1
ມັດທາຍ 5:15-16
ພຣະຄຳພີສັກສິ
ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮືອນນັ້ນ. ໃນທຳນອງດຽວກັນນີ້ແຫຼະ ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະພວກເຂົາຈະສັນລະເສີນພຣະບິດາເຈົ້າຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ.”
Compare
Explore ມັດທາຍ 5:15-16
2
ມັດທາຍ 5:14
“ພວກເຈົ້າເປັນແສງສະຫວ່າງສຳລັບໂລກນີ້. ເມືອງຊຶ່ງຕັ້ງຢູ່ເທິງໂນນພູກໍເປັນທີ່ບັງໄວ້ບໍ່ໄດ້.
Explore ມັດທາຍ 5:14
3
ມັດທາຍ 5:8
ຜູ້ໃດມີໃຈບໍຣິສຸດກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ
Explore ມັດທາຍ 5:8
4
ມັດທາຍ 5:6
ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ
Explore ມັດທາຍ 5:6
5
ມັດທາຍ 5:44
ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ ແລະພາວັນນາອະທິຖານເພື່ອຜູ້ທີ່ຂົ່ມເຫັງເຈົ້າ
Explore ມັດທາຍ 5:44
6
ມັດທາຍ 5:3
“ຜູ້ໃດຍາກຈົນຝ່າຍຈິດວິນຍານກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ
Explore ມັດທາຍ 5:3
7
ມັດທາຍ 5:9
ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າ ເປັນບຸດ
Explore ມັດທາຍ 5:9
8
ມັດທາຍ 5:4
ຜູ້ໃດໂສກເສົ້າກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ການຊົງເລົ້າໂລມ
Explore ມັດທາຍ 5:4
9
ມັດທາຍ 5:10
ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ ຄວາມຊອບທຳກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ.”
Explore ມັດທາຍ 5:10
10
ມັດທາຍ 5:7
ຜູ້ໃດມີໃຈກະລຸນາກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ພຣະກະລຸນາຕອບ
Explore ມັດທາຍ 5:7
11
ມັດທາຍ 5:11-12
“ເມື່ອຄົນກ່າວນິນທາແລະຂົ່ມເຫັງເຈົ້າທັງຫລາຍ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ. ຈົ່ງເປັນສຸກແລະຈົ່ງຊົມຊື່ນຍິນດີເຖີດ ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.”
Explore ມັດທາຍ 5:11-12
12
ມັດທາຍ 5:5
ຜູ້ໃດມີໃຈອ່ອນຫວານກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.
Explore ມັດທາຍ 5:5
13
ມັດທາຍ 5:13
“ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດໂລກ, ແຕ່ຖ້າເກືອໝົດຣົດເຄັມແລ້ວຈະເຮັດໃຫ້ເຄັມຄືນໄດ້ອີກຢ່າງໃດ? ມັນບໍ່ມີຄ່າເສຍແລ້ວ. ດັ່ງນັ້ນ ຈຶ່ງມີແຕ່ໂຍນຖິ້ມໃຫ້ຄົນຢຽບຢໍ່າເທົ່ານັ້ນ.”
Explore ມັດທາຍ 5:13
14
ມັດທາຍ 5:48
ດ້ວຍເຫດນັ້ນ ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.”
Explore ມັດທາຍ 5:48
15
ມັດທາຍ 5:37
ແຕ່ຈົ່ງໃຫ້ຖ້ອຍຄຳຂອງເຈົ້າເປັນດັ່ງນີ້, ‘ແມ່ນ’ ກໍວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ສ່ວນຄຳເວົ້າທີ່ເກີນກວ່ານີ້ແມ່ນມາຈາກມານຊົ່ວຮ້າຍ.”
Explore ມັດທາຍ 5:37
16
ມັດທາຍ 5:38-39
“ເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແຂ້ວແທນແຂ້ວ’ ແຕ່ເຮົາບອກພວກເຈົ້າວ່າ, ຢ່າແກ້ແຄ້ນຜູ້ທີ່ເຮັດຜິດຕໍ່ພວກເຈົ້າ ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ ຈົ່ງປິ່ນໃຫ້ເຂົາຕົບແກ້ມເບື້ອງຊ້າຍດ້ວຍ.
Explore ມັດທາຍ 5:38-39
17
ມັດທາຍ 5:29-30
ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຄວັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ທີ່ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຖືກໂຍນຖິ້ມລົງໃນໝໍ້ນະຣົກ. ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຕັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຕົກໃນໝໍ້ນະຣົກ.”
Explore ມັດທາຍ 5:29-30
YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy
Home
Bible
Plans
Videos