ຫລັງຈາກໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍຕົວຈາກບ່ອນຂັງມັນໄວ້, ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍ ທີ່ກະຈັດກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ໃຫ້ມາເຕົ້າໂຮມກັນເພື່ອການເຮັດເສິກ ຈຳນວນຄົນເຫຼົ່ານັ້ນມີຫລວງຫລາຍ ເໝືອນເມັດຊາຍຕາມແຄມຝັ່ງທະເລ.