YouVersion Logo
Search Icon

ມາລາກີ 2

2
1ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ບັນດາ​ປະໂຣຫິດ​ວ່າ, “ຄຳສັ່ງ​ນີ້​ແມ່ນ​ສຳລັບ​ພວກເຈົ້າ: 2ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ. 3ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ. 4ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.
5“ໃນ​ພັນທະສັນຍາ​ຂອງເຮົາ​ນັ້ນ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແລະ​ສັນຕິສຸກ​ແກ່​ພວກເຂົາ; ອັນ​ນີ້​ຄື​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຄົາຣົບ​ນັບຖື​ເຮົາ. ໃນ​ຄາວ​ນັ້ນ ພວກເຂົາ​ໄດ້​ເຄົາຣົບ​ນັບຖື​ແລະ​ຢຳເກງ​ຈົນຕົວສັ່ນ​ຕໍ່​ນາມຊື່​ຂອງເຮົາ. 6ພວກເຂົາ​ໄດ້​ສອນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່ໄດ້​ສອນ​ສິ່ງ​ທີ່​ຜິດ. ພວກເຂົາ​ໄດ້​ດຳເນີນ​ຊີວິດ​ທີ່​ຮວມເຂົ້າ​ກັບ​ເຮົາ​ຢ່າງ​ສະໜິດ; ພວກເຂົາ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເທົ່ານັ້ນ, ແຕ່​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຄົນອື່ນໆ ຕັ້ງ​ຫລວງຫລາຍ​ໃຫ້​ເຊົາ​ເຮັດ​ຊົ່ວ. 7ແມ່ນ​ໜ້າທີ່​ຂອງ​ປະໂຣຫິດ​ທີ່​ຈະ​ສັ່ງສອນ​ຄົນອື່ນ​ໃຫ້​ຮູ້ຈັກ​ພຣະເຈົ້າ. ປະຊາຊົນ​ຄວນ​ໄປ​ຫາ​ພວກເຂົາ ເພື່ອ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ແຈ້ງຂ່າວ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.
8ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ. 9“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”
ປະຊາຊົນ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ
10ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ? 11ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ. 12ຂໍ​ໃຫ້​ພຣະເຈົ້າຢາເວ​ທຳລາຍ​ລ້າງຜານ​ຜູ້​ທີ່​ກະທຳ​ເຊັ່ນນັ້ນ ໃຫ້​ໝົດ​ໄປ​ຈາກ​ຊຸມຊົນ​ອິດສະຣາເອນ ແລະ​ຢ່າ​ສູ່​ອະນຸຍາດ​ໃຫ້​ພວກເຂົາ​ເຂົ້າຮ່ວມ​ໃນ​ການຖວາຍບູຊາ ທີ່​ຊົນຊາດ​ຂອງ​ພວກເຮົາ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.
13ມີ​ອີກ​ສິ່ງ​ໜຶ່ງ​ທີ່​ພວກເຈົ້າ​ຍັງ​ເຮັດ​ຢູ່. ພວກເຈົ້າ​ຮ້ອງໄຫ້​ແລະ​ຄວນຄາງ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ບໍ່​ຮັບ​ເຄື່ອງ​ຖວາຍບູຊາ ຊຶ່ງ​ພວກເຈົ້າ​ນຳ​ມາ​ນັ້ນ​ອີກ​ຕໍ່ໄປ. 14ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ?” ກໍ​ເພາະ​ພຣະເຈົ້າຢາເວ​ຮູ້ວ່າ​ພວກເຈົ້າ​ໄດ້​ລະເມີດ​ຄຳສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ເມຍ​ຂອງຕົນ​ສະໄໝ​ແຕ່ງງານ​ກັນ​ແຕ່​ຍັງ​ໜຸ່ມ​ຢູ່​ນັ້ນ. ນາງ​ເປັນ​ຄູ່ຄອງ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ນາງ ເຖິງ​ແມ່ນ​ວ່າ ເຈົ້າ​ໄດ້​ສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ວ່າ ຈະ​ສັດຊື່​ຕໍ່​ນາງ​ກໍດີ. 15ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ. 16ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເຮົາ​ກຽດຊັງ​ການ​ຢ່າຮ້າງ. ເຮົາ​ກຽດຊັງ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ເຮັດ​ຮຸນແຮງ​ເຊັ່ນນັ້ນ​ຕໍ່​ເມຍ​ຂອງຕົນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ ຈົ່ງ​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ວ່າ​ຈະ​ສັດຊື່​ຕໍ່​ເມຍ​ຂອງຕົນ.
ວັນ​ຕັດສິນ​ໃກ້​ເຂົ້າ​ມາ​ແລ້ວ
17ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ມາລາກີ 2