YouVersion Logo
Search Icon

ມັດທາຍ 17

17
ປ່ຽນ​ລັກສະນະ​ຮ່າງກາຍ
(ມຣກ 9:2-13; ລກ 9:28-36)
1ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. 2ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ. 3ໃນ​ຂະນະ​ນັ້ນ ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.
4ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຖ້າ​ຫາກ​ພຣະອົງ​ຕ້ອງການ ຂ້ານ້ອຍ​ກໍ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.
5ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”
6ເມື່ອ​ພວກສາວົກ​ໄດ້​ຍິນ​ສຽງ​ນັ້ນ ພວກເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ ແລະ ໝູບໜ້າ​ລົງ​ພື້ນດິນ. 7ແຕ່​ພຣະເຢຊູເຈົ້າ​ມາ​ຫາ ແລະ ຈັບບາຍ​ພວກເພິ່ນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ, ຢ່າ​ຢ້ານ​ເລີຍ”. 8ເມື່ອ​ພວກເພິ່ນ​ເງີຍ​ໜ້າ​ຂຶ້ນ​ແລ້ວ​ກໍ​ບໍ່​ເຫັນ​ຜູ້ໃດ​ນອກ​ຈາກ​ພຣະເຢຊູເຈົ້າ.
9ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ແນະນຳ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ”.
10ພວກສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
11ພຣະເຢຊູເຈົ້າ​ຕອບ​ວ່າ, “ຖືກ​ແລ້ວ ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ຈະ​ເຮັດ​ໃຫ້​ທຸກສິ່ງ​ຄືນ​ສູ່​ສະພາບເດີມ. 12ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ບໍ່​ຮູ້ຈັກ​ເພິ່ນ ແຕ່​ໄດ້​ເຮັດ​ກັບ​ເພິ່ນ​ທຸກ​ຢ່າງ​ຕາມໃຈ​ມັກ. ໃນ​ທຳນອງ​ດຽວ​ກັນ ບຸດມະນຸດ​ກໍ​ຈະ​ຕ້ອງ​ທົນທຸກທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ”. 13ແລ້ວ​ພວກສາວົກ​ກໍ​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ກ່າວ​ແກ່​ພວກເພິ່ນ​ເຖິງ​ໂຢຮັນ​ບັບຕິສະໂຕ.
ພຣະເຢຊູເຈົ້າ​ຮັກສາ​ເດັກຊາຍ​ຜູ້​ໜຶ່ງ​ທີ່​ຜີມານຮ້າຍ​ເຂົ້າສິງ
(ມຣກ 9:14-28; ລກ 9:37-42)
14ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ປະຊາຊົນ​ແລ້ວ, ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ 15ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່​ທ້ອນ ລາວ​ເປັນ​ບ້າໝູ ແລະ ທໍລະມານ​ຫລາຍ ລາວ​ຈົນ​ໂດດ​ໃສ່​ໄຟ ແລະ ໂຕນ​ລົງ​ນໍ້າ​ເລື້ອຍໆ. 16ຂ້ານ້ອຍ​ໄດ້​ນໍາ​ລູກ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ລາວ​ຫາຍດີ​ໄດ້”.
17ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”. 18ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ ມັນ​ກໍ​ອອກ​ໄປ​ຈາກ​ເດັກນ້ອຍ, ແລ້ວ​ລາວ​ກໍ​ຫາຍດີ​ເປັນ​ປົກກະຕິ​ໃນ​ເວລາ​ນັ້ນ.
19ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນໂຕ ແລະ ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”
20ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”. 21ແຕ່​ຜີມານຮ້າຍ​ແບບ​ນີ້​ຈະ​ຂັບໄລ່​ບໍ່​ອອກ ເວັ້ນ​ແຕ່​ດ້ວຍ​ການອະທິຖານ ແລະ ຖືສິນອົດອາຫານ.#17:21 ພຣະຄຳພີ​ຕົ້ນສະບັບ​ເດີມ​ພາສາ​ກຣີກ​ບໍ່ມີ ຂໍ້ 21
22ເມື່ອ​ພວກເພິ່ນ​ພາກັນ​ມາ​ເຕົ້າໂຮມກັນ​ຢູ່​ແຂວງ​ຄາລີເລ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ 23ພວກເຂົາ​ຈະ​ຂ້າ​ເພິ່ນ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ​ສູ່​ຊີວິດ”. ແລະ ພວກສາວົກ​ກໍ​ພາກັນ​ໂສກເສົ້າ​ຢ່າງ​ໜັກ.
ການເສຍຄ່າ​ບຳລຸງ​ວິຫານ
24ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ, ກໍ​ມີ​ຄົນ​ເກັບ​ຄ່າບຳລຸງ​ວິຫານ​ມາ​ຫາ​ເປໂຕ ແລະ ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າບຳລຸງ​ວິຫານ#17:24 ພາສາ​ກຣີກ​ວ່າ ພາສີ “ສອງ​ແດຣກມາ” ເຊັ່ນ​ດຽວ​ກັບ​ຂໍ້ 27​ບໍ?”
25ເປໂຕ​ຕອບ​ວ່າ, “ເສຍ”.
ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ກ່ອນ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ຄິດ​ຢ່າງໃດ ກະສັດ​ໃນ​ໂລກ​ນີ້​ເຄີຍ​ເກັບ​ພາສີ ແລະ ອາກອນ​ຈາກ​ຜູ້ໃດ ເກັບ​ຈາກ​ບັນດາ​ລູກ​ຂອງ​ເພິ່ນ ຫລື ເກັບ​ຈາກ​ຄົນ​ອື່ນ?”
26ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນ​ອື່ນ”.
ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ​ບັນດາ​ລູກ​ກໍ​ບໍ່​ໄດ້​ເສຍ. 27ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະເລສາບ ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ຈົ່ງ​ງະ​ປາກ​ມັນ​ອອກ ແລ້ວ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ສີ່​ແດຣກມາ​ຢູ່​ໃນ​ປາກ​ຂອງ​ມັນ. ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າບຳລຸງ​ວິຫານ​ສຳລັບ​ເຮົາ ແລະ ເຈົ້າ”.

Currently Selected:

ມັດທາຍ 17: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in