YouVersion Logo
Search Icon

ມັດທາຍ 5

5
ພຣະເຢຊູເຈົ້າ​ເທດສະໜາ​ທີ່​ໂນນ​ພູ
(ມທ 5–7)
1ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ໂນນ​ພູ​ແຫ່ງ​ໜຶ່ງ ແລະ​ນັ່ງ​ລົງ​ທີ່​ນັ້ນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.
ຄວາມສຸກ​ອັນ​ແທ້ຈິງ
(ລກ 6:20-23)
2ພຣະອົງ​ໄດ້​ຊົງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ວ່າ,
3 “ຜູ້ໃດ​ຍາກຈົນ​ຝ່າຍ​ຈິດວິນຍານ​ກໍ​ເປັນ​ສຸກ,
ເພາະວ່າ​ອານາຈັກ​ສະຫວັນ
ເປັນ​ຂອງ​ຜູ້ນັ້ນ
4 ຜູ້ໃດ​ໂສກເສົ້າ​ກໍ​ເປັນ​ສຸກ,
ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ
ການ​ຊົງ​ເລົ້າໂລມ
5 ຜູ້ໃດ​ມີ​ໃຈ​ອ່ອນຫວານ​ກໍ​ເປັນ​ສຸກ,
ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍຣະດົກ.
6 ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ,
ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ
7 ຜູ້ໃດ​ມີ​ໃຈ​ກະລຸນາ​ກໍ​ເປັນ​ສຸກ,
ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ
ພຣະ​ກະລຸນາ​ຕອບ
8 ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ,
ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ
9 ຜູ້ໃດ​ສ້າງ​ຄວາມ​ສະຫງົບສຸກ​ກໍ​ເປັນ​ສຸກ,
ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ
ເປັນ​ບຸດ
10 ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​
ຄວາມ​ຊອບທຳ​ກໍ​ເປັນ​ສຸກ,
ເພາະວ່າ​ອານາຈັກ​ສະຫວັນ
ເປັນ​ຂອງ​ຜູ້​ນັ້ນ.”
11“ເມື່ອ​ຄົນ​ກ່າວ​ນິນທາ​ແລະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ ແລະ​ເວົ້າ​ຄວາມຊົ່ວ​ອັນ​ບໍ່​ຈິງ​ທຸກຢ່າງ​ຕໍ່ສູ້​ເຈົ້າ​ທັງຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກເຈົ້າ​ກໍ​ເປັນ​ສຸກ. 12ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”
ເລື່ອງ​ເກືອ ແລະ ຄວາມ​ສະຫວ່າງ
(ມຣກ 9:50; ລກ 14:34-35)
13“ເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ​ໂລກ, ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ເຄັມ​ຄືນ​ໄດ້​ອີກ​ຢ່າງ​ໃດ? ມັນ​ບໍ່ມີ​ຄ່າ​ເສຍ​ແລ້ວ. ດັ່ງນັ້ນ ຈຶ່ງ​ມີ​ແຕ່​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຢໍ່າ​ເທົ່ານັ້ນ.”
14“ພວກເຈົ້າ​ເປັນ​ແສງ​ສະຫວ່າງ​ສຳລັບ​ໂລກນີ້. ເມືອງ​ຊຶ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ໄວ້​ບໍ່ໄດ້. 15ບໍ່​ຫ່ອນ​ມີ​ຜູ້ໃດ​ເມື່ອ​ໄຕ້​ໂຄມໄຟ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ, ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ທີ່​ສູງ​ເພື່ອ​ໃຫ້​ສ່ອງ​ແຈ້ງ​ໃສ່​ທຸກໆ​ຄົນ​ທີ່​ຢູ່​ໃນ​ເຮືອນ​ນັ້ນ. 16ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”
ຄຳສັ່ງສອນ​ເລື່ອງ​ກົດບັນຍັດ
17“ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ລຶບລ້າງ​ກົດບັນຍັດ ຫລື​ຜູ້ທຳນວາຍ ເຮົາ​ບໍ່ໄດ້​ມາ​ລຶບລ້າງ ແຕ່​ມາ​ເຮັດ​ໃຫ້​ສຳເລັດ​ຄົບຖ້ວນ. 18ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ເມັດ ຫລື​ຂໍ້​ປີກ​ຍ່ອຍ​ອັນ​ເລັກນ້ອຍ​ທີ່ສຸດ​ຂອງ​ກົດບັນຍັດ​ຈະ​ບໍ່​ຖືກ​ລຶບລ້າງ​ໄປ ຈົນກວ່າ​ທຸກສິ່ງ​ຈະ​ເກີດຂຶ້ນ​ຄົບຖ້ວນ. 19ດັ່ງນັ້ນ ຜູ້ໃດ​ປະຕິເສດ​ກົດບັນຍັດ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ​ທັງ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິເສດ, ຜູ້ນັ້ນ​ຈະ​ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ, ແຕ່​ຜູ້ໃດ​ທີ່​ປະຕິບັດ​ຕາມ​ກົດບັນຍັດ ແລະ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິບັດ​ຕາມ ຜູ້ນັ້ນ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ອານາຈັກ​ສະຫວັນ. 20ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ຖ້າ​ການ​ປະຕິບັດ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ລື່ນ​ກວ່າ​ການ​ປະຕິບັດ​ຂອງ​ພວກ​ທຳມະຈານ ແລະ​ພວກ​ຟາຣີຊາຍ​ແລ້ວ ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”
ຄຳສັ່ງສອນ​ເລື່ອງ​ຄວາມ​ໂກດຮ້າຍ
(ລກ 12:57-59)
21“ເຈົ້າ​ທັງຫລາຍ​ເຄີຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ບູຮານ​ວ່າ, ‘ຢ່າ​ຂ້າ​ຄົນ ຖ້າ​ຜູ້ໃດ​ທີ່​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ.’ 22ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ. 23ດັ່ງນັ້ນ ເມື່ອ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ທີ່​ເທິງ​ແທ່ນບູຊາ ແລະ​ທີ່​ນັ້ນ ເຈົ້າ​ຄິດ​ໄດ້​ວ່າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ຂໍ້​ຂຸ້ນເຄືອງ​ໃຈ​ກັບ​ເຈົ້າ​ເພາະ​ເລື່ອງໃດ​ເລື່ອງໜຶ່ງ, 24ຈົ່ງ​ວາງ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ ແລ້ວ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ສາ​ກ່ອນ ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງ​ບູຊາ​ຂອງ​ເຈົ້າ.”
25“ຈົ່ງ​ຮີບ​ປອງດອງ​ກັບ​ຄູ່ໂຈດ​ຂອງຕົນ ໃນ​ຂະນະທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ເຈົ້າ​ໄວ້​ກັບ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໄວ້​ກັບ​ເຈົ້າໜ້າທີ່ ແລ້ວ​ເຈົ້າ​ຈະ​ໄດ້​ຖືກ​ຂັງ​ໄວ້​ໃນ​ຄຸກ. 26ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເຈົ້າ​ຈະ​ອອກ​ຈາກ​ຄຸກ​ບໍ່ໄດ້ ຈົນກວ່າ​ເຈົ້າ​ໄດ້​ຈ່າຍ​ໜີ້​ຄົບ​ທຸກ​ອັດ.”
ຄຳສັ່ງສອນ​ເລື່ອງ​ການ​ຫລິ້ນຊູ້
27“ເຈົ້າ​ທັງຫລາຍ​ເຄີຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່ຜົວເມຍ​ທ່ານ.’ 28ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ. 29ຖ້າ​ຕາ​ເບື້ອງ​ຂວາ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ ຈົ່ງ​ຄວັດ​ອອກ​ແລະ​ໂຍນ​ມັນ​ຖິ້ມ​ໃຫ້​ໄກ​ຈາກ​ເຈົ້າ​ເສຍ ທີ່​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ ກໍດີກວ່າ​ທັງໝົດ​ຕົນຕົວ​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໝໍ້​ນະຣົກ. 30ຖ້າ​ມື​ເບື້ອງ​ຂວາ​ຂອງ​ເຈົ້າ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ ຈົ່ງ​ຕັດ​ອອກ​ແລະ​ໂຍນ​ມັນ​ຖິ້ມ​ໃຫ້​ໄກ​ຈາກ​ເຈົ້າ​ເສຍ ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ ກໍດີກວ່າ​ທັງໝົດ​ຕົນຕົວ​ຕ້ອງ​ຕົກ​ໃນ​ໝໍ້​ນະຣົກ.”
ຄຳສັ່ງສອນ​ເລື່ອງ​ການ​ຢ່າຮ້າງ
(ມທ 19:9; ມຣກ 10:11-12; ລກ 16:18)
31“ຍັງ​ມີ​ຄຳ​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ທີ່​ປະ​ຮ້າງ​ເມຍ​ຂອງຕົນ ໃຫ້​ລາວ​ເຮັດ​ໜັງສື​ຢ່າຮ້າງ​ໃຫ້​ນາງ.’ 32ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”
ຄຳສັ່ງສອນ​ເລື່ອງ​ການ​ສາບານ
33“ອັນ​ໜຶ່ງ​ອີກ ເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ແກ່​ຄົນ​ໃນ​ສະໄໝ​ບູຮານ​ວ່າ, ‘ຢ່າ​ເຮັດ​ຜິດ​ຕໍ່​ຄຳ​ສາບານ, ແຕ່​ຈົ່ງ​ປະຕິບັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້​ກັບ​ອົງພຣະ​ຜູ້​ເປັນເຈົ້າ.’ 34ແຕ່​ບັດນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ​ເລີຍ, ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ແມ່ນ​ບັນລັງ​ຂອງ​ພຣະເຈົ້າ 35ຫລື​ໂດຍ​ອ້າງ​ເຖິງ​ແຜ່ນດິນ​ໂລກ ເພາະ​ແຜ່ນດິນ​ໂລກ​ແມ່ນ​ບ່ອນ​ຮອງ​ຕີນ​ຂອງ​ພຣະອົງ ຫລື​ໂດຍ​ອ້າງ​ເຖິງ​ນະຄອນ​ເຢຣູຊາເລັມ ເພາະ​ນະຄອນ​ເຢຣູຊາເລັມ​ແມ່ນ​ນະຄອນ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່. 36ຢ່າ​ສາບານ​ໂດຍ​ອ້າງ​ໃສ່​ແມ່ນແຕ່​ຫົວ​ຂອງ​ເຈົ້າ​ເອງ ເພາະ​ເຈົ້າ​ເອງ​ຈະ​ເຮັດ​ໃຫ້​ຜົມ​ຂາວ​ຫລື​ດຳ​ແມ່ນແຕ່​ເສັ້ນ​ດຽວ​ກໍ​ບໍ່ໄດ້. 37ແຕ່​ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ເຈົ້າ​ເປັນ​ດັ່ງນີ້, ‘ແມ່ນ’ ກໍ​ວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍ​ວ່າ ‘ບໍ່ແມ່ນ’ ສ່ວນ​ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ແມ່ນ​ມາ​ຈາກ​ມານຊົ່ວຮ້າຍ.”
ຄຳສັ່ງສອນ​ເລື່ອງ​ການ​ແກ້ແຄ້ນ
(ລກ 6:29-30)
38“ເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ’ 39ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພວກເຈົ້າ ຖ້າ​ຜູ້ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ແກ້ມ​ເບື້ອງ​ຊ້າຍ​ດ້ວຍ. 40ຖ້າ​ມີ​ຜູ້ໃດ​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ເຈົ້າ ຈົ່ງ​ໃຫ້​ເຂົາ​ເອົາ​ເສື້ອ​ຊັ້ນນອກ​ດ້ວຍ. 41ຖ້າ​ຜູ້ໃດ​ຈະ​ເກນ​ເຈົ້າ​ໃຫ້​ແບກ​ໄປ​ໜຶ່ງ​ຫລັກ ຈົ່ງ​ແບກ​ໄປ​ເຖິງ​ສອງ​ຫລັກ. 42ເມື່ອ​ຜູ້ໃດ​ຂໍ​ສິ່ງໃດ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຂໍ​ຢືມ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ​ຢືມ.”
ຄວາມຮັກ​ສຳລັບ​ສັດຕູ
(ລກ 6:27-28,32-36)
43“ເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ​ແລະ​ຊັງ​ສັດຕູ.’ 44ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ, 45ເພື່ອ​ວ່າ​ເຈົ້າ​ທັງຫລາຍ​ຈະ​ກາຍເປັນ​ບຸດ​ແຫ່ງ​ພຣະບິດາເຈົ້າ ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ເພາະ​ພຣະອົງ​ບັນດານ​ໃຫ້​ແສງ​ຕາເວັນ​ຂອງ​ພຣະອົງ​ສ່ອງ​ໃສ່​ທັງ​ຄົນຊົ່ວ​ແລະ​ຄົນ​ດີ​ເໝືອນກັນ ແລະ​ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບທຳ​ແລະ​ບໍ່​ຊອບທຳ. 46ຖ້າ​ເຈົ້າ​ທັງຫລາຍ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຫຍັງ​ຈາກ​ພຣະເຈົ້າ? ແມ່ນແຕ່​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່ແມ່ນ​ບໍ? 47ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ. 48ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຕ້ອງ​ເປັນ​ຄົນ​ດີທີ່ສຸດ ເໝືອນ​ຢ່າງ​ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ດີທີ່ສຸດ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in