YouVersion Logo
Search Icon

ມາຣະໂກ 2

2
ພຣະເຢຊູເຈົ້າ​ຮັກສາ​ຄົນເປ້ຍ​ຜູ້​ໜຶ່ງ​ໃຫ້​ຫາຍດີ
(ມທ 9:2-8; ລກ 5:18-26)
1ສອງສາມ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ອີກ, ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ພຣະອົງ​ໄດ້​ມາ​ເຮືອນ. 2ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ. 3ມີ​ຊາຍ​ສີ່​ຄົນ​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ. 4ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຮື້​ຫລັງຄາ​ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່​ລົງ​ມາ. 5ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.
6ແຕ່​ມີ​ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ຄິດ​ໃນ​ໃຈ​ວ່າ, 7“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”
8ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ? 9ອັນໃດ​ຈະ​ງ່າຍ​ກວ່າ​ກັນ​ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ກ່າວ​ວ່າ ‘ຈົ່ງ​ລຸກຂຶ້ນ, ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ?’ 10ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ, 11“ເຮົາ​ສັ່ງ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ເມືອ​ເຮືອນ​ສາ”. 12ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”
ພຣະເຢຊູເຈົ້າ​ເອີ້ນ​ເອົາ​ເລວີ ແລະ ຮັບປະທານ​ອາຫານ​ຮ່ວມກັບ​ຄົນບາບ
(ມທ 9:9-13; ລກ 5:27-32)
13ອີກ​ຄັ້ງ​ຫນຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ. 14ໃນຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ ລູກຊາຍ​ຂອງ​ອາລະຟາຍ ກຳລັງ​ນັ່ງ​ຢູ່​ດ່ານເກັບພາສີ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”, ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.
15ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ເຮືອນ​ຂອງ​ເລວີ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ, ເພາະວ່າ​ມີ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະອົງ. 16ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”
17ເມື່ອ​ໄດ້​ຍິນ​ດັ່ງນີ້, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນເຈັບ​ຕ້ອງການ​ໝໍ. ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.
ຄຳຖາມ​ເລື່ອງ​ການຖືສິນອົດອາຫານ
(ມທ 9:14-17; ລກ 5:33-38)
18ໃນຂະນະ​ນັ້ນ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ ກຳລັງ​ຖືສິນອົດອາຫານ​ຢູ່. ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ​ຈຶ່ງ​ຖືສິນອົດອາຫານ, ແຕ່​ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”
19ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າ​ບ່າວ​ຖືສິນອົດອາຫານ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ເມື່ອ​ໃດ​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ ພວກເຂົາ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ໄດ້. 20ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນໍາ​ໂຕ​ໄປ​ຈາກ​ພວກເຂົາ, ວັນ​ນັ້ນ​ແຫລະ ພວກເຂົາ​ຈະ​ຖືສິນອົດອາຫານ.
21“ບໍ່​ມີ​ຜູ້ໃດ​ທີ່​ເອົາ​ຕ່ອນ​ຜ້າ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ. 22ແລະ ບໍ່​ມີ​ຜູ້ໃດ​ທີ່​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ ເຫລົ້າອະງຸ່ນ​ຈະ​ເຮັດ​ໃຫ້​ຖົງໜັງ​ນັ້ນ​ແຕກ ແລະ ເຫລົ້າອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍຫາຍ. ບໍ່​ດອກ, ພວກເຂົາ​ຕ້ອງ​ຖອກ​ເຫລົ້າອະງຸ່ນ​ໃໝ່​ໃສ່​ໃນ​ຖົງໜັງ​ໃໝ່​ເທົ່ານັ້ນ”.
ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ
(ມທ 12:1-14; ລກ 6:1-11)
23ໃນ​ວັນຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ຍ່າງ​ຜ່ານ​ທົ່ງນາ, ໃນ​ຂະນະ​ທີ່​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ໄດ້​ເດັດ​ຮວງເຂົ້າ. 24ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ເປັນຫຍັງ​ພວກເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”
25ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ໃນ​ສິ່ງ​ທີ່​ດາວິດ ແລະ ຄົນ​ຂອງ​ເພິ່ນ​ໄດ້​ເຮັດ​ເມື່ອ​ເພິ່ນ​ຫິວເຂົ້າ ແລະ ຂັດສົນ​ນັ້ນ​ບໍ? 26ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂລຫິດ, ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່ສະຖິດ​ຂອງ​ພຣະເຈົ້າ ແລະ ກິນ​ເຂົ້າຈີ່​ສັກສິດ, ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້. ແລະ ດາວິດ​ຍັງ​ໄດ້​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ນຳ​ອີກ​ດ້ວຍ”.
27ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເຂົາ​ວ່າ, “ວັນຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ມະນຸດ, ບໍ່​ແມ່ນ​ມະນຸດ​ຖືກ​ຕັ້ງ​ໄວ້​ເພື່ອ​ວັນຊະບາໂຕ. 28ດັ່ງນັ້ນ ບຸດມະນຸດ​ຈຶ່ງ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.

Currently Selected:

ມາຣະໂກ 2: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in