ພຣະນິມິດ 20
20
ໜຶ່ງພັນປີ
1ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ເພິ່ນຖືກະແຈຂອງເຫວເລິກແລະຖືໂສ້ເສັ້ນໃຫຍ່. 2ເພິ່ນໄດ້ຈັບເອົາພະຍານາກ ຊຶ່ງເປັນງູແຕ່ດຶກດຳບັນ ຄືມານຮ້າຍ ແລະມານຊາຕານ ໄດ້ຜູກມັດມັນໄວ້ໃນລະຫວ່າງພັນປີ.
3ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫລອກລວງບັນດາປະຊາຊາດທັງຫລາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫລັງຈາກນັ້ນ ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວໄລຍະໜຶ່ງ.
4ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. ( 5ນອກຈາກຄົນເຫຼົ່ານີ້ ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ). 6ຜູ້ໃດທີ່ມີສ່ວນໃນການຄືນມາຈາກຕາຍຄັ້ງທຳອິດ ຜູ້ນັ້ນກໍເປັນສຸກແລະບໍຣິສຸດ. ຄວາມຕາຍຄັ້ງທີສອງ ຈະບໍ່ມີອຳນາດເໜືອຄົນເຫຼົ່ານັ້ນ ແຕ່ພວກເຂົາຈະໄດ້ເປັນປະໂຣຫິດຂອງພຣະເຈົ້າ ແລະຂອງພຣະຄຣິດ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ.
7ຫລັງຈາກໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍຕົວຈາກບ່ອນຂັງມັນໄວ້, 8ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍ ທີ່ກະຈັດກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ໃຫ້ມາເຕົ້າໂຮມກັນເພື່ອການເຮັດເສິກ ຈຳນວນຄົນເຫຼົ່ານັ້ນມີຫລວງຫລາຍ ເໝືອນເມັດຊາຍຕາມແຄມຝັ່ງທະເລ. 9ພວກເຂົາແຜ່ກະຈາຍເປັນກອງທັບອອກໄປທົ່ວແຜ່ນດິນໂລກ ແລະໄດ້ອ້ອມຄ້າຍພວກໄພ່ພົນຂອງພຣະເຈົ້າ ກັບນະຄອນທີ່ພຣະອົງຊົງຮັກນັ້ນ. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະທຳລາຍລ້າງຜານພວກເຂົາເສຍ. 10ສ່ວນມານຮ້າຍທີ່ຫລອກລວງຄົນເຫຼົ່ານັ້ນ ກໍໄດ້ຖືກຖິ້ມລົງໃນບຶງໄຟປົນກັບມາດບ່ອນທີ່ສັດຮ້າຍ ແລະຜູ້ປະກາດພຣະທຳປອມໄດ້ຖືກຖິ້ມລົງໄປແລ້ວນັ້ນ ແລະພວກມັນຈະຕ້ອງຖືກທົນທຸກທໍລະມານ ທັງກາງເວັນແລະກາງຄືນ ຢູ່ຕະຫລອດນິຣັນດອນ.
ພຣະບັນລັງໃຫຍ່ສີຂາວ ແລະການຕັດສິນຄັ້ງສຸດທ້າຍ
11ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ. 12ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ. 13ທະເລກໍໄດ້ສົ່ງຄົນທັງຫລາຍທີ່ຕາຍໃນທ້ອງທະເລຄືນມາ. ຄວາມຕາຍແລະແດນມໍຣະນາ ກໍໄດ້ສົ່ງຄົນທັງຫລາຍໃນທີ່ນັ້ນຄືນມາເໝືອນກັນ. ພວກເຂົາທັງໝົດໄດ້ຖືກຕັດສິນ ຕາມການກະທຳຂອງພວກຕົນທຸກຄົນ. 14ຄວາມຕາຍແລະແດນມໍຣະນາ ກໍໄດ້ຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫຼະ ເປັນຄວາມຕາຍຄັ້ງທີສອງ. 15ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ.
Currently Selected:
ພຣະນິມິດ 20: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.