ລູກາ 18
18
ຄຳອຸປະມາເລື່ອງແມ່ໝ້າຍຜູ້ບໍ່ທໍ້ຖອຍໃຈ
1ແລ້ວພຣະເຢຊູເຈົ້າໄດ້ບອກພວກສາວົກຂອງພຣະອົງເປັນຄຳອຸປະມາເພື່ອສະແດງໃຫ້ພວກເພິ່ນເຫັນວ່າພວກເພິ່ນຄວນອະທິຖານຢູ່ສະເໝີ ແລະ ບໍ່ຢຸດ. 2ພຣະອົງກ່າວວ່າ: “ໃນເມືອງໜຶ່ງມີຜູ້ພິພາກສາຄົນໜຶ່ງທີ່ບໍ່ຢຳເກງພຣະເຈົ້າ ແລະ ບໍ່ສົນໃຈສິ່ງທີ່ມະນຸດຄິດ. 3ແລະ ໃນເມືອງນັ້ນມີແມ່ໝ້າຍຄົນໜຶ່ງທີ່ໝັ່ນມາຫາລາວ ແລະ ອ້ອນວອນວ່າ, ‘ຂໍໃຫ້ຄວາມຍຸຕິທຳຕໍ່ຄະດີຂອງຂ້ອຍດ້ວຍ’.
4“ເປັນເວລາດົນນານແລ້ວທີ່ຜູ້ພິພາກສາຄົນນີ້ໄດ້ປະຕິເສດ. ແຕ່ໃນທີ່ສຸດ ເພິ່ນກໍຄິດໃນໃຈວ່າ, ‘ເຖິງແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າ ຫລື ບໍ່ສົນໃຈສິ່ງທີ່ມະນຸດຄິດ, 5ແຕ່ເພາະແມ່ໝ້າຍຄົນນີ້ມາກວນໃຈເຮົາຢູ່ຕະຫລອດ ເຮົາຈະໃຫ້ຄວາມຍຸຕິທຳແກ່ລາວ ເພື່ອລາວຈະບໍ່ໄດ້ມາລົບກວນເຮົາອີກ!’”
6ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຟັງສິ່ງທີ່ຜູ້ພິພາກສາບໍ່ຍຸຕິທຳຄົນນີ້ກ່າວ. 7ແລ້ວພຣະເຈົ້າຈະບໍ່ໃຫ້ຄວາມຍຸຕິທຳແກ່ຜູ້ທີ່ພຣະອົງເລືອກໄວ້ ຜູ້ທີ່ຮ້ອງຂໍພຣະອົງທັງກາງເວັນ ແລະ ກາງຄືນບໍ? ພຣະອົງຈະສືບຕໍ່ຊັກຊ້າໃນການໃຫ້ຄວາມຍຸຕິທຳແກ່ພວກເຂົາຢູ່ບໍ? 8ເຮົາບອກພວກເຈົ້າທັງຫລາຍວ່າ, ພຣະອົງຈະໃຫ້ພວກເຂົາໄດ້ຮັບຄວາມຍຸຕິທຳໂດຍໄວ. ເຖິງຢ່າງໃດກໍຕາມ, ເມື່ອບຸດມະນຸດມາ ພຣະອົງຈະພົບຄວາມເຊື່ອໃນໂລກຢູ່ບໍ?”
ຄຳອຸປະມາເລື່ອງຄົນຟາຣີຊາຍ ແລະ ຄົນເກັບພາສີ
9ສຳລັບບາງຄົນທີ່ໝັ້ນໃຈໃນຄວາມຊອບທຳຂອງຕົນເອງ ແລະ ດູຖູກຄົນອື່ນນັ້ນ, ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ວ່າ, 10“ມີຊາຍສອງຄົນຂຶ້ນໄປທີ່ວິຫານເພື່ອອະທິຖານ, ຄົນໜຶ່ງເປັນຄົນຟາຣີຊາຍ ແລະ ອີກຄົນໜຶ່ງເປັນຄົນເກັບພາສີ. 11ຄົນຟາຣີຊາຍນັ້ນຢືນຢູ່ຄົນດຽວ ແລະ ອະທິຖານວ່າ: ‘ຂ້າແດ່ພຣະເຈົ້າ, ຂອບພຣະຄຸນພຣະອົງທີ່ຂ້ານ້ອຍບໍ່ເປັນເໝືອນຄົນອື່ນຄື: ເປັນຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່ເປັນເໝືອນຄົນເກັບພາສີຜູ້ນີ້. 12ຂ້ານ້ອຍຖືສິນອົດອາຫານອາທິດລະສອງເທື່ອ ແລະ ຖວາຍໜຶ່ງສ່ວນສິບຈາກທຸກສິ່ງທີ່ໄດ້ມາ’.
13“ແຕ່ຄົນເກັບພາສີນັ້ນຢືນຢູ່ແຕ່ໄກ. ລາວບໍ່ກ້າແມ່ນແຕ່ຈະເງີຍໜ້າຂຶ້ນສູ່ຟ້າ, ແຕ່ທຸບຕີເອິກຂອງຕົນ ແລະ ເວົ້າວ່າ, ‘ຂ້າແດ່ພຣະເຈົ້າ, ຂໍພຣະອົງເມດຕາຂ້ານ້ອຍຜູ້ເປັນຄົນບາບດ້ວຍ’.
14“ເຮົາບອກພວກເຈົ້າວ່າຄົນນີ້ແຫລະ ເມື່ອກັບໄປທີ່ເຮືອນຂອງຕົນກໍຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າຫລາຍກວ່າຄົນອື່ນ. ເພາະວ່າທຸກຄົນທີ່ຍົກຕົນເອງຂຶ້ນຈະຖືກກົດລົງ ແລະ ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ”.
ເດັກນ້ອຍ ແລະ ພຣະເຢຊູເຈົ້າ
(ມທ 19:13-15; ມຣກ 10:13-16)
15ປະຊາຊົນໄດ້ນຳລູກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ. ເມື່ອພວກສາວົກເຫັນຈຶ່ງໄດ້ຫ້າມພວກເຂົາໄວ້. 16ແຕ່ພຣະເຢຊູເຈົ້າເອີ້ນເອົາເດັກນ້ອຍມາຫາພຣະອົງ ແລ້ວກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ. 17ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”.
ຄວາມຮັ່ງມີ ແລະ ອານາຈັກຂອງພຣະເຈົ້າ
(ມທ 19:16-29; ມຣກ 10:17-30)
18ມີຜູ້ປົກຄອງຄົນໜຶ່ງຖາມພຣະອົງວ່າ, “ອາຈານຜູ້ປະເສີດ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນເປັນມໍລະດົກ?”
19ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. 20ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ: ‘ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’#18:20 ອພຍ 20:12-16; ພບຍ 5:16-20”.
21ລາວຕອບວ່າ, “ທັງໝົດນີ້ຂ້ານ້ອຍໄດ້ຖືຮັກສາມາຕັ້ງແຕ່ນ້ອຍແລ້ວ”.
22ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງຈຶ່ງກ່າວກັບລາວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງ. ຄືຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ຄົນຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”.
23ເມື່ອລາວໄດ້ຍິນດັ່ງນັ້ນລາວກໍທຸກໃຈຫລາຍ ເພາະລາວເປັນຄົນຮັ່ງມີຫລາຍ. 24ພຣະເຢຊູເຈົ້າແນມເບິ່ງລາວ ແລະ ກ່າວວ່າ, “ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າກໍຍາກແທ້! 25ແທ້ຈິງແລ້ວ ອູດໂຕໜຶ່ງຈະລອດຮູເຂັມກໍຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”.
26ບັນດາຜູ້ທີ່ໄດ້ຍິນຢ່າງນີ້ກໍຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?”
27ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດແມ່ນເປັນໄປໄດ້ສຳລັບພຣະເຈົ້າ”.
28ເປໂຕເວົ້າກັບພຣະອົງວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງທີ່ມີເພື່ອຕິດຕາມພຣະອົງ!”
29ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດໄດ້ປະຖິ້ມເຮືອນ ຫລື ເມຍ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ເພື່ອເຫັນແກ່ອານາຈັກຂອງພຣະເຈົ້າ 30ຈະໄດ້ຮັບສິ່ງຕອບແທນຫລາຍເທົ່າໃນຍຸກນີ້ ແລະ ຈະໄດ້ຊີວິດນິລັນດອນໃນຍຸກໜ້າ”.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງຄັ້ງທີສາມ
(ມທ 20:17-19; ມຣກ 10:32-34)
31ພຣະເຢຊູເຈົ້າໄດ້ພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຮົາກຳລັງຂຶ້ນໄປເຢຣູຊາເລັມ ແລະ ທຸກສິ່ງທີ່ບັນດາຜູ້ທຳນວາຍໄດ້ຂຽນໄວ້ກ່ຽວກັບບຸດມະນຸດນັ້ນຈະສຳເລັດ. 32ພຣະອົງຈະຖືກມອບໄວ້ກັບຄົນຕ່າງຊາດ. ພວກເຂົາຈະເຢາະເຢີ້ຍພຣະອົງ, ຈະດູຖູກພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, 33ພວກເຂົາຈະຂ້ຽນຕີ ແລະ ຈະຂ້າພຣະອົງ ແລ້ວໃນວັນທີສາມພຣະອົງຈະເປັນຄືນມາອີກ”.
34ແຕ່ພວກສາວົກບໍ່ເຂົ້າໃຈໃນສິ່ງເຫລົ່ານີ້ເລີຍ. ເພາະຄວາມໝາຍຂອງສິ່ງເຫລົ່ານີ້ໄດ້ຖືກປິດບັງໄວ້ຈາກພວກເພິ່ນ ແລະ ພວກເພິ່ນບໍ່ຮູ້ວ່າພຣະອົງກຳລັງເວົ້າເຖິງເລື່ອງຫຍັງ.
ຄົນຂໍທານຕາບອດເຫັນຮຸ່ງ
(ມທ 20:29-34; ມຣກ 10:46-52)
35ຂະນະທີ່ພຣະເຢຊູເຈົ້າມາໃກ້ເມືອງເຢຣີໂກ, ກໍມີຊາຍຕາບອດຄົນໜຶ່ງກຳລັງນັ່ງຂໍທານຢູ່ແຄມທາງ. 36ເມື່ອລາວໄດ້ຍິນສຽງປະຊາຊົນກຳລັງຍ່າງຜ່ານໄປ, ລາວຈຶ່ງຖາມວ່າກຳລັງເກີດຫຍັງຂຶ້ນ. 37ພວກເຂົາຈຶ່ງບອກລາວວ່າ, “ພຣະເຢຊູເຈົ້າຊາວນາຊາເຣັດກຳລັງຍ່າງຜ່ານມາ”.
38ຊາຍຕາບອດຄົນນັ້ນຈຶ່ງຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!”
39ບັນດາຜູ້ທີ່ຍ່າງນຳໜ້າຈຶ່ງຫ້າມລາວໄວ້ ແລະ ບອກລາວໃຫ້ມິດຢູ່ ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!”
40ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງໃຫ້ຄົນພາລາວມາຫາພຣະອົງ. ເມື່ອລາວເຂົ້າມາໃກ້ແລ້ວ ພຣະເຢຊູເຈົ້າຈຶ່ງຖາມລາວວ່າ, 41“ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?”
ລາວຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເບິ່ງເຫັນ”.
42ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. 43ໃນທັນໃດນັ້ນ ລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປ ພ້ອມກັບສັນລະເສີນພຣະເຈົ້າ. ເມື່ອທຸກຄົນໄດ້ເຫັນເຫດການນັ້ນແລ້ວ ພວກເຂົາກໍສັນລະເສີນພຣະເຈົ້າເໝືອນກັນ.
Currently Selected:
ລູກາ 18: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.