YouVersion Logo
Search Icon

ມາລາກີ 3

3
1ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”
2ແຕ່​ຜູ້ໃດ​ແດ່​ຈະ​ສາມາດ​ທົນ​ຕໍ່​ວັນ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ​ໄດ້? ຜູ້ໃດ​ແດ່​ຈະ​ສາມາດ​ມີ​ຊີວິດ​ລອດ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ພຣະອົງ​ຈະ​ເປັນ​ດັ່ງ​ສະບູ​ທີ່​ມີ​ກຳລັງ​ແຮງ ແລະ​ເປັນ​ດັ່ງ​ໄຟ​ທີ່​ຫລອມ​ໂລຫະ. 3ພຣະອົງ​ຈະ​ມາ​ຕັດສິນ​ເໝືອນ​ດັ່ງ​ຄົນ​ທີ່​ຫລອມ​ເງິນ ແລະ​ຊຳລະ​ມັນ​ໃຫ້​ບໍຣິສຸດ. ຊ່າງ​ໂລຫະ​ຫລອມ​ເງິນ​ແລະ​ຄຳ​ສັນໃດ ຜູ້​ແຈ້ງຂ່າວ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ຊຳລະ​ບັນດາ​ປະໂຣຫິດ​ໃຫ້​ບໍຣິສຸດ​ສັນນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນຳ​ເຄື່ອງ​ບູຊາ​ຊະນິດ​ທີ່​ຖືກຕ້ອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. 4ແລ້ວ​ເຄື່ອງ​ຖວາຍບູຊາ​ທີ່​ປະຊາຊົນ​ຢູດາ​ແລະ​ເຢຣູຊາເລັມ ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ກໍ​ຈະ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງ​ເຄື່ອງ​ບູຊາ​ຂອງ​ພວກເຂົາ​ທີ່​ເຄີຍ​ເປັນ​ມາ​ແຕ່​ຄາວກ່ອນ.
5ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”
ການຖວາຍ​ໜຶ່ງສ່ວນສິບ
6“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ. 7ພວກເຈົ້າ​ໄດ້​ຫັນໜີ​ຈາກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເໝືອນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. ແຕ່​ພວກເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ພຣະອົງ​ໄດ້?’ 8ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ​ເປັນ​ການ​ຖືກຕ້ອງ​ບໍ​ທີ່​ມະນຸດ​ສໍ້ໂກງ​ພຣະເຈົ້າ? ແນ່ນອນ​ບໍ່​ເປັນ​ການ​ຖືກຕ້ອງ, ແຕ່​ພວກເຈົ້າ​ຕ່າງ​ກໍ​ສໍ້ໂກງ​ເຮົາ. ພວກເຈົ້າ​ຖາມ​ວ່າ, ‘ສໍ້ໂກງ​ຢ່າງໃດ?’ ກໍ​ສໍ້ໂກງ​ໃນ​ເລື່ອງ​ໜຶ່ງສ່ວນສິບ ແລະ​ເຄື່ອງຖວາຍ​ຕ່າງໆ​ນັ້ນ​ແຫຼະ. 9ຄຳສາບແຊ່ງ​ຈະ​ຕົກ​ຖືກ​ພວກເຈົ້າ​ທັງໝົດ ກໍ​ເພາະວ່າ​ຄົນ​ທັງຊາດ​ສໍ້ໂກງ​ເຮົາ. 10ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ. 11ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຝູງ​ແມງໄມ້​ມາ​ທຳລາຍ​ຜົນລະປູກ​ຂອງ​ພວກເຈົ້າ ແລະ​ຕົ້ນອະງຸ່ນ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 12“ແລ້ວ​ປະຊາຊົນ​ທຸກ​ຊາດ​ກໍ​ຈະ​ເອີ້ນ​ພວກເຈົ້າ​ວ່າ, ‘ຜູ້​ມີ​ຄວາມສຸກ’ ເພາະ​ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ຢູ່​ອາໄສ​ຢ່າງ​ຜາສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.
ພຣະເຈົ້າ​ສັນຍາ​ວ່າ​ຈະ​ຊົງ​ເມດຕາ
13ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະອົງ?’ 14ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ນັ້ນ​ໄຮ້ປະໂຫຍດ. ມີ​ປະໂຫຍດ​ຫຍັງ​ທີ່​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ບອກ ຫລື​ພະຍາຍາມ​ສະແດງ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ວ່າ ພວກເຮົາ​ເສຍໃຈ​ຕໍ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ? 15ຕາມ​ທີ່​ພວກເຮົາ​ເຫັນ​ແລ້ວ ຄົນ​ຈອງຫອງ​ແມ່ນ​ຄົນ​ພວກ​ໜຶ່ງ​ທີ່​ມີ​ຄວາມສຸກ. ຄົນຊົ່ວ​ບໍ່ແມ່ນ​ຮັ່ງມີ​ເທົ່ານັ້ນ ແຕ່​ພວກເຂົາ​ຍັງ​ທົດລອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ຊົ່ວ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຮັບ​ໂທດ​ຫຍັງ​ເລີຍ.”’
16ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ. 17ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຂົາ​ຈະ​ເປັນ​ກຳມະສິດ​ຂອງເຮົາ​ແທ້ໆ. ເຮົາ​ຈະ​ເມດຕາ​ພວກເຂົາ​ດັ່ງ​ພໍ່​ເມດຕາ​ລູກ​ຜູ້​ທີ່​ຮັບໃຊ້​ຕົນ. 18ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ມາລາກີ 3