YouVersion Logo
Search Icon

ມັດທາຍ 16

16
ຂໍ​ໃຫ້​ເຮັດ​ໝາຍສຳຄັນ
(ມຣກ 8:11-13)
1ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ໄດ້​ທົດລອງ​ພຣະອົງ​ໂດຍ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.
2ພຣະເຢຊູເຈົ້າ​ຕອບ​ວ່າ,#16:2 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກ​ທຳອິດ​ບາງສະບັບ​ບໍ່​ມີ​ຂໍ້ຄວາມ​ສ່ວນ​ທີ່​ເຫລືອ​ໃນ​ຂໍ້ 2 ແລະ ຂໍ້ 3 ທັງໝົດ “ເມື່ອ​ຄ່ຳ​ມາ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ອາກາດ​ຈະ​ດີ​ເພາະ​ທ້ອງຟ້າ​ມີ​ສີແດງ’ 3ແລະ ຕອນ​ເຊົ້າ​ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ວັນ​ນີ້​ຈະ​ເກີດ​ພະຍຸ​ເພາະ​ທ້ອງຟ້າ​ມີ​ສີແດງ ແລະ ມືດຄຶ້ມ’. ພວກເຈົ້າ​ຮູ້ຈັກ​ຕີ​ຄວາມໝາຍ​ປາກົດການ​ຂອງ​ທ້ອງຟ້າ ແຕ່​ພວກເຈົ້າ​ບໍ່​ສາມາດ​ຕີ​ຄວາມໝາຍ​ຂອງ​ໝາຍສຳຄັນ​ຂອງ​ວາລະ​ຕ່າງໆ. 4ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.
ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກຊາດູກາຍ
(ມຣກ 8:14-21)
5ເມື່ອ​ພວກສາວົກ​ໄດ້​ຂ້າມ​ມາ​ຮອດ​ຝັ່ງ​ດ້ານ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ລືມ​ເອົາ​ເຂົ້າຈີ່​ມາ​ນຳ. 6ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ສັງເກດ ແລະ ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.
7ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ເອົາ​ເຂົ້າຈີ່​ມາ​ນຳ”.
8ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ນັ້ນ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່​ມີ​ເຂົ້າຈີ່? 9ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ບໍ? ພວກເຈົ້າ​ບໍ່​ຈື່​ເລື່ອງ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ ແລ້ວ​ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ​ບໍ? 10ຫລື ເລື່ອງ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ ແລ້ວ​ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ? 11ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ເຂົ້າຈີ່? ແຕ່​ໃຫ້​ພວກເຈົ້າ​ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”. 12ແລ້ວ​ພວກເພິ່ນ​ຈຶ່ງ​ເຂົ້າໃຈ​ວ່າ​ພຣະອົງ​ບໍ່​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ລະວັງ​ເຊື້ອແປ້ງ​ທີ່​ໃຊ້​ໃນ​ເຂົ້າຈີ່ ແຕ່​ໃຫ້​ລະວັງ​ຄຳສັ່ງສອນ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ.
ເປໂຕ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ
(ມຣກ 8:27-29; ລກ 9:18-20)
13ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ເຖິງ​ເຂດ​ກາຍຊາເຣຍ ຟີລິບປອຍ, ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ບຸດມະນຸດ​ເປັນ​ຜູ້ໃດ?”
14ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.
15ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?”
16ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ#16:16 ຫລື ພຣະເມຊີອາ ເຊັ່ນ​ດຽວ​ກັບ​ຂໍ້ 20​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.
17ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. 18ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ, ເຈົ້າ​ຄື​ເປໂຕ#16:18 ແປ​ວ່າ ຫີນ ແລະ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງ​ເຮົາ​ຂຶ້ນ ແລະ ປະຕູ​ແຫ່ງ​ແດນມໍລະນາ#16:18 ຫລື ນະລົກ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່​ໄດ້.#16:18 ຫລື ຈະ​ບໍ່​ແຂງ​ແກ່ນ​ໄປ​ກວ່າ​ຄຣິສຕະຈັກ 19ເຮົາ​ຈະ​ມອບ​ກະແຈ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ເຈົ້າ, ສິ່ງ​ໃດ​ທີ່​ພວກເຈົ້າ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ#16:19 ຫລື ສິ່ງນັ້ນ​ໄດ້​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ#16:19 ຫລື ສິ່ງ​ນັ້ນ​ໄດ້​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ”. 20ແລ້ວ​ພຣະອົງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ບໍ່​ໃຫ້​ບອກ​ຜູ້ໃດ​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.
ພຣະເຢຊູເຈົ້າ​ທຳນວາຍ​ເຖິງ​ການຕາຍ​ຂອງ​ພຣະອົງ
(ມຣກ 8:31–9:1; ລກ 9:22-27)
21ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.
22ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”
23ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.
24ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ​ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ, ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ. 25ເພາະ​ຜູ້ໃດ​ກໍ​ຕາມ​ຢາກ​ຮັກສາ​ຊີວິດ#16:25 ພາສາ​ກຣີກ​ໝາຍ​ເຖິງ​ຊີວິດ ຫລື ຈິດວິນຍານ ເຊັ່ນ​ດຽວ​ກັບ​ຂໍ້ 26​ຂອງ​ຕົນ​ໄວ້ ຜູ້​ນັ້ນ​ຈະ​ເສຍ​ຊີວິດ ແຕ່​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ພົບ​ຊີວິດ. 26ຈະ​ມີ​ປະໂຫຍດ​ອັນໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້? 27ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.
28“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.

Currently Selected:

ມັດທາຍ 16: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in