YouVersion Logo
Search Icon

ກິດຈະການ ຄຳນຳ

ຄຳນຳ
ໜັງສື​ເຫລັ້ມ​ທີ​ສອງ​ຂອງ​ລູກາ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ໃນ​ຊື່​ກິດຈະການ​ຂອງ​ອັກຄະສາວົກ (ເບິ່ງ ລກ 1:0 ສຳລັບ​ຄຳນຳ​ຂອງ​ໜັງສື​ລູກາ, ໜັງສື​ກິດຈະການ ແລະ ລາຍລະອຽດ​ເພີ່ມເຕີມ​ກ່ຽວກັບ​ຂ່າວປະເສີດ​ຂອງ​ລູກາ). ໜັງສື​ກິດຈະການ​ນັ້ນ​ມີ​ທັງໝົດ​ຫົກ​ຕອນ ແຕ່ລະ​ຕອນ​ໄດ້​ອະທິບາຍ​ເຖິງ​ແຕ່ລະ​ໄລຍະ​ຂອງ​ການ​ປະກາດ​ເລື່ອງ​ພຣະເມຊີອາ ອອກ​ໄປ​ນອກ​ເຢຣູຊາເລັມ. ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ສືບຕໍ່​ເຜີຍແຜ່ ແລະ ຈະເລີນ​ຮຸ່ງເຮືອງ​ໃນ​ບ່ອນ​ຕ່າງໆ.
ຕອນ​ທີ 1: ຄຣິສຕະຈັກ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ເຢຣູຊາເລັມ ແລະ ກາຍເປັນ​ຄຣິສຕະຈັກ​ທີ່​ໃຊ້​ພາສາ​ກຣີກ, ເຊິ່ງ​ເຮັດ​ໃຫ້​ພຣະຄຳ​ຂອງ​ພຣະເຈົ້າ​ເຜີຍແຜ່​ໄປ​ທົ່ວ​ອານາຈັກ​ໂຣມ.
ຕອນ​ທີ 2: ການ​ປະກາດ​ໄດ້​ຂະຫຍາຍ​ໄປ​ເຖິງ​ສ່ວນ​ທີ່​ເຫລືອ​ຂອງ​ປາແລັດສະຕີນ.
ຕອນ​ທີ 3: ຄົນຕ່າງຊາດ​ໄດ້​ເຂົ້າ​ມາ​ເປັນ​ຜູ້​ທີ່​ຕິດຕາມ​ພຣະເຢຊູເຈົ້າ​ເໝືອນ​ກັນ​ກັບ​ຊາວ​ຢິວ.
ຕອນ​ທີ 4: ບັນດາ​ຜູ້ປະກາດ​ຂ່າວປະເສີດ​ຖືກ​ສົ່ງ​ອອກໄປ​ທາງ​ທິດຕາເວັນຕົກ ໄປ​ຍັງ​ແຂວງ​ໃນ​ອາຊີ​ຂອງ​ໂຣມ ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ທະວີບ​ອາຊີ.
ຕອນ​ທີ 5: ຜູ້ປະກາດ​ຂ່າວປະເສີດ​ເຫລົ່ານີ້​ໄດ້​ເຂົ້າສູ່​ທະວີບ​ເອີຣົບ.
ຕອນ​ທີ 6: ແລະ ເປັນ​ຊ່ວງ​ສຸດທ້າຍ, ພຣະຄຳ​ຂອງ​ໄດ້​ຂະຫຍາຍ​ໄປ​ເຖິງ​ເມືອງຫລວງ​ຂອງ​ໂຣມ ແລະ ໄດ້​ເຂົ້າ​ໄປ​ເຖິງ​ສັງຄົມ​ຊັ້ນສູງ; ດ້ວຍເຫດນີ້ ອານາຈັກ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ປະກາດ​ອອກໄປ​ເຖິງ​ທຸກ​ຊົນຊາດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in