ໂຢຮັນ 13
13
ພຣະເຢຊູເຈົ້າລ້າງຕີນໃຫ້ພວກສາວົກຂອງພຣະອົງ
1ເມື່ອໃກ້ຈະເຖິງເທດສະການປັດສະຄາແລ້ວ, ພຣະເຢຊູເຈົ້າຮູ້ວ່າເຖິງເວລາແລ້ວທີ່ພຣະອົງຈະຈາກໂລກນີ້ໄປຫາພຣະບິດາເຈົ້າ. ພຣະອົງຮັກຄົນຂອງພຣະອົງຜູ້ທີ່ຢູ່ໃນໂລກນີ້, ພຣະອົງໄດ້ຮັກພວກເຂົາຈົນເຖິງທີ່ສຸດ.#13:1 ຫລື ພຣະອົງສະແດງທີ່ສຸດແຫ່ງຄວາມຮັກຂອງພຣະອົງແກ່ພວກເຂົາ
2ເມື່ອພຣະອົງກຳລັງຮັບປະທານອາຫານຄ່ຳຢູ່ ແລະ ມານຮ້າຍກໍໄດ້ເຂົ້າສິງໃນໃຈຂອງຢູດາລູກຂອງຊີໂມນ ອິດສະກາຣີອົດໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູເຈົ້າ. 3ພຣະເຢຊູເຈົ້າຮູ້ວ່າພຣະບິດາເຈົ້າໄດ້ມອບທຸກສິ່ງໄວ້ໃຕ້ອຳນາດຂອງພຣະອົງ ແລະ ຮູ້ວ່າພຣະອົງມາຈາກພຣະເຈົ້າ ແລະ ກຳລັງກັບເມືອຫາພຣະເຈົ້າ. 4ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກໂຕະອາຫານ ແກ້ເສື້ອຄຸມຂອງພຣະອົງອອກ ແລະ ເອົາຜ້າເຊັດໂຕມັດແອວຂອງພຣະອົງ. 5ຫລັງຈາກນັ້ນ ກໍຖອກນ້ຳໃສ່ອ່າງນໍ້າ ແລະ ເລີ່ມຕົ້ນລ້າງຕີນໃຫ້ພວກສາວົກຂອງພຣະອົງ ແລະ ເຊັດດ້ວຍຜ້າເຊັດໂຕທີ່ພຣະອົງມັດແອວໄວ້ນັ້ນ.
6ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ?”
7ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເຮົາກຳລັງເຮັດຢູ່ໃນເວລານີ້ເຈົ້າບໍ່ເຂົ້າໃຈ ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ”.
8ເປໂຕຕອບວ່າ, “ບໍ່, ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້”.
ພຣະເຢຊູເຈົ້າກ່າວວ່າ, “ຖ້າເຮົາບໍ່ລ້າງຕີນໃຫ້ເຈົ້າ ເຈົ້າຈະບໍ່ມີສ່ວນໃນເຮົາ”.
9ຊີໂມນເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າເປັນຢ່າງນັ້ນບໍ່ພຽງແຕ່ຕີນຂອງຂ້ານ້ອຍ ແຕ່ລ້າງທັງມື ແລະ ຫົວຂອງຂ້ານ້ອຍນຳດ້ວຍ!”
10ພຣະເຢຊູເຈົ້າຈຶ່ງຕອບວ່າ, “ຜູ້ທີ່ອາບນ້ຳແລ້ວລ້າງແຕ່ຕີນກໍພໍ ເພາະທົ່ວທັງຮ່າງກາຍກໍສະອາດຢູ່ແລ້ວ. ພວກເຈົ້າທັງຫລາຍກໍສະອາດ ເຖິງວ່າຈະບໍ່ແມ່ນໝົດທຸກຄົນ”. 11ເພາະພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ, ດ້ວຍເຫດນີ້ພຣະອົງຈຶ່ງກ່າວວ່າບໍ່ແມ່ນໝົດທຸກຄົນທີ່ສະອາດ.
12ເມື່ອພຣະອົງລ້າງຕີນພວກເພິ່ນແລ້ວ, ພຣະອົງກໍນຸ່ງເສື້ອຄືນແລ້ວກັບໄປທີ່ບ່ອນຂອງພຣະອົງ ແລະ ຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາໄດ້ເຮັດໃຫ້ພວກເຈົ້າແລ້ວບໍ? 13ພວກເຈົ້າເອີ້ນເຮົາວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງຖືກຕ້ອງແລ້ວ, ເພາະນັ້ນຄືສິ່ງທີ່ເຮົາເປັນ. 14ດັ່ງນັ້ນ ຖ້າເຮົາຜູ້ເປັນອົງພຣະຜູ້ເປັນເຈົ້າ ແລະ ເປັນອາຈານຂອງພວກເຈົ້າຍັງໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ, ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ. 15ເຮົາໄດ້ວາງແບບຢ່າງໄວ້ເພື່ອພວກເຈົ້າຈະໄດ້ເຮັດເໝືອນທີ່ເຮົາໄດ້ເຮັດເພື່ອພວກເຈົ້າແລ້ວ. 16ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະ ຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໃຊ້ຕົນໄປນັ້ນ. 17ເມື່ອພວກເຈົ້າຮູ້ສິ່ງເຫລົ່ານີ້ແລ້ວ ຖ້າພວກເຈົ້າປະຕິບັດຕາມພວກເຈົ້າກໍຈະເປັນສຸກ.
ພຣະເຢຊູເຈົ້າທຳນວາຍເຖິງການທໍລະຍົດຕໍ່ພຣະອົງ
18“ເຮົາບໍ່ໄດ້ໝາຍເຖິງທຸກຄົນໃນພວກເຈົ້າ, ເຮົາຮູ້ຈັກບັນດາຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ ແຕ່ເພື່ອໃຫ້ເປັນໄປຕາມພຣະຄຳພີທີ່ກ່າວໄວ້ວ່າ: ‘ຜູ້ທີ່ຮັບປະທານອາຫານຮ່ວມກັບເຮົາ ຍັງໄດ້ຫັນມາ#13:18 ຫລື ຍັງໄດ້ຍໍສົ້ນຕີນໃສ່ເຮົາຕໍ່ສູ້ເຮົາ’.#13:18 ພສສ 41:9
19“ບັດນີ້ ເຮົາກຳລັງບອກພວກເຈົ້າກ່ອນເຫດການນີ້ຈະເກີດຂຶ້ນ, ເພື່ອວ່າເມື່ອສິ່ງນີ້ເກີດຂຶ້ນແລ້ວພວກເຈົ້າຈະໄດ້ເຊື່ອວ່າເຮົາເປັນຜູ້ທີ່ເຮົາເປັນ. 20ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປກໍຕ້ອນຮັບເຮົາເໝືອນກັນ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ”.
21ເມື່ອພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍເປັນທຸກໃຈ ແລະ ກ່າວຢືນຢັນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”.
22ພວກສາວົກແນມເບິ່ງໜ້າກັນ ບໍ່ຮູ້ວ່າພຣະອົງໝາຍເຖິງຄົນໃດໃນພວກເພິ່ນ. 23ມີຜູ້ໜຶ່ງໃນພວກສາວົກທີ່ພຣະເຢຊູເຈົ້າຮັກກຳລັງນັ່ງເອນໂຕໃກ້ກັບພຣະອົງ. 24ຊີໂມນເປໂຕຍິກໜ້າບອກສາວົກຜູ້ນີ້ ແລະ ເວົ້າວ່າ, “ຈົ່ງຖາມພຣະອົງວ່າພຣະອົງໝາຍເຖິງຄົນໃດ”.
25ຂະນະທີ່ເນີ້ງໂຕອີງພຣະເຢຊູເຈົ້າຢູ່ນັ້ນ ເພິ່ນຈຶ່ງຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນນັ້ນແມ່ນຜູ້ໃດ?”
26ພຣະເຢຊູເຈົ້າຕອບວ່າ, “ເຮົາຈະເອົາເຂົ້າຈີ່ປ່ຽງນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດກໍແມ່ນຜູ້ນັ້ນແຫລະ”. ແລ້ວພຣະອົງກໍຈັບເຂົ້າຈີ່ປ່ຽງໜຶ່ງຈ້ຳ ແລະ ຍື່ນໃຫ້ແກ່ຢູດາລູກຂອງຊີໂມນ ອິດສະກາຣີອົດ. 27ທັນທີທີ່ຢູດາຮັບເອົາເຂົ້າຈີ່ນັ້ນ ມານຊາຕານກໍເຂົ້າສິງຢູ່ໃນລາວ.
ພຣະເຢຊູເຈົ້າບອກລາວວ່າ, “ສິ່ງທີ່ເຈົ້າກຳລັງຈະເຮັດ ກໍຈົ່ງຟ້າວເຮັດສາ”. 28ແຕ່ບໍ່ມີຜູ້ໃດຈັກຄົນທີ່ນັ່ງຮ່ວມໂຕະອາຫານເຂົ້າໃຈວ່າເປັນຫຍັງພຣະເຢຊູເຈົ້າຈຶ່ງກ່າວກັບລາວຢ່າງນີ້. 29ເນື່ອງຈາກວ່າ ຢູດາເປັນຄົນຖືເງິນ ບາງຄົນຈຶ່ງຄິດວ່າພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງຈຳເປັນສຳລັບງານສະຫລອງເທດສະການ ຫລື ໃຫ້ລາວເອົາເຄື່ອງຂອງໄປໃຫ້ແກ່ຄົນຍາກຈົນ. 30ເມື່ອຢູດາຮັບເຂົ້າຈີ່ປ່ຽງນັ້ນແລ້ວ, ລາວກໍອອກໄປທັນທີ. ຂະນະນັ້ນເປັນເວລາກາງຄືນ.
ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ
(ມທ 26:33-35; ມຣກ 14:29-31; ລກ 22:33,34)
31ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະ ພຣະເຈົ້າກໍໄດ້ຮັບກຽດເພາະບຸດມະນຸດ. 32ຖ້າພຣະເຈົ້າໄດ້ຮັບກຽດເພາະບຸດມະນຸດ,#13:32 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດຫລາຍສະບັບບໍ່ມີຂໍ້ຄວາມວ່າ ຖ້າພຣະເຈົ້າໄດ້ຮັບສະຫງ່າລາສີເພາະບຸດມະນຸດ ພຣະເຈົ້າເອງກໍຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດຮ່ວມກັນກັບພຣະອົງ ແລະ ຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດໃນທັນທີ.
33“ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຈະຢູ່ກັບພວກເຈົ້າອີກບໍ່ດົນ. ພວກເຈົ້າຈະຊອກຫາເຮົາ, ແລະ ດັ່ງທີ່ເຮົາໄດ້ບອກພວກຢິວໄວ້ແລ້ວ, ດັ່ງນັ້ນເຮົາຈຶ່ງບອກພວກເຈົ້າໃນເວລານີ້ວ່າ: ບ່ອນທີ່ເຮົາຈະໄປນັ້ນ, ພວກເຈົ້າບໍ່ສາມາດໄປໄດ້.
34“ເຮົາໃຫ້ບັນຍັດໃໝ່ແກ່ພວກເຈົ້າທັງຫລາຍຄື: ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍ່ຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ. 35ຖ້າພວກເຈົ້າຮັກເຊິ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ”.
36ຊີໂມນເປໂຕຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງຈະໄປໃສ?”
ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປໃນເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈະຕາມໄປ”.
37ເປໂຕຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປໃນເວລານີ້ບໍ່ໄດ້? ຂ້ານ້ອຍຍອມສະຫລະຊີວິດເພື່ອພຣະອົງ”.
38ພຣະເຢຊູເຈົ້າຈຶ່ງຕອບວ່າ, “ເຈົ້າຈະສະຫລະຊີວິດຂອງເຈົ້າເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ!
Currently Selected:
ໂຢຮັນ 13: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.