ເມື່ອພວກເພິ່ນກຳລັງແນມເບິ່ງທ້ອງຟ້າໃນຂະນະທີ່ພຣະອົງຂຶ້ນໄປ, ໃນທັນໃດນັ້ນ ມີຊາຍສອງຄົນນຸ່ງຊຸດຂາວຢືນຢູ່ຂ້າງພວກເພິ່ນ. ແລະ ພວກເພິ່ນຈຶ່ງກ່າວວ່າ, “ຊາວຄາລີເລເອີຍ, ດ້ວຍເຫດໃດພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າຢູ່ບ່ອນນີ້? ພຣະເຢຊູເຈົ້າອົງດຽວກັນນີ້ທີ່ຖືກຮັບໄປຈາກພວກເຈົ້າຂຶ້ນສູ່ສະຫວັນນັ້ນ ຈະກັບຄືນມາອີກໃນແບບດຽວກັນກັບທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນສູ່ສະຫວັນ”.