ລູກາ 19
19
ຊັກຂ່າຍຄົນເກັບພາສີ
1ພຣະເຢຊູເຈົ້າໄດ້ເຂົ້າໄປເມືອງເຢຣີໂກ ແລະ ກຳລັງຜ່ານເມືອງນັ້ນໄປ 2ມີຊາຍຄົນໜຶ່ງຢູ່ທີ່ນັ້ນຊື່ຊັກຂ່າຍ, ລາວເປັນຫົວໜ້າຄົນເກັບພາສີ ແລະ ເປັນຄົນຮັ່ງມີ. 3ລາວຢາກເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ, ແຕ່ວ່າລາວເປັນຄົນເຕ້ຍຈຶ່ງເບິ່ງບໍ່ເຫັນເພາະຄົນແໜ້ນຫລາຍ. 4ລາວຈຶ່ງແລ່ນອອກໜ້າກ່ອນແລ້ວປີນຂຶ້ນຕົ້ນໝາກເດື່ອເພື່ອຈະໄດ້ເຫັນພຣະອົງ, ເພາະພຣະເຢຊູເຈົ້າກຳລັງຜ່ານໄປທາງນັ້ນ.
5ເມື່ອພຣະເຢຊູເຈົ້າມາເຖິງທີ່ນັ້ນ ພຣະອົງກໍເງີຍໜ້າຂຶ້ນແລ້ວເວົ້າກັບລາວວ່າ, “ຊັກຂ່າຍ, ຟ້າວລົງມາສາ. ເພາະວັນນີ້ເຮົາຕ້ອງພັກຢູ່ເຮືອນຂອງເຈົ້າ”. 6ດັ່ງນັ້ນລາວຈຶ່ງລົງມາທັນທີ ແລະ ຕ້ອນຮັບພຣະອົງດ້ວຍຄວາມຊື່ນຊົມຍິນດີ.
7ເມື່ອຄົນທັງໝົດເຫັນດັ່ງນັ້ນກໍພາກັນເລີ່ມຈົ່ມວ່າ, “ພຣະອົງໄປພັກຢູ່ໃນເຮືອນຂອງຄົນບາບ”.
8ແຕ່ຊັກຂ່າຍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ເບິ່ງແມ! ອົງພຣະຜູ້ເປັນເຈົ້າ, ເວລານີ້ຂ້ານ້ອຍຂໍຍົກຊັບສົມບັດເຄິ່ງໜຶ່ງໃຫ້ແກ່ຄົນຍາກຈົນ ແລະ ຖ້າຂ້ານ້ອຍໄດ້ສໍ້ໂກງເອົາສິ່ງໃດຂອງຜູ້ໃດ, ຂ້ານ້ອຍກໍຂໍໃຊ້ຄືນໃຫ້ສີ່ເທົ່າ”.
9ພຣະເຢຊູເຈົ້າກ່າວກັບລາວວ່າ, “ໃນວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ, ເພາະຊາຍຄົນນີ້ກໍເປັນລູກຫລານຂອງອັບຣາຮາມເໝືອນກັນ. 10ດ້ວຍວ່າ ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ຊ່ວຍຄົນທີ່ຫລົງຫາຍໃຫ້ລອດພົ້ນ”.
ຄຳອຸປະມາເລື່ອງເງິນສິບມີນາ
(ມທ 25:14-30)
11ໃນຂະນະທີ່ຄົນທັງຫລາຍກຳລັງຟັງຢູ່ນັ້ນ, ພຣະອົງກໍກ່າວຄຳອຸປະມາໃຫ້ພວກເຂົາຟັງຕໍ່ໄປ ເພາະວ່າພຣະອົງມາໃກ້ຈະເຖິງນະຄອນເຢຣູຊາເລັມແລ້ວ ແລະ ຄົນທັງຫລາຍຄິດວ່າອານາຈັກຂອງພຣະເຈົ້າຈະປາກົດທັນທີ. 12ພຣະອົງກ່າວວ່າ: “ມີຊາຍຄົນໜຶ່ງທີ່ເປັນເຈົ້ານາຍໄດ້ອອກໄປແດນໄກເພື່ອຮັບການແຕ່ງຕັ້ງໃຫ້ເປັນກະສັດແລ້ວຈະກັບຄືນມາ, 13ເພິ່ນຈຶ່ງເອີ້ນຄົນຮັບໃຊ້ສິບຄົນມາແລ້ວມອບເງິນໃຫ້ຄົນລະໜຶ່ງມີນາ#19:13 1 ມີນາມີຄ່າເທົ່າກັບເງິນຄ່າແຮງງານ 3 ເດືອນ ແລະ ສັ່ງວ່າ, ‘ຈົ່ງນຳເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ’.
14“ແຕ່ປະຊາຊົນທີ່ຢູ່ພາຍໃຕ້ການປົກຄອງຂອງເພິ່ນໄດ້ກຽດຊັງເພິ່ນ ພວກເຂົາຈຶ່ງໃຊ້ຜູ້ແທນໄປຫາເພິ່ນເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການໃຫ້ຊາຍຜູ້ນີ້ມາເປັນກະສັດປົກຄອງພວກເຮົາ’.
15“ເຖິງຢ່າງໃດກໍຕາມ ເພິ່ນຜູ້ນີ້ກໍຍັງໄດ້ຮັບການແຕ່ງຕັ້ງເປັນກະສັດ ແລະ ໄດ້ກັບຄືນມາເຮືອນ, ແລ້ວເພິ່ນຈຶ່ງເອີ້ນເອົາຄົນຮັບໃຊ້ທີ່ເພິ່ນໄດ້ມອບເງິນໃຫ້ນັ້ນມາພົບ ເພື່ອຈະໄດ້ຮູ້ວ່າພວກເຂົາໄດ້ກຳໄລມາຫລາຍເທົ່າໃດ.
16“ຄົນທຳອິດເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ, ເງິນໜຶ່ງມີນາຂອງທ່ານໄດ້ກຳໄລມາອີກສິບມີນາ’.
17“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີຂອງເຮົາ! ເພາະເຈົ້າສັດຊື່ໄວ້ໃຈໄດ້ໃນສິ່ງເລັກນ້ອຍ, ຈົ່ງປົກຄອງສິບຫົວເມືອງ’.
18“ຄົນທີສອງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ເງິນໜຶ່ງມີນາຂອງທ່ານໄດ້ກຳໄລມາອີກຫ້າມີນາ’.
19“ນາຍຂອງລາວຕອບວ່າ, ‘ໃຫ້ເຈົ້າປົກຄອງຫ້າຫົວເມືອງ’.
20“ຫລັງຈາກນັ້ນຄົນຮັບໃຊ້ອີກຄົນໜຶ່ງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ນີ້ຄືເງິນໜຶ່ງມີນາຂອງທ່ານ, ຂ້ານ້ອຍໄດ້ເອົາຜ້າຫໍ່ເກັບໄວ້. 21ຂ້ານ້ອຍຢ້ານທ່ານ ເພາະທ່ານເປັນຄົນເຄັ່ງຄັດ, ທ່ານເກັບກຳໄລຈາກທຸລະກິດທີ່ທ່ານບໍ່ໄດ້ລົງທຶນ ແລະ ເກັບກ່ຽວຜົນທີ່ທ່ານບໍ່ໄດ້ຫວ່ານ’.
22“ນາຍຂອງລາວຕອບວ່າ, ‘ເຈົ້າຄົນຮັບໃຊ້ຊົ່ວຊ້າ! ເຮົາຈະຕັດສິນລົງໂທດເຈົ້າຈາກຄຳເວົ້າຂອງເຈົ້າເອງ. ເຈົ້າຮູ້ຈັກວ່າເຮົາເປັນຄົນເຄັ່ງຄັດ, ເກັບກຳໄລຈາກທຸລະກິດທີ່ເຮົາເອງບໍ່ໄດ້ລົງທຶນ ແລະ ເກັບກ່ຽວຜົນທີ່ເຮົາບໍ່ໄດ້ຫວ່ານ? 23ແລ້ວເປັນຫຍັງເຈົ້າບໍ່ນຳເງິນໄປຝາກໄວ້ ເພື່ອວ່າເມື່ອເຮົາກັບມາແລ້ວເຮົາຈະໄດ້ຮັບເງິນຄືນພ້ອມດ້ວຍດອກເບ້ຍ?’
24“ແລ້ວເພິ່ນກໍສັ່ງຄົນທີ່ຢືນຢູ່ທີ່ນັ້ນວ່າ, ‘ຈົ່ງເອົາເງິນມີນານັ້ນໄປຈາກມັນ ແລະ ມອບໃຫ້ແກ່ຄົນທີ່ມີສິບມີນາ’.
25“ແຕ່ພວກເຂົາເວົ້າວ່າ, ‘ນາຍເອີຍ ຄົນນັ້ນມີຢູ່ສິບມີນາແລ້ວ!’
26“ເພິ່ນຕອບວ່າ, ‘ເຮົາບອກພວກເຈົ້າວ່າ, ທຸກຄົນທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມອີກ, ສ່ວນຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ກໍຈະຖືກຍົກເອົາໄປ. 27ຝ່າຍພວກສັດຕູຂອງເຮົາທີ່ບໍ່ຕ້ອງການໃຫ້ເຮົາເປັນກະສັດປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະ ຂ້າພວກເຂົາຕໍ່ໜ້າເຮົາ’”.
ພຣະເຢຊູເຈົ້າເຂົ້າສູ່ເຢຣູຊາເລັມຢ່າງກະສັດ
(ມທ 21:1-9; ມຣກ 11:1-10; ຢຮ 12:12-15)
28ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍນຳໜ້າຂຶ້ນໄປຍັງເຢຣູຊາເລັມ. 29ເມື່ອມາໃກ້ບ້ານເບັດຟາເຄ ແລະ ເບັດທານີທີ່ເນີນພູ ເຊິ່ງເອີ້ນວ່າພູເຂົາໝາກກອກ, ພຣະອົງໄດ້ໃຊ້ສາວົກສອງຄົນອອກໄປໂດຍສັ່ງພວກເພິ່ນວ່າ, 30“ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້ານັ້ນ, ເມື່ອເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງມັດຢູ່ ເຊິ່ງຍັງບໍ່ເຄີຍມີຜູ້ໃດໄດ້ຂຶ້ນຂີ່ຈັກເທື່ອ. ຈົ່ງແກ້ເຊືອກອອກ ແລ້ວຈູງມາທີ່ນີ້. 31ຖ້າມີຜູ້ໃດຖາມພວກເຈົ້າວ່າ, ‘ແກ້ເອົາມັນໄປເຮັດຫຍັງ?’ ຈົ່ງບອກວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການ’”.
32ແລ້ວສາວົກທີ່ຖືກໃຊ້ນັ້ນກໍອອກໄປ ແລະ ພົບຕາມທີ່ພຣະອົງບອກພວກເພິ່ນໄວ້. 33ຂະນະທີ່ພວກເພິ່ນກຳລັງແກ້ເຊືອກທີ່ຜູກລໍນ້ອຍອອກຢູ່ນັ້ນ ເຈົ້າຂອງລໍກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”
34ພວກເພິ່ນຕອບວ່າ, “ອົງພຣະຜູ້ເປັນເຈົ້າຕ້ອງການ”.
35ແລ້ວພວກເພິ່ນກໍຈູງລໍນ້ອຍມາຫາພຣະເຢຊູເຈົ້າ, ພວກເພິ່ນກໍເອົາເສື້ອຄຸມຂອງຕົນປູເທິງຫລັງລໍ ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນນັ່ງຢູ່ເທິງລໍນ້ອຍນັ້ນ. 36ຂະນະທີ່ພຣະເຢຊູເຈົ້າຂີ່ໄປນັ້ນ, ປະຊາຊົນກໍເອົາເສື້ອຄຸມຂອງຕົນປູລົງຕາມທາງ.
37ເມື່ອພຣະອົງມາໃກ້ບ່ອນທີ່ເປັນທາງລົງຈາກພູເຂົາໝາກກອກ, ປະຊາຊົນທີ່ເປັນສາວົກຂອງພຣະອົງຕ່າງກໍພາກັນສັນລະເສີນພຣະເຈົ້າສຽງດັງດ້ວຍຄວາມຊື່ນຊົມຍິນດີໃນການອັດສະຈັນທັງໝົດທີ່ພວກເຂົາໄດ້ເຫັນໂດຍເວົ້າວ່າ,
38“ພຣະພອນມີແດ່ກະສັດຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”#19:38 ພສສ 118:26
“ສັນຕິສຸກຈົ່ງມີໃນສະຫວັນ ແລະ ສະຫງ່າລາສີຈົ່ງມີໃນທີ່ສູງສຸດ!”
39ພວກຟາຣີຊາຍບາງຄົນໃນປະຊາຊົນໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານ, ຈົ່ງຫ້າມພວກສາວົກຂອງທ່ານດ້ວຍ!”
40ພຣະອົງຕອບວ່າ, “ເຮົາບອກພວກເຈົ້າວ່າ ຖ້າພວກເຂົາມິດງຽບຢູ່ ກ້ອນຫີນທັງຫລາຍກໍຈະເປັ່ງສຽງຮ້ອງຂຶ້ນ”.
41ເມື່ອພຣະອົງມາໃກ້ ແລະ ເຫັນເຢຣູຊາເລັມແລ້ວ, ພຣະອົງກໍຮ້ອງໄຫ້ເພາະສົງສານນະຄອນນັ້ນ 42ແລະ ໄດ້ກ່າວວ່າ, “ຖ້າພຽງແຕ່ເຈົ້າໄດ້ຮູ້ໃນວັນນີ້ວ່າອັນໃດຈະນຳສັນຕິສຸກມາສູ່ເຈົ້າ ແຕ່ບັດນີ້ສິ່ງນັ້ນໄດ້ຖືກປິດບັງຈາກສາຍຕາຂອງເຈົ້າແລ້ວ. 43ວັນເຫລົ່ານັ້ນຈະມາເຖິງເຈົ້າ ເມື່ອສັດຕູຂອງເຈົ້າຂຸດຄູກັ້ນເພື່ອໂຈມຕີເຈົ້າ ແລະ ອ້ອມເຈົ້າໄວ້ທຸກດ້ານ. 44ພວກເຂົາຈະແກວ່ງເຈົ້າລົງພື້ນດິນ, ເຈົ້າກັບລູກຫລານພາຍໃນກຳແພງຂອງເຈົ້າ ພວກເຂົາຈະບໍ່ປ່ອຍໃຫ້ເຫລືອກ້ອນຫີນຊ້ອນທັບກັນຈັກກ້ອນ ເພາະວ່າເຈົ້າບໍ່ຮູ້ຈັກເວລາທີ່ພຣະເຈົ້າຈະມາຫາເຈົ້າ”.
ພຣະເຢຊູເຈົ້າທີ່ວິຫານ
(ມທ 21:12-16; ມຣກ 11:15-18; ຢຮ 2:13-16)
45ເມື່ອພຣະເຢຊູເຈົ້າເຂົ້າໄປໃນເດີ່ນວິຫານ ແລະ ເລີ່ມຂັບໄລ່ບັນດາຄົນທີ່ຊື້ຂາຍຢູ່ທີ່ນັ້ນອອກໄປ. 46ພຣະອົງກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ວິຫານຂອງເຮົາຈະເປັນສະຖານທີ່ແຫ່ງການອະທິຖານ’#19:46 ອຊຢ 56:7 ແຕ່ພວກເຈົ້າໄດ້ເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’#19:46 ຢມຢ 7:11”.
47ພຣະອົງໄດ້ສັ່ງສອນຢູ່ທີ່ວິຫານທຸກວັນ. ແຕ່ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ບັນດາຜູ້ນຳໃນທ່າມກາງປະຊາຊົນກໍພະຍາຍາມຊອກຫາທາງທີ່ຈະຂ້າພຣະອົງ 48ແຕ່ພວກເຂົາບໍ່ເຫັນຊ່ອງທາງທີ່ຈະເຮັດໄດ້, ເພາະປະຊາຊົນທັງຫລາຍຕັ້ງໃຈຟັງຖ້ອຍຄຳຂອງພຣະອົງ.
Currently Selected:
ລູກາ 19: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.