YouVersion Logo
Search Icon

ມັດທາຍ 13

13
ຄຳອຸປະມາ​ເລື່ອງ​ຜູ້ຫວ່ານ
(ມຣກ 4:1-20; ລກ 8:4-15; 10:23,24)
1ໃນ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ເຮືອນ​ໄປ​ນັ່ງ​ຢູ່​ແຄມ​ຝັ່ງ​ທະເລສາບ. 2ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ຢູ່​ໃນ​ເຮືອ, ສ່ວນ​ປະຊາຊົນ​ທັງໝົດ​ຢືນ​ຢູ່​ເທິງ​ຝັ່ງ. 3ແລ້ວ​ພຣະອົງ​ໄດ້​ກ່າວ​ຫລາຍ​ເລື່ອງ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ ໂດຍ​ກ່າວ​ວ່າ: “ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. 4ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ, ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ. 5ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ. ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ, ເພາະ​ພື້ນດິນ​ບໍ່​ເລິກ. 6ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ, ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ. 7ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ. 8ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ​ຈຶ່ງ​ເກີດຜົນ​ຮ້ອຍເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ພືດ​ທີ່​ຫວ່ານ. 9ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.
10ບັນດາ​ສາວົກ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ​ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”
11ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້. 12ຜູ້ໃດ​ກໍ​ຕາມ​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມເຕີມ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ, ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ. 13ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ:
“ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ ພວກເຂົາ​ກໍ​ບໍ່​ເຫັນ
ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ ພວກເຂົາ​ກໍ​ບໍ່​ໄດ້​ຍິນ ຫລື ເຂົ້າໃຈ.
14ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ:
“‘ພວກເຈົ້າ​ຈະ​ຟັງ​ແລ້ວ​ຟັງ​ອີກ ແຕ່​ກໍ​ຈະ​ບໍ່​ເຂົ້າໃຈ​ຈັກ​ເທື່ອ
ພວກເຈົ້າ​ຈະ​ເບິ່ງ​ແລ້ວ​ເບິ່ງ​ອີກ ແຕ່​ກໍ​ຈະ​ສັງເກດ​ບໍ່​ໄດ້​ຈັກ​ເທື່ອ
15ເພາະ​ຈິດໃຈ​ຂອງ​ບັນດາ​ຄົນ​ເຫລົ່ານີ້​ດື້ດ້ານ
ພວກເຂົາ​ບໍ່​ຍອມ​ເປີດ​ຫູ​ຂອງ​ພວກເຂົາ,
ແລະ ພວກເຂົາ​ປິດ​ຕາ​ຂອງ​ພວກເຂົາ
ບໍ່​ດັ່ງນັ້ນ​ແລ້ວ​ພວກເຂົາ​ຈະ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກເຂົາ,
ໄດ້​ຍິນ​ກັບ​ຫູ​ຂອງ​ພວກເຂົາ,
ເຂົ້າໃຈ​ດ້ວຍ​ໃຈ​ຂອງ​ພວກເຂົາ.
ແລະ ຫັນ​ກັບ​ມາ ແລ້ວ​ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ’.#13:15 ອຊຢ 6:9,10
16ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນສຸກ​ເພາະ​ໄດ້​ເຫັນ ແລະ ຫູ​ຂອງ​ພວກເຈົ້າ​ກໍ​ເປັນສຸກ​ເພາະ​ໄດ້​ຍິນ 17ດ້ວຍວ່າ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ຄົນຊອບທຳ​ຫລາຍ​ຄົນ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ ແລະ ຢາກ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແຕ່​ກໍ​ບໍ່​ໄດ້​ຍິນ.
18“ຈົ່ງ​ຟັງ​ຄວາມໝາຍ​ຂອງ​ຄຳອຸປະມາ​ເລື່ອງ​ຜູ້ຫວ່ານ​ຄື: 19ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ. 20ເມັດພືດ​ທີ່​ຕົກ​ໃສ່​ເທິງ​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ກໍ​ຮັບ​ໄວ້​ທັນທີ​ດ້ວຍ​ຄວາມຍິນດີ. 21ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ. 22ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ. 23ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ເທິງ​ດິນ​ດີ​ນັ້ນ​ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ ແລະ ເຂົ້າໃຈ​ພຣະຄຳ ຜູ້​ນັ້ນ​ຈຶ່ງ​ເກີດຜົນ​ຮ້ອຍ​ເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ເມັດພືດ​ທີ່​ຫວ່ານ​ລົງ​ໄປ”.
ຄຳອຸປະມາ​ເລື່ອງ​ເຂົ້ານົກ
24ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ອີກ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ໃນ​ນາ​ຂອງ​ຕົນ 25ແຕ່​ໃນຂະນະ​ທີ່​ທຸກຄົນ​ນອນຫລັບ​ຢູ່​ນັ້ນ​ສັດຕູ​ຂອງ​ລາວ​ກໍ​ມາ ແລະ ຫວ່ານ​ເຂົ້ານົກ#13:25 ເປັນ​ຫຍ້າ​ທີ່​ເປັນ​ພິດ ມີ​ລັກສະນະ​ຄ້າຍ​ຄື​ກັບ​ເຂົ້າສາລີ​ທີ່​ຈະ​ແຍກ​ອອກຈາກ​ກັນ​ໄດ້​ກໍ​ເມື່ອ​ເຖິງ​ເວລາ​ໃກ້​ຈະ​ເກັບ​ກ່ຽວ.​ໃສ່​ທ່າມກາງ​ເຂົ້າຫວີດ​ແລ້ວ​ກໍ​ໜີ​ໄປ. 26ເມື່ອ​ເຂົ້າຫວີດ​ງອກ​ໃຫຍ່​ຂຶ້ນ ແລະ ອອກ​ຮວງ​ແລ້ວ, ກໍ​ມີ​ເຂົ້ານົກ​ປາກົດ​ຂຶ້ນ​ມາ​ນຳ​ເໝືອນ​ກັນ.
27“ພວກ​ຜູ້ຮັບໃຊ້​ຂອງ​ຊາຍ​ຄົນ​ນັ້ນ​ຈຶ່ງ​ມາ​ຫາ ແລະ ບອກ​ເຈົ້າຂອງ​ນາ​ວ່າ, ‘ນາຍ​ເອີຍ, ທ່ານ​ໄດ້​ຫວ່ານ​ເມັດ​ພັນ​ທີ່​ດີ​ໃນ​ນາ​ຂອງ​ທ່ານ​ບໍ່​ແມ່ນ​ບໍ? ແລ້ວ​ເຂົ້ານົກ​ນັ້ນ​ມາ​ແຕ່​ໃສ?’
28“ຝ່າຍ​ນາຍ​ໄດ້​ຕອບ​ວ່າ, ‘ນີ້​ແມ່ນ​ສັດຕູ​ເປັນ​ຜູ້​ເຮັດ’.
“ພວກ​ຜູ້ຮັບໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, ‘ທ່ານ​ຕ້ອງການ​ໃຫ້​ພວກຂ້ານ້ອຍ​ໄປ ແລະ ຫລົກ​ເຂົ້ານົກ​ນັ້ນ​ຖິ້ມ​ບໍ?’
29“ນາຍ​ຕອບ​ວ່າ, ‘ບໍ່ ເພາະວ່າ​ໃນຂະນະ​ທີ່​ພວກເຈົ້າ​ຫລົກ​ເຂົ້ານົກ​ຖິ້ມ​ນັ້ນ ພວກເຈົ້າ​ອາດ​ຫລົກ​ເຂົ້າຫວີດ​ຂຶ້ນ​ມາ​ນຳ. 30ປະ​ໃຫ້​ເຂົ້າ​ທັງ​ສອງ​ໃຫຍ່​ຂຶ້ນ​ນຳ​ກັນ​ຈົນ​ເຖິງ​ເວລາ​ເກັບກ່ຽວ. ໃນ​ເວລາ​ນັ້ນ​ເຮົາ​ຈະ​ບອກ​ຄົນງານ​ເກັບກ່ຽວ​ໃຫ້​ກ່ຽວ​ເຂົ້ານົກ​ກ່ອນ ແລະ ໂຮມ​ເປັນ​ມັດ​ເຜົາ​ໄຟ​ຖິ້ມ​ເສຍ, ສ່ວນ​ເຂົ້າຫວີດ​ນັ້ນ​ໃຫ້​ໂຮມ​ໄວ້​ໃນ​ເລົ້າ​ຂອງ​ເຮົາ’”.
ຄຳອຸປະມາ​ເລື່ອງ​ແກ່ນຜັກກາດ ແລະ ເຊື້ອແປ້ງ
(ມຣກ 4:30-32; ລກ 13:18-21)
31ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ປູກ​ໃນ​ນາ​ຂອງ​ຕົນ, 32ເຖິງແມ່ນວ່າ​ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ​ໃນ​ສວນ ແລະ ກາຍ​ເປັນ​ຕົ້ນ ເພື່ອ​ໃຫ້​ຝູງ​ນົກ​ມາ​ງອຍ ແລະ ເຮັດຮັງ​ຢູ່​ຕາມ​ງ່າ​ນັ້ນ”.
33ແລ້ວ​ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ​ສາມສິບ​ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.
34ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ​ເຫລົ່ານີ້​ແກ່​ປະຊາຊົນ​ເປັນ​ຄຳອຸປະມາ, ນອກ​ຈາກ​ຄຳອຸປະມາ​ແລ້ວ​ພຣະອົງ​ບໍ່​ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ. 35ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:
“ເຮົາ​ຈະ​ອ້າ​ປາກ​ຂອງ​ເຮົາ​ກ່າວ​ຄຳອຸປະມາ,
ເຮົາ​ຈະ​ບອກ​ຂໍ້ຄວາມ​ທີ່​ປົກບັງ​ໄວ້​ຕັ້ງແຕ່​ເມື່ອ​ສ້າງ​ໂລກ”.#13:35 ພສສ 78:2
ພຣະເຢຊູເຈົ້າ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້ານົກ
36ຫລັງຈາກນັ້ນ ພຣະເຢຊູເຈົ້າ​ອອກໄປ​ຈາກ​ປະຊາຊົນ ແລະ ເຂົ້າໄປ​ໃນ​ເຮືອນ. ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້ານົກ​ແກ່​ພວກ​ຂ້ານ້ອຍ​ແດ່”.
37ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ນັ້ນ​ແມ່ນ​ບຸດມະນຸດ, 38ສ່ວນ​ນາ​ນັ້ນ​ແມ່ນ​ໂລກ​ນີ້, ເມັດພືດ​ພັນ​ດີ​ແມ່ນ​ພົນລະເມືອງ​ແຫ່ງ​ອານາຈັກ​ສະຫວັນ, ສ່ວນ​ເຂົ້ານົກ​ແມ່ນ​ພົນລະເມືອງ​ຂອງ​ມານຊົ່ວຮ້າຍ, 39ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້ານົກ​ນັ້ນ​ແມ່ນ​ມານຮ້າຍ. ເວລາ​ເກັບ​ກ່ຽວ​ແມ່ນ​ຄາວສຸດທ້າຍ ແລະ ຜູ້ເກັບກ່ຽວ​ແມ່ນ​ບັນດາ​ເທວະດາ.
40“ເຂົ້ານົກ​ຖືກ​ຫລົກ​ເອົາ​ໄປ​ເຜົາ​ໄຟ​ຢ່າງໃດ ຄາວສຸດທ້າຍ​ກໍ​ຈະ​ເປັນ​ຢ່າງນັ້ນ. 41ບຸດມະນຸດ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ແລະ ກຳຈັດ​ທຸກສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ມະນຸດ​ເຮັດ​ບາບ ແລະ ກຳຈັດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ອອກ​ຈາກ​ອານາຈັກ​ຂອງ​ພຣະອົງ. 42ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ. 43ແລ້ວ​ບັນດາ​ຜູ້ຊອບທຳ​ຈະ​ສ່ອງສະຫວ່າງ​ເໝືອນດັ່ງ​ດວງຕາເວັນ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ພວກເຂົາ. ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.
ຄຳອຸປະມາ​ເລື່ອງ​ຊັບສົມບັດ​ທີ່​ເຊື່ອງ​ໄວ້ ແລະ ໄຂ່ມຸກ
44“ອານາຈັກ​ສະຫວັນ​ປຽບເໝືອນ​ຊັບສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ. ເມື່ອ​ມີ​ຊາຍ​ຄົນ​ໜຶ່ງ​ພົບ​ເຫັນ​ແລ້ວ​ກໍ​ເຊື່ອງ​ໄວ້​ອີກ ແລະ ດ້ວຍ​ຄວາມຕື່ນເຕັ້ນ​ຍິນດີ​ຫລາຍ​ລາວ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.
45“ອີກ​ປະການ​ໜຶ່ງ, ອານາຈັກ​ສະຫວັນ​ປຽບເໝືອນ​ພໍ່ຄ້າ​ຄົນ​ໜຶ່ງ​ທີ່​ຊອກຫາ​ໄຂ່ມຸກ​ຢ່າງ​ງາມ, 46ເມື່ອ​ລາວ​ໄດ້​ພົບ​ໄຂ່ມຸກ​ທີ່​ມີ​ລາຄາ​ແພງ​ເມັດ​ໜຶ່ງ ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ໄຂ່ມຸກ​ນັ້ນ.
ຄຳອຸປະມາ​ເລື່ອງ​ມອງ
47“ເຊັ່ນ​ດຽວ​ກັນ ອານາຈັກ​ສະຫວັນ​ຍັງ​ປຽບເໝືອນ​ກັບ​ມອງ​ທີ່​ຢ່ອນ​ລົງ​ໃນ​ທະເລ ແລະ ຈັບ​ປາ​ໄດ້​ຫລາຍ​ຊະນິດ. 48ເມື່ອ​ເຕັມ​ແລ້ວ​ຊາວ​ຫາປາ​ກໍ​ດຶງ​ມອງ​ຂຶ້ນ​ເທິງ​ຝັ່ງ​ແລ້ວ​ນັ່ງລົງ​ເລືອກ​ເອົາ​ແຕ່​ປາ​ໂຕ​ດີ​ໃສ່​ກະຕ່າ​ໄວ້, ສ່ວນ​ໂຕ​ທີ່​ບໍ່​ດີ​ນັ້ນ​ກໍ​ຖິ້ມ​ໄປ. 49ເມື່ອ​ສິ້ນຍຸກ​ກໍ​ຈະ​ເປັນ​ຢ່າງ​ນີ້ ຄື​ບັນດາ​ເທວະດາ​ກໍ​ຈະ​ອອກມາ​ແຍກ​ຄົນຊົ່ວ​ອອກ​ຈາກ​ຄົນຊອບທຳ 50ແລະ ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”.
51ພຣະເຢຊູເຈົ້າ​ຖາມ​ວ່າ, “ພວກເຈົ້າ​ເຂົ້າໃຈ​ສິ່ງ​ທັງໝົດ​ເຫລົ່ານີ້​ແລ້ວ​ບໍ?”
ພວກເພິ່ນ​ຕອບ​ວ່າ, “ເຂົ້າໃຈ​ແລ້ວ”.
52ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.
ຜູ້ທຳນວາຍ​ທີ່​ບໍ່​ມີ​ຜູ້ໃດ​ນັບຖື
(ມຣກ 6:1-6)
53ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳອຸປະມາ​ເຫລົ່ານີ້​ຈົບ​ແລ້ວ ກໍ​ອອກ​ຈາກ​ທີ່​ນັ້ນ​ໄປ. 54ເມື່ອ​ມາ​ເຖິງ​ບ້ານເກີດ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ ລິດອຳນາດ​ອັນ​ອັດສະຈັນ​ເຫລົ່ານີ້​ມາ​ຈາກ​ໃສ? 55ລາວ​ບໍ່​ແມ່ນ​ລູກຊາຍ​ຂອງ​ຊ່າງໄມ້​ນັ້ນ​ບໍ? ແມ່​ຂອງ​ລາວ​ຊື່​ວ່າ​ມາຣີ ແລະ ນ້ອງຊາຍ​ຂອງ​ລາວ​ແມ່ນ​ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່​ແມ່ນ​ບໍ? 56ນ້ອງສາວ​ຂອງ​ລາວ​ທຸກຄົນ​ກໍ​ຢູ່​ກັບ​ເຮົາ​ບໍ່​ແມ່ນ​ບໍ? ແລ້ວ​ລາວ​ໄດ້​ສິ່ງ​ທັງໝົດ​ເຫລົ່ານີ້​ມາ​ຈາກ​ໃສ?” 57ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.
ຝ່າຍ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.
58ແລະ ໃນ​ທີ່​ນັ້ນ​ພຣະອົງ​ບໍ່​ໄດ້​ກະທຳ​ການ​ອັດສະຈັນ​ຫລາຍ​ເພາະ​ພວກເຂົາ​ບໍ່​ມີ​ຄວາມເຊື່ອ.

Currently Selected:

ມັດທາຍ 13: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in