YouVersion Logo
Search Icon

ມາຣະໂກ 3

3
ພຣະເຢຊູເຈົ້າ​ຮັກສາ​ໃນ​ວັນສະບາໂຕ
1ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ. 2ມີ​ບາງຄົນ​ໃນ​ພວກເຂົາ​ກຳລັງ​ຊອກຫາ​ສາເຫດ​ທີ່​ຈະ​ກ່າວໂທດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ​ວ່າ​ພຣະອົງ​ຈະ​ຮັກສາ​ຊາຍ​ຄົນ​ນີ້​ໃນ​ວັນຊະບາໂຕ ຫລື ບໍ່. 3ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.
4ແລ້ວ​ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ, “ອັນ​ໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ ຈະ​ເຮັດ​ດີ ຫລື ເຮັດ​ຊົ່ວ, ຈະ​ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.
5ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ. 6ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ເລີ່ມ​ວາງແຜນ​ກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.
ປະຊາຊົນ​ຕິດຕາມ​ພຣະເຢຊູເຈົ້າ
(ມທ 12:15,16; ລກ 6:17-19)
7ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ແຍກໂຕ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທະເລສາບ, ມີ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ແຂວງ​ຄາລີເລ​ໄດ້​ຕິດຕາມ​ພຣະອົງ​ໄປ. 8ເມື່ອ​ພວກເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ​ແລ້ວ, ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ຈາກ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ ແລະ ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ແລະ ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ໄດ້​ພາກັນ​ມາ​ຫາ​ພຣະອົງ. 9ເພາະ​ຍ້ອນ​ປະຊາຊົນ​ເຫລົ່ານີ້ ພຣະອົງ​ຈຶ່ງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຕຽມ​ເຮືອ​ນ້ອຍ​ໄວ້​ໃຫ້​ພຣະອົງ​ລຳ​ໜຶ່ງ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ມາ​ບຽດ​ພຣະອົງ. 10ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ. 11ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”. 12ແຕ່​ພຣະອົງ​ຫ້າມ​ພວກມັນ​ຢ່າງ​ເດັດຂາດ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.
ພຣະເຢຊູເຈົ້າ​ແຕ່ງຕັ້ງ​ອັກຄະສາວົກ​ສິບສອງ​ຄົນ
(ມທ 10:2-4; ລກ 6:14-16; ກຈກ 1:13)
13ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ ເອີ້ນ​ເອົາ​ບັນດາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ, ແລະ ພວກເພິ່ນ​ໄດ້​ມາ​ຫາ​ພຣະອົງ. 14ພຣະອົງ​ໄດ້​ແຕ່ງຕັ້ງ​ສິບສອງ​ຄົນ​ໃຫ້​ເປັນ​ອັກຄະສາວົກ#3:14 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ບໍ່​ມີ​ຂໍ້​ຄວາມ​ວ່າ ເປັນ​ອັກຄະສາວົກ​ໃຫ້​ຢູ່​ກັບ​ພຣະອົງ ແລະ ພຣະອົງ​ຈະ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ, 15ແລະ ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ທີ່​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.
16ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້:
ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),
17ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ທັງ​ສອງ​ຄົນ​ວ່າ​ໂບອະເນເຄ ເຊິ່ງ​ມີ​ຄວາມໝາຍ​ວ່າ​ລູກຟ້າຮ້ອງ),
18ອັນເດອາ,
ຟີລິບ,
ບາຣະໂທໂລມາຍ,
ມັດທາຍ,
ໂທມາ,
ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ,
ທາດາຍ,
ຊີໂມນ​ຜູ້ຮັກຊາດ
19ແລະ ຢູດາ​ອິດສະກາຣີອົດ, ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.
ພຣະເຢຊູເຈົ້າ​ຖືກ​ກ່າວຫາ​ໂດຍ​ຄອບຄົວ​ຂອງ​ພຣະອົງ ແລະ ໂດຍ​ຄູສອນກົດບັນຍັດ
(ມທ 12:25-29; ລກ 11:17-22)
20ແລ້ວ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ ແລະ ປະຊາຊົນ​ກໍ​ໄດ້​ມາ​ເຕົ້າໂຮມກັນ​ອີກ​ຈົນ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ​ບໍ່​ມີ​ເວລາ​ແມ່ນແຕ່​ຈະ​ຮັບປະທານ​ອາຫານ. 21ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້​ຍິນ​ເລື່ອງ​ນີ້ ພວກເຂົາ​ກໍ​ມາ​ເພື່ອ​ຈະ​ຫ້າມ​ພຣະອົງ​ໄວ້, ເພາະ​ພວກເຂົາ​ເວົ້າ​ວ່າ, “ພຣະອົງ​ເສຍສະຕິ​ໄປ​ແລ້ວ”.
22ແລະ ພວກ​ຄູສອນກົດບັນຍັດ​ທີ່​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ຖືກ​ເບເອນເຊບູນ#3:22 ພາສາ​ກຣີກ​ວ່າ ເບເຊບູນ ຫລື ເບເອນເຊບູນ​ເຂົ້າ​ສິງ​ຢູ່! ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກຜີມານຮ້າຍ​ອອກ​ໄດ້”.
23ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເຂົາ​ມາ ແລະ ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ອອກ​ໄດ້​ຢ່າງ​ໃດ? 24ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຕັ້ງ​ຢູ່​ຕໍ່ໄປ​ບໍ່​ໄດ້. 25ຖ້າ​ເຮືອນ​ຫລັງ​ໃດ​ເກີດ​ແຕກແຍກກັນ ເຮືອນ​ຫລັງນັ້ນ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້. 26ແລະ ຖ້າ​ມານຊາຕານ​ຕໍ່ຕ້ານ​ກັນ​ເອງ ແລະ ແຕກແຍກກັນ, ມັນ​ກໍ​ຕັ້ງ​ຢູ່​ບໍ່​ໄດ້ ຈຸດຈົບ​ຂອງ​ມັນ​ກໍ​ມາ​ເຖິງ​ແລ້ວ. 27ຕາມຄວາມຈິງ​ແລ້ວ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ຂອງ​ລາວ​ໄດ້. 28ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ບາບ ແລະ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ​ສາມາດ​ໃຫ້​ອະໄພ​ໄດ້. 29ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ​ຈັກເທື່ອ, ພວກເຂົາ​ໄດ້​ເຮັດ​ຄວາມຜິດ​ອັນ​ເປັນ​ບາບ​ຕິດ​ໂຕ​ຕະຫລອດໄປ”.
30ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເພາະ​ພວກເຂົາ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່”.
ມານດາ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ
(ມທ 12:46-50; ລກ 8:19-21)
31ແລ້ວ​ມານດາ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ກໍ​ມາ​ເຖິງ. ພວກເຂົາ​ໄດ້​ຢືນ​ຢູ່​ຂ້າງນອກ ແລະ ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ. 32ປະຊາຊົນ​ນັ່ງ​ອ້ອມ​ພຣະອົງ​ຢູ່ ແລະ ພວກເຂົາ​ໄດ້​ບອກ​ພຣະອົງ​ວ່າ, “ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ທ່ານ​ກຳລັງ​ຊອກຫາ​ທ່ານຢູ່​ທາງນອກ”. 33ພຣະອົງ​ຖາມ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ ຜູ້ໃດ​ເປັນ​ພວກ​ນ້ອງຊາຍ​ຂອງ​ເຮົາ?” 34ແລ້ວ​ພຣະອົງ​ກໍ​ຫລຽວ​ເບິ່ງ​ບັນດາ​ປະຊາຊົນ​ທີ່​ນັ່ງ​ອ້ອມ​ພຣະອົງ​ຢູ່​ນັ້ນ ແລະ ໄດ້​ກ່າວ​ວ່າ, “ນີ້​ຄື​ແມ່ ແລະ ນ້ອງຊາຍ​ຂອງ​ເຮົາ! 35ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ເປັນ​ນ້ອງຊາຍ ແລະ ເປັນ​ນ້ອງສາວ ແລະ ເປັນ​ແມ່​ຂອງ​ເຮົາ”.

Currently Selected:

ມາຣະໂກ 3: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in