ມັດທາຍ 13
13
ຄຳອຸປະມາເລື່ອງຜູ້ຫວ່ານ
(ມຣກ 4:1-9; ລກ 8:4-8)
1ໃນວັນນັ້ນ ພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອນ ໄປປະທັບຢູ່ແຄມຝັ່ງທະເລສາບ. 2ປະຊາຊົນຢ່າງຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ ຈົນພຣະອົງຕ້ອງຂຶ້ນຂີ່ເຮືອ ແລະປ່ອຍໃຫ້ປະຊາຊົນຢືນຢູ່ທີ່ແຄມຝັ່ງ. 3ພຣະອົງກ່າວຫລາຍເລື່ອງເປັນຄຳອຸປະມາເພື່ອສອນປະຊາຊົນ ໂດຍກ່າວວ່າ,
“ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ. 4ຂະນະທີ່ເຂົາກຳລັງຫວ່ານເມັດພືດຢູ່ນັ້ນ ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍມາສັບກິນເມັດນັ້ນເສຍ. 5ບາງເມັດກໍຕົກໃສ່ບ່ອນມີຫີນຫລາຍດິນໜ້ອຍ, ເມັດເຫຼົ່ານີ້ຈຶ່ງງອກຂຶ້ນໄດ້ໄວເພາະພື້ນດິນບໍ່ເລິກ. 6ແຕ່ເມື່ອຕາເວັນຂຶ້ນມາ ພືດນັ້ນກໍແຫ້ມຈຶ່ງຫ່ຽວແຫ້ງໄປເພາະຮາກບໍ່ເລິກ. 7ບາງເມັດກໍຕົກໃສ່ກາງຟຸ່ມໜາມ, ໜາມເຫຼົ່ານີ້ກໍໃຫຍ່ຂຶ້ນຫຸ້ມຮັດພືດນັ້ນໃຫ້ເສຍໄປ. 8ແຕ່ບາງເມັດຕົກໃສ່ດິນດີພືດຈຶ່ງເກີດຜົນ: ເມັດໜຶ່ງໄດ້ຮ້ອຍຕໍ່, ເມັດໜຶ່ງໄດ້ຫົກສິບຕໍ່ ແລະເມັດໜຶ່ງໄດ້ສາມສິບຕໍ່.
9ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ຈຸດປະສົງຂອງຄຳອຸປະມາ
(ມຣກ 4:10-12; ລກ 8:9-10)
10ພວກສາວົກຈຶ່ງມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາ ເມື່ອທ່ານກ່າວກັບປະຊາຊົນ?”
11ພຣະເຢຊູເຈົ້າຕອບວ່າ, “ສຳລັບພວກເຈົ້ານັ້ນ ພຣະເຈົ້າຊົງໂຜດໃຫ້ພວກເຈົ້າຮູ້ໄດ້ຄວາມລັບເລິກແຫ່ງຣາຊອານາຈັກສະຫວັນ, ແຕ່ຄົນເຫຼົ່ານັ້ນບໍ່ໄດ້ຊົງໂຜດໃຫ້ຮູ້. 12ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ເພີ່ມຕື່ມອີກ ເພື່ອວ່າເຂົາຈະມີຢ່າງເຕັມບໍລິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກຜູ້ນັ້ນ. 13ດ້ວຍເຫດນີ້ ທີ່ເຮົາໃຊ້ຄຳອຸປະມາກ່າວກັບພວກເຂົາ ເພື່ອວ່າພວກເຂົາເບິ່ງ ແຕ່ກໍບໍ່ໄດ້ເຫັນ ແລະພວກເຂົາຟັງ ແຕ່ກໍບໍ່ໄດ້ຍິນຫລືເຂົ້າໃຈ. 14ດັ່ງນັ້ນ ຈຶ່ງເປັນຈິງຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ,
‘ປະຊາຊົນນີ້ຈະຟັງ ເມື່ອຟັງແລ້ວ
ແຕ່ກໍບໍ່ເຂົ້າໃຈຈັກເທື່ອ,
ພວກເຂົາຈະເບິ່ງ ເມື່ອເບິ່ງແລ້ວ
ແຕ່ກໍບໍ່ເຫັນຈັກເທື່ອ
15 ດ້ວຍວ່າ, ໃຈຂອງພວກເຂົາປຶກຕັນ
ຫູກໍໜັກ ຕາກໍຫລັບເສຍ.
ບໍ່ດັ່ງນັ້ນ ພວກເຂົາຈະສັງເກດ
ເຫັນດ້ວຍຕາ
ຈະໄດ້ຍິນດ້ວຍຫູ ແລະຈະຮູ້ດ້ວຍໃຈ
ແລະຈະຄືນມາຫາເຮົາ
ແລ້ວເຮົາຈະຊົງໂຜດພວກເຂົາໃຫ້ຫາຍດີ.’
16ແຕ່ຕາຂອງພວກເຈົ້າກໍເປັນສຸກ ເພາະພວກເຈົ້າໄດ້ເຫັນ ແລະຫູຂອງພວກເຈົ້າກໍເປັນສຸກເພາະໄດ້ຍິນ. 17ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ທຳນວາຍແລະຜູ້ມີສິນທຳຫລາຍຄົນ ປາຖະໜາຢາກເຫັນສິ່ງທີ່ພວກເຈົ້າເຫັນຢູ່ນີ້ ແຕ່ບໍ່ໄດ້ເຫັນ ແລະເຂົາປາຖະໜາຢາກໄດ້ຍິນຖ້ອຍຄຳທີ່ພວກເຈົ້າໄດ້ຍິນ ແຕ່ບໍ່ໄດ້ຍິນ.”
ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງຜູ້ຫວ່ານ
(ມຣກ 4:13-20; ລກ 8:11-15)
18“ເຫດສະນັ້ນ ພວກເຈົ້າຈົ່ງຟັງຄຳອຸປະມາເລື່ອງຜູ້ຫວ່ານພືດນັ້ນ. 19ຜູ້ໃດທີ່ໄດ້ຍິນພຣະທຳເລື່ອງຣາຊອານາຈັກສະຫວັນ ແຕ່ບໍ່ເຂົ້າໃຈກໍຄ້າຍຄືກັບເມັດພືດທີ່ຕົກຕາມທາງ, ມານຊົ່ວຮ້າຍມາຍາດເອົາພຣະທຳທີ່ຖືກຫວ່ານເຂົ້າໃນຈິດໃຈຂອງຄົນນັ້ນໄປເສຍ. 20ບາງເມັດທີ່ຕົກໃສ່ບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາໄວ້ທັນທີດ້ວຍຄວາມຊົມຊື່ນຍິນດີ. 21ແຕ່ບໍ່ໃຫ້ພຣະທຳນັ້ນໄດ້ຝັງຮາກເລິກລົງໃນຈິດໃຈຂອງພວກຕົນ ກໍທົນຢູ່ບໍ່ໄດ້ດົນ, ເມື່ອເກີດຄວາມຍາກລຳບາກ ຫລືຖືກການຂົ່ມເຫັງເພາະພຣະທຳນັ້ນ ຕົນຈຶ່ງເຊົາເຊື່ອພຣະທຳນັ້ນທັນທີ. 22ບາງເມັດທີ່ຕົກໃສ່ກາງຟຸ່ມໜາມ ຄືຄົນທີ່ໄດ້ຍິນພຣະທຳ ແຕ່ຍັງກັງວົນເຖິງຊີວິດຢູ່ໃນໂລກນີ້ ແລະຄວາມຢາກຮັ່ງຢາກມີຫຸ້ມຮັດພຣະທຳນັ້ນເສຍຈຶ່ງບໍ່ເກີດຜົນ. 23ສ່ວນເມັດທີ່ຕົກໃສ່ດິນດີ ຄືຄົນທີ່ໄດ້ຍິນພຣະທຳ ແລະເຂົ້າໃຈພຣະທຳນັ້ນ, ຜູ້ນັ້ນຈຶ່ງເກີດຜົນໄດ້ຮ້ອຍຕໍ່, ຫົກສິບຕໍ່ ແລະສາມສິບຕໍ່.”
ຄຳອຸປະມາເລື່ອງເຂົ້ານົກປົນເຂົ້າດີ
24ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກເຂົາຟັງວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນຄົນຜູ້ໜຶ່ງ ທີ່ຫວ່ານພືດໃນນາຂອງຕົນ. 25ໃນຂະນະທີ່ທຸກຄົນນອນຫລັບຢູ່ນັ້ນ ສັດຕູຂອງຜູ້ນັ້ນກໍມາຫວ່ານເຂົ້ານົກໃສ່ທ່າມກາງເຂົ້າດີແລ້ວກໍໜີໄປ. 26ເມື່ອເຂົ້າດີງອກໃຫຍ່ຂຶ້ນເປັນຮວງເຂົ້າແລ້ວ ເຂົ້ານົກກໍໃຫຍ່ຂຶ້ນດ້ວຍກັນ. 27ພວກຜູ້ຮັບໃຊ້ຂອງຊາຍຄົນນັ້ນຈຶ່ງມາຫາ ແລະເວົ້າວ່າ, ‘ນາຍເອີຍ ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນບໍ? ແລ້ວເຂົ້ານົກນັ້ນມາແຕ່ໃສ?’ 28ຝ່າຍນາຍໄດ້ຕອບວ່າ ‘ນີ້ແມ່ນສັດຕູເປັນຜູ້ເຮັດ’ ພວກຜູ້ຮັບໃຊ້ຈຶ່ງຖາມນາຍວ່າ, ‘ທ່ານຕ້ອງການໃຫ້ພວກຂ້ານ້ອຍຫລົກເຂົ້ານົກຖິ້ມບໍ?’ 29ນາຍຕອບວ່າ, ‘ບໍ່ ເພາະຂະນະທີ່ຫລົກເຂົ້ານົກຖິ້ມນັ້ນ ພວກເຈົ້າອາດຫລົກເຂົ້າດີກໍເປັນໄດ້. 30ປະໃຫ້ມັນໃຫຍ່ຂຶ້ນນຳກັນ ຈົນກວ່າເຖິງລະດູເກັບກ່ຽວ ແລ້ວເຮົາກໍຈະສັ່ງໃຫ້ພວກຄົນງານເກັບກ່ຽວເຂົ້ານົກກ່ອນ ໂຮມເປັນມັດແລະເຜົາໄຟຖິ້ມເສຍ, ສ່ວນເຂົ້າດີນັ້ນໃຫ້ໂຮມໄວ້ໃສ່ເລົ້າຂອງເຮົາ.”’
ຄຳອຸປະມາເລື່ອງເມັດຜັກກາດ
(ມຣກ 4:30-32; ລກ 13:18-19)
31ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງແກ່ພວກເຂົາຟັງອີກວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ ຊຶ່ງຊາຍຄົນໜຶ່ງນຳເອົາໄປຫວ່ານໃນສວນຂອງຕົນ. 32ເມັດນັ້ນນ້ອຍກວ່າເມັດທັງຫລາຍ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກຊະນິດອື່ນໆ, ມັນໃຫຍ່ຂຶ້ນກາຍເປັນກົກ ຈົນວ່າຝູງນົກມາຈັບ ແລະເຮັດຮັງໃສ່ງ່າຂອງມັນໄດ້.”
ຄຳອຸປະມາເລື່ອງເຊື້ອແປ້ງ
(ລກ 13:20-21)
33ພຣະເຢຊູເຈົ້າຍັງໄດ້ກ່າວຄຳອຸປະມາເລື່ອງໜຶ່ງແກ່ພວກເຂົາວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນເຊື້ອແປ້ງ ທີ່ຍິງຜູ້ໜຶ່ງໄດ້ນຳເອົາໄປປົນໃສ່ແປ້ງສາມຜອງໃຫຍ່ ຈົນແປ້ງນັ້ນຟູຂຶ້ນທັງໝົດ.”
ເປັນຫຍັງພຣະເຢຊູເຈົ້າຈຶ່ງໃຊ້ຄຳອຸປະມາ.
(ມຣກ 4:33-34)
34ພຣະເຢຊູເຈົ້າກ່າວທຸກສິ່ງເຫຼົ່ານີ້ ແກ່ປະຊາຊົນໂດຍໄດ້ໃຊ້ຄຳອຸປະມາທັງໝົດ, ນອກຈາກຄຳອຸປະມາ ພຣະອົງບໍ່ໄດ້ກ່າວສິ່ງໃດເລີຍແກ່ພວກເຂົາ. 35ພຣະອົງກະທຳເຊັ່ນນີ້ເພື່ອໃຫ້ສຳເລັດ ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ,
“ເຮົາຈະໃຊ້ຄຳອຸປະມາ
ເພື່ອກ່າວກັບພວກເຂົາ
ທັງບອກຂໍ້ຄວາມທີ່ປົກບັງໄວ້
ຕັ້ງແຕ່ຕົ້ນເດີມສ້າງໂລກ.”
ພຣະເຢຊູເຈົ້າຊົງອະທິບາຍຄຳອຸປະມາເລື່ອງເຂົ້ານົກ
36ເມື່ອພຣະເຢຊູເຈົ້າໃຫ້ປະຊາຊົນເລີກກັບໄປແລ້ວ, ພຣະອົງກໍເຂົ້າໄປໃນເຮືອນ ແລ້ວພວກສາວົກຂອງພຣະອົງກໍເຂົ້າມາ ແລະກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່.”
37ພຣະເຢຊູເຈົ້າຈຶ່ງອະທິບາຍວ່າ, “ຜູ້ທີ່ຫວ່ານເຂົ້າດີນັ້ນແມ່ນບຸດມະນຸດ, 38ສ່ວນນານັ້ນແມ່ນໂລກນີ້, ເຂົ້າດີແມ່ນປະຊາຊົນແຫ່ງຣາຊອານາຈັກຂອງພຣະເຈົ້າ, ສ່ວນເຂົ້ານົກແມ່ນປະຊາຊົນຂອງມານຊົ່ວຮ້າຍ, 39ແລະ ສັດຕູຜູ້ທີ່ຫວ່ານເຂົ້ານົກແມ່ນມານຮ້າຍ ລະດູເກັບກ່ຽວແມ່ນຄາວສຸດໂລກ ແລະຜູ້ເກັບກ່ຽວແມ່ນຝູງເທວະດາ. 40ເຂົ້ານົກຖືກກວາດເອົາໄປເຜົາໃສ່ໄຟຢ່າງໃດ ຄາວສຸດໂລກກໍຈະເປັນຢ່າງນັ້ນ. 41ບຸດມະນຸດຈະໃຊ້ຝູງເທວະດາຂອງຕົນອອກໄປ ຮວບຮວມເອົາອອກມາຈາກອານາຈັກຂອງພຣະອົງ ຄືພວກທີ່ກໍ່ເຫດທັງໝົດໃຫ້ມະນຸດເຮັດບາບ ແລະບັນດາຜູ້ທີ່ເຮັດຊົ່ວທັງໝົດ 42ແລ້ວຈະໂຍນພວກເຂົາຖິ້ມໃສ່ໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ມີການຮ້ອງໄຫ້ຄວນຄາງ ແລະຂົບແຂ້ວຄ້ຽວຟັນ. 43ແລ້ວພວກທີ່ຊອບທຳ ກໍຈະຮຸ່ງເຮືອງດັ່ງດວງຕາເວັນ ໃນຣາຊອານາຈັກແຫ່ງພຣະບິດາຂອງພວກເຂົາ, ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ຄຳອຸປະມາເລື່ອງຊັບທີ່ເຊື່ອງໄວ້
44“ຣາຊອານາຈັກສະຫວັນປຽບເໝືອນຊັບທີ່ເຊື່ອງໄວ້ໃນທົ່ງນາ, ຊາຍຄົນໜຶ່ງພົບແລ້ວຈຶ່ງເຊື່ອງໄວ້ອີກ, ລາວດີໃຈທີ່ສຸດຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ເອົານາທົ່ງນັ້ນ.”
ຄຳອຸປະມາເລື່ອງໄຂ່ມຸກ
45“ເຊັ່ນດຽວກັນ ຣາຊອານາຈັກສະຫວັນ ປຽບເໝືອນພໍ່ຄ້າຜູ້ໜຶ່ງທີ່ຊອກຫາໄຂ່ມຸກຢ່າງງາມ. 46ເມື່ອລາວພົບໄຂ່ມຸກເມັດໜຶ່ງທີ່ມີຄ່າແພງຫລາຍທີ່ສຸດ ກໍໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ໄຂ່ມຸກນັ້ນ.”
ຄຳອຸປະມາເລື່ອງມອງ
47“ເຊັ່ນດຽວກັນ ຣາຊອານາຈັກສະຫວັນປຽບເໝືອນກັບມອງ ທີ່ຖິ້ມລົງໃນທະເລຈັບປາທຸກຊະນິດ. 48ເມື່ອເຕັມມອງແລ້ວ ກໍດຶງມອງນັ້ນຂຶ້ນເທິງຝັ່ງ ແລະນັ່ງລົງເລືອກເອົາໂຕດີໃສ່ຄຸໄວ້ ສ່ວນໂຕບໍ່ດີນັ້ນໂຍນຖິ້ມໄປ. 49ໃນຍຸກສຸດທ້າຍ ໂລກກໍຈະເປັນຢ່າງນັ້ນແຫຼະ ຝູງເທວະດາກໍຈະອອກໄປແຍກເອົາຄົນຊົ່ວອອກຈາກຄົນຊອບທຳ, 50ແລະຈະໂຍນພວກເຂົາຖິ້ມໃສ່ໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ມີການຮ້ອງໄຫ້ຄວນຄາງ ແລະຂົບແຂ້ວຄ້ຽວຟັນ.”
ຄຳອຸປະມາເລື່ອງຂອງເກົ່າ ແລະຂອງໃໝ່
51ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເລື່ອງທັງໝົດນີ້ແລ້ວບໍ?”
ພວກເພິ່ນຕອບພຣະອົງວ່າ, “ເຂົ້າໃຈແລ້ວ.”
52ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ດ້ວຍເຫດນັ້ນທຳມະຈານທຸກຄົນ ທີ່ໄດ້ຮຽນຮູ້ເຖິງຣາຊອານາຈັກສະຫວັນ ກໍເໝືອນເຈົ້າຂອງເຮືອນຜູ້ໜຶ່ງທີ່ເອົາຂອງໃໝ່ ແລະຂອງເກົ່າອອກມາຈາກສາງຂອງຕົນ.”
ຊາວນາຊາເຣັດບໍ່ຍອມຮັບພຣະເຢຊູເຈົ້າ
(ມຣກ 6:1-6; ລກ 4:16-30)
53ເມື່ອພຣະເຢຊູເຈົ້າກ່າວຄຳອຸປະມາເຫຼົ່ານີ້ຈົບແລ້ວ ກໍສະເດັດຈາກບ່ອນນັ້ນໄປ 54ເມື່ອກັບໄປເຖິງເມືອງຂອງຕົນແລ້ວ ພຣະອົງໄດ້ສັ່ງສອນຄົນທັງຫລາຍໃນທຳມະສາລາຂອງພວກເຂົາ ຈົນພວກເຂົາງຶດປະຫລາດໃຈ ແລະຖາມກັນວ່າ, “ຄົນນີ້ໄດ້ສະຕິປັນຍາ ແລະເຮັດການອັດສະຈັນນີ້ມາຈາກໃສ? 55ລາວບໍ່ແມ່ນລູກຊາຍຂອງຊ່າງໄມ້ນັ້ນບໍ? ມາຣີເປັນແມ່ຂອງລາວບໍ່ແມ່ນບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາເປັນນ້ອງຊາຍຂອງລາວບໍ່ແມ່ນບໍ? 56ແລະນ້ອງສາວທຸກຄົນຂອງລາວກໍຢູ່ໃນເມືອງນີ້ບໍ່ແມ່ນບໍ? ລາວໄດ້ສິ່ງທັງໝົດນີ້ມາແຕ່ໃສ?” 57ດັ່ງນັ້ນ ພວກເຂົາຈຶ່ງບໍ່ຍອມຮັບພຣະອົງ.
ພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທຳຈະບໍ່ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງຂອງຕົນ ແລະຈາກຄອບຄົວຂອງຕົນ.” 58ຍ້ອນພວກເຂົາບໍ່ມີຄວາມເຊື່ອ, ພຣະອົງຈຶ່ງບໍ່ໄດ້ເຮັດການອັດສະຈັນຫລາຍຢູ່ໃນເມືອງນີ້.
Currently Selected:
ມັດທາຍ 13: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.