YouVersion Logo
Search Icon

ໂຢຮັນ 20

20
ອຸບມຸງ​ຫວ່າງເປົ່າ
(ມທ 28:1-8; ມຣກ 16:1-8; ລກ 24:1-10)
1ຕອນເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​ໃນຂະນະ​ທີ່​ຍັງ​ມືດ​ຢູ່, ມາຣີ​ຊາວ​ມັກດາລາ​ໄດ້​ມາ​ທີ່​ອຸບມຸງ​ຝັງສົບ ແລະ ເຫັນ​ວ່າ​ກ້ອນຫີນ​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ. 2ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”
3ດັ່ງນັ້ນ ເປໂຕ​ກັບ​ສາວົກ​ຄົນ​ອື່ນ​ຈຶ່ງ​ອອກໄປ​ທີ່​ອຸບມຸງ, 4ທັງ​ສອງ​ຄົນ​ແລ່ນ​ໄປ ແຕ່​ສາວົກ​ຄົນ​ອື່ນ​ແລ່ນ​ໄວ​ກວ່າ​ເປໂຕ ເພິ່ນ​ຈຶ່ງ​ມາ​ຮອດ​ອຸບມຸງ​ກ່ອນ. 5ເພິ່ນ​ກົ້ມ​ລົງ ແລະ ເບິ່ງ​ເຂົ້າ​ໄປ​ທາງ​ໃນ​ກໍ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່ ແຕ່​ເພິ່ນ​ບໍ່​ໄດ້​ເຂົ້າ​ໄປ​ທາງໃນ. 6ແລ້ວ​ຊີໂມນ​ເປໂຕ​ທີ່​ນຳ​ມາ​ຕາມຫລັງ​ກໍ​ແລ່ນ​ຊື່​ເຂົ້າ​ໄປ​ໃນ​ອຸບມຸງ​ເລີຍ, ເພິ່ນ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່ 7ພ້ອມ​ກັບ​ຜ້າ​ທີ່​ພັນ​ອ້ອມ​ຫົວ​ຂອງ​ພຣະເຢຊູເຈົ້າ. ຜ້າ​ນັ້ນ​ຍັງ​ວາງ​ຢູ່​ບ່ອນ​ເກົ່າ ເຊິ່ງ​ແຍກ​ຕ່າງຫາກ​ຈາກ​ຜ້າຝ້າຍລິນິນ. 8ແລ້ວ​ສາວົກ​ຄົນ​ອື່ນ​ທີ່​ມາ​ຮອດ​ອຸບມຸງ​ກ່ອນ​ກໍ​ໄດ້​ເຂົ້າ​ມາ​ທາງ​ໃນ​ນຳ​ກັນ, ເພິ່ນ​ໄດ້​ເຫັນ ແລະ ໄດ້​ເຊື່ອ. 9(ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ຂໍ້​ພຣະຄຳພີ​ທີ່​ມີ​ຂຽນ​ໄວ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ເປັນຄືນມາຈາກຕາຍ.)
ພຣະເຢຊູເຈົ້າ​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ
10ແລ້ວ​ສາວົກ​ທັງສອງ​ຄົນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ, 11ແຕ່​ນາງ​ມາຣີ​ໄດ້​ຢືນ​ຮ້ອງໄຫ້​ຢູ່​ຂ້າງນອກ​ອຸບມຸງ. ໃນຂະນະ​ທີ່​ນາງ​ຮ້ອງໄຫ້​ຢູ່​ນັ້ນ ນາງ​ໄດ້​ກົ້ມ​ລົງ​ເບິ່ງ​ເຂົ້າໄປ​ໃນ​ອຸບມຸງ 12ແລະ ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ຊຸດ​ສີຂາວ ນັ່ງ​ຢູ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ວາງ​ສົບ​ຂອງ​ພຣະເຢຊູເຈົ້າ, ຕົນ​ໜຶ່ງ​ຢູ່​ເບື້ອງຫົວ ອີກ​ຕົນ​ໜຶ່ງ​ຢູ່​ເບື້ອງຕີນ.
13ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?”
ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”. 14ແລ້ວ​ນາງ​ມາຣີ​ກໍ​ໄດ້​ຫັນຫລັງມາ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ນັ້ນ, ແຕ່​ນາງ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.
15ພຣະອົງ​ກ່າວ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກຫາ​ຜູ້ໃດ?”
ນາງ​ມາຣີ​ຄິດ​ວ່າ​ພຣະອົງ​ເປັນ​ຄົນ​ຮັກສາ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ໄດ້​ເອົາ​ພຣະອົງ​ໄປ ຂໍ​ທ່ານ​ບອກ​ຂ້ານ້ອຍ​ໃຫ້​ຮູ້​ແດ່​ວ່າ​ທ່ານ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ ແລະ ຂ້ານ້ອຍ​ຈະ​ໄດ້​ໄປ​ຮັບ​ເອົາ​ພຣະອົງ”.
16ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ມາຣີ​ເອີຍ”.
ນາງ​ມາຣີ​ຫັນ​ໜ້າ​ກັບ​ມາ​ຫາ​ພຣະອົງ ແລະ ຮ້ອງ​ອອກ​ມາ​ເປັນ​ພາສາ​ອາຣາມິກ​ວ່າ, “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ”).
17ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.
18ດັ່ງນັ້ນ ນາງ​ມາຣີ​ຊາວ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ແກ່​ພວກສາວົກ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແລະ ໄດ້​ເລົ່າ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້ກ່າວ​ກັບ​ນາງ.
ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ
19ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!” 20ເມື່ອ​ພຣະອົງ​ກ່າວ​ແລ້ວ ພຣະອົງ​ໄດ້​ໃຫ້​ພວກເຂົາ​ເບິ່ງ​ມື ແລະ ຂ້າງ​ຂອງ​ພຣະອົງ. ເມື່ອ​ພວກສາວົກ​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ ກໍ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.
21ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”. 22ເມື່ອ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ເປົ່າ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ​ພ້ອມ​ທັງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານບໍລິສຸດເຈົ້າ. 23ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.
ພຣະເຢຊູເຈົ້າ​ປາກົດ​ແກ່​ໂທມາ
24ຝ່າຍ​ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ#20:24 ໂທມາ (ພາສາ​ອາຣາມິກ) ແລະ ດີໄດມັດ (ພາສາ​ກຣີກ) ທັງສອງ ແປ​ວ່າ ຝາແຝດ) ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກສາວົກ​ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ມາ​ປາກົດ. 25ດັ່ງນັ້ນ ສາວົກ​ຄົນ​ອື່ນ​ຈຶ່ງ​ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!”
ແຕ່​ໂທມາ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ໄດ້​ເຫັນ​ຮອຍ​ຕະປູ​ຢູ່​ທີ່​ຝາມື​ຂອງ​ພຣະອົງ, ບໍ່​ໄດ້​ເອົາ​ນິ້ວມື​ແຍ່​ໃສ່​ທີ່​ຮູ​ຕະປູ​ນັ້ນ ແລະ ບໍ່​ໄດ້​ເອົາ​ມື​ແຍ່​ໃສ່​ທີ່​ຂ້າງ​ຂອງ​ພຣະອົງ ຂ້ອຍ​ກໍ​ຈະ​ບໍ່​ເຊື່ອ”.
26ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!” 27ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.
28ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”
29ແລ້ວ​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ​ເຈົ້າ​ຈຶ່ງ​ເຊື່ອ​ບໍ ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ໄດ້​ເຫັນ​ແຕ່​ກໍ​ຍັງ​ເຊື່ອ”.
30ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ອື່ນ​ອີກ​ຫລາຍ​ປະການ​ຕໍ່ໜ້າ​ພວກສາວົກ​ຂອງ​ພຣະອົງ ເຊິ່ງ​ບໍ່​ໄດ້​ບັນທຶກ​ໄວ້​ໃນ​ພຣະຄຳພີ​ເຫລັ້ມ​ນີ້. 31ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ#20:31 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍມື​ບາງ​ສະບັບ​ວ່າ​ຈະ​ໄດ້​ເຊື່ອ​ຕໍ່ໄປ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.

Currently Selected:

ໂຢຮັນ 20: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in