YouVersion Logo
Search Icon

ກິດຈະການ 2

2
ພຣະວິນຍານບໍລິສຸດເຈົ້າ​ມາ​ໃນ​ວັນ​ເພັນເຕຄໍສະເຕ
1ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ. 2ໃນ​ທັນໃດ​ນັ້ນ ກໍ​ມີ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເໝືອນ​ສຽງ​ພະຍຸ​ແຮງ​ດັງ​ກ້ອງ​ໄປ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ. 3ພວກເພິ່ນ​ເຫັນ​ລີ້ນ​ເປັນ​ເໝືອນ​ຮູບ​ແປວໄຟ​ແຕກກະຈາຍ​ອອກ​ໄປ ແລະ ມາ​ຢູ່​ເທິງ​ພວກເພິ່ນ​ແຕ່ລະຄົນ. 4ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ#2:4 ຫລື ຫລາຍ​ພາສາ ເຊັ່ນ​ດຽວ​ກັບ​ຂໍ້ 11 ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.
5ໃນ​ຂະນະ​ນັ້ນ ມີ​ຊາວຢິວ​ຜູ້​ຢຳເກງ​ພຣະເຈົ້າ​ຈາກ​ທຸກ​ຊາດ​ທົ່ວ​ໃຕ້​ສະຫວັນ​ມາ​ພັກອາໄສ​ຢູ່​ເຢຣູຊາເລັມ. 6ເມື່ອ​ພວກເພິ່ນ​ໄດ້​ຍິນສຽງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ມາ​ເຕົ້າໂຮມກັນ​ດ້ວຍ​ຄວາມສັບສົນ ເພາະ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ຕົນ. 7ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ? 8ແລ້ວ​ດ້ວຍເຫດໃດ ພວກເຮົາ​ແຕ່ລະຄົນ​ຈຶ່ງ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ທ້ອງຖິ່ນ​ຂອງ​ພວກເຮົາ? 9ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ, 10ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນ​ຕ່າງໆ​ຂອງ​ລີເບຍ ເຊິ່ງ​ໃກ້​ກັບ​ກີເຣເນ, ຜູ້​ມາ​ຢ້ຽມຢາມ​ຈາກ​ນະຄອນ​ໂຣມ 11(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!” 12ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”
13ແຕ່​ບາງຄົນ​ກໍ​ໄດ້​ເຢາະເຢີ້ຍ​ພວກເຂົາ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ດື່ມ​ເຫລົ້າອະງຸ່ນ​ຫລາຍ​ເກີນ​ໄປ”.
ເປໂຕ​ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ
14ແລ້ວ​ເປໂຕ​ຈຶ່ງ​ໄດ້​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະສາວົກ​ສິບເອັດ​ຄົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ​ດ້ວຍ​ສຽງ​ດັງ​ວ່າ, “ພີ່ນ້ອງ​ຊາວ​ຢິວ ແລະ ທ່ານ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຊີ້ແຈງ​ເລື່ອງ​ນີ້​ແກ່​ພວກທ່ານ​ທັງຫລາຍ ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ດີ. 15ຄົນ​ເຫລົ່ານີ້​ບໍ່​ໄດ້​ເມົາເຫລົ້າ​ເໝືອນ​ທີ່​ພວກທ່ານ​ຄິດ. ເຊິ່ງ​ຫາ​ກໍ​ເກົ້າ​ໂມງ​ເຊົ້າ! 16ບໍ່​ແມ່ນ, ເຫດການ​ນີ້​ແມ່ນ​ໄດ້​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ:
17“‘ພຣະເຈົ້າ​ກ່າວ​ວ່າ, ໃນ​ວັນ​ສຸດທ້າຍ
ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ​ເທິງ​ທຸກ​ຄົນ.
ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ,
ພວກຊາຍໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ,
ພວກ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.
18ເມື່ອ​ເຖິງ​ເວລາ​ນັ້ນ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ
ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ​ທັງ​ຊາຍ ແລະ ຍິງ
ແລະ ພວກເຂົາ​ຈະ​ທຳນວາຍ.
19ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າສະຫວັນ​ເບື້ອງເທິງ
ແລະ ໝາຍສຳຄັນ​ທີ່​ແຜ່ນດິນໂລກ​ເບື້ອງລຸ່ມ,
ຈະ​ມີ​ເລືອດ​ກັບ​ໄຟ ແລະ ມີ​ອາຍຄວັນ.
20ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມມືດ
ແລະ ດວງເດືອນ​ຈະ​ກາຍເປັນ​ເລືອດ
ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເຖິງ.
21ແລະ ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ
ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ
ຄວາມພົ້ນ’.#2:21 ຢອ 2:28-32
22“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. 23ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ#2:23 ຫລື ຂອງ​ບັນດາ​ຄົນ​ທີ່​ບໍ່​ມີ​ກົດບັນຍັດ (ຄື ຄົນຕ່າງຊາດ) ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ. 24ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້. 25ເພາະວ່າ​ດາວິດ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ:
“‘ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ຕະຫລອດ​ເວລາ
ເພາະວ່າ​ພຣະອົງ​ຢູ່​ກໍ້າຂວາ​ມື​ຂອງ​ຂ້ານ້ອຍ
ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.
26ເຫດສະນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ຍິນດີ ແລະ ລີ້ນ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ;
ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ,
27ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້​ໃນ​ແດນຄົນຕາຍ
ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ບໍລິສຸດ​ຂອງ​ພຣະອົງ​ສຳພັດ​ກັບ​ຄວາມ​ເປື່ອຍເນົ່າ.
28ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮູ້​ຫົນທາງ​ແຫ່ງ​ຊີວິດ
ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຕັມ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງ’.#2:28 ພສສ 16:8-11
29“ພີ່ນ້ອງ​ທັງຫລາຍ​ຊາວ​ອິດສະຣາເອນ, ຂ້າພະເຈົ້າ​ບອກ​ພວກເຈົ້າ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ ແລະ ໄດ້​ຖືກ​ຝັງ​ໄວ້​ແລ້ວ ແລະ ອຸບມຸງ​ຂອງ​ເພິ່ນ​ກໍ​ຢູ່​ບ່ອນ​ນີ້​ຈົນ​ເຖິງ​ທຸກ​ວັນ​ນີ້. 30ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ. 31ດາວິດ​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະຄຣິດເຈົ້າ,#2:31 ຫລື ພຣະເມຊີອາ ທັງ​ຄຳ​ວ່າ “ພຣະຄຣິດເຈົ້າ” (ເປັນ​ຄຳ​ກຣີກ) ແລະ “ພຣະເມຊີອາ” (ເປັນ​ຄຳ​ເຮັບເຣີ) ແປ​ວ່າ “ຜູ້​ທີ່​ເຈີມ​ຕັ້ງ​ໄວ້” ເຊັ່ນ​ດຽວ​ກັບ​ຂໍ້ 36 ວ່າ​ພຣະເຈົ້າ​ຈະ​ບໍ່​ປະຖິ້ມ​ພຣະອົງ​ໄວ້​ໃນ​ແດນຄົນຕາຍ, ຫລື ເນື້ອກາຍ​ຂອງ​ພຣະອົງ​ກໍ​ບໍ່​ເປື່ອຍເນົ່າ. 32ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້. 33ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້. 34ເພາະ​ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ສະຫວັນ, ແຕ່​ເພິ່ນ​ໄດ້​ກ່າວ​ວ່າ,
“‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ:
“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ
35ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ
ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ”’.#2:35 ພສສ 110:1
36“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.
37ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”
38ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ. 39ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.
40ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”. 41ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.
ການ​ສາມັກຄີທຳ​ຂອງ​ຜູ້ທີ່ເຊື່ອ
42ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ. 43ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ. 44ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ມາ​ເປັນ​ຂອງ​ສ່ວນລວມ. 45ພວກເຂົາ​ໄດ້​ຂາຍ​ທີ່ດິນ ແລະ ຊັບສິ່ງຂອງ​ເພື່ອ​ແຈກຢາຍ​ໃຫ້​ແຕ່ລະຄົນ ຜູ້​ທີ່​ມີ​ຄວາມຈຳເປັນ. 46ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ, 47ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in