1
ກິດຈະການ 2:38
ພຣະຄຳພີລາວສະບັບສະໄໝໃໝ່
ເປໂຕຕອບວ່າ, “ພວກທ່ານທຸກຄົນຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອບາບຂອງພວກທ່ານຈະໄດ້ຮັບການອະໄພ ແລະ ພວກທ່ານກໍຈະໄດ້ຮັບຂອງປະທານຄືພຣະວິນຍານບໍລິສຸດເຈົ້າ.
Compare
Explore ກິດຈະການ 2:38
2
ກິດຈະການ 2:42
ພວກເຂົາທັງຫລາຍໄດ້ອຸທິດຕົວເອງໃນຄຳສອນຂອງພວກອັກຄະສາວົກ ແລະ ໃນການຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນອະທິຖານ.
Explore ກິດຈະການ 2:42
3
ກິດຈະການ 2:4
ພວກເພິ່ນທຸກຄົນຈຶ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມເວົ້າພາສາແປກໆ ຕາມທີ່ພຣະວິນຍານບໍລິສຸດເຈົ້າໃຫ້ພວກເພິ່ນເວົ້າໄດ້.
Explore ກິດຈະການ 2:4
4
ກິດຈະການ 2:2-4
ໃນທັນໃດນັ້ນ ກໍມີສຽງໜຶ່ງຈາກສະຫວັນເໝືອນສຽງພະຍຸແຮງດັງກ້ອງໄປທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. ພວກເພິ່ນເຫັນລີ້ນເປັນເໝືອນຮູບແປວໄຟແຕກກະຈາຍອອກໄປ ແລະ ມາຢູ່ເທິງພວກເພິ່ນແຕ່ລະຄົນ. ພວກເພິ່ນທຸກຄົນຈຶ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມເວົ້າພາສາແປກໆ ຕາມທີ່ພຣະວິນຍານບໍລິສຸດເຈົ້າໃຫ້ພວກເພິ່ນເວົ້າໄດ້.
Explore ກິດຈະການ 2:2-4
5
ກິດຈະການ 2:46-47
ທຸກໆວັນ ພວກເຂົາໄດ້ສືບຕໍ່ມາເຕົ້າໂຮມກັນທີ່ເດີ່ນວິຫານ. ພວກເຂົາຫັກເຂົ້າຈີ່ຕາມບ້ານຂອງຕົນ ແລະ ກິນອາຫານຮ່ວມກັນດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍຄວາມຈິງໃຈ, ພວກເຂົາພາກັນສັນລະເສີນພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງໝົດ. ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ໃຫ້ມີຜູ້ທີ່ໄດ້ຮັບຄວາມພົ້ນເພີ່ມຈຳນວນຂຶ້ນທຸກໆວັນ.
Explore ກິດຈະການ 2:46-47
6
ກິດຈະການ 2:17
“‘ພຣະເຈົ້າກ່າວວ່າ, ໃນວັນສຸດທ້າຍ ເຮົາຈະເທພຣະວິນຍານບໍລິສຸດເຈົ້າຂອງເຮົາເທິງທຸກຄົນ. ລູກຊາຍ ແລະ ລູກສາວຂອງພວກເຈົ້າຈະທຳນວາຍ, ພວກຊາຍໜຸ່ມຂອງພວກເຈົ້າຈະເຫັນນິມິດ, ພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.
Explore ກິດຈະການ 2:17
7
ກິດຈະການ 2:44-45
ບັນດາຄົນທີ່ເຊື່ອນັ້ນກໍໄດ້ຢູ່ຮ່ວມກັນ ແລະ ໄດ້ນຳເອົາສິ່ງຂອງທີ່ຕົນມີຢູ່ນັ້ນມາເປັນຂອງສ່ວນລວມ. ພວກເຂົາໄດ້ຂາຍທີ່ດິນ ແລະ ຊັບສິ່ງຂອງເພື່ອແຈກຢາຍໃຫ້ແຕ່ລະຄົນ ຜູ້ທີ່ມີຄວາມຈຳເປັນ.
Explore ກິດຈະການ 2:44-45
8
ກິດຈະການ 2:21
ແລະ ທຸກຄົນທີ່ຮ້ອງອອກນາມຂອງ ອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບ ຄວາມພົ້ນ’.
Explore ກິດຈະການ 2:21
9
ກິດຈະການ 2:20
ດວງຕາເວັນຈະຖືກປ່ຽນເປັນຄວາມມືດ ແລະ ດວງເດືອນຈະກາຍເປັນເລືອດ ກ່ອນວັນອັນຍິ່ງໃຫຍ່ ແລະ ເຕັມດ້ວຍສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ.
Explore ກິດຈະການ 2:20
Home
Bible
Plans
Videos