ໂຢຮັນ 12
12
ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ
1ຫົກວັນກ່ອນເຖິງເທດສະການປັດສະຄາ ພຣະເຢຊູເຈົ້າມາຮອດບ້ານເບັດທານີ, ເຊິ່ງເປັນທີ່ຢູ່ຂອງລາຊາໂຣຜູ້ທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ເປັນຄືນມາຈາກຕາຍ. 2ມີການຈັດງານລ້ຽງຢູ່ທີ່ນັ້ນເພື່ອເປັນກຽດແກ່ພຣະເຢຊູເຈົ້າ, ນາງມາທາກໍຮັບໃຊ້ຢູ່, ໃນຂະນະນັ້ນລາຊາໂຣເປັນຜູ້ໜຶ່ງໃນທ່າມກາງຜູ້ທີ່ນັ່ງຮ່ວມໂຕະກັບພຣະອົງ. 3ແລ້ວນາງມາຣີກໍໄດ້ເອົານ້ຳຫອມບໍລິສຸດປະມານເຄິ່ງລິດ#12:3 ພາສາກຣີກວ່າ 1 ລິຕາທີ່ມີລາຄາແພງມາ ນາງໄດ້ຖອກນໍ້າຫອມນັ້ນຫົດຕີນຂອງພຣະເຢຊູເຈົ້າ ແລະ ໃຊ້ຜົມຂອງຕົນເຊັດຕີນຂອງພຣະອົງ. ຈົນທົ່ວທັງເຮືອນຫອມກຸ້ມດ້ວຍກິ່ນນ້ຳຫອມນັ້ນ.
4ແຕ່ສາວົກຄົນໜຶ່ງຂອງພຣະອົງ ຄືຢູດາອິດສະກາຣິອົດ ຜູ້ທີ່ຈະທໍລະຍົດຕໍ່ພຣະອົງໄດ້ຄັດຄ້ານຂຶ້ນມາວ່າ, 5“ເປັນຫຍັງຈຶ່ງບໍ່ຂາຍນ້ຳຫອມນີ້ ແລະ ເອົາເງິນໄປແຈກຢາຍໃຫ້ຄົນຍາກຈົນ? ນ້ຳຫອມນີ້ມີມູນຄ່າເທົ່າກັບຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ#12:5 ພາສາກຣີກວ່າ ສາມຮ້ອຍເດນາຣິອົນ”. 6ການທີ່ລາວເວົ້າຢ່າງນີ້ບໍ່ແມ່ນເພາະລາວຫ່ວງໃຍນໍາຄົນຍາກຈົນແຕ່ເພາະລາວເປັນຄົນຂີ້ລັກ, ໃນຖານະເປັນຜູ້ຖືຖົງເງິນ ລາວເຄີຍຍັກຍອກເອົາເງິນທີ່ໃສ່ໄວ້ໃນຖົງນັ້ນໄປ.
7ພຣະເຢຊູເຈົ້າຕອບວ່າ, “ປ່ອຍນາງເທາະ ຕັ້ງໃຈວ່ານາງຄວນຈະເກັບນ້ຳຫອມນີ້ໄວ້ສຳລັບວັນຝັງສົບຂອງເຮົາ. 8ພວກເຈົ້າຈະມີຄົນຍາກຈົນຢູ່ໃນທ່າມກາງພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ”.
9ໃນຂະນະດຽວກັນນັ້ນກໍມີຊາວຢິວຈໍານວນຫລວງຫລາຍຮູ້ວ່າພຣະເຢຊູເຈົ້າຢູ່ໃນທີ່ນັ້ນຈຶ່ງພາກັນມາ, ພວກເຂົາບໍ່ໄດ້ມາພຽງເພາະພຣະອົງເທົ່ານັ້ນແຕ່ເພື່ອຈະໄດ້ເຫັນລາຊາໂຣເໝືອນກັນ, ຜູ້ທີ່ພຣະເຢຊູເຈົ້າເຮັດໃຫ້ເປັນຄືນມາຈາກຕາຍນັ້ນ. 10ດັ່ງນັ້ນ ພວກຫົວໜ້າປະໂລຫິດຈຶ່ງວາງແຜນຈະຂ້າລາຊາໂຣເໝືອນກັນ, 11ເພາະລາຊາໂຣ ເປັນຕົ້ນເຫດໃຫ້ຊາວຢິວຫລາຍຄົນໄປຫາພຣະເຢຊູເຈົ້າ ແລະ ເຊື່ອໃນພຣະອົງ.
ພຣະເຢຊູເຈົ້າມາທີ່ນະຄອນເຢຣູຊາເລັມຢ່າງຜູ້ມີໄຊ
(ມທ 21:4-9; ມຣກ 11:7-10; ລກ 19:35-38)
12ໃນວັນຕໍ່ມາ ມີປະຊາຊົນຈໍານວນຫລວງຫລາຍທີ່ມາງານເທດສະການໄດ້ຍິນວ່າພຣະເຢຊູເຈົ້າກຳລັງມານະຄອນເຢຣູຊາເລັມ. 13ພວກເຂົາກໍພາກັນຖືກ້ານຕານອອກມາຕ້ອນຮັບພຣະອົງ ແລະ ຮ້ອງຂຶ້ນວ່າ,
“ໂຮຊັນນາ!#12:13 ຄຳພາສາເຮັບເຣີແປວ່າ “ຊ່ວຍໃຫ້ພົ້ນ!” ເຊິ່ງກາຍເປັນຄຳສະແດງການສັນລະເສີນ”
“ສັນລະເສີນພຣະອົງຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”#12:13 ພສສ 118:25,26
“ສັນລະເສີນອົງກະສັດຂອງຊາດອິດສະຣາເອນ!”
14ພຣະເຢຊູເຈົ້າພົບລໍນ້ອຍໂຕໜຶ່ງ ແລະ ຂຶ້ນຂີ່ລໍນັ້ນຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ:
15“ຢ່າຢ້ານເລີຍ, ລູກສາວແຫ່ງຊີໂອນ;#12:15 ຄື ປະຊາຊົນເຢຣູຊາເລັມ
ເບິ່ງແມ, ກະສັດຂອງເຈົ້າກຳລັງມາ
ນັ່ງຢູ່ເທິງລໍ”.#12:15 ຊກຢ 9:9
16ໃນຕອນທຳອິດນັ້ນພວກສາວົກຂອງພຣະອົງບໍ່ທັນເຂົ້າໃຈເຫດການທັງໝົດນີ້. ແຕ່ເມື່ອຫລັງຈາກພຣະເຢຊູເຈົ້າໄດ້ຮັບສະຫງ່າລາສີແລ້ວ ພວກເພິ່ນຈຶ່ງຮູ້ວ່າສິ່ງເຫລົ່ານີ້ມີຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ ແລະ ໄດ້ກະທຳສິ່ງເຫລົ່ານີ້ຕໍ່ພຣະອົງ.
17ຝ່າຍຄົນທັງປວງທີ່ຢູ່ກັບພຣະອົງເມື່ອພຣະອົງເອີ້ນລາຊາໂຣອອກຈາກອຸບມຸງຝັງສົບ ແລະ ເຮັດໃຫ້ລາວເປັນຄືນມາຈາກຕາຍນັ້ນກໍພາກັນສືບຕໍ່ເຜີຍແຜ່ຂ່າວອອກໄປ. 18ປະຊາຊົນຈໍານວນຫລວງຫລາຍຈຶ່ງພາກັນອອກໄປພົບພຣະອົງ ເພາະໄດ້ຍິນວ່າພຣະອົງສະແດງໝາຍສຳຄັນນີ້. 19ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ກັນວ່າ, “ເຫັນບໍ, ພວກເຮົາເຮັດຫຍັງບໍ່ໄດ້ເລີຍ. ເບິ່ງແມ ໝົດທັງໂລກກໍຕິດຕາມມັນໄປ!”
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
20ດຽວນີ້ມີຊາວກຣີກບາງຄົນໃນບັນດາຄົນທັງຫລາຍທີ່ຂຶ້ນໄປເພື່ອນະມັດສະການໃນເທດສະການນັ້ນ. 21ພວກເຂົາໄດ້ໄປຫາຟີລິບ ຜູ້ທີ່ມາຈາກເບັດຊາອີດາໃນແຂວງຄາລີເລ ດ້ວຍຄຳຂໍຮ້ອງວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູເຈົ້າ”. 22ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາ ແລະ ຟີລິບກໍກັບໄປບອກພຣະເຢຊູເຈົ້າ.
23ພຣະເຢຊູເຈົ້າຕອບວ່າ, “ເວລານັ້ນກໍມາເຖິງແລ້ວທີ່ບຸດມະນຸດຈະຕ້ອງໄດ້ຮັບກຽດ. 24ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າເມັດເຂົ້າຫວີດບໍ່ຕົກລົງພື້ນດິນ ແລະ ຕາຍໄປ ກໍຄົງຈະມີຢູ່ພຽງແຕ່ເມັດດຽວ. ແຕ່ຖ້າເມັດນັ້ນໄດ້ຕາຍໄປກໍຈະເກີດຜົນໃຫ້ມີເມັດອື່ນໆຫລາຍຂຶ້ນ. 25ຜູ້ທີ່ຮັກຊີວິດຂອງຕົນກໍຈະເສຍຊີວິດ ສ່ວນຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ກໍຈະຮັກສາຊີວິດໄວ້ ແລະ ມີຊີວິດນິລັນດອນ. 26ຜູ້ໃດກໍຕາມທີ່ຮັບໃຊ້ເຮົາຜູ້ນັ້ນຕ້ອງຕິດຕາມເຮົາມາ ແລະ ເຮົາຢູ່ບ່ອນໃດ, ຜູ້ຮັບໃຊ້ຂອງເຮົາກໍຈະຢູ່ບ່ອນນັ້ນເໝືອນກັນ. ພຣະບິດາເຈົ້າຂອງເຮົາຈະໃຫ້ກຽດແກ່ຜູ້ທີ່ຮັບໃຊ້ເຮົາ.
27“ເວລານີ້ຈິດໃຈຂອງເຮົາວຸ້ນວາຍ ແລະ ເຮົາຈະກ່າວວ່າຢ່າງໃດ? ຈະວ່າ ‘ຂ້າແດ່ພຣະບິດາເຈົ້າ, ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊົ່ວໂມງນີ້ໄປແດ່ທ້ອນ’ ຢ່າງນັ້ນບໍ? ບໍ່ເລີຍ, ເພາະເຮົາມາເຖິງຊົ່ວໂມງນີ້ກໍເພື່ອການນີ້ແຫລະ. 28ຂ້າແດ່ພຣະບິດາເຈົ້າ ຂໍເຮັດໃຫ້ນາມຂອງພຣະອົງໄດ້ຮັບກຽດ!”
ແລ້ວກໍມີສຽງມາຈາກສະຫວັນວ່າ, “ເຮົາໄດ້ເຮັດໃຫ້ນາມຂອງເຮົາໄດ້ຮັບກຽດແລ້ວ ແລະ ເຮົາຈະເຮັດໃຫ້ນາມຂອງເຮົາໄດ້ຮັບກຽດອີກ”. 29ຄົນທັງຫລາຍທີ່ຢູ່ທີ່ນັ້ນ ແລະ ໄດ້ຍິນສຽງນີ້ກໍກ່າວວ່າເກີດຟ້າຮ້ອງ, ຄົນອື່ນໆກໍເວົ້າວ່າມີເທວະດາຕົນໜຶ່ງໄດ້ເວົ້າກັບພຣະອົງ.
30ພຣະເຢຊູເຈົ້າກ່າວວ່າ, “ສຽງນີ້ເກີດຂຶ້ນເພື່ອຜົນປະໂຫຍດຂອງພວກເຈົ້າທັງຫລາຍບໍ່ແມ່ນເພື່ອເຮົາ. 31ບັດນີ້ ເຖິງເວລາພິພາກສາໂລກນີ້ແລ້ວ ແລະ ຜູ້ປົກຄອງໂລກນີ້ຈະຖືກຂັບໄລ່ອອກໄປ. 32ແຕ່ເມື່ອເຮົາຖືກຍົກຂຶ້ນ#12:32 ໃນພາສາກຣີກຄຳວ່າ ຍົກຂຶ້ນ ອາດໝາຍຄວາມວ່າ ຍົກຍ້ອງຈາກແຜ່ນດິນໂລກນີ້ແລ້ວ, ເຮົາຈະນຳຄົນທັງຫລາຍມາຫາເຮົາ”. 33ພຣະອົງກ່າວດັ່ງນີ້ກໍເພື່ອສະແດງໃຫ້ເຫັນວ່າພຣະອົງຈະຕາຍຢ່າງໃດ.
34ຄົນທັງຫລາຍຈຶ່ງເວົ້າຂຶ້ນວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າພຣະຄຣິດເຈົ້າ#12:34 ຫລື ພຣະເມຊີອາຈະມີຊີວິດນິລັນດອນ, ແລ້ວດ້ວຍເຫດໃດ ທ່ານຈຶ່ງເວົ້າວ່າ, ‘ບຸດມະນຸດຈະຕ້ອງຖືກຍົກຂຶ້ນ#12:34 ຫລື ຖືກຂ້າ’? ‘ບຸດມະນຸດ’ ນີ້ຄືຜູ້ໃດ?”
35ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ. 36ຈົ່ງເຊື່ອໃນຄວາມສະຫວ່າງຂະນະທີ່ພວກເຈົ້າຍັງມີຄວາມສະຫວ່າງ ເພື່ອພວກເຈົ້າຈະໄດ້ກາຍເປັນລູກຂອງຄວາມສະຫວ່າງ”. ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວພຣະອົງກໍຈາກໄປ ແລະ ຫລົບຫລີກໃຫ້ພົ້ນຈາກພວກເຂົາ.
ຜູ້ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອໃນທ່າມກາງຊາວຢິວ
37ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ສະແດງໝາຍສຳຄັນຫລາຍຢ່າງຕໍ່ໜ້າພວກເຂົາກໍຕາມ, ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ. 38ເພື່ອໃຫ້ເປັນໄປຕາມຄຳຂອງຜູ້ທຳນວາຍເອຊາຢາທີ່ວ່າ:
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ໃດໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ
ແລະ ແຂນຂອງອົງພຣະຜູ້ເປັນເຈົ້າໄດ້ສະແດງແກ່ຜູ້ໃດ?”#12:38 ອຊຢ 53:1
39ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ສາມາດເຊື່ອ ເພາະຕາມທີ່ເອຊາຢາກ່າວໄວ້ອີກຕອນໜຶ່ງວ່າ:
40“ພຣະອົງໄດ້ເຮັດໃຫ້ຕາຂອງພວກເຂົາບອດ
ແລະ ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ,
ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນດ້ວຍຕາ
ບໍ່ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ
ບໍ່ຫັນກັບຄືນມາ ແລະ ເຮົາຈະຮັກສາພວກເຂົາໃຫ້ຫາຍດີ”.#12:40 ອຊຢ 6:10
41ເອຊາຢາໄດ້ກ່າວຢ່າງນີ້ກໍເພາະເພິ່ນໄດ້ເຫັນສະຫງ່າລາສີຂອງພຣະເຢຊູເຈົ້າ ແລະ ໄດ້ກ່າວເຖິງພຣະອົງ.
42ເຖິງຢ່າງໃດ ໃນເວລາດຽວກັນນັ້ນເຖິງວ່າໃນທ່າມກາງພວກຜູ້ນຳກໍມີຫລາຍຄົນໄດ້ເຊື່ອໃນພຣະອົງ. ແຕ່ພວກເຂົາບໍ່ຍອມຮັບຄວາມເຊື່ອຂອງຕົນຢ່າງເປີດເຜີຍເພາະຢ້ານຈະຖືກພວກຟາຣີຊາຍໄລ່ອອກຈາກທຳມະສາລາ, 43ດ້ວຍວ່າ ພວກເຂົາຮັກການຍ້ອງຍໍຈາກມະນຸດຫລາຍກວ່າການຍ້ອງຍໍຈາກພຣະເຈົ້າ.
44ແລ້ວພຣະເຢຊູເຈົ້າໄດ້ຮ້ອງຂຶ້ນວ່າ, “ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ, ແຕ່ຍັງເຊື່ອໃນພຣະອົງຜູ້ໃຊ້ເຮົາມາ. 45ຜູ້ທີ່ເບິ່ງເຮົາກໍເຫັນພຣະອົງຜູ້ໃຊ້ເຮົາມາ. 46ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
47“ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ເຮົາກໍບໍ່ພິພາກສາຜູ້ນັ້ນ. ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອຊ່ວຍໂລກໃຫ້ພົ້ນ. 48ມີຜູ້ພິພາກສາສຳລັບຄົນທີ່ປະຕິເສດເຮົາ ແລະ ບໍ່ຍອມຮັບຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ເຮົາກ່າວນີ້ແຫລະຈະຕັດສິນລົງໂທດພວກເຂົາໃນວັນສຸດທ້າຍ. 49ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມານັ້ນບັນຊາເຮົາໃຫ້ກ່າວທຸກຄຳທີ່ເຮົາຕ້ອງກ່າວ. 50ເຮົາຮູ້ວ່າຄຳສັ່ງຂອງພຣະອົງນຳໄປສູ່ຊີວິດນິລັນດອນ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ເຮົາກ່າວກໍຄືສິ່ງທີ່ພຣະບິດາເຈົ້າໄດ້ບອກໃຫ້ເຮົາກ່າວ”.
Currently Selected:
ໂຢຮັນ 12: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.