YouVersion Logo
Search Icon

ມັດທາຍ 15

15
ສິ່ງ​ທີ່​ເປັນມົນທິນ
(ມຣກ 7:1-23)
1ແລ້ວ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ພົບ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, 2“ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່? ພວກເຂົາ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ!”
3ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ໂດຍ​ເຫັນ​ແກ່​ທຳນຽມ​ຂອງ​ພວກເຈົ້າ? 4ເພາະ​ພຣະເຈົ້າ​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ຕົນ’#15:4 ອພຍ 20:12; ພບຍ 5:16 ແລະ ‘ຜູ້ໃດ​ທີ່​ສາບແຊ່ງ​ພໍ່ແມ່​ຂອງ​ຕົນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ’#15:4 ອພຍ 21:17; ລລວ 20:9 5ແຕ່​ຝ່າຍ​ພວກເຈົ້າ​ກັບ​ເວົ້າ​ວ່າ​ຖ້າ​ຄົນ​ໃດ​ປະກາດ​ວ່າ, ‘ສິ່ງ​ໃດ​ທີ່​ເຄີຍ​ໃຊ້​ເພື່ອ​ຊ່ວຍເຫລືອ​ພໍ່ແມ່​ຂອງ​ຕົນ ກໍ​ເປັນ​ສິ່ງ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ແລ້ວ’, 6ພວກເຂົາ​ຈຶ່ງ​ບໍ່​ຕ້ອງ ‘ນັບຖື​ພໍ່ແມ່​ຂອງ​ຕົນ’ ດ້ວຍ​ສິ່ງ​ນັ້ນ. ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ທຳນຽມ​ຂອງ​ພວກເຈົ້າ. 7ພວກເຈົ້າ​ຄົນໜ້າຊື່ໃຈຄົດ! ເອຊາຢາ​ຜູ້​ທີ່​ໄດ້​ທຳນວາຍ​ກ່ຽວກັບ​ພວກເຈົ້າ​ກໍ​ຖືກຕ້ອງ​ແລ້ວ​ທີ່​ວ່າ:
8“‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ,
ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.
9ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ບໍ່​ມີ​ປະໂຫຍດ,
ຄຳສອນ​ຂອງ​ພວກເຂົາ​ເປັນ​ພຽງ​ກົດເກນ​ທີ່​ມະນຸດ​ສອນ​ຕໍ່​ກັນ​ມາ’#15:9 ອຊຢ 29:13”.
10ພຣະເຢຊູເຈົ້າ​ກໍ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ ແລະ ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ຟັງ ແລະ ເຂົ້າໃຈ​ເອົາ​ສາ​ວ່າ, 11ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.
12ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ພຣະອົງ​ຮູ້​ບໍ່​ວ່າ​ພວກ​ຟາຣີຊາຍ​ເຄືອງໃຈ​ຫລາຍ​ທີ່​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້?”
13ພຣະອົງ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່​ໄດ້​ປູກ​ໄວ້ ກໍ​ຈະ​ຖືກ​ຂຸດ​ຮາກ​ຖອນ​ເຫງົ້າ. 14ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ.#15:14 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ຄົນ​ນຳທາງ​ຂອງ​ຄົນ​ຕາບອດ ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.
15ເປໂຕ​ເວົ້າ​ວ່າ, “ຂໍ​ອະທິບາຍ​ຄຳອຸປະມາ​ນີ້​ໃຫ້​ພວກຂ້ານ້ອຍ​ແດ່”.
16ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ອີກ​ບໍ? 17ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ​ສິ່ງໃດ​ກໍ​ຕາມ​ທີ່​ເຂົ້າໄປ​ໃນ​ປາກ​ມະນຸດ​ກໍ​ລົງ​ໄປ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ? 18ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ກໍ​ອອກ​ມາ​ຈາກ​ໃຈ ແລະ ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ 19ເພາະວ່າ​ຄວາມຄິດ​ຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການ​ຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານ​ບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນ​ແຕ່​ອອກ​ມາ​ຈາກ​ຈິດໃຈ. 20ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ການ​ກິນ​ອາຫານ​ໂດຍ​ບໍ່​ໄດ້​ລ້າງ​ມື​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.
ຄວາມເຊື່ອ​ຂອງ​ຍິງ​ຊາວ​ການາອານ
(ມຣກ 7:24-30)
21ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ຍັງ​ຂົງເຂດ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ. 22ມີ​ຍິງ​ຊາວ​ການາອານ​ຄົນ​ໜຶ່ງ​ຈາກ​ຂົງເຂດ​ໃກ້ຄຽງ​ນັ້ນ​ໄດ້​ມາ​ຂໍຮ້ອງ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ! ລູກສາວ​ຂອງ​ຂ້ານ້ອຍ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ແລະ ທຸກທໍລະມານ​ຫລາຍ”.
23ພຣະເຢຊູເຈົ້າ​ບໍ່​ຕອບ​ນາງ​ຈັກ​ຄຳ. ພວກສາວົກ​ໄດ້​ມາ​ຫາ​ພຣະອົງ ແລະ ຮ້ອງຂໍ​ວ່າ, “ບອກ​ນາງ​ໜີ​ສາ​ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ”.
24ພຣະອົງ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ແກະ​ທີ່​ເສຍ​ໄປ​ຂອງ​ອິດສະຣາເອນ​ເທົ່ານັ້ນ”.
25ຍິງ​ນັ້ນ​ມາ​ຄຸເຂົ່າ​ຕໍ່ໜ້າ​ພຣະອົງ​ແລ້ວ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ຊ່ວຍ​ຂ້ານ້ອຍ​ດ້ວຍ!”
26ພຣະອົງ​ຕອບ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ”.
27ນາງ​ຕອບ​ວ່າ, “ແມ່ນ​ແລ້ວ ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ແຕ່​ໝາ​ກໍ​ຍັງ​ໄດ້​ກິນ​ເສດອາຫານ​ທີ່​ຕົກ​ຈາກ​ໂຕະ​ນາຍ​ຂອງ​ມັນ”.
28ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ! ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຂໍ​ເທີ້ນ”. ແລະ ໃນ​ເວລາ​ດຽວກັນ​ນັ້ນ​ລູກສາວ​ຂອງ​ນາງ​ກໍ​ຫາຍດີ​ແລ້ວ.
ພຣະເຢຊູເຈົ້າ​ລ້ຽງ​ສີ່ພັນ​ຄົນ
(ມຣກ 7:31-37; 8:1-10)
29ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ແລະ ລຽບ​ໄປ​ຕາມ​ແຄມຝັ່ງ​ທະເລ​ຄາລີເລ ແລ້ວ​ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ໂນນພູ ແລະ ນັ່ງລົງ​ທີ່​ນັ້ນ. 30ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ, ພວກເຂົາ​ໄດ້​ນໍາ​ຄົນຂາຫ້ານ, ຄົນຕາບອດ, ຄົນພິການ, ຄົນປາກກືກ ແລະ ຄົນເຈັບປ່ວຍ​ຊະນິດ​ອື່ນໆ​ຫລາຍ​ຄົນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພຣະອົງ ແລ້ວ​ພຣະອົງ​ກໍ​ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ. 31ປະຊາຊົນ​ຕ່າງ​ກໍ​ພາກັນ​ປະຫລາດ​ໃຈ​ເມື່ອ​ພວກເຂົາ​ເຫັນ​ຄົນປາກກືກ​ເວົ້າ​ໄດ້, ຄົນພິການ​ຫາຍດີ​ເປັນ​ປົກກະຕິ, ຄົນຂາຫ້ານ​ຍ່າງ​ໄດ້ ແລະ ຄົນຕາບອດ​ເບິ່ງເຫັນ. ແລ້ວ​ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ພາກັນ​ສັນລະເສີນ​ພຣະເຈົ້າ​ຂອງ​ອິດສະຣາເອນ.
32ພຣະເຢຊູເຈົ້າ​ໄດ້​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫລົ່ານີ້ ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ. ເຮົາ​ບໍ່​ຢາກ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່, ເພາະ​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້”.
33ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ໃນ​ບ່ອນ​ທີ່​ຫ່າງໄກ​ເຊັ່ນ​ນີ້​ຈະ​ຫາ​ເຂົ້າຈີ່​ຢູ່​ໃສ​ມາ​ພໍ​ລ້ຽງ​ຄົນ​ຈຳນວນ​ຫລວງຫລາຍ​ຢ່າງນີ້?”
34ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?”
ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ ແລະ ປານ້ອຍ​ສອງ​ສາມ​ໂຕ”.
35ພຣະອົງ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. 36ແລ້ວ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ປາ​ນ້ອຍ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ເຂົ້າຈີ່​ນັ້ນ​ໃຫ້​ພວກສາວົກ, ພວກເພິ່ນ​ຈຶ່ງ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ. 37ພວກເຂົາ​ທຸກຄົນ​ໄດ້​ກິນ​ຈົນ​ອີ່ມ. ຫລັງຈາກນັ້ນ ພວກສາວົກ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ໄວ້​ໄດ້​ເຕັມ​ເຈັດ​ກະບຸງ. 38ຈຳນວນ​ຜູ້​ທີ່​ກິນ​ອາຫານ​ນັ້ນ​ມີ​ສີ່ພັນ​ຄົນ​ໂດຍ​ບໍ່​ໄດ້​ນັບ​ແມ່ຍິງ ແລະ ເດັກນ້ອຍ. 39ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ບອກ​ໃຫ້​ປະຊາຊົນ​ເລີກ​ເມືອ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ເຮືອ ແລະ ໄປ​ສູ່​ຂົງເຂດ​ມາຄາດານ.

Currently Selected:

ມັດທາຍ 15: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in