YouVersion Logo
Search Icon

ມັດທາຍ 22

22
ຄຳອຸປະມາ​ເລື່ອງ​ງານກິນລ້ຽງ​ສົມລົດ
1ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ອີກ​ວ່າ: 2“ອານາຈັກ​ສະຫວັນ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຕຽມ​ງານກິນລ້ຽງ​ສົມລົດ​ໃຫ້​ແກ່​ລູກຊາຍ​ຂອງ​ເພິ່ນ. 3ເພິ່ນ​ໄດ້​ໃຊ້​ພວກ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ໃຫ້​ມາ​ຮ່ວມ​ງານລ້ຽງ ແຕ່​ພວກເຂົາ​ບໍ່​ຍອມ​ມາ.
4“ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ພວກ​ຜູ້ຮັບໃຊ້​ຄົນ​ອື່ນໆ​ອອກໄປ​ອີກ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ວ່າ​ເຮົາ​ໄດ້​ຈັດຕຽມ​ງານກິນລ້ຽງ​ໄວ້​ພ້ອມ​ແລ້ວ​ຄື: ງົວເຖິກ ແລະ ສັດ​ໂຕ​ອ້ວນພີ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ ທຸກສິ່ງ​ກໍ​ຕຽມ​ພ້ອມ​ແລ້ວ. ຈົ່ງ​ມາ​ຮ່ວມ​ງານລ້ຽງ​ນີ້’.
5“ແຕ່​ພວກເຂົາ​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ຄຳເຊີນ​ນັ້ນ​ເລີຍ ແລະ ກໍ​ໄປ​ທາງ​ອື່ນ. ຄົນ​ໜຶ່ງ​ກໍ​ໄປ​ທົ່ງນາ, ອີກ​ຄົນ​ໜຶ່ງ​ກໍ​ໄປ​ເຮັດ​ທຸລະກິດ​ຂອງ​ຕົນ. 6ສ່ວນ​ຄົນ​ອື່ນໆ​ອີກ​ກໍ​ຈັບ​ພວກ​ຜູ້ຮັບໃຊ້​ມາ​ຂ້ຽນຕີ ແລະ ຂ້າ​ພວກເຂົາ​ຖິ້ມ. 7ກະສັດ​ຈຶ່ງ​ໂກດຮ້າຍ​ຫລາຍ ເພິ່ນ​ໄດ້​ສັ່ງ​ທະຫານ​ອອກໄປ​ທຳລາຍ​ຊີວິດ​ພວກ​ຄາດຕະກອນ​ເຫລົ່ານັ້ນ ແລະ ຈູດ​ເມືອງ​ຂອງ​ພວກເຂົາ.
8“ແລ້ວ​ເພິ່ນ​ກ່າວ​ກັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ​ວ່າ, ‘ງານກິນລ້ຽງ​ສົມລົດ​ກໍ​ພ້ອມ​ແລ້ວ, ແຕ່​ບັນດາ​ຜູ້​ທີ່​ເຮົາ​ເຊີນ​ໄວ້​ນັ້ນ​ບໍ່​ສົມຄວນ​ໃຫ້​ມາ. 9ດັ່ງນັ້ນ ຈົ່ງ​ອອກໄປ​ທີ່​ແຈຖະໜົນ ແລະ ເມື່ອ​ພົບ​ຄົນໃດ​ກໍ​ໃຫ້​ເຊີນ​ມາ​ໃນ​ງານ​ນີ້’. 10ແລ້ວ​ພວກ​ຜູ້ຮັບໃຊ້​ຈຶ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ຮວບຮວມ​ເອົາ​ຄົນ​ທັງໝົດ​ທີ່​ພວກເຂົາ​ພົບ​ເຫັນ ບໍ່​ວ່າ​ຄົນ​ດີ ຫລື ຄົນຊົ່ວ​ເຂົ້າມາ​ໃນ​ງານ​ນີ້ ແລະ ຫ້ອງ​ງານສົມລົດ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ແຂກ​ຈໍານວນ​ຫລວງຫລາຍ.
11“ແຕ່​ເມື່ອ​ກະສັດ​ອອກມາ​ເບິ່ງ​ບັນດາ​ແຂກ​ທີ່​ມາ​ໃນ​ງານ​ກໍ​ເຫັນ​ຊາຍ​ຄົນ​ໜຶ່ງ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ 12ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ, ດ້ວຍເຫດໃດ​ເຈົ້າ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ?’ ຊາຍ​ຄົນ​ນັ້ນ​ກໍ​ມິດ​ຢູ່​ເວົ້າ​ບໍ່​ອອກ.
13“ແລ້ວ​ກະສັດ​ຈຶ່ງ​ສັ່ງ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ມັດ​ຕີນ​ຂອງ​ມັນ​ໄວ້ ແລະ ໂຍນ​ມັນ​ຖິ້ມ​ອອກ​ໄປ​ຍັງ​ບ່ອນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’.
14“ດ້ວຍວ່າ ມີ​ຫລາຍ​ຄົນ​ຖືກ​ເຊີນ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ”.
ການເສຍພາສີ​ໃຫ້​ແກ່​ກາຍຊາ
(ມຣກ 12:13-17; ລກ 20:20-26)
15ແລ້ວ​ພວກ​ຟາຣີຊາຍ​ຈຶ່ງ​ອອກ​ໄປ​ວາງແຜນ​ກັນ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ. 16ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ. 17ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ​ທ່ານ​ຄິດ​ຢ່າງໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ#22:17 ພາສີ​ພິເສດ​ທີ່​ເກັບ​ຈາກ​ປະຊາຊົນ, ບໍ່​ແມ່ນ​ຜົນລະເມືອງ​ໂຣມ​ໃຫ້​ແກ່​ກາຍຊາ​ບໍ?”
18ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ? 19ຈົ່ງ​ເອົາ​ຫລຽນ​ທີ່​ໃຊ້​ເສຍພາສີ​ນັ້ນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”. ພວກເຂົາ​ຈຶ່ງ​ນຳ​ເອົາ​ຫລຽນ​ໜຶ່ງ​ເດນາຣິອົນ​ມາ​ໃຫ້​ພຣະອົງ, 20ແລ້ວ​ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?”
21ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.
ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.
22ເມື່ອ​ພວກເຂົາ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດ​ໃຈ​ຈຶ່ງ​ອອກໄປ​ຈາກ​ພຣະອົງ.
ບັນຫາ​ເລື່ອງ​ການເປັນຄືນຈາກຕາຍ
(ມຣກ 12:18-27; ລກ 20:27-40)
23ໃນ​ວັນ​ດຽວ​ກັນ​ນັ້ນ ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ​ໄດ້​ມາ​ຫາ​ພຣະອົງ​ດ້ວຍ​ຄຳຖາມ. 24ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ບອກ​ພວກເຮົາ​ວ່າ, ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ ນ້ອງຊາຍ​ຂອງ​ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ລາວ. 25ບັດນີ້ ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ​ທີ່​ຢູ່​ໃນ​ທ່າມກາງ​ພວກເຮົາ ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ດັ່ງນັ້ນ ລາວ​ຈຶ່ງ​ປະ​ເມຍ​ທີ່​ເປັນ​ໝ້າຍ​ໄວ້​ໃຫ້​ນ້ອງຊາຍ​ຂອງ​ຕົນ. 26ເຫດການ​ນີ້​ໄດ້​ເກີດຂຶ້ນ​ກັບ​ນ້ອງຊາຍ​ຜູ້​ທີ​ສອງ, ນ້ອງຊາຍ​ຜູ້​ທີ​ສາມ ແລະ ຈົນ​ເຖິງ​ຜູ້​ທີ​ເຈັດ. 27ໃນທີ່ສຸດ ແມ່ຍິງ​ຄົນ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ. 28ດັ່ງນັ້ນ ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ, ດ້ວຍວ່າ ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ?”
29ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ. 30ໃນ​ວັນ​ທີ່​ມະນຸດ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ, ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ. 31ສຳລັບ​ເລື່ອງ​ການເປັນຄືນມາຈາກຕາຍ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ທີ່​ພຣະເຈົ້າ​ບອກ​ພວກເຈົ້າ​ບໍ​ວ່າ, 32‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’#22:32 ອພຍ 3:6? ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ”.
33ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ ພວກເຂົາ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.
ກົດບັນຍັດ​ຂໍ້​ທີ່​ໃຫຍ່​ທີ່ສຸດ
(ມຣກ 12:28-31)
34ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ພຣະເຢຊູເຈົ້າ​ເຮັດ​ໃຫ້​ພວກ​ຊາດູກາຍ​ມິດງຽບ​ໄປ ພວກ​ຟາຣີຊາຍ​ຈຶ່ງ​ພາກັນ​ມາ​ຮວມໂຕ​ກັນ. 35ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ: 36“ອາຈານ​ເອີຍ, ກົດບັນຍັດ​ຂໍ້​ໃດ​ໃນ​ໜັງສື​ກົດບັນຍັດ​ທີ່​ໃຫຍ່​ທີ່ສຸດ?”
37ພຣະເຢຊູເຈົ້າ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ຄວາມຄິດ​ຂອງ​ພວກເຈົ້າ’.#22:37 ພບຍ 6:5 38ນີ້​ແມ່ນ​ກົດບັນຍັດ​ຂໍ້​ຕົ້ນ ແລະ ຂໍ້​ໃຫຍ່​ທີ່ສຸດ. 39ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’.#22:39 ລລວ 19:18 40ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ທັງໝົດ​ກໍ​ຂຶ້ນ​ກັບ​ກົດບັນຍັດ​ສອງ​ຂໍ້​ນີ້”.
ພຣະເມຊີອາ​ເປັນ​ບຸດ​ຂອງ​ຜູ້ໃດ
(ມຣກ 12:35-37; ລກ 20:41-44)
41ໃນ​ຂະນະ​ທີ່​ພວກ​ຟາຣີຊາຍ​ຍັງ​ເຕົ້າໂຮມ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ, 42“ພວກເຈົ້າ​ຄິດ​ຢ່າງໃດ​ກ່ຽວກັບ​ພຣະຄຣິດເຈົ້າ#22:42 ຫລື ພຣະເມຊີອາ? ເພິ່ນ​ເປັນ​ບຸດ​ຂອງ​ຜູ້ໃດ?”
ພວກເຂົາ​ຕອບ​ວ່າ, “ເປັນ​ບຸດ​ຂອງ​ດາວິດ”.
43ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,
44“‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ:
“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ
ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ຂອງ​ເຈົ້າ
ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ”’.#22:44 ພສສ 110:1
45ດັ່ງນັ້ນ ຖ້າ​ດາວິດ​ເອີ້ນ​ພຣະອົງ​ວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?” 46ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້​ຈັກ​ຄຳ ແລະ ນັບ​ແຕ່​ວັນ​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.

Currently Selected:

ມັດທາຍ 22: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in