ້​ເຊື່ອ​ເປັນ​ຜົນ​ສຳເລັດ ທັງ​ໃນ​ເມືອງ​ເອເຟໂຊ​ນີ້ ແລະ​ໃກ້​ແຂວງ​ເອເຊຍ​ທັງໝົດ​ດ້ວຍ. 27ເລື່ອງ​ນີ້​ເປັນ​ອັນຕະລາຍ​ແກ່​ທຸລະກິດ​ຂອງ​ພວກເຮົາ ທີ່​ຈະ​ໃຫ້​ເກີດ​ມີ​ຊື່ສຽງ​ບໍ່​ດີ ບໍ່​ພຽງແຕ່​ເທົ່ານັ້ນ ປະຊາຊົນ​ຍັງ​ຈະ​ຄິດ​ຕໍ່ໄປ​ອີກ​ວ່າ, ວິຫານ​ຂອງ​ພະ​ອາເຕມາ​ເທບທິດາ ຜູ້​ຍິ່ງໃຫຍ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພະນາງ​ກໍ​ຈະ​ຖືກ​ທຳລາຍ ຊຶ່ງ​ພະນາງ​ເຄີຍ​ເປັນ​ທີ່​ນັບຖື​ຂອງ​ບັນດາ​ຊາວ​ເອເຊຍ ແລະ​ຂອງ​ຊາວ​ໂລກ​ທັງໝົດ.”
28ເມື່ອ​ປະຊາຊົນ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ຕ່າງ​ກໍ​ຄຽດແຄ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ພະ​ອາເຕມາ​ຂອງ​ຊາວ​ເອເຟໂຊ ຍິ່ງໃຫຍ່.” 29ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ. 30ຝ່າຍ​ໂປໂລ​ເອງ​ນັ້ນ​ຢາກ​ເຂົ້າ​ໄປ​ຢູ່​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເວົ້າ​ກັບ​ພວກເຂົາ, ແຕ່​ພວກ​ຄົນ​ທີ່​ເຊື່ອ​ໄດ້​ຫ້າມ​ບໍ່​ໃຫ້​ເພິ່ນ​ໄປ. 31ມີ​ບາງຄົນ​ໃນ​ພວກ​ເຈົ້າໜ້າທີ່ ຊຶ່ງ​ເປັນ​ເພື່ອນ​ຂອງ​ໂປໂລ​ກໍ​ໃຊ້​ຄົນ​ໄປ​ວອນຂໍ ບໍ່​ໃຫ້​ໂປໂລ​ເຂົ້າ​ໄປ​ກ່າວ​ກັບ​ປະຊາຊົນ​ໃນ​ສະໜາມ​ລະຄອນ​ເຊັ່ນກັນ. 32ໃນ​ເວລາ​ນັ້ນ​ປະຊາຊົນ​ທີ່​ເຕົ້າໂຮມ​ກັນ​ຢູ່​ນັ້ນ ກໍ​ເກີດ​ສັບສົນ​ວຸ້ນວາຍ​ຄື​ບາງ​ພວກ​ກໍ​ຮ້ອງ​ຂຶ້ນ​ແນວ​ໜຶ່ງ ແລະ​ອີກ​ບາງ​ພວກ​ກໍ​ຮ້ອງ​ຂຶ້ນ​ແນວ​ອື່ນ ເພາະ​ຄົນ​ສ່ວນ​ຫລາຍ​ບໍ່ໄດ້​ຮູ້​ວ່າ ພວກເຂົາ​ມາ​ປະຊຸມ​ກັນ​ຍ້ອນ​ເລື່ອງ​ໃດ. 33ບາງຄົນ​ໃນ​ປະຊາຊົນ​ໄດ້​ອະທິບາຍ​ເລື່ອງ​ສູ່​ອາເລັກຊັນເດີ ຜູ້​ທີ່​ພວກ​ຢິວ​ຊຸກ​ໃຫ້​ອອກ​ໄປ​ຂ້າງ​ໜ້າ ແລ້ວ​ອາເລັກຊັນເດີ​ກໍ​ໃຊ້​ມື​ເປັນ​ສັນຍານ​ໃຫ້​ປະຊາຊົນ​ງຽບ ແລະ​ພະຍາຍາມ​ທີ່​ຈະ​ກ່າວ​ແກ້​ແທນ​ເປັນ​ການ​ປ້ອງກັນ. 34ແຕ່​ເມື່ອ​ປະຊາຊົນ​ຮູ້​ວ່າ ລາວ​ເປັນ​ຄົນ​ຢິວ​ພວກເຂົາ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ພ້ອມກັນ ເປັນ​ສຽງ​ດຽວ​ຢູ່​ປະມານ​ສອງ​ຊົ່ວໂມງ​ວ່າ, “ພະ​ອາເຕມາ​ຂອງ​ຊາວ​ເອເຟໂຊ​ຍິ່ງໃຫຍ່.”
35ເມື່ອ​ເຈົ້າໜ້າທີ່​ຂອງ​ອຳນາດ​ການ​ປົກຄອງ​ເມືອງ​ລະງັບ​ປະຊາຊົນ​ໄດ້​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ຊາວ​ເມືອງ​ເອເຟໂຊ​ເອີຍ ຜູ້ໃດ​ກໍ​ຮູ້​ວ່າ​ຊາວ​ເມືອງ​ເອເຟໂຊ ເປັນ​ຜູ້​ຮັກສາ​ດູແລ​ວິຫານ​ຂອງ​ພະ​ອາເຕມາ ແລະ​ຫີນ​ສັກສິດ​ທີ່​ຕົກ​ມາ​ຈາກ​ຟ້າ. 36ບໍ່ມີ​ຜູ້ໃດ​ດອກ​ທີ່​ຈະ​ປະຕິເສດ​ໄດ້. ເພາະສະນັ້ນ ພວກເຈົ້າ​ຄວນ​ສະຫງົບ​ລົງ​ສາ ແລະ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ທີ່​ບໍ່​ຢັ່ງຄິດ. 37ພວກເຈົ້າ​ໄດ້​ນຳ​ເອົາ​ຄົນ​ເຫຼົ່ານີ້​ມາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ເປັນ​ຄົນ​ປຸ້ນ​ວິຫານ ຫລື​ເວົ້າ​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ. 38ເພາະສະນັ້ນ ຖ້າ​ເດເມທິໂອ​ກັບ​ບັນດາ​ຄົນງານ​ຂອງ​ລາວ ເປັນ​ຄວາມ​ກັບ​ຜູ້ໃດ ວັນ​ກຳນົດ​ທີ່​ຈະ​ວ່າ​ຄວາມ​ກໍ​ມີ ແລະ​ເຈົ້າໜ້າທີ່​ປົກຄອງ​ບ້ານ​ເມືອງ​ກໍ​ມີ ໃຫ້​ພວກເຂົາ​ນຳ​ຄວາມ​ໄປ​ຟ້ອງ​ກັນ​ຢູ່​ທີ່​ນັ້ນ​ສາ. 39ແຕ່​ຖ້າ ພວກເຈົ້າ​ມີ​ຂໍ້​ກ່າວຫາ​ອັນ​ໃດ​ອີກ ກໍ​ຈົ່ງ​ໃຫ້​ໄປ​ຊຳລະ​ຄວາມ​ກັນ​ໄດ້​ທີ່​ກອງ​ປະຊຸມ​ສານ. 40ນອກຈາກ​ນັ້ນ ພວກເຮົາ​ອາດ​ຈະ​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ໃນວັນນີ້​ກໍໄດ້ ແລະ​ຂໍ້​ອ້າງ​ທີ່​ຈະ​ຍົກ​ຂຶ້ນ​ມາ​ເປັນ​ເຫດຜົນ​ໃນ​ການ​ເຕົ້າໂຮມ​ຢ່າງ​ນີ້​ກໍ​ບໍ່ມີ ແລະ​ພວກເຮົາ​ກໍ​ບໍ່​ອາດ​ອະທິບາຍ​ເລື່ອງ​ນີ້ ໃຫ້​ເປັນ​ທີ່​ຈະແຈ້ງ​ໄດ້​ດ້ວຍ.” 41ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda