YouVersion Logo
Search Icon

ມັດທາຍ 21

21
ພຣະເຢຊູເຈົ້າ​ເຂົ້າ​ສູ່​ນະຄອນ​ເຢຣູຊາເລັມ​ໃນ​ຖານະ​ກະສັດ
(ມຣກ 11:1-10; ລກ 19:29-38; ຢຮ 12:12-15)
1ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ 2ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ແລະ ເມື່ອ​ພວກເຈົ້າ​ພົບ​ລໍ​ແມ່​ໂຕ​ໜຶ່ງ​ທີ່​ຖືກ​ມັດ​ຢູ່​ກັບ​ລໍນ້ອຍ​ລູກ​ຂອງ​ມັນ​ຢູ່​ທີ່​ນັ້ນ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ຫາ​ເຮົາ. 3ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ, ຈົ່ງ​ບອກ​ວ່າ​ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ”.
4ເຫດການ​ນີ້​ເປັນ​ໄປ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:
5“ຈົ່ງ​ບອກ​ລູກສາວ​ແຫ່ງ​ຊີໂອນ​ວ່າ,
‘ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ
ຜູ້​ອ່ອນສຸພາບ ແລະ ຂີ່​ລໍ
ແລະ ຢູ່​ເທິງ​ລໍນ້ອຍ ລູກ​ສັດໃຊ້ງານ​ໂຕ​ໜຶ່ງ’”.#21:5 ຊກຢ 9:9
6ພວກສາວົກ​ທັງ​ສອງ​ຈຶ່ງ​ໄປ​ເຮັດ​ຕາມ​ທີ່​ພຣະເຢຊູເຈົ້າ​ສັ່ງ. 7ພວກເພິ່ນ​ໄດ້​ນໍາ​ລໍແມ່ ແລະ ລູກ​ລໍ​ມາ, ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ​ເຫລົ່ານັ້ນ​ເພື່ອ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ນັ່ງ. 8ແລ້ວ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ຕາມ​ຫົນທາງ, ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຈາກ​ຕົ້ນໄມ້​ມາ​ປູ​ຕາມ​ຫົນທາງ. 9ປະຊາຊົນ​ທີ່​ຍ່າງ​ອອກໜ້າ​ໄປ​ກ່ອນ​ພຣະອົງ ແລະ ຜູ້​ທີ່​ຕິດຕາມ​ມາ​ກໍ​ຮ້ອງ​ຂຶ້ນ​ວ່າ,
“ໂຮຊັນນາ#21:9 ພາສາ​ເຮັບເຣີ ແປວ່າ “ຊ່ວຍ​ໃຫ້​ພົ້ນ!” ເຊິ່ງ​ກາຍເປັນ​ຄຳ​ສະແດງ​ການສັນລະເສີນ​ເຊັ່ນ​ກັນ​ດຽວ​ກັບ​ຂໍ້ 15​ແດ່​ບຸດ​ດາວິດ!
“ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”#21:9 ພສສ 118:26
“ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”
10ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ປະຊາຊົນ​ທົ່ວ​ນະຄອນ​ກໍ​ແຕກຕື່ນ ແລະ ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ?”
11ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ​ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ​ແຂວງ​ຄາລີເລ”.
ພຣະເຢຊູເຈົ້າ​ທີ່​ວິຫານ
(ມຣກ 11:15-18; ລກ 19:45-47)
12ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໄດ້​ຂັບໄລ່​ບັນດາ​ຄົນ​ທີ່​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ. 13ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ການອະທິຖານ’#21:13 ອຊຢ 56:7 ແຕ່​ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’#21:13 ຢມຢ 7:11”.
14ຄົນຕາບອດ ແລະ ຄົນຂາພິການ​ກໍ​ພາກັນ​ມາ​ຫາ​ພຣະເຢຊູເຈົ້າ​ທີ່​ວິຫານ ແລະ ພຣະອົງ​ກໍ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ. 15ແຕ່​ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ເຫັນ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ ໄດ້​ຍິນ​ພວກ​ເດັກນ້ອຍ​ຮ້ອງ​ສຽງດັງ​ໃນ​ເຂດ​ວິຫານ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ”, ແລ້ວ​ພວກເຂົາ​ກໍ​ບໍ່​ພໍໃຈ.
16ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ທີ່​ເດັກນ້ອຍ​ເຫລົ່ານັ້ນ​ກຳລັງ​ເວົ້າ​ກັນ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ໄດ້​ຍິນ​ແລ້ວ ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພົບ​ບໍ​ໃນ​ຄຳ​ທີ່​ວ່າ,
“‘ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈັດ​ໃຫ້​ຄຳສັນເສີນ​ອັນ​ແທ້ຈິງ
ອອກມາ​ຈາກ​ຮິມສົບ​ຂອງ​ເດັກນ້ອຍ ແລະ ເດັກອ່ອນ’#21:16 ພສສ 8:2”.
17ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ໄປ ແລະ ອອກຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ, ບ່ອນ​ທີ່​ພຣະອົງ​ພັກ​ຄ້າງຄືນ​ຢູ່​ທີ່​ນັ້ນ.
ພຣະເຢຊູເຈົ້າ​ສາບແຊ່ງ​ຕົ້ນໝາກເດື່ອ
(ມຣກ 11:12-14,20-24)
18ໃນ​ເວລາ​ເຊົ້າ, ຂະນະ​ທີ່​ພຣະເຢຊູເຈົ້າ​ກັບຄືນ​ເຂົ້າ​ໄປ​ໃນ​ນະຄອນ​ອີກ ພຣະອົງ​ຫິວເຂົ້າ. 19ເມື່ອ​ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ ພຣະອົງ​ຈຶ່ງ​ຍ່າງ​ເຂົ້າໄປ​ໃກ້ ແລະ ເຫັນ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ວ່າ, “ເຈົ້າ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ!” ໃນ​ທັນໃດ​ນັ້ນ ຕົ້ນໝາກເດື່ອ​ນັ້ນ​ກໍ​ຫ່ຽວແຫ້ງ​ລົງ.
20ເມື່ອ​ພວກສາວົກ​ເຫັນ​ເຊັ່ນນີ້, ພວກເພິ່ນ​ກໍ​ພາກັນ​ປະຫລາດໃຈ. ແລ້ວ​ພາກັນ​ເວົ້າ​ວ່າ, “ຕົ້ນ​ໝາກເດື່ອ​ຫ່ຽວແຫ້ງ​ໄປ​ຢ່າງ​ໄວວາ​ເຊັ່ນ​ນີ້​ໄດ້​ຢ່າງໃດ?”
21ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ໄດ້​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ, ບໍ່​ພຽງ​ເທົ່ານັ້ນ ແຕ່​ພວກເຈົ້າ​ຍັງ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກ​ລົງ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ. 22ຖ້າ​ພວກເຈົ້າ​ເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພວກເຈົ້າ​ອະທິຖານ​ຂໍ”.
ບັນຫາ​ເລື່ອງ​ສິດອຳນາດ​ຂອງ​ພຣະເຢຊູເຈົ້າ
(ມຣກ 11:27-33; ລກ 20:1-8)
23ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”
24ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຖ້າ​ພວກເຈົ້າ​ຕອບ​ເຮົາ ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ. 25ບັບຕິສະມາ​ຂອງ​ໂຢຮັນ​ມາ​ຈາກ​ໃສ? ມາ​ຈາກ​ສະຫວັນ ຫລື ມາ​ຈາກ​ຂອງ​ມະນຸດ?”
ພວກເຂົາ​ໄດ້​ປຶກສາ​ກັນ​ເອງ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’ 26ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ​ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.
27ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”.
ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.
ຄຳອຸປະມາ​ເລື່ອງ​ລູກຊາຍ​ສອງ​ຄົນ
28“ພວກເຈົ້າ​ຄິດ​ຢ່າງໃດ? ມີ​ຊາຍ​ຜູ້​ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກຊາຍກົກ ແລະ ບອກ​ວ່າ, ‘ລູກ​ເອີຍ, ມື້​ນີ້​ຈົ່ງ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ເດີ້’.
29“ລູກຊາຍກົກ​ຕອບ​ວ່າ, ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ​ລາວ​ກໍ​ປ່ຽນໃຈ ແລະ ກໍ​ໄປ​ເຮັດວຽກ.
30“ແລ້ວ​ພໍ່​ກໍ​ໄປ​ຫາ​ລູກຊາຍ​ຜູ້​ທີ​ສອງ ແລະ ບອກ​ຢ່າງ​ດຽວ​ກັນ. ລູກຊາຍ​ຜູ້​ນີ້​ຕອບ​ວ່າ, ‘ເຈົ້າ ລູກ​ຈະ​ໄປ’ ແຕ່​ລາວ​ບໍ່​ໄດ້​ໄປ.
31“ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມ​ໃຈ​ພໍ່?”
ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກຊາຍກົກ”.
ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ. 32ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.
ຄຳອຸປະມາ​ເລື່ອງ​ຄົນເຊົ່າສວນອະງຸ່ນ
(ມຣກ 12:1-12; ລກ 20:9-19)
33“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ​ຄື ມີ​ເຈົ້າຂອງ​ສວນ​ຄົນ​ໜຶ່ງ​ທີ່​ເຮັດ​ສວນອະງຸ່ນ ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ. 34ເມື່ອ​ໃກ້​ຈະ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ຫາ​ພວກຄົນເຊົ່າສວນ​ເພື່ອ​ຮັບ​ຜົນລະປູກ​ຂອງ​ເພິ່ນ.
35“ແຕ່​ພວກຄົນເຊົ່າສວນ​ໄດ້​ຈັບ​ບັນດາ​ຜູ້ຮັບໃຊ້​ຂອງ​ເພິ່ນ ພວກເຂົາ​ຂ້ຽນຕີ​ຄົນ​ໜຶ່ງ, ຂ້າ​ຄົນ​ໜຶ່ງ ແລະ ເອົາ​ຫີນ​ແກວ່ງ​ໃສ່​ຄົນ​ທີ​ສາມ. 36ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ຫາ​ພວກເຂົາ​ອີກ​ຫລາຍ​ກວ່າ​ຄັ້ງ​ທຳອິດ ແຕ່​ພວກຄົນເຊົ່າສວນ​ກໍ​ເຮັດ​ຕໍ່​ຄົນ​ເຫລົ່ານັ້ນ​ຢ່າງ​ດຽວກັນ. 37ໃນທີ່ສຸດ ເພິ່ນ​ຈຶ່ງ​ສົ່ງ​ລູກຊາຍ​ຂອງ​ຕົນ​ໄປ​ຫາ​ພວກເຂົາ. ເພິ່ນ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.
38“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ຜູ້​ເປັນ​ລູກຊາຍ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ຄື​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ມັນ​ແລ້ວ​ຢຶດ​ເອົາ​ມໍລະດົກ​ຂອງ​ມັນ’. 39ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ.
40“ເຫດສະນັ້ນ ເມື່ອ​ເຈົ້າຂອງ​ສວນອະງຸ່ນ​ມາ ເພິ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ?”
41ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ນໍາ​ບັນດາ​ຄົນຊົ່ວ​ເຫລົ່ານັ້ນ​ໄປ​ສູ່​ຈຸດຈົບ​ທີ່​ຊົ່ວຮ້າຍ ແລະ ຍົກ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ ຜູ້​ທີ່​ຍອມ​ມອບ​ສ່ວນແບ່ງ​ຈາກ​ຜົນຜະລິດ​ຂອງ​ຕົນ​ໃຫ້​ເພິ່ນ​ເມື່ອ​ເຖິງ​ລະດູ​ເກັບກ່ຽວ”.
42ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ:
“‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ
ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,#21:42 ຫລື ຫີນຫົວມຸມ
ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້
ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ’#21:42 ພສສ 118:22,23?
43“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໄປ​ຈາກ​ພວກເຈົ້າ ແລະ ມອບ​ໃຫ້​ແກ່​ບັນດາ​ຊົນຊາດ​ທີ່​ຈະ​ເຮັດ​ໃຫ້​ມັນ​ຜະລິດ​ຜົນ. 44ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.#21:44 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ບໍ່​ມີ​ຂໍ້ 44
45ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ຍິນ​ຄຳອຸປະມາ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກຳລັງ​ເວົ້າ​ກ່ຽວກັບ​ພວກເຂົາ. 46ພວກເຂົາ​ຈຶ່ງ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະອົງ​ເປັນ​ຜູ້ທຳນວາຍ.

Currently Selected:

ມັດທາຍ 21: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in