ມາລາກີ 2
2
1ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ບັນດາປະໂຣຫິດວ່າ, “ຄຳສັ່ງນີ້ແມ່ນສຳລັບພວກເຈົ້າ: 2ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ. 3ເຮົາຈະລົງໂທດລູກຂອງພວກເຈົ້າ ແລະເອົາໜ້າພວກເຈົ້າຖູໃສ່ຂີ້ສັດທີ່ພວກເຈົ້ານຳມາຖວາຍບູຊານັ້ນ ແລ້ວພວກເຈົ້າກໍຈະຖືກໂຍນອອກໄປພ້ອມກັບຂີ້ສັດນັ້ນ. 4ແລ້ວພວກເຈົ້າກໍຈະຮູ້ວ່າເຮົາໄດ້ໃຫ້ຄຳສັ່ງນີ້ແກ່ພວກເຈົ້າ ເພື່ອວ່າພັນທະສັນຍາຂອງເຮົາຊຶ່ງໄດ້ເຮັດໄວ້ກັບພວກປະໂຣຫິດ ຜູ້ທີ່ເປັນເຊື້ອສາຍຂອງເລວີນັ້ນ ຈະດຳລົງຄົງຢູ່ຕໍ່ໄປ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ.
5“ໃນພັນທະສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າຈະໃຫ້ຊີວິດແລະສັນຕິສຸກແກ່ພວກເຂົາ; ອັນນີ້ຄືສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ເຄົາຣົບນັບຖືເຮົາ. ໃນຄາວນັ້ນ ພວກເຂົາໄດ້ເຄົາຣົບນັບຖືແລະຢຳເກງຈົນຕົວສັ່ນຕໍ່ນາມຊື່ຂອງເຮົາ. 6ພວກເຂົາໄດ້ສອນສິ່ງທີ່ຖືກຕ້ອງແລະບໍ່ໄດ້ສອນສິ່ງທີ່ຜິດ. ພວກເຂົາໄດ້ດຳເນີນຊີວິດທີ່ຮວມເຂົ້າກັບເຮົາຢ່າງສະໜິດ; ພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ຖືກຕ້ອງເທົ່ານັ້ນ, ແຕ່ພວກເຂົາຍັງໄດ້ຊ່ວຍຄົນອື່ນໆ ຕັ້ງຫລວງຫລາຍໃຫ້ເຊົາເຮັດຊົ່ວ. 7ແມ່ນໜ້າທີ່ຂອງປະໂຣຫິດທີ່ຈະສັ່ງສອນຄົນອື່ນໃຫ້ຮູ້ຈັກພຣະເຈົ້າ. ປະຊາຊົນຄວນໄປຫາພວກເຂົາ ເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະພວກເຂົາເປັນຜູ້ແຈ້ງຂ່າວຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
8ແຕ່ມາບັດນີ້ ບັນດາປະໂຣຫິດເອີຍ ພວກເຈົ້າໄດ້ຫັນໜ້າໜີຈາກທາງອັນຊອບທຳ. ຄຳສັ່ງສອນຂອງພວກເຈົ້າໄດ້ພາໃຫ້ຫລາຍຄົນເຮັດຜິດ. ພວກເຈົ້າໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ. 9“ດັ່ງນັ້ນ ເຮົາຈຶ່ງຈະເຮັດໃຫ້ປະຊາຊົນອິດສະຣາເອນໝິ່ນປະໝາດພວກເຈົ້າຄືນ ຍ້ອນພວກເຈົ້າບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາ ແລະເມື່ອພວກເຈົ້າສັ່ງສອນປະຊາຊົນຂອງເຮົາ ພວກເຈົ້າກໍບໍ່ໄດ້ປະຕິບັດຕໍ່ທຸກຄົນໃຫ້ສະເໝີພາບກັນ.”
ປະຊາຊົນອິດສະຣາເອນບໍ່ສັດຊື່ຕໍ່ພຣະເຈົ້າ
10ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ບໍ່ແມ່ນພຣະເຈົ້າອົງດຽວກັນບໍ ທີ່ສ້າງພວກເຮົາທຸກຄົນ? ດ້ວຍເຫດໃດພວກເຮົາຈຶ່ງລະເມີດຄຳສັນຍາ ທີ່ພວກເຮົາມີຕໍ່ກັນແລະກັນ; ດ້ວຍເຫດໃດພວກເຮົາຈຶ່ງໝິ່ນປະໝາດພັນທະສັນຍາ ທີ່ພຣະເຈົ້າໄດ້ເຮັດກັບປູ່ຍ່າຕາຍາຍຂອງພວກເຮົາ? 11ປະຊາຊົນຢູດາໄດ້ລະເມີດພັນທະສັນຍາທີ່ມີຕໍ່ພຣະເຈົ້າ ແລະໄດ້ເຮັດສິ່ງອັນໜ້າກຽດຊັງໃນນະຄອນເຢຣູຊາເລັມແລະໃນທົ່ວປະເທດ. ພວກເຂົາໄດ້ເຮັດໃຫ້ພຣະວິຫານທີ່ພຣະເຈົ້າຢາເວຮັກນັ້ນເປັນມົນທິນ. ພວກຜູ້ຊາຍໄດ້ແຕ່ງງານກັບພວກແມ່ຍິງ ທີ່ນັບຖືພະຂອງຊາວຕ່າງຊາດ. 12ຂໍໃຫ້ພຣະເຈົ້າຢາເວທຳລາຍລ້າງຜານຜູ້ທີ່ກະທຳເຊັ່ນນັ້ນ ໃຫ້ໝົດໄປຈາກຊຸມຊົນອິດສະຣາເອນ ແລະຢ່າສູ່ອະນຸຍາດໃຫ້ພວກເຂົາເຂົ້າຮ່ວມໃນການຖວາຍບູຊາ ທີ່ຊົນຊາດຂອງພວກເຮົານຳມາຖວາຍແກ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
13ມີອີກສິ່ງໜຶ່ງທີ່ພວກເຈົ້າຍັງເຮັດຢູ່. ພວກເຈົ້າຮ້ອງໄຫ້ແລະຄວນຄາງໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ຍ້ອນພຣະອົງບໍ່ຮັບເຄື່ອງຖວາຍບູຊາ ຊຶ່ງພວກເຈົ້ານຳມານັ້ນອີກຕໍ່ໄປ. 14ພວກເຈົ້າຖາມວ່າ, “ເປັນຫຍັງພຣະອົງຈຶ່ງບໍ່ຍອມຮັບເອົາ?” ກໍເພາະພຣະເຈົ້າຢາເວຮູ້ວ່າພວກເຈົ້າໄດ້ລະເມີດຄຳສັນຍາ ທີ່ໄດ້ເຮັດໄວ້ກັບເມຍຂອງຕົນສະໄໝແຕ່ງງານກັນແຕ່ຍັງໜຸ່ມຢູ່ນັ້ນ. ນາງເປັນຄູ່ຄອງຂອງເຈົ້າ ແລະເຈົ້າໄດ້ລະເມີດຄຳສັນຍາທີ່ມີໄວ້ກັບນາງ ເຖິງແມ່ນວ່າ ເຈົ້າໄດ້ສັນຍາຢູ່ຊ້ອງໜ້າພຣະເຈົ້າວ່າ ຈະສັດຊື່ຕໍ່ນາງກໍດີ. 15ພຣະເຈົ້າບໍ່ໄດ້ເຮັດໃຫ້ເຈົ້າມີເນື້ອກາຍ ແລະມີຈິດໃຈເປັນອັນໜຶ່ງອັນດຽວກັນກັບນາງບໍ? ຄວາມປະສົງຂອງພຣະອົງກ່ຽວກັບເລື່ອງນີ້ແມ່ນຫຍັງ? ກໍເພື່ອຢາກໃຫ້ພວກເຈົ້ານັ້ນມີລູກ ທີ່ເປັນປະຊາຊົນຂອງພຣະເຈົ້າຢ່າງແທ້ຈິງ. ດັ່ງນັ້ນ ຈົ່ງໃຫ້ແນ່ໃຈວ່າຜູ້ໃດຜູ້ໜຶ່ງໃນພວກເຈົ້າ ບໍ່ໄດ້ລະເມີດຄຳສັນຍາທີ່ມີຕໍ່ເມຍຂອງຕົນ. 16ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເຮົາກຽດຊັງການຢ່າຮ້າງ. ເຮົາກຽດຊັງເມື່ອຜູ້ໃດຜູ້ໜຶ່ງໃນພວກເຈົ້າ ເຮັດຮຸນແຮງເຊັ່ນນັ້ນຕໍ່ເມຍຂອງຕົນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ ຈົ່ງແນ່ໃຈວ່າ ພວກເຈົ້າບໍ່ໄດ້ລະເມີດຄຳສັນຍາທີ່ວ່າຈະສັດຊື່ຕໍ່ເມຍຂອງຕົນ.
ວັນຕັດສິນໃກ້ເຂົ້າມາແລ້ວ
17ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”
Currently Selected:
ມາລາກີ 2: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.