YouVersion Logo
Search Icon

ມັດທາຍ 7

7
ເລື່ອງ​ການ​ຕັດສິນ​ຄົນອື່ນ
(ລກ 6:37-38,41-42)
1“ຢ່າ​ຕັດສິນ​ຄົນອື່ນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ເຈົ້າ. 2ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ. 3ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ແລ້ວ​ເຈົ້າ​ບໍ່​ເຫັນ? 4ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຂໍ​ອະນຸຍາດ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງ​ທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ? 5ໂອ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ສາ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ເຫັນ​ໄດ້​ແຈ້ງ ເພື່ອ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”
6“ຢ່າ​ເອົາ​ສິ່ງ​ທີ່​ບໍຣິສຸດ​ໂຍນ​ໃຫ້​ໝາ ຢ້ານ​ວ່າ​ມັນ​ຈະ​ຫັນ​ຄືນ​ມາ​ສວບ​ກັດ​ເຈົ້າ ຢ່າ​ໂຍນ​ໄຂ່ມຸກ​ໃສ່​ຕໍ່ໜ້າ​ໝູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢໍ່າ​ຖິ້ມ​ເທົ່ານັ້ນ.”
ຈົ່ງ​ໝັ່ນ​ຂໍ ຈົ່ງ​ໝັ່ນ​ຊອກ ແລະ​ຈົ່ງ​ໝັ່ນ​ເຄາະ
(ລກ 11:9-13; 6:31)
7“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້​ເຈົ້າ. 8ດ້ວຍວ່າ, ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ ແລະ​ທຸກຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້. 9ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ເມື່ອ​ລູກ​ຂໍ​ເຂົ້າ​ປັ້ນ​ໜຶ່ງ ຈະ​ເອົາ​ກ້ອນຫີນ​ໃຫ້​ແກ່​ລູກ​ຂອງຕົນ? 10ຫລື​ຖ້າ​ລູກ​ຂໍ​ປາ ລາວ​ກໍ​ຈະ​ບໍ່​ເອົາ​ງູ​ໃຫ້​ຕີ້? 11ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”
12“ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນກັນ ອັນ​ນີ້​ແມ່ນ​ກົດບັນຍັດ ແລະ ຄຳສັ່ງສອນ​ຂອງ​ພວກ​ຜູ້ທຳນວາຍ.”
ເລື່ອງ​ປະຕູ​ຄັບ​ແຄບ
(ລກ 13:24)
13“ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ຄັບ​ແຄບ ເພາະ​ປະຕູ​ເຂົ້າ​ໄປ​ນະຣົກ​ກໍ​ກວ້າງ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງຫລາຍ. 14ແຕ່​ປະຕູ​ທີ່​ນຳ​ໄປ​ສູ່​ຊີວິດ​ກໍ​ຄັບ​ແຄບ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ຍາກ ແລະ​ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.”
ເລື່ອງ​ຕົ້ນໄມ້ ແລະ ຜົນ​ຂອງ​ມັນ
(ລກ 6:43-44)
15“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ. 16ພວກເຈົ້າ​ຈະ​ຮູ້ຈັກ​ຄົນ​ເຫຼົ່ານີ້​ດ້ວຍ​ການ​ກະທຳ​ຂອງ​ເຂົາ ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ຈາກ​ເຄືອ​ມີ​ໜາມ? ມີ​ຜູ້ໃດ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ? 17ດັ່ງນັ້ນ ຕົ້ນໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ, ແຕ່​ຕົ້ນໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ. 18ຕົ້ນໄມ້​ດີ​ເກີດຜົນ​ບໍ່​ດີ​ກໍ​ບໍ່​ຫ່ອນ​ເປັນ ແລະ​ຕົ້ນໄມ້​ບໍ່​ດີ​ເກີດຜົນ​ດີ​ກໍ​ບໍ່​ຫ່ອນ​ໄດ້. 19ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ​ລົງ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ. 20ດ້ວຍເຫດນັ້ນ ພວກເຈົ້າ​ຈະ​ຮູ້ຈັກ​ຜູ້​ປະກາດ​ພຣະຄຳ​ປອມ​ດ້ວຍ​ຜົນ​ຂອງ​ພວກເຂົາ.”
ເລື່ອງ​ການ​ຊົງ​ປະຕິເສດ
(ລກ 13:25-27)
21“ບໍ່ແມ່ນ​ວ່າ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະບິດາ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. 22ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’ 23ເມື່ອນັ້ນ ເຮົາ​ກໍ​ຈະ​ປະກາດ​ຕໍ່​ພວກເຂົາ​ວ່າ, ‘ເຮົາ​ບໍ່ເຄີຍ​ຮູ້ຈັກ​ພວກເຈົ້າ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ​ເສຍ ພວກເຈົ້າ​ຄົນ​ທີ່​ເຮັດ​ການ​ຊົ່ວຮ້າຍ​ເອີຍ.”’
ເລື່ອງ​ຮາກຖານ​ສອງ​ຢ່າງ
(ລກ 6:47-49)
24“ດ້ວຍເຫດນັ້ນ ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ​ແລະ​ປະຕິບັດ​ຕາມ ຄົນ​ເຫຼົ່ານັ້ນ​ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ດານ​ຫີນ. 25ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ກໍ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ, ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ເຈື່ອນ​ເພພັງ​ລົງ ເພາະ​ມັນ​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ດານ​ຫີນ.”
26“ແຕ່​ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ ແລະ​ບໍ່​ປະຕິບັດ​ຕາມ ຄົນ​ນັ້ນ​ກໍ​ເປັນ​ດັ່ງ​ຄົນ​ໂງ່​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ຫາດ​ຊາຍ. 27ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ ແລະ​ເຮືອນ​ນັ້ນ​ກໍໄດ້​ເຈື່ອນ​ເພພັງ​ລົງ ແລະ​ການ​ເພພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ.”
ພຣະເຢຊູເຈົ້າ​ມີ​ສິດ​ອຳນາດ
28ເມື່ອ​ພຣະເຢຊູເຈົ້າ​ໄດ້​ຊົງ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ປະຊາຊົນ​ກໍ​ປະຫລາດ​ໃຈ​ຫລາຍ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ. 29ພຣະອົງ​ບໍ່ໄດ້​ເປັນ​ເໝືອນ​ດັ່ງ​ພວກ​ທຳມະຈານ, ແຕ່​ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ຣິດອຳນາດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in