YouVersion Logo
Search Icon

ມັດທາຍ 8

8
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ຄົນ​ໜຶ່ງ​ໃຫ້​ດີ
(ມຣກ 1:40-45; ລກ 5:12-16)
1ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະຊາຊົນ​ຢ່າງ​ຫລວງຫລາຍ​ກໍ​ຕິດຕາມ​ພຣະອົງ​ໄປ. 2ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ​ໄດ້​ມາ​ຫາ​ພຣະອົງ​ໂດຍ​ກົ້ມ​ຂາບລົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ພຣະອົງ​ພໍໃຈ​ຊົງ​ໂຜດ​ຂ້ານ້ອຍ ພຣະອົງ​ກໍ​ໂຜດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”
3ພຣະເຢຊູເຈົ້າ​ໄດ້​ເດ່​ມື​ອອກ​ໄປ​ແຕະຕ້ອງ​ຄົນ​ນັ້ນ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ໃຫ້​ເຈົ້າ​ດີ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ຊາຍ​ຜູ້​ນັ້ນ​ກໍດີ​ພະຍາດ. 4ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”
ພຣະເຢຊູເຈົ້າ​ຊົງ​ໂຜດ​ຂ້ອຍໃຊ້​ຂອງ​ນາຍ​ທະຫານ​ໃຫ້​ດີ
(ລກ 7:1-10; ຢຮ 4:43-54)
5ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ ກໍ​ມີ​ນາຍ​ທະຫານ​ຜູ້ໜຶ່ງ​ເຂົ້າ​ມາ​ຫາ​ພຣະອົງ​ເພື່ອ​ຂໍຮ້ອງ​ໃຫ້​ຊ່ວຍເຫລືອ. 6ໂດຍ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ອຍໃຊ້​ຂອງ​ຂ້ານ້ອຍ​ນອນ​ປ່ວຍ​ຢູ່​ທີ່​ເຮືອນ ເຂົາ​ເປັນ​ເປ້ຍ​ແລະ​ທົນ​ທຸກຢ່າງ​ເວດທະນາ​ຫລາຍ.”
7ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ໄປ​ຮັກສາ​ລາວ​ໃຫ້​ຫາຍ​ດີ.”
8ແຕ່​ນາຍ​ທະຫານ​ຜູ້ນັ້ນ​ຕອບ​ວ່າ, “ບໍ່ໄດ້​ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ ຂໍ​ພຽງແຕ່​ກ່າວ​ຖ້ອຍຄຳ​ດຽວ​ເທົ່ານັ້ນ ຂ້ອຍໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ດີ​ພະຍາດ. 9ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ວ່າ, ‘ໄປ’ ເຂົາ​ກໍ​ໄປ, ຂ້ານ້ອຍ​ສັ່ງ​ວ່າ ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ໃຊ້​ວ່າ ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”
10ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນີ້​ພຣະອົງ​ກໍ​ແປກໃຈ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຢູ່​ໃນ​ພວກ​ອິດສະຣາເອນ​ເຮົາ​ຍັງ​ບໍ່ໄດ້​ພົບ​ຜູ້ໃດ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເຊັ່ນ​ນີ້. 11ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຫລາຍ​ຄົນ​ຈະ​ມາ​ຈາກ​ທິດ​ຕາເວັນອອກ​ກັບ​ທິດ​ຕາເວັນຕົກ ແລະ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ສະຫວັນ. 12ສ່ວນ​ພວກ​ທີ່​ຄວນ​ຈະ​ໄດ້​ຢູ່​ໃນ​ອານາຈັກ​ນັ້ນ ຈະ​ຖືກ​ໂຍນ​ຖິ້ມ​ອອກ​ຂ້າງ​ນອກ​ຢູ່​ໃນ​ຄວາມມືດ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວຟັນ” 13ແລ້ວ​ພຣະເຢຊູເຈົ້າ​ກໍ​ເວົ້າ​ກັບ​ນາຍ​ທະຫານ​ວ່າ, “ເມືອ​ເຮືອນ​ສາ ເຈົ້າ​ເຊື່ອ​ຢ່າງ​ໃດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ສຳລັບ​ເຈົ້າ.”
ຝ່າຍ​ຂ້ອຍໃຊ້​ຂອງ​ນາຍ​ທະຫານ​ກໍດີ​ເປັນ​ປົກກະຕິ​ໃນ​ເວລາ​ນັ້ນ​ເອງ.
ພຣະເຢຊູເຈົ້າ​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ
(ມຣກ 1:29-34; ລກ 4:38-41)
14ພຣະເຢຊູເຈົ້າ​ໄປ​ເຮືອນ​ຂອງ​ເປໂຕ ພຣະອົງ​ໄດ້​ເຫັນ​ແມ່ເຖົ້າ​ຂອງ​ເປໂຕ​ນອນ​ຢູ່​ເພາະ​ເປັນ​ໄຂ້. 15ພຣະອົງ​ຈັບ​ມື​ຂອງ​ນາງ​ແລະ​ໄຂ້​ກໍ​ຫາຍ ແລ້ວ​ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ.
16ເມື່ອ​ເຖິງ​ຍາມ​ຄໍ່າ, ປະຊາຊົນ​ກໍ​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫຼົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຊົງ​ໂຜດ​ຜູ້​ເຈັບໄຂ້​ໄດ້ປ່ວຍ​ທຸກຄົນ​ໃຫ້​ຫາຍ​ດີ. 17ພຣະອົງ​ເຮັດ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງ​ໄດ້​ຮັບ​ເອົາ​ຄວາມ​ເຈັບໄຂ້ ແລະ​ຮັບ​ແບກ​ພະຍາດ​ໂຣຄາ​ຂອງ​ພວກເຮົາ​ໄປ.”
ຜູ້​ທີ່​ສະໝັກ​ຈະ​ຕິດຕາມ​ພຣະເຢຊູເຈົ້າ
(ລກ 9:57-62)
18ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ປະຊາຊົນ​ອ້ອມ​ພຣະອົງ​ຢູ່ ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ໄປ​ທະເລສາບ​ຟາກ​ພຸ້ນ. 19ມີ​ທຳມະຈານ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ທ່ານ​ໄປ​ທີ່​ໃດ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ນັ້ນ​ກັບ​ທ່ານ.”
20ພຣະເຢຊູເຈົ້າ​ຊົງ​ຕອບ​ເຂົາ​ວ່າ, “ໝາ​ຈິກຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ແລ້ວ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ນອນ.”
21ມີ​ຊາຍ​ຄົນອື່ນ​ອີກ​ທີ່​ເປັນ​ສາວົກ​ຜູ້ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ກັບ​ເມືອ​ເຮືອນ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ.”
22ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ປ່ອຍ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ.”
ພຣະເຢຊູເຈົ້າ​ຊົງ​ຫ້າມ​ລົມພະຍຸ
(ມຣກ 4:35-41; ລກ 8:22-25)
23ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ​ລຳ​ໜຶ່ງ ແລະ​ພວກ​ສາວົກ​ກໍ​ໄປ​ກັບ​ພຣະອົງ. 24ໃນ​ທັນໃດນັ້ນ ກໍ​ເກີດ​ລົມພະຍຸ​ໃຫຍ່​ພັດ​ທະເລສາບ​ຢ່າງ​ແຮງ ຈົນ​ເຮືອ​ເກືອບ​ຫລົ້ມ ເພາະ​ນໍ້າ​ຊັດ​ເຂົ້າ​ເຮືອ ສ່ວນ​ພຣະເຢຊູເຈົ້າ​ນັ້ນ​ຊົງ​ນອນ​ຫລັບ​ຢູ່. 25ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ພວກເພິ່ນ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.”
26ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ໂອ ຄົນ​ທີ່​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ” ແລ້ວ​ພຣະອົງ​ກໍ​ລຸກ​ຢືນ​ຂຶ້ນ​ສັ່ງ​ລົມ ແລະ​ຟອງ​ນໍ້າ​ໃຫ້​ຢຸດ ລົມ​ແລະ​ຟອງ​ນໍ້າ​ຈຶ່ງ​ງຽບ​ສະຫງົບ​ລົງ.
27ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມ​ແລະ​ຟອງ​ນໍ້າ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ!”
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ທີ່​ຜີ​ສິງ​ສອງ​ຄົນ​ໃຫ້​ຫາຍ​ດີ
(ມຣກ 5:1-20; ລກ 8:26-39)
28ເມື່ອ​ພຣະເຢຊູເຈົ້າ​ຂ້າມ​ຟາກ​ມາ​ຮອດ​ເຂດແດນ​ຄາດາຣາ ກໍ​ມີ​ຊາຍ​ສອງ​ຄົນ​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ, ສອງ​ຄົນ​ນີ້​ມີ​ຜີມານຮ້າຍ​ສິງ​ແລະ​ໂຫດຮ້າຍ​ຫລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຜ່ານ​ໄປມາ​ຕາມ​ທາງ​ນັ້ນ. 29ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”
30ບໍ່​ໄກ​ຈາກ​ທີ່​ນັ້ນ​ພໍ​ເທົ່າ​ໃດ ມີ​ຝູງ​ໝູ​ກຳລັງ​ຫາ​ກິນ​ຢູ່. 31ດັ່ງນັ້ນ ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຢູ່​ໃນ​ຝູງ​ໝູ​ນັ້ນ​ທ້ອນ.”
32ພຣະອົງ​ໄດ້​ບອກ​ພວກ​ມັນ​ວ່າ, “ໄປ​ໄດ້” ດັ່ງນັ້ນ ພວກມັນ​ຈຶ່ງ​ອອກ​ໄປ​ແລະ​ໄດ້​ເຂົ້າ​ໄປ​ສິງ​ໃນ​ຝູງ​ໝູ ໃນ​ທັນໃດນັ້ນ ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ ແລະ​ໂຕນລົງ​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.
33ພວກ​ຄົນ​ລ້ຽງ​ໝູ​ໄດ້​ປົບໜີ ແລະ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ ພວກເຂົາ​ໄດ້​ເລົ່າ​ເຫດການ​ທັງໝົດ​ກັບ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ​ແກ່​ຊາຍ​ຜີມານຮ້າຍ​ສິງ​ນັ້ນ. 34ດັ່ງນັ້ນ ຊາວ​ເມືອງ​ທຸກຄົນ​ຈຶ່ງ​ອອກ​ມາ​ພົບ​ພຣະເຢຊູເຈົ້າ ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in