YouVersion Logo
Search Icon

ມັດທາຍ 6

6
ຄຳສັ່ງສອນ​ເລື່ອງ​ການ​ໃຫ້ທານ
1“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ຖືສິນ​ກິນທານ​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເປັນ​ການ​ອວດ​ຄົນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ພວກເຈົ້າ​ຈະ​ບໍ່ໄດ້​ບຳເໜັດ​ຫຍັງ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.
2ດັ່ງນັ້ນ ເມື່ອ​ເຈົ້າ​ໃຫ້​ທານ​ຢ່າ​ສູ່​ເປົ່າແກ​ໄປ​ກ່ອນ​ໜ້າ​ເຈົ້າ ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ​ມັກ​ເຮັດ​ໃນ​ທຳມະສາລາ​ແລະ​ຕາມ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ຊົມເຊີຍ ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ. 3ຝ່າຍ​ພວກເຈົ້າ, ເມື່ອ​ໃຫ້ທານ ຢ່າ​ໃຫ້​ມື​ຊ້າຍ​ຮູ້​ການ​ທີ່​ມື​ຂວາ​ກຳລັງ​ເຮັດ​ນັ້ນ. 4ເພື່ອ​ການ​ໃຫ້ທານ​ຂອງ​ພວກເຈົ້າ​ຈະ​ເປັນ​ທາງ​ລັບ ຝ່າຍ​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”
ຄຳສັ່ງສອນ​ເລື່ອງ​ການ​ພາວັນນາ​ອະທິຖານ
(ລກ 11:2-4)
5“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ. 6ແຕ່​ສຳລັບ​ເຈົ້າ ເມື່ອ​ພາວັນນາ​ອະທິຖານ ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຈົ້າ ອັດ​ປະຕູ​ໄວ້ ແລ້ວ​ຈຶ່ງ​ພາວັນນາ​ອະທິຖານ​ຫາ​ພຣະບິດາ​ຂອງ​ເຈົ້າ​ຜູ້​ຢູ່​ໃນ​ທີ່​ລັບລີ້ ແລະ​ພຣະບິດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບລີ້​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”
7“ແຕ່​ເມື່ອ​ເຈົ້າ​ພາວັນນາ​ອະທິຖານ ຢ່າ​ເວົ້າ​ຊໍ້າ​ຄຳ​ເກົ່າ​ເໝືອນ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ພຣະເຈົ້າ​ຈະ​ໄດ້ຍິນ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ. 8ດັ່ງນັ້ນ ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ ກ່ອນ​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ. 9ດ້ວຍເຫດນັ້ນ ພວກເຈົ້າ​ຄວນ​ພາວັນນາ​ອະທິຖານ​ດັ່ງນີ້:
‘ຂ້າແດ່​ພຣະບິດາເຈົ້າ
ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ
ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ
ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​
ຊົງ​ເປັນ​ທີ່​ເຄົາຣົບ​ບູຊາ
10 ຂໍ​ໃຫ້​ພຣະ​ຣາຊອານາຈັກ
ຂອງ​ພຣະອົງ​ມາ​ຕັ້ງ​ຢູ່
ຂໍ​ໃຫ້​ເປັນ​ໄປ​ຕາມ​ນໍ້າພຣະໄທ
ຂອງ​ພຣະອົງ
ໃນ​ສະຫວັນ​ເປັນ​ຢ່າງ​ໃດ
ຂໍ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ​ທີ່​ແຜ່ນດິນ​ໂລກ.
11 ຂໍ​ຊົງ​ໂຜດ​ປະທານ​ເຂົ້າຈີ່​ປະຈຳ​ວັນ
ໃຫ້​ແກ່​ຂ້ານ້ອຍ​ທັງຫລາຍ
ໃນ​ກາລະ​ວັນ​ນີ້
12 ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ
ເໝືອນ​ຂ້ານ້ອຍ​ຍົກໂທດ
ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ
13 ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​
ໃນ​ການ​ທົດລອງ
ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ
[ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]
14ຖ້າ​ເຈົ້າ​ຍົກໂທດ​ຄວາມຜິດ​ຂອງ​ຄົນອື່ນ​ທີ່​ໄດ້​ເຮັດ​ຕໍ່​ເຈົ້າ ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ. 15ແຕ່​ຖ້າ​ເຈົ້າ​ບໍ່​ຍົກໂທດ​ໃຫ້​ຄົນອື່ນ, ພຣະບິດາ​ຂອງ​ເຈົ້າ​ທັງຫລາຍ​ກໍ​ຈະ​ບໍ່​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.”
ຄຳສັ່ງສອນ​ເລື່ອງ​ການ​ຖືສິນ​ອົດອາຫານ
16“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ. 17ເມື່ອ​ເຈົ້າ​ຖືສິນ​ອົດອາຫານ​ນັ້ນ ຈົ່ງ​ລ້າງ​ໜ້າ​ແລະ​ຫວີຜົມ, 18ເພື່ອ​ບໍ່​ໃຫ້​ຄົນອື່ນ​ຮູ້​ໄດ້​ວ່າ ເຈົ້າ​ກຳລັງ​ຖືສິນ​ອົດອາຫານ ມີ​ແຕ່​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ຢູ່​ໃນ​ທີ່​ລັບລີ້​ຮູ້ຈັກ ຝ່າຍ​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ເຫັນ​ໃນ​ທີ່​ລັບລີ້ ກໍ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”
ຄວາມ​ຮັ່ງມີ​ໃນ​ສະຫວັນ
(ລກ 12:33-34)
19“ຢ່າ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ​ໃນ​ແຜ່ນດິນ​ໂລກ​ນີ້ ຊຶ່ງ​ເປັນ​ບ່ອນ​ມອດ​ແລະ​ຂີ້ໝ້ຽງ​ກັດ​ກິນ​ໄດ້ ແລະ ໂຈນ​ເຈາະ​ລັກ​ເອົາ​ໄດ້. 20ແຕ່​ຈົ່ງ​ທ້ອນໂຮມ​ຊັບສົມບັດ​ສຳລັບ​ຕົນ​ໄວ້​ໃນ​ສະຫວັນ ບ່ອນ​ທີ່​ມອດ​ແລະ​ຂີ້ໝ້ຽງ​ກັດ​ກິນ​ບໍ່ໄດ້ ແລະ ໂຈນ​ເຈາະ​ລັກ​ເອົາ​ບໍ່ໄດ້. 21ເພາະ​ຊັບສົມບັດ​ຂອງ​ເຈົ້າ​ຢູ່​ທີ່ໃດ ໃຈ​ຂອງ​ເຈົ້າ​ກໍ​ຢູ່​ທີ່ນັ້ນ.”
ຄວາມ​ສະຫວ່າງ​ຂອງ​ຮ່າງກາຍ
(ລກ 11:34-36)
22“ຕາ​ເປັນ​ໂຄມໄຟ​ຂອງ​ຮ່າງກາຍ ຖ້າ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ສ່ວນ​ກໍ​ແຈ້ງ​ດີ, 23ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ບໍ່​ດີ ຮ່າງກາຍ​ທຸກ​ສ່ວນ​ກໍ​ຈະ​ຢູ່​ໃນ​ຄວາມມືດ. ດັ່ງນັ້ນ ຖ້າ​ຄວາມ​ສະຫວ່າງ​ໃນ​ຕົວ​ຂອງ​ເຈົ້າ​ມືດ​ໄປ ຄວາມມືດ​ນັ້ນ​ກໍ​ຈະ​ໜາ​ເທົ່າ​ໃດ​ໜໍ.”
ພຣະເຈົ້າ ແລະ ເງິນຄຳ
(ລກ 16:13)
24“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”
ເລື່ອງ​ຄວາມ​ກະວົນ​ກະວາຍ
(ລກ 12:22-31)
25“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ ບໍ່​ໃຫ້​ກະວົນ​ກະວາຍ​ເຖິງ​ເລື່ອງ​ອາຫານ​ສຳລັບ​ຊີວິດ​ຕົນ​ວ່າ, ຈະ​ກິນ​ຫຍັງ ຈະ​ດື່ມ​ຫຍັງ ຫລື​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ​ສຳລັບ​ຮ່າງກາຍ ຊີວິດ​ສຳຄັນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່ແມ່ນ​ບໍ? 26ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ທ້ອງຟ້າ ມັນ​ບໍ່ໄດ້​ຫວ່ານ ບໍ່ໄດ້​ເກັບກ່ຽວ ແລະ​ບໍ່ໄດ້​ທ້ອນໂຮມ​ໄວ້​ໃນ​ເລົ້າ ແຕ່​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ນົກ​ນັ້ນ ພວກເຈົ້າ​ມີຄ່າ​ຫລາຍກວ່າ​ຝູງ​ນົກ​ນັ້ນ​ບໍ່ແມ່ນ​ບໍ? 27ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນ​ກະວາຍ ແລ້ວ​ຕໍ່​ອາຍຸ​ໃຫ້​ມີ​ຊີວິດ​ຍືນຍາວ​ໄດ້​ອີກ​ຈັກ​ໜ້ອຍໜຶ່ງ?”
28“ເປັນ​ດ້ວຍເຫດໃດ ຈຶ່ງ​ກະວົນ​ກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ? ຈົ່ງ​ເບິ່ງ​ດອກໄມ້​ປ່າ​ນັ້ນ​ແມ ມັນ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ມັນ​ບໍ່ໄດ້​ເຮັດ​ວຽກ ບໍ່ໄດ້​ຕໍ່າ​ຜ້າ​ເຮັດ​ເຄື່ອງ​ນຸ່ງ​ສຳລັບ​ມັນ​ເອງ. 29ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ແມ່ນແຕ່​ກະສັດ​ໂຊໂລໂມນ ຜູ້​ທີ່​ຮັ່ງມີ​ດ້ວຍ​ຊັບສົມບັດ​ທີ່​ຕົນ​ມີ​ຢູ່​ທັງໝົດ ກໍ​ຍັງ​ບໍ່ມີ​ເຄື່ອງນຸ່ງ​ງາມ​ເທົ່າ​ກັບ​ດອກໄມ້​ເຫຼົ່ານີ້​ດອກ​ໜຶ່ງ. 30ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”
31“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ເລີຍ​ວ່າ, ‘ຈະ​ກິນ​ຫຍັງ? ຈະ​ດື່ມ​ຫຍັງ? ແລະ​ຈະ​ນຸ່ງ​ຫົ່ມ​ຫຍັງ?’ 32ສິ່ງ​ທັງໝົດ​ເຫຼົ່ານີ້​ແຫຼະ ທີ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຊອກ​ຫາ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້​ແລ້ວ. 33ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ. 34ເຫດສະນັ້ນ ຢ່າ​ກະວົນ​ກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ຈະ​ມີ​ເລື່ອງ​ກະວົນ​ກະວາຍ​ໃນໂຕ​ມັນເອງ ຄວາມທຸກ​ໃນ​ວັນໃດ​ກໍ​ພໍ​ແລ້ວ​ສຳລັບ​ວັນນັ້ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in