YouVersion Logo
Search Icon

ລູກາ 20

20
ບັນຫາ​ເລື່ອງ​ສິດອຳນາດ​ຂອງ​ພຣະເຢຊູເຈົ້າ
(ມທ 21:23-27; ມຣກ 11:27-33)
1ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ. 2ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ມີ​ສິດອຳນາດ​ອັນ​ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້? ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”
3ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຈົ່ງ​ບອກ​ເຮົາ​ມາ​ວ່າ: 4ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ​ມາ​ຈາກ​ສະຫວັນ ຫລື ຈາກ​ມະນຸດ?”
5ພວກເຂົາ​ໄດ້​ປຶກສາ​ກັນ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’ 6ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງຫລາຍ​ກໍ​ຈະ​ເອົາ​ຫີນ​ແກວ່ງ​ໃສ່​ພວກເຮົາ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.
7ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ມາ​ຈາກ​ໃສ”.
8ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ”.
ຄຳອຸປະມາ​ເລື່ອງ​ຜູ້ເຊົ່າສວນ
(ມທ 21:33-46; ມຣກ 12:1-12)
9ແລ້ວ​ພຣະອົງ​ໄດ້​ເຫລົ່າ​ຄຳອຸປະມາ​ນີ້​ໃຫ້​ປະຊາຊົນ​ຟັງ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ ແລ້ວ​ເອົາ​ສວນ​ນັ້ນ​ໃຫ້​ພວກ​ຊາວສວນ​ເຊົ່າ ແລະ ກໍ​ຍ້າຍ​ໄປ​ບ່ອນ​ອື່ນ​ເປັນ​ເວລາ​ດົນນານ. 10ເມື່ອ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ສົ່ງ​ຜູ້ຮັບໃຊ້​ໄປ​ຫາ​ພວກ​ຄົນເຊົ່າສວນ​ເພື່ອ​ຮັບ​ສ່ວນແບ່ງ​ຂອງ​ຜົນລະປູກ​ຈາກ​ສວນອະງຸ່ນ. ແຕ່​ພວກ​ຄົນເຊົ່າສວນ​ໄດ້​ຂ້ຽນຕີ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ. 11ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ອີກ, ພວກເຂົາ​ກໍ​ຂ້ຽນຕີ​ຜູ້ຮັບໃຊ້​ຄົນ​ນັ້ນ​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ​ອີກ. 12ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ທີ​ສາມ​ໄປ​ອີກ, ພວກເຂົາ​ກໍ​ທຳຮ້າຍ​ຜູ້ຮັບໃຊ້​ຄົນ​ນັ້ນ ແລະ ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ.
13“ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ຢ່າງ​ໃດ​ດີ? ເຮົາ​ຈະ​ສົ່ງ​ລູກຊາຍ​ຂອງ​ເຮົາ ຜູ້​ທີ່​ເຮົາ​ຮັກ​ໄປ ບາງເທື່ອ​ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລາວ’.
14“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ລາວ​ແລ້ວ, ພວກເຂົາ​ກໍ​ປຶກສາ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’. 15ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ.
“ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ? 16ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”.
ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”
17ພຣະເຢຊູເຈົ້າ​ແນມ​ໄປ​ເບິ່ງ​ທີ່​ພວກເຂົາ ແລະ ຖາມ​ວ່າ, “ແລ້ວ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງໃດ​ທີ່​ວ່າ:
“‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ
ໄດ້​ກາຍເປັນ​ຫີນເສົາເອກ#20:17 ຫລື ຫີນຫົວມຸມ’.#20:17 ພສສ 118:22
18ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.
19ພວກ​ຄູສອນກົດບັນຍັດ ແລະ ພວກຫົວໜ້າ​ປະໂລຫິດ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ​ທັນທີ ເພາະ​ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ.
ການ​ເສຍ​ພາສີ​ແກ່​ກາຍຊາ
(ມທ 22:15-22; ມຣກ 12:13-17)
20ພວກເຂົາ​ໄດ້​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ ໂດຍ​ໃຊ້​ພວກ​ສອດແນມ ເຊິ່ງ​ເຮັດຄື​ວ່າ​ຈິງໃຈ. ພວກເຂົາ​ຫວັງ​ຈະ​ຈັບ​ຜິດ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ການ​ປົກຄອງ ແລະ ສິດອຳນາດ​ຂອງ​ຜູ້ປົກຄອງ. 21ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ມາ​ຖາມ​ພຣະອົງ​ວ່າ, “ທ່ານ​ອາຈານ, ພວກເຮົາ​ຮູ້​ວ່າ​ທ່ານ​ກ່າວ ແລະ ສອນ​ສິ່ງ​ທີ່​ຖືກຕ້ອງ ແລະ ທ່ານ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ແຕ່​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. 22ທີ່​ພວກເຮົາ​ຈະ​ເສຍ​ພາສີ​ໃຫ້​ແກ່​ກາຍຊາ​ນັ້ນ​ເປັນ​ການ​ຖືກຕ້ອງ​ບໍ?”
23ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ແລະ ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, 24“ຈົ່ງ​ເອົາ​ເງິນ​ໜຶ່ງ​ຫລຽນ​ເດນາຣິອົນ​ມາ​ໃຫ້​ເຮົາ​ເບິ່ງ​ດູ. ຮູບ ແລະ ຄຳຈາລຶກ​ໄວ້​ໃນ​ຫລຽນ​ນັ້ນ​ເປັນ​ຂອງ​ຜູ້ໃດ?”
ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.
25ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ດັ່ງນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ​ກໍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.
26ພວກເຂົາ​ບໍ່​ສາມາດ​ຈັບ​ຜິດ​ສິ່ງ​ທີ່​ພຣະອົງ​ກ່າວ​ໃນ​ທີ່​ສາທະລະນະ​ໄດ້. ແລ້ວ​ພວກເຂົາ​ຈຶ່ງ​ມິດງຽບ​ຢູ່​ເພາະ​ປະຫລາດໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ.
ການ​ເປັນຄືນມາຈາກຕາຍ ແລະ ການ​ແຕ່ງງານ
(ມທ 22:23-33; ມຣກ 12:18-27)
27ຍັງ​ມີ​ບາງຄົນ​ໃນ​ພວກ​ຊາດູກາຍ​ທີ່​ເວົ້າ​ວ່າ​ບໍ່​ມີ​ການ​ເປັນຄືນມາຈາກຕາຍ​ໄດ້​ມາ​ຖາມ​ພຣະເຢຊູເຈົ້າ. 28ພວກເຂົາ​ເວົ້າ​ວ່າ, “ທ່ານ​ອາຈານ, ໂມເຊ​ໄດ້​ຂຽນ​ຄຳສັ່ງ​ສຳລັບ​ພວກເຮົາ​ໄວ້​ວ່າ, ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ໜຶ່ງ​ຕາຍ​ປະ​ເມຍ​ຂອງ​ຕົນ​ໂດຍ​ບໍ່​ມີ​ລູກ ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ອ້າຍ​ຂອງ​ຕົນ. 29ບັດນີ້ ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ. ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຄົນ​ໜຶ່ງ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ. 30ຜູ້​ທີ​ສອງ 31ແລະ ຫລັງຈາກນັ້ນ​ຜູ້​ທີ​ສາມ​ກໍ​ໄດ້​ແຕ່ງງານ​ກັບ​ນາງ ແລະ ເຫດການ​ດຽວ​ກັນ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ທັງ​ເຈັດ​ຄົນ, ຄື​ພວກເຂົາ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ. 32ໃນ​ທີ່ສຸດ​ຍິງ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ. 33ດັ່ງນັ້ນ ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ, ດ້ວຍວ່າ​ຊາຍ​ທັງ​ເຈັດ​ຄົນ​ໄດ້​ລ້ວນ​ແຕ່​ໄດ້​ແຕ່ງງານ​ກັບ​ນາງ?”
34ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ນີ້​ເຄີຍ​ແຕ່ງງານ ແລະ ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ. 35ແຕ່​ຄົນ​ທີ່​ຖື​ວ່າ​ສົມຄວນ​ມີ​ສ່ວນ​ໃນ​ຍຸກ​ທີ່​ຈະ​ມາ​ເຖິງ ແລະ ໃນ​ການ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ, 36ແລະ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ທີ່​ຕາຍ​ບໍ່​ເປັນ. ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ເປັນ​ລູກ​ແຫ່ງ​ການ​ເປັນຄືນມາຈາກຕາຍ. 37ແຕ່​ໃນ​ເລື່ອງ​ໄຟໄໝ້​ຟຸ່ມໄມ້​ນັ້ນ ແມ່ນແຕ່​ໂມເຊ​ຍັງ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຄົນຕາຍ​ເປັນຄືນມາ, ເພາະ​ເພິ່ນ​ເອີ້ນ​ອົງພຣະຜູ້ເປັນເຈົ້າ​ວ່າ, ‘ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’.#20:37 ອພຍ 3:6 38ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ ແຕ່​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ເພາະ​ສຳລັບ​ພຣະອົງ​ແລ້ວ​ທຸກຄົນ​ຍັງ​ມີຊີວິດ​ຢູ່”.
39ແລ້ວ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ຕອບ​ວ່າ, “ທ່ານ​ອາຈານ, ທ່ານ​ເວົ້າ​ດີ​ຫລາຍ!” 40ແລະ ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.
ພຣະຄຣິດເຈົ້າ​ເປັນ​ບຸດ​ຂອງ​ຜູ້ໃດ?
(ມທ 22:41–23:7; ມຣກ 12:35-40)
41ຫລັງຈາກນັ້ນ ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ດ້ວຍເຫດໃດ​ຈຶ່ງ​ເວົ້າ​ວ່າ​ພຣະຄຣິດເຈົ້າ#20:41 ຫລື ພຣະເມຊີອາ​ເປັນ​ບຸດ​ຂອງ​ດາວິດ? 42ດາວິດ​ເອງ​ໄດ້​ປະກາດ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ວ່າ:
“‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ:
“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ
43ຈົນ​ກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ
ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ”’.#20:43 ພສສ 110:1
44ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’. ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”
ຄຳເຕືອນ​ກ່ຽວກັບ​ພວກ​ຄູສອນກົດບັນຍັດ
45ໃນ​ຂະນະ​ທີ່​ປະຊາຊົນ​ທັງຫລາຍ​ກຳລັງ​ຟັງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, 46“ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມ​ຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນ​ຊຸມນຸມຊົນ, ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ. 47ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.

Currently Selected:

ລູກາ 20: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in